ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນດອນສະໂຮງ ມີຄວາມຄືບໜ້າ 8 ເປີເຊັນ ແລະ ຈະແລ້ວ ສຳເລັດໃນປີ 2019


ແຜນທີ່ເຂື່ອນດອນສະໂຮງ, ແຂວງຈຳປາສັກ, ລາວ.
ແຜນທີ່ເຂື່ອນດອນສະໂຮງ, ແຂວງຈຳປາສັກ, ລາວ.

ກຸ່ມລົງທຶນຕ່າງປະເທດ ຢືນຢັນວ່າ ການກໍ່ສ້າງເຂື່ອນດອນສະໂຮງ ແນວແມ່ ນໍ້າຂອງ ໃນແຂວງ ຈຳປາສັກ ຄືບໜ້າແລ້ວ 8 ເປີເຊັນ ໂດຍຈະແລ້ວສຳເລັດ ແລະ ເລີມຜະລິດໄຟຟ້າໄດ້ພາຍໃນທ້າຍປີ 2019.

ທ່ານ ຫຸມພອນ ບຸລິຍະຜົນ ຕາງໜ້າບໍລິສັດຜູ້ພັດທະນາເຂື່ອຍໄຟຟ້າດອນສະ ໂຮງ ເທິງແນວແມ່ນ້ຳຂອງ ໃນແຂວງຈຳປາສັກ ຖະແຫຼງວ່າການກໍ່ສ້າງເຂື່ອນ ດອນສະໂຮງທີ່ໄດ້ເລີ່ມດ້ວຍການອ່ວຍແລວນ້ຳ ໂດຍການກໍ່ສ້າງເຂື່ອນກັ້ນນຳ້ ຊົ່ວຄາວຍາວ 400 ແມັດ ແລະ ກວ້າງ 10 ແມັດເພື່ອເປີດທາງໃຫ້ແກ່ການກໍ່ ສ້າງ ນັບຈາກຕົ້ນເດືອນມັງກອນ 2016 ເປັນຕົ້ນມາໄດ້ເປັນຜົນເຮັດໃຫ້ການ ກໍ່ສ້າງເຂື່ອນໄດ້ຄືບໜ້າໄປແລ້ວປະມານ 8 ເປີເຊັນ ຊຶ່ງເປັນໄປຕາມແຜນການ ທີ່ວາງໄວ້ ຈຶ່ງເຊື່ອໝັ້ນວ່າການດຳເນີນການກໍ່ສ້າງຈະສຳເລັດທັງໝົດ ແລະ ເລີ່ມຜະລິດໄຟຟ້າໄດ້ນັບແຕ່ທ້າຍປີ 2019 ເປັນຕົ້ນໄປ.

ໂຄງການເຂື່ອນດອນສະໂຮງ ເປັນການຮ່ວມລົງທຶນ ລະຫວ່າງ ບໍລິສັດ Mega First Corporation ຈາກປະເທດ ມາເລເຊຍ ກັບລັດວິສາຫະກິດໄຟຟ້າ ລາວ ດ້ວຍສັດສ່ວນ 80 ເປີເຊັນ ຕໍ່ 20 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 500 ລ້ານໂດລາ ໂດຍມີຂະໜາດກຳລັງຕິດຕັ້ງ 260 ເມກະວັດທີ່ສາມາດຜະ ລິດໄຟຟ້າໄດ້ສະເລ່ຍ 2,028 ລ້ານກິໂລວັດ/ໂມງ/ປິີ ໂດຍທັງໝົດຈະຂາຍໃຫ້ລັດ ວິສາຫະກິດໄຟຟ້າ ລາວ (EDL).

ທາງດ້ານທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ຢືນຢັນວ່າໂຄງການ ເຂື່ອນດອນສະໂຮງ ມີຜົນກະທົບຕໍ່ສະພາບແວດລ້ອມທຳມະຊາດໃນລະດັບຕ່ຳ ແລະ ມີປະຊາຊົນພຽງ 14 ຄອບຄົວເທົ່ານັ້ນທີ່ຈະຖືກຍົກຍ້າຍອອກໄປຈາກ ເຂດກໍ່ສ້າງ ໂດຍກຸ່ມຜູ້ລົງທຶນໄດ້ປຸກເຮືອນຢູ່ຢ່າງຖາວອນໃຫ້ ພ້ອມທັງສົ່ງເສີມ ວິຊາຊີບເພື່ອໃຫ້ປະຊາຊົນມີອາຊີບຄົງທີ່ ແລະ ມີລາຍຮັບທີ່ໝັ້ນຄົງອີກດ້ວຍ.

ແຕ່ຢ່າງໃດກໍຕາມ ທ່ານ ທີຣະພົງ ໂພໝັ້ນ ຜູ້ອຳນວຍການເຄືອຂ່າຍອະນຸລັກ ແມ່ນຳ້ໃນເຂດລຸ່ມແມ່ນຳ້ຂອງ ຢືນຢັນວ່າ ໂຄງການກໍ່ສ້າງເຂື່ອນເທິງແນວແມ່ ນ້ຳຂອງທັງໃນ ລາວ ແລະ ຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສັດນຳ້ຢ່າງໜັກ ທັງຍັງໄດ້ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງ ປະຊາຊົນໃນລຸ່ມແມ່ນ້ຳຂອງຢ່າງ ກວ້າງຂວາງອີກດ້ວຍ ໂດຍບັນຫາທີ່ເກີດຂຶ້ນ ໃນໄລຍະກວ່າ 10 ປີມານີ້ ກໍຄືກະແສນ້ຳທີ່ໄຫຼແຮງຂຶ້ນ ແລະ ລະດັບນ້ຳທີ່ປັບຂຶ້ນ -ລົງຕະຫຼອດເວລາຕາມການປ່ອຍນ້ຳຂອງເຂື່ອນໃນ ຈີນ ທີ່ສ້າງສຳເລັດແລ້ວ 5 ໂຄງການຈາກເປົ້າໝາຍທີ່ໄດ້ວາງໄວ້ 8 ໂຄງການ ກໍຍັງເຮັດໃຫ້ເກີດບັນຫາຕາ ຝັ່ງເຈື່ອນ ຊຶ່ງໄດ້ສົ່ງຜົນກະທົບຕໍ່ທີ່ຢູ່ອາໄສ ແລະ ພື້ນທີ່ກະເສດຕະກອນຂອງ ປະຊາຊົນ ລາວ - ໄທ ຢ່າງກວ້າງຂວາງອີກດ້ວຍ.

ທາງການ ລາວ ໄດ້ວາງແຜນການທີ່ກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງຈຳນວນ 9 ໂຄງການໂດຍທີ່ໄດ້ລົງມືກໍ່ສ້າງ ແລະ ຄືບໜ້າໄປແລ້ວກວ່າ 50 ເປີເຊັນຂອງ ແຜນການ ກໍຄືເຂື່ອນໄຊຍະບູລີ ສ່ວນໂຄງການເຂື່ອນດອນສະໂຮງ ກໍຖືເປັນ ໂຄງການທີ 2 ທີ່ໄດ້ລົງມືກໍ່ສ້າງແລ້ວ.

ທາງດ້ານທ່ານ ສົມພອນ ພົມມະນີວົງ ຫົວໜ້າໜ່ວຍງານຕິດຕາມການປະມົງ ຂອງໂຄງການເຂື່ອນດອນສະໂຮງ ໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນ ສະໂຮງ ຈະບໍ່ສົ່ງຜົນກະທົບຕໍ່ການສັນຈອນຂອງປາທີ່ເດີນທາງໄປມາໃນເຂດ ລະຫວ່າງ ລາວ ກັບ ກຳປູເຈຍ, ຫວຽດນາມ ແລະ ໄທ ຢ່າງແນ່ນອນເນື່ອງ ຈາກວ່າໄດ້ທຳການສຶກສາວິໄຈເພື່ອປ້ອງກັນຜົນກະທົບໃນດ້ານດັ່ງກ່າວຢ່າງໄດ້ ມາດຕະຖານສາກົນແລ້ວ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງວ່າ.

"ໜ່ວຍງານປະມົງເນາະ ຈະມີໜ້າທີ່ລັກ 2 ຢ່າງເນາະ ໜຶ່ງກໍຄືການຕິດຕາມປາ ສອງມາກໍແມ່ນການຄຸ້ມຄອງເນາະ ວຽກຂອງປະມົງເຮົາມີໜຶ່ງ ຕິດຕາມປາ ເນາະ ຢາກຮູ້ວ່າປາຂຶ້ນປາລົງບໍ່ ຜົນກະທົບປາຂຶ້ນປາລົງແມ່ນຫຍັງໂດຍມີການ ຮ່ວມມືກັບຊາວຕ່າງປະເທດທີ່ເປັນທີ່ປຶກສາມາແຕ່ປີ 2009 ກ່ຽວກັບ ປະລິ ມານທີ່ປະຊາຊົນຈັບໄດ້ຢູ່ໃນເຂດຂອງໂຄງການປີ 2013 ເນາະ ພວກເຮົາໄດ້ ເລີ່ມກັບຂໍ້ມູນທາງດ້ານວິທະຍາສາດ ໂດຍການໃຊ້ອຸປະກອນທີ່ວ່າມີມາດຕະຖານ ດຽວກັນເນາະ ເພື່ອວ່າເຮົາຢາກວັດແທກເຖິງປະສິດທິພາບຂອງທາງຜ່ານປາ ເຮົາ ທາງໂຄງການເຮົາເລີ່ມສ້າງທາງຜ່ານປາມາຕັ້ງແຕ່ປີ 2011."

ທ່ານ ສົມພອນ ຢືນຢັນວ່າປາສາມາດເດີນທາງໄປມາໂດຍຜ່ານຮູສະດຳ, ຮູຊ້າງ ເຜືອກ ແລະ ຮູອື່ນໆອີກຫຼາຍຮູ ຊຶ່ງທາງໂຄງການໄດ້ມີການຂະຫຍາຍຮູຂຶ້ນ-ລົງ ຂອງປາໃຫ້ກວ້າງອອກ ແລະ ໄດ້ດັດປັບ-ຂຸດ-ເຈາະໃຫ້ເລິກລົງກວ່າເກົ່າເພື່ອເຮັດ ໃຫ້ປາສາມາດຂຶ້ນ-ລົງ ໄດ້ຢ່າງສະດວກນັ້ນເອງ.

ໃນຂະນະທີ່ທ່ານ ສົມຈິດ ອິນທະມິດ ລັດຖະມົນຕີຊ່ວຍວ່າການກະຊວງແຜນ ການ ແລະ ການລົງທຶນ ໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນດອນສະໂຮງນີ້ ຈະເຮັດໃຫ້ມີພະລັງງານໄຟຟ້າສຳລັບການຊົມໃຊ້ພາຍໃນ ລາວ ເພີ່ມຂຶ້ນ ແລະ ທາງການ ລາວ ກໍຈະມີລາຍຮັບຈາກການຂາຍພະລັງງານໄຟຟ້າ ໃນມູນຄ່າສະ ເລ່ຍເຖິງ 40 ລ້ານໂດລາຕໍ່ປີ ຫຼື 1,000 ລ້ານໂດລາໃນຕະຫຼອດອາຍຸສຳປະທານ 25 ປີໃນໂຄງການ.

XS
SM
MD
LG