ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນ ເສຍຊີວິດ ໃນເຫດລະເບີດ 2 ຄັ້ງ ຢູ່ອີຣັກ (ວີດີໂອ)


ຜູ້ຊາຍຄົນນຶ່ງ ພວມກວດກາເບິ່ງ ບ່ອນທີ່ຖືກໂຈມຕີ ດ້ວຍລະເບີດລົດ ຢູ່ນະຄອນຫຼວງແບັກແດັດ (8 ມິຖຸນາ 2014)
ຜູ້ຊາຍຄົນນຶ່ງ ພວມກວດກາເບິ່ງ ບ່ອນທີ່ຖືກໂຈມຕີ ດ້ວຍລະເບີດລົດ ຢູ່ນະຄອນຫຼວງແບັກແດັດ (8 ມິຖຸນາ 2014)
ເຈົ້າໜ້າທີ່ອີຣັກກ່າວວ່າການໂຈມຕີດ້ວຍລະເບີີດ 2 ຄັ້ງຊ້ອນຢູ່
ນອກສຳນັກງານ ຂອງພັກການເມືອງ ຂອງຊາວ Kurd ໄດ້ສັງ
ຫານຢ່າງໜ້ອຍ 17 ຄົນແລະອີກ 50 ກວ່າຄົນໄດ້ຮັບບາດເຈັບ.

ເຫດລະເບີດ ໃນວັນອາທິດມື້ນີ້ ແມ່ນຮວມທັງ ການໂຈມຕີສະ
ຫຼະຊີບໃກ້ໆສຳນັກງານຂອງພັກສະຫະພັນຜູ້ຮັກຊາດ Kurdis-
tan ຫລື PUK ຂອງປະທານາທິບໍດີ Jalal Talabani ຊຶ່ງຕັ້ງຢູ່
ໃກ້ຕຶກອາຄານກອງກຳລັງຮັກສາຄວາມສະຫງົບນັ້ນ.

ລະເບີດລູກທີ 2 ແຕກຂຶ້ນໃນຂະນະທີ່ພວກກູ້ໄພສຸກເສີນ ໄປ
ຮອດບ່ອນໂຈມຕີດ້ວຍລະເບີດລູກທຳອິດ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້ເທື່ອ ຊຶ່ງເກີດຂຶ້ນ ທີ່ເມືອງ Jalula ໃນແຂວງ Diyala ຊຶ່ງຕັ້ງຢູ່ທາງກ້ຳຕາເວັນອອກສຽງ ເໜືອຂອງນະຄອນ ຫຼວງແບັກແດັດ.

ໃນວັນເສົາວານນີ້ ການໂຈມຕີດ້ວຍລະເບີດຫຼາຍໆຄັ້ງ ໄດ້ສັງຫານເກືອບ 60 ຄົນ ໃນນະຄອນ ຫຼວງ ອີຣັກ ຊຶ່ງເປັນພາກສ່ວນນຶ່ງ ຂອງມື້ແຫ່ງການກໍ່ຄວາມຮຸນແຮງ ທີ່ໄດ້ເຫັນພວກຫົວຕໍ່ສູ້ ໂຈມຕີມະຫາວິທະຍາໄລແຫ່ງນຶ່ງ ຂອງອີຣັກນຳດ້ວຍ.

ເຫດລະເບີດທີ່ນະຄອນແບັກແດັດໃນວັນເສົາວານນີ້ ສ່ວນໃຫຍ່ແລ້ວແມ່ນໄດ້ແນເປົ້າໝາຍ ໃສ່ເຂດທີ່ຊາວຊີໄອທ໌ອາໄສຢູ່ ຊຶ່ງໄດ້ເນັ້ນໃຫ້ ເຫັນວ່າ ຄວາມຮຸນແຮງ ທາງດ້ານສາສະໜາ ພວມເພີ້ມທະວີຂຶ້ນຢູ່ໃນອີຣັກ.
IRAQ VIOLENCE VOSOT
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG