ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍສິບຄົນຖືກຈັບກຸ່ມ ຫຼັງຈາກ ການປະທ້ວງໃນລອນດອນ ກີດຂວາງບໍ່ໃຫ້ເຄື່ອນຍ້າຍ ພວກຜູ້ສະແຫວງຫາການຂໍລີ້ໄພ


ໃນພາບນີ້ ທີ່ໄດ້ມາຈາກວີດີໂອ ໃຫ້ເຫັນບັນດາເຈົ້າໜ້າທີ່ຕຳຫຼວດ ປະທະກັບພວກປະທ້ວງ ຜູ້ທີ່ພະຍາຍາມຢຸດຢັ້ງການຍ້າຍພວກສະແຫວງຫາການຂໍລີ້ໄພອອກຈາກໂຮມແຮມ ໃນເມືອງຢູ່ທາງກາພຕາເວັນອອກສຽງໃຕ້ຂອງລອນດອນ ໄປຍັງກຳປັ່ນຢູ່ແຄມຝັ່ງທາງພາກໃຕ້ຂອງອັງກິດ.
ໃນພາບນີ້ ທີ່ໄດ້ມາຈາກວີດີໂອ ໃຫ້ເຫັນບັນດາເຈົ້າໜ້າທີ່ຕຳຫຼວດ ປະທະກັບພວກປະທ້ວງ ຜູ້ທີ່ພະຍາຍາມຢຸດຢັ້ງການຍ້າຍພວກສະແຫວງຫາການຂໍລີ້ໄພອອກຈາກໂຮມແຮມ ໃນເມືອງຢູ່ທາງກາພຕາເວັນອອກສຽງໃຕ້ຂອງລອນດອນ ໄປຍັງກຳປັ່ນຢູ່ແຄມຝັ່ງທາງພາກໃຕ້ຂອງອັງກິດ.

ເຈົ້າໜ້າທີ່ຕຳຫຼວດຂອງອັງກິດ ໄດ້ຈັບກຸມປະຊາຊົນ 45 ຄົນ ໃນວັນພະຫັດວານນີ້ ລຸນຫຼັງມີການປະທ້ວງຢູ່ໃນນະຄອນຫຼວງລອນດອນ ເພື່ອຕໍ່ຕ້ານການຍົກຍ້າຍຜູ້ທີ່ສະແຫວງຫາການຂໍລີ້ໄພອອກຈາກໂຮງແຮມ ໄປຍັງກຳປັ່ນທີ່ຈອດຢູ່ແຄມຝັ່ງທາງພາກໃຕ້ຂອງອັງກິດ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ບັນດາຜູ້ປະທ້ວງຫຼາຍສິບຄົນຢູ່ດ້ານນອກຂອງໂຮງແຮມ ໃນເມືອງເປັກແຄ້ມ (Peckham) ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງໃຕ້ຂອງນະຄອນຫຼວງລອນດອນ ໄດ້ພະຍາຍາມຢຸດລົດເມທີ່ບັນທຸກບັນດາຜູ້ສະແຫວງຫາການຂໍລີ້ໄພ ເພື່ອບໍ່ໃຫ້ລົດແລ່ນອອກໄປ, ຕາມການລາຍງານແລ້ວ ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງລອນດອນກ່າວວ່າ ພວກເຂົາໄດ້ປ່ອຍລົມຢາງລົດເມ ແລະກີດຂວາງລົດເມໂດຍການປິດລ້ອມມັນໄວ້.

ການແກ້ໄຂບັນຫາຄົນເຂົ້າເມືອງຢ່າງຜິດກົດໝາຍ ແມ່ນນຶ່ງໃນຫຼາຍໆບູລິມະສິດທີ່ສູງສຸດຂອງນາຍົກລັດຖະມົນຕີອັງກິດ ທ່ານຣີຊີ ຊູນາກ ແລະເພື່ອເຮັດໃຫ້ຄ່າໃຊ້ຈ່າຍຂອງການອຳນວຍຄວາມສະດວກດ້ານທີ່ພັກຢູ່ໂຮງແຮມແກ່ພວກຄົນເຂົ້າເມືອງທັງຫຼາຍ ຫລຸດລົງ, ໃນຂະນະທີ່ການຂໍລີ້ໄພຂອງພວກເຂົາເຈົ້າ ກຳລັງໄດ້ຮັບການພິຈາລະານາຢູ່ນັ້ນ ລັດຖະບານກໍໄດ້ພະຍາຍາມທີ່ຈະນຳໃຊ້ກຳປັ່ນ ແລະສະຖານທີ່ທີ່ເຄີຍເປັນຄ້າຍທະຫານຕ່າງໆ.

ແຕ່ແນວໃດກໍຕາມ, ບັນດານັກວິຈານໄດ້ເອີ້ນກຳປັ່ນ Bibby Stockholm ເຊິ່ງໄດ້ຈອດຢູ່ທ່າເຮືອ ພອດແລນ ໃນເມືອງ ດອຣເສັດ ແລະສາມາດບັນຈຸຜູ້ຊາຍໄດ້ເຖິງ 500 ຄົນນັ້ນ ວ່າ ໄຮ້ມະນຸດສະທຳ ແລະປຽບທຽບກຳປັ່ນດັ່ງກັບຄຸກ.

ເຈົ້າໜ້າທີ່ຕຳຫຼວດຈຳນວນນຶ່ງຖືກທຳຮ້າຍ ໃນລະຫວ່າງການປະທ້ວງຢູ່ໃນເມືອງເປັກແຄ້ມ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບສາຫັດ, ອີງຕາມການກ່າວຂອງເຈົ້າໜ້າທີ່ຕຳຫຼວດ.

ຮອງຜູ້ຊ່ວຍຜູ້ບັນຊາການກົມຕຳຫຼວດນະຄອນຫຼວງ ທ່ານອາເດ ອາແດລຄານ ກ່າວວ່າ “ພວກເຮົາຈະເຄົາລົບສິດທິຂອງພວກປະທ້ວງຢ່າງສັນຕິສະເໝີ ແຕ່ເມື່ອໃດທີ່ບັນດາເຈົ້າໜ້າທີ່ຕຳຫຼວດຖືກທຳຮ້າຍຮ່າງການ ແລະຖືກກີດຂວາງຈາກການປະຕິບັດໜ້າທີ່ຂອງພວກເຂົາເຈົ້າ, ເມື່ອນັ້ນ ພວກເຮົາສາມາດປະຕິບັດງານ ແລະຈະເອົາມາດຕະການຢ່າງເດັດຂາດ.”

British police arrested 45 people on Thursday after a violent protest in London against the transfer of asylum seekers form a hotel to a barge off southern England.

Dozens of protesters outside the hotel in Peckham, southeast London, attempted to stop a bus carrying the asylum seekers from leaving, reportedly deflating its tires and obstructing the vehicle by surrounding it, London's Metropolitan Police said.

Tackling illegal migration is one of British Prime Minister Rishi Sunak's top priorities, and to bring down the high costs of accommodating migrants in hotels while their asylum claims are processed, the government has been trying to use barges and former military sites.

Critics, however, have called the Bibby Stockholm barge — which is docked at Portland Port in Dorset and can house up to 500 men — inhumane and compared it to a prison ship.

Several police officers were assaulted during the protest in Peckham, but none were seriously hurt, police said.

"We will always respect the right to peaceful protest, but when officers are assaulted and obstructed from their duty, then we can and will take decisive action," Met Deputy Assistant Commissioner Ade Adelekan said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG