ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫຼາຍ​ສິບ​ຄົນ ​ເສຍ​ຊີ​ວິດ ຍ້ອນດິນ​ເຈື່ອນ ອູ​ການ​ດາ


ພວກ​ຊາວ​ບ້ານ​ພາ​ກັນ​ຢືນ​ເບິ່ງ​ນ້ຳ​ຖ້ວມ​ ທຳ​ລາຍບ້າ​ນ​ເຮືອນ ວັນ​ທີ 12 ຕຸ​ລາ 2018.
ພວກ​ຊາວ​ບ້ານ​ພາ​ກັນ​ຢືນ​ເບິ່ງ​ນ້ຳ​ຖ້ວມ​ ທຳ​ລາຍບ້າ​ນ​ເຮືອນ ວັນ​ທີ 12 ຕຸ​ລາ 2018.

ພວກ​ເຈົ້າ​ໜ້າ​ ທີ່​ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ ຂອງອູການ​ດາ ກ່າວ​ວ່າ ຫຼາຍກວ່າ 30 ຄົນ​
ໄດ້​ເສຍ​ຊີ​ວິດ​ ຍ້ອນ​ດິນ​ເຈື່ອນ.

ທ່ານ​ມາຕິນ ໂອ​ວໍ​ ຄະ​ນະ​ກຳມາ​ທິ​ການ​ກະ​ກຽມ​ຮັບ​ມື​ກັບ​ໄພ​ພິ​ບັດ ກ່າວ​ຕໍ່ອົງ​ການ​ຂ່າ​ວ​
ຣອຍ​ເຕີ້ວ່າ “ດິ​ນເຈື່ອນ ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຂະ​ໜາດໃຫຍ່ ​ໄຫຼ​ລົງ​ໄປ​ໃສ່ແມ່​ນ້ຳ ​ຊຶ່ງ​
ເຮັດ​ໃຫ້​ແມ່ນ້ຳ​ນັ້ນ​ລົ້ນຝັ່ງ​ຂຶ້ນ​ຖ້ວມ ແລະຊຸເອົາ​ຜູ້ຄົນ​ໄປ.”

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ຈຳ​ນວນຜູ້​ເສຍຊີ​ວິດຄາດ​ວ່າຈະ​ເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີມ​ກູ້​ໄພ
ຍັງ​ສືບ​ຕໍ່​ຊອກຄົ້ນ​ຫາ ​ຢູ່​ຕາມ​ດິນ​ທີ່​ເຈື່ອນ​ລົງ​ມາ ​ໃນບໍ​ລິ​ເວນ​ຕີນ​ພູ​ແອ​ລກອນ ປະ​ມານ
250 ກິ​ໂລ​ແມັດ ​ຫ່າງຈາກ​ນະ​ຄອນ​ຫຼວງ​ກຳ​ປາ​ລາ.

Officials in eastern Uganda say more than 30 people have died in landslides.

Martin Owor, commissioner for disaster preparedness, told the Reuters news agency that "the landslide pushed huge boulders into a river which burst it banks and the water swept away the people."

Authorities say the death toll is likely to increase as search and rescue teams go through the debris in the foothills of Mountain Elgon, about 250 kilometers from the capital, Kampala.

XS
SM
MD
LG