ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກະດິງປະຕູເຮືອນທີ່​ມີວິດີໂອ ສາ​ມາດ​ໄລ່​ຜູ້​ກໍ່​ອາດ​ຊະ​ຍາ​ກຳ​​ໄປ​ໄດ້ ແຕ່​ກໍ​ສ້າງ​ຄວາມ​ກັງ​ວົນ ກ່ຽວ​ກັບ​ເລື້ອງ ຄວາມ​ເປັນ​ສ່ວນ​ຕົວ ໃຫ້​ບາງຄົນ


LogOn: Doorbell Videos Deter Criminals but Come with Concerns
please wait

No media source currently available

0:00 0:02:00 0:00

ກະດິງປະຕູເຮືອນທີ່​ມີວິດີໂອ ສາ​ມາດ​ໄລ່​ຜູ້​ກໍ່​ອາດ​ຊະ​ຍາ​ກຳ​ໜ​ໄປ​ໄດ້ແຕ່​ກໍ​ສ້າງ​ຄວາມ​ກັງ​ວົນ ກ່ຽວ​ກັບ​ເລື້ອງ ຄວາມ​ເປັນ​ສ່ວນ​ຕົວ ໃຫ້​ບາງຄົນ

ຜູ້​ຄົນກໍາລັງພາ​ກັນຕິດຕັ້ງກະດິງປະຕູທີ່​ມີວິດີໂອ ແລະກ້ອງວົງ​ຈອນ​ປິດໄວ້ໃນ ເຮືອນ ແລະເຂດອ້ອມເຮືອນຂອງເຂົາເຈົ້າ ນັ​ບມື້​ນັບຫຼາຍຂຶ້ນເພື່ອປ້ອງກັນຜູ້ ບຸກລຸກເຂົ້າ​ໄປ​ໃນ​ເຮືອນທີ່ບໍ່ຕ້ອງການ. ແຕ່ໃນຂະນະທີ່ຜູ້​ຊົມ​ໃຊ້ຫຼາຍຄົນ ຮູ້ສຶກ ວ່າ ອຸປະກອນດັ່ງ​ກ່່າວເຮັດ​ໃຫ້ມີຄວາມສະຫງົບໃນໃຈໄດ້ໃນ​ລະ​ດັບ​ໃດ​ນຶ່ງ ຜູ້ສັງເກດການບາງຄົນກັບ​ມີ​ຄວາມ​ເປັນ​ຫ່ວງວ່າ ມັນເຮັດໃຫ້ເກີດຄວາມລຳ​ອຽງ ໃນດ້ານ​ຄວາມ​ເປັນສ່ວນຕົວຕໍ່ຜູ້ທີ່ຖືກກ້ອງວີ​ດິ​ໂອບັນ​ທຶກເອົາຮູບ​ໄວ້ນັ້ນ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນຕົ້ນປີນີ້, ​ເຄັນ​ເນ​ດີ ແນ​ສ (Ken’adi Nash), ອາຍຸ 6 ປີ ກໍາລັງໄປຖອກ​ຂີ້ເຫຍື້ອຢູ່ຫນ້າເຮືອນຂອງນາງ ໃນເວລາທີ່ມີຄົນແປກຫນ້າຍ່າງ​ມາຈັບ​ນາງ ແລະ ພະຍາຍາມແກ່ດຶງນາງໄປ.

ນາງໄດ້ພະ​ຍາມ​ຟຶດ​ໃຫ້​ຫລຸດ​ອອກ​ໄປເປັນອິດສະຫຼະໄດ້.

ແມ່ຂອງນາງ, ຍາ​ແມ່​ ແມນ​ດີ ມີ​ລ​ເລີ ແນ​ສ (Mandie Miller Nash) ໂອ້ລົມກັບວີ​ໂອ​ເອຜ່ານທາງ Skype ວ່າ:

“ນາງ​ແລ່ນເຂົ້າ​ມາ​ໃນ​ເຮືອນແລ້ວ​ຮ້ອງ​ຂຶ້ນ​ຢ່າງ​ແຮງວ່າ ການຄາດ​ຕະ​ກຳ​ທີ່​ນອງ​ເລືອດ, ສະ​ນັ້ນ​ຂ້ອຍຮູ້ໂລດ​ວ່າ ມີສິ່ງບໍ່​ດີ​ເກີດ​ຂຶ້ນ​. ນາງເວົ້າວ່າ, 'ມີໃຜ​ຜູ້​ນຶ່ງພະຍາຍາມຊິເອົາຂ້ອຍໄປ. ມີຄົນພະຍາຍາມລັກພາຕົວຂ້ອຍ.'

ເຫດ​ການ​ດັ່ງ​ກ່າວ​ ໄດ້​ຖືກ​ບັນ​ທຶກ​ໄວ້​ໃນ​ກ້ອງ​ວິ​ດີ​ໂອ​ກະດິງ​ເຮືອນ​ຂອງ​ຄອບ​ຄົວ ເຊິ່ງ​ເຂົາ​ເຈົ້າ​ໄດ້​ເອົາໃຫ້​ຕຳ​ຫຼວດເພື່ອ​ເປັນ​ຫຼັກ​ຖານ ແລະຊ່ວຍເຮັດ​ໃຫ້​ຜູ້​ຊາຍຄົນ​ນັ້ນ​ຖືກ​ຕັດ​ສິນໂທດ.

ແມ່​ຂອງ​ນາງ ແນ​ສ ເລົ່າ​ຕໍ່​ໄປ​ວ່າ:

“ມັນເປັນພະຍານໄດ້. ຖ້າພວກເຮົາບໍ່ມີວິດີໂອກ່ຽວກັບເຫດການນີ້, ເຈົ້າຄິດບໍ່ວ່າ ຈະມີໃຜເຊື່ອພວກເຮົາ?”

ກະດິງປະຕູທີ່​ມີວິດີໂອ ໄດ້ແຜ່ຂະຫຍາຍຢູ່ໃນເຂດຄຸ້ມ​ບ້ານ​ຕ່າງໆຂອງສະຫະ ລັດ. ອຸປະກອນດັ່ງກ່າວ ບໍ່ພຽງແຕ່ບັນທຶກການກໍ່ອາຊະຍາກໍາເທົ່ານັ້ນ, ແຕ່ຍັງມີ ບົດບາດສໍາຄັນໃນການຂັດຂວາງພວກເຂົາ.

ທ່ານ​ ຈອ​ສ ຣອດ (Josh Roth) ເປັນຫົວຫນ້າເຈົ້າຫນ້າທີ່ດ້ານເທັກໂນ ໂລ ຈີຂອງບໍ​ລິ​ສັດ​ຣິງ (Ring) ຊຶ່ງ​ເປັນບໍລິສັດຮັກສາຄວາມປອດໄພໃນເຮືອນ ຂອງ ບໍ​ລິ​ສັດ​ອາມ​າຊອນ (Amazon). ທ່ານໄດ້ໂອ້ລົມກັບວີ​ໂອ​ເອຜ່ານທາງ Skype ວ່າ:

“ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ກໍແມ່ນ​ເຮັດ​ໃຫ້ຄຸ້ມບ້ານຕ່າງໆ​ປອດ​ໄພ​ຂຶ້ນ. ບໍ່​ວ່າ​ເຈົ້າ​ຈະ​ຢູ່​ເຮືອນ​ແທ້​ບໍ ຫລື​ວ່າ​ເຈົ້າ​ບໍ່​ຢູ່​ເຮືອນກໍ​ຕາມ ມັນ​ຈະ​ເຮັດ​ໃຫ້​ເຈົ້າ​ສະ​ບາຍ​ໃຈ ​ແລະ ມີ​ຄວາມ​ສະຫງົບໃນ​ໃຈ ​ທີ່​ເຈົ້າ​ມີ​ລະບົບ​ທີ່​ຊ່ວຍ​ປົກ​ປ້ອງ​ຄອບຄົວ​ຂອງ​ເຈົ້າໄດ້."

​ແຕ່​ໃນ​ຂະນະ​ທີ່​ມີ​ຄົນໃນ​ຈຳ​ນວນ​ເພີ່ມ​ຂຶ້ນ​ທີ່​ຫັນ​ໄປ​ໃຊ້​ອຸປະກອນ​ກ້ອງ​ວົງ​ຈອນ​ປິດນີ້, ນັກ​ສັງ​ເກດ​ການ​ບາງ​ຄົນ​ໄດ້​ສະ​ແດງ​ຄວາມ​ລະມັດລະວັງ​ວ່າ ​ເທັກ​ໂນ​ໂລຈີ...

… ແລະ ການເອົາ​ພາບ​ໃນວິດີໂອຂອງຄົນໄປ​ພົ​ສ​ລົງຢູ່ໃນເວັບໄຊທ໌ຂອງສື່ສັງ ຄົມອອນ​ລາຍ​ນ໌—ອາດສາມາດເຮັດ​ໃຫ້ບັນ​ຫາເຊື້ອຊາດຂອງ​ຄົ​ນ​ກຸ່ມ​ນຶ່ງໆ ກາຍ​ເປັນ​ເລື້ອງທີ່​ຕີ​ລວດກວດ​ພຽງກັນໄດ້.

​ທ່ານ​ນາງ​ນິ​ໂຄ​ລ ເທີນ​ເນີ ລີ (Nicol Turner Lee), ນັກ​ຄົ້ນ​ຄວ້າ​ອາວຸ​ໂສ​ຂອງ​ສະ​ຖາ​ບັນບ​ຣຸກ​ຄິ​ງ​ສ໌ (Brookings) ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ໄດ້​ໂອ້​ລົມ​ກັບ ວີ​ໂອ​ເອຜ່ານ​ທາງ Skype ວ່າ:

"ມັນເຮັດໃຫ້ຂໍ້​ຄິດສົມມຸດຖານໃນປະຫວັດສາດເຫຼົ່ານັ້ນ ທີ່ສະ​ແດງ​ໃຫ້​ຮູ້​ວ່າ ຂ້ອຍ ບໍ່ໄດ້ຄາດຫວັງໄວ້ວ່າ ເຈົ້າຈະມາເຮືອນຂອງຂ້ອຍໃນເວລາ 2:00 ໂມງເຊົ້າ, ແຕ່ໃນຕົວຈິງແລ້ວ ຂ້ອຍກໍບໍ່ໄດ້ຄາດຫວັງ​ວ່າ ເຈົ້າຈະມາເຮືອນຂ້ອຍໃນເວລາ 10:00 ໂມງເຊົ້າຄື​ກັນ. ແລະສະນັ້ນ, ຂ້ອຍຈະເຕືອນ​ຄົນ​ໃຫ້​ລະ​ວັງ ຖ້າ​ຂ້ອຍ ຮູ້ສຶກວ່າ ເຈົ້າເບິ່ງ​ແລ້ວ ບໍ່ຄືກັນກັບເພື່ອນບ້ານທົ່ວ​ໄປທີ່​ຂ້ອຍມີ.”

​ທ່ານ​ນາງ​ເທີນ​ເນີ ລີ (Turner Lee) ສະ​ແຫວງ​ຫາ​ການ​ສະ​ໜັບ​ສະ​ໜຸນຄວາມ ໂປ່ງໃສເຊັ່ນການຕິດປ້າຍໃສ່ເດີ່ນໜ້າ​ບ້ານໃຫ້ຄົນ​ຮູ້ວ່າ ພື້ນທີ່ອ້ອມ​ຮອບເຮືອນ ນັ້ນ ແມ່ນຢູ່ພາຍໃຕ້ການຕິດ​ຕາມເບິ່ງ​ຂອງ​ກ້ອງວົງ​ຈອນ​ປິດ.

ແລະ​ໃຫ້ມີສະຕິກ່ຽວກັບຄວາມລໍາອຽງທີ່ຜູ້ໃຊ້ນໍາເອົາມາ​ໃຊ້ ​ກັບສິ່ງທີ່ເຂົາເຈົ້າ ເຫັນ.

ການຂາຍກະດິງວິດີໂອຄາດວ່າຈະ ຈະເລີນເຕີບໂຕຂຶ້ນ​ໃນທົ່ວໂລກໃນຊຸມປີຕໍ່ ໜ້ານີ້.

“ສະບາຍດີ! ເຈົ້າກຳລັງຖືກບັນທຶກໄວ້ຢູ່ເດີ້!"

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

More and more, people are installing video doorbells and surveillance cameras in and around their homes to protect against unwanted intruders. But while many consumers feel the devices provide some peace of mind, some observers are concerned that they trigger personal biases toward those captured on camera. VOA’s Julie Taboh has this report.

Earlier this year, 6-year-old Ken’adi ((pronounced: Kennedy)) Nash was emptying the trash in front of her home when a stranger grabbed her and tried to drag her away.

She managed to break free.

Her mother, Mandie Miller Nash, spoke with VOA via Skype.

Mandie Miller Nash, Ring Customer:

“She comes running in the house screaming bloody murder, so I knew something was wrong. She said, ‘Somebody tried to take me. Somebody tried to kidnap me.’”

The incident was recorded on the family’s doorbell video camera, which they provided to police as evidence and helped get the man convicted.

Mandie Miller Nash, Ring Customer via Skype

“It was the witness. Hadn’t we had video of this incident, do you think that anybody would have believed us?”

Video doorbells have proliferated in U.S. neighborhoods. The devices are not only recording crimes but are also playing a key role in deterring them.

Josh Roth is the chief technology officer at Ring, the home security company owned by Amazon. He spoke with VOA via Skype.

Josh Roth, Ring Chief Technology Officer via Skype:

“Our goal is really to make neighborhoods safer. Whether you’re actually home, whether you’re not home, gives you comfort and peace of mind that you have a system that is helping protect your family.”

But as a growing number of people turn to surveillance devices, some observers are expressing caution that the technology…

…and posting videos of people on social media sites — can perpetuate racial stereotypes.

Nicol Turner Lee, senior fellow at the Brookings Institution in Washington, spoke with VOA via Skype.

Nicol Turner Lee, Brookings Institution Senior Fellow via Skype:

“It brings out those historical assumptions that suggest that I don't expect you to be in my house at 2:00 a.m., but really, I don’t expect you to be in my house at 10:00 a.m., either. And so, I'm going to raise an alarm if I feel that you don't look like the normal neighbor that I have.”

Turner Lee advocates for transparency, such as installing a yard sign letting people know that the area around the home is under surveillance.

And being mindful about the biases a user brings to what they see.

Sales of video doorbells are projected to flourish worldwide in the coming years.

“Hi! You are currently being recorded!"

XS
SM
MD
LG