ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພາຍຸໂດຣຽນ ປະ​ໄວ້​ຮ່ອງ​ຮອຍ ​ການ​ເສຍ​ຊີ​ວິດ ແລະ ຄວາມເສຍຫາຍ


ລົດຍົກ ຫຼື ເຄຣນ ຕັ້ງຄ້ຳຕຶກທີ່ກຳລັງຢູ່ໃນລະຫວ່າງ ການກໍ່ສ້າງຢູ່ນັ້ນ ເມື່ອພາຍຸເຮີຣິເຄນ ໂດຣຽນ ເຄື່ອນຕົວເຂົ້າມາເຖິງນະຄອນ ແຮລີແຟັກສ໌ ຂອງແຂວງໂນວາ ສະໂກເຕ່ຍ ປະເທດການາດາ, ວັນທີ 7 ກັນຍາ 2019.
ລົດຍົກ ຫຼື ເຄຣນ ຕັ້ງຄ້ຳຕຶກທີ່ກຳລັງຢູ່ໃນລະຫວ່າງ ການກໍ່ສ້າງຢູ່ນັ້ນ ເມື່ອພາຍຸເຮີຣິເຄນ ໂດຣຽນ ເຄື່ອນຕົວເຂົ້າມາເຖິງນະຄອນ ແຮລີແຟັກສ໌ ຂອງແຂວງໂນວາ ສະໂກເຕ່ຍ ປະເທດການາດາ, ວັນທີ 7 ກັນຍາ 2019.

ພາຍຸເຮີຣິເຄນ ໂດຣຽນ ແມ່ນຄາດກັນວ່າ ຈະເຄື່ອນຍ້າຍຜ່ານ ຫຼື ໃກ້ບໍລິເວນແຂວງ
ນິວຟາວແລນ ແລະ ລາບຣາດໍ (Newfoundland and Labrador) ຂອງການາດາ
ໃນວັນອາທິດມື້ນີ້ ແລະຕໍ່ຈາກນັ້ນ ຈະເຄື່ອນເຂົ້າໄປ ກ້ຳເໜືອຂອງມະຫາສະໝຸດ
ແອັດແລນຕິກ.

ພາຍຸໂດຣຽນ ແມ່ນຈະອ່ອນກຳລັງລົງ ຕ່ຳກວ່າລະດັບຄວາມແຮງທີ່ເປັນພາຍຸເຮີຣິເຄນ
ໃນຊ່ວງໃດຊ່ວງນຶ່ງຂອງວັນອາທິດມື້ນີ້ ອີງຕາມສູນກາງພາຍຸເຮີຣິເຄນແຫ່ງຊາດຂອງ
ສະຫະລັດ ຫຼື NHC.

ພາຍຸຫົວດັ່ງກ່າວ ໄດ້ປະທະແຄມຝັ່ງມະຫາສະໝຸດແອັດແລນຕິກຂອງການາດາ ໃນ
ວັນເສົາວານນີ້ ໂດຍນຳເອົາລົມແຮງ ແລະຝົນຕົກລົງມາຢ່າງໜັກ ທີ່ໄດ້ພິກປີ້ນລົດຍົກ
ຫຼືເຄຣນ ຈົນລົ້ມໄປທາງຂ້າງໃກ້ ຕຶກຫ້ອງແຖວທີ່ ກຳລັງຢູ່ໃນການກໍ່ສ້າງຢູ່ ໃນນະຄອນ
ແຮລີແຟັກສ໌ ຊຶ່ງເປັນເມືອງເອກຂອງແຂວງ ໂນວາ ສະໂກເຕ່ຍ.

ບໍລິສັດພະລັງງານ ໂນວາ ສະໂກເຕ່ຍ ໄດ້ກ່າວຕໍ່ ອົງການຂ່າວເອພີ ຫຼື Associated
Press ວ່າ ລູກຄ້າ 300,000 ຄົນຂອງນະຄອນນະຄອນແຮລີແຟັກສ໌ ຊຶ່ງມີພົນລະເມືອງ
400,000 ຄົນ ແມ່ນບໍ່ມີໄຟຟ້າໃຊ້ ໃນຕອນແລງວັນເສົາວານນີ້.

ກ່ອນໜ້າ ທີ່ຈະໄປຮອດການາດາ ພາຍຸໂດຣຽນ ໄດ້ເຄື່ອນຕົວ ຜ່ານໄປທາງຕາເວັນອອກ
ສຽງໃຕ້ ຂອງລັດແມສສະຈູເສັດສ໌ ແລະລັດເມນ ໃນສະຫະລັດ.

ໃນວັນສຸກມື້ຊືນ ພາຍຸໂດຣຽນ ໄດ້ພັດຂຶ້ນຝັ່ງ ຜ່ານເກາະເຄບແຮດເທີຣາສ໌ ຂອງລັດ
ຄາໂຣໄລນາເໜືອ ຫຼັງຈາກທີ່ອ່ອນກຳລັງລົງ ມາເປັນພາຍຸຄວາມແຮງລະດັບ 1. ມັນໄດ້
ຜະລິດ ພາຍຸລົມໝຸນ ຫຼື ທໍນາໂດສ໌ ລົມພາຍຸຮ້າຍແຮງ ຄື້ນທະເລສູງ ແລະກໍ່ໃຫ້ເກີດ
ນ້ຳຖ້ວມ ໃນພີ້ນທີ່ເຂດແຄມຝັ່ງຂອງລັດຄາໂຣໄລນາ ເໜືອ ແລະໃຕ້.

ທ່ານສະຕີບວ໌ ແຮຣິສ ພົນລະເມືອງເກາະໂອແຄຣັກໂຄັກ ຂອງລັດຄາໂຣໄລນາເໜືອ
ໄດ້ກ່າວວ່າ “ພວກເຮົາໄດ້ເຫັນ ຈາກເກືອບວ່າບໍ່ມີນ້ຳເລີຍ ກາຍເປັນມີນ້ຳເຖິງ 122 ຫາ
183 ຊັງຕີແມັດ ພາຍໃນບໍ່ເທົ່າໃດນາທີ.”

ພາຍຸໂດຣຽນ ໄດ້ກາຍເປັນພາຍຸຄວາມແຮງລະດັບ 5 ໃນເວລາທີ່ມັນ ປະທະເກາະ
ບາຮາມັສ ສ້າງເສັ້ນທາງແຫ່ງຄວາມຕາຍ ແລະຄວາມເສຍຫາຍ ໂດຍປະໄວ້ແຕ່ ປະຊາ
ຊົນຂອງເກາະ ຊຶ່ງກະປະມານໄດ້ຢູ່ 70,000 ຄົນ ທີ່ຕ້ອງການ ການບັນເທົາທຸກ ໃນດ້ານ
ມະນຸດສະທຳ ຢ່າງຮີບດ່ວນ.

ຈຳນວນຜູ້ເສຍຊີວິດຢ່າງເປັນທາງການ ຂອງບາຮາມັສ ແມ່ນ 43 ຄົນ ແຕ່ບັນດາເຈົ້າ
ໜ້າທີ່ ກ່າວວ່າ ຈຳນວນດັ່ງກ່າວຈະເພີ້ມສູງຂຶ້ນ ໃນເມື່ອຫຼາຍຮ້ອຍຄົນ ບາງທີ ຫຼາຍ
ພັນຄົນ ແມ່ນຍັງຫາຍສາບສູນຢູ່.

ຕົວເລກຂອງຜູ້ທີ່ເສຍຊີວິດ ຈະເປັນ “ຄວາມຫາຍະນະ ແລະການທຳລາຍລ້າງ” ດັ່ງທີ່
ທ່ານນາຍົກລັດຖະມົນຕີ ຮູເບີດ ມິນນິສ ໄດ້ກ່າວໄປ ໃນຂະນະດຽວກັນ ລັດຖະມົນຕີ
ກະຊວງສາທາລະນະສຸກ ທ່ານດວນ ແຊນສ໌ ໄດ້ກ່າວວ່າ ຕົວເລກສຸດທ້າຍ “ຈະເປັນ
ຈຳນວນ ທີ່ຫຼວງຫຼາຍ.”

ໂຄງການອາຫານໂລກຂອງອົງການສະຫະປະຊາຊາດ ຫຼື WFP ໄດ້ເຕືອນໃນວັນເສົາ
ວານນີ້ ວ່າ ພວກຄົນທີ່ຖືກພັດພາກຈາກທ້ອງຖິ່ນຫຼາຍພັນຄົນ ແມ່ນອາໄສຢູ່ໃນສະພາບ
ທີ່ “ຊຸດໂຊມລົງຢ່າງວ່ອງໄວ” ໃນພື້ນທີ່ຕ່າງໆຂອງບາຮາມັສ ທີ່ຖືກະທົບຢ່າງໜັກ ຈາກ
ຄວາມຮ້າຍແຮງຂອງພາຍຸໂດຣຽນ.

ໂຄສົກຂອງອົງການ WFP ທ່ານ ເຮີວ໌ ແວຣຮູໂສລ ໄດ້ກ່າວໃນອີເມລເມື່ອວັນເສົາ
ວານນີ້ວ່າ “ຄວາມຕ້ອງການຍັງຄົງມະຫາສານ.”

“ພວກຄົນເຫຼົ່ານັ້ນ ບໍ່ມີເຂົ້າກິນ. ພວກຄົນເຫຼົ່ານັ້ນ ບໍ່ມີນໍ້າກິນນໍ້າໃຊ້ ແລະມັນບໍ່ຕ້ອງເລີຍ.
ພວກເຂົາເຈົ້າຄວນອອກໄປຈາກຫັ້ນ” ນາງຈາມິກາ ດູໂຣຊີແອຣ ໄດ້ກ່າວຕໍ່ອົງການ
ຂ່າວຝຣັ່ງ AFP ໃນວັນເສົາວານນີ້ ໃນຂະນະທີ່ນາງລໍຖ້າເພື່ອຈະຂຶ້ນຖ້ຽວບິນອອກໄປ
ຈາກເມືອງ ອາບາໂຄ ຊຶ່ງເປັນພື້ນທີ່ແຫ່ງນຶ່ງຂອງບາຮາມັສທີ່ໄດ້ຮັບຄວາມເສຍຫາຍ
ຢ່າງໜັກ. ນາງໄດ້ກ່າວອີກວ່າ “ເຮືອນທີ່ພວກເຮົາອາໄສຢູ່ ພັງລົງມາໃສ່ພວກເຮົາ.
ພວກເຮົາຕ້ອງໄດ້ຄານ ຄານເພື່ອທີ່ຈະອອກມາ. ຍ້ອນພະຜູ້ເປັນເຈົ້າ ພວກເຮົາຈຶ່ງລອດ
ຊີວິດມາໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG