ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ທ່ານໄດ້ຕັດສິນໃຈ ແລ້ວວ່າ ສຫລ ຄວນຢູ່ ໃນຂໍ້ຕົກລົງນິວເຄລຍ ກັບອີຣ່ານ ຄືເກົ່າຫຼືບໍ່


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນລະຫວ່າງການພົບປະກັບປະທານາທິບໍດີ ລັດ ປາແລັສໄຕນ ທ່ານ Mahmoud Abbas ໃນກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ທີ່ນະຄອນ ນິວຢອກ. ກັນຍາ 20, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນລະຫວ່າງການພົບປະກັບປະທານາທິບໍດີ ລັດ ປາແລັສໄຕນ ທ່ານ Mahmoud Abbas ໃນກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, ທີ່ນະຄອນ ນິວຢອກ. ກັນຍາ 20, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານໄດ້
ທຳການຕັດສິນໃຈກ່ຽວກັບວ່າ ສະຫະລັດຈະຖອນ ອອກຈາກຂໍ້ຕົກລົງສາກົນປີ 2015
ກັບ ອີຣ່ານ ເພື່ອຮັບປະກັນວ່າລັດຖະບານ ເຕຫະຣ່ານ ຈະຢຸດພັດທະນາອາວຸດນິວ
ເຄລຍ ຫຼືບໍ່.

ແນວໃດກໍຕາມ, ທ່ານ ທຣຳ ບໍ່ໄດ້ເວົ້າວ່າ ການຕັດສິນໃຈຂອງທ່ານຈະແມ່ນຫຍັງ.
ສະຫະລັດ ແລະ ຜູ້ລົງນາມອື່ນໆໃນຂໍ້ຕົກລົງລວມມີ ຣັດເຊຍ, ຈີນ, ຝຣັ່ງ, ເຢຍຣະມັນ
ແລະ ອັງກິດ ໄດ້ຕົກລົງຮ່ວມກັນໃນປີ 2015 ເພື່ອຍົກເລີກມາດຕະການລົງໂທດຕໍ່
ອີີຣ່ານ ໃນການແລກປ່ຽນກັບອັນທີ່ ອີຣ່ານ ຫຼັງຈາກປະເທດດັ່ງກ່າວຢັ້ງຢືນວ່າ ເຂົາ
ເຈົ້າໄດ້ສິ້ນສຸດວຽກງານພັດທະນາອາວຸດນິວເຄລຍທີ່ບໍ່ໄດ້ຮັບການອະ ນຸຍາດນັ້ນ.

ພ້ອມກັນນັ້ນ, ສະຫະລັດ ຍັງໄດ້ບັງຄັບ​ໃຫ້ປະທານາທິບໍດີ “ໃຫ້ທຳການຮັບຮອງຄືນ”
ຕໍ່ລັດຖະສະພາທຸກໆ 90 ວັນວ່າ ອີີຣ່ານ ໄດ້ປະຕິບັດຕາມເງື່ອນໄຂຂອງຂໍ້ຕົກລົງ,
ເຊິ່ງເອີ້ນຫຍໍ້ກັນວ່າ JCPOA. ກຳນົດເສັ້ນຕາຍໃນຄັ້ງຕໍ່ໄປເພື່ອໃຫ້ການຮັບຮອງຄືນ
ແມ່ນວັນທີ 15 ຕຸລາຈະມານີ້, ແລະ ນັ້ນແມ່ນການຕັດສິນໃຈທີ່ທ່ານ ທຣຳ ເວົ້າວ່າ
ທ່ານໄດ້ເຮັດແລ້ວ, ແຕ່ຍັງບໍ່ພ້ອມທີ່ຈະເປີດເຜີຍເທື່ອ.

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວສາມຄັ້ງ ທີ່ອົງການສະຫະປະຊາຊາດໃນວັນພຸດ
ວານນີ້ວ່າ “ຂ້າພະເຈົ້າໄດ້ຕັດສິນໃຈແລ້ວ.” ແລະ ໃນເວລາຖືກກົດດັນໃຫ້ເວົ້າເພີ່ມເຕີມ
ກ່ຽວກັບ ການປະກາດຢ່າງແນ່ນອນນັ້ນ, ທ່ານໄດ້ກ່າວວ່າ “ແລ້ວຂ້າພະເຈົ້າຈະແຈ້ງ
ໃຫ້ພວກທ່ານຮູ້, ຂ້າ ພະເຈົ້າຈະແຈ້ງໃຫ້ຮູ້.”

ທ່າທາງຂອງທ່ານ ທຣຳ ວ່າທ່ານຈະເຮັດ ຫຼືຈະບໍ່ເຮັດນັ້ນໄດ້ມີຂຶ້ນລຸນຫຼັງການກ່າວປະ
ນາມເຕັມທີ່ ກ່ຽວກັບ ອີຣ່ານ ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ
ນຶ່ງມື້ກ່ອນໜ້ານັ້ນ, ເມື່ອທ່ານໄດ້ກ່າວວ່າ ເຕຫະຣ່ານ ຄວບຄຸມ “ປະເທດທີ່ອັນຕະລາຍ
ມີເສດຖະກິດທີ່ບໍ່ໝັ້ນຄົງ ເຊິ່ງຜູ້ນຳຂອງພວກເຂົາສົ່ງອອກຄວາມຮຸນແຮງ, ການນອງ
ເລືອດ ແລະ ການຈະລາຈົນ.”

ຄວາມແຕກແຍກຂອງ ສະຫະລັດ ກັບ ອີຣ່ານ ໄດ້ເປັນຈຸດສົນໃຈຂອງບັນດາຜູ້ນຳໂລກ
ທີ່ກອງປະຊຸມສະມັດຊາໃຫຍ່ ໃນວັນພຸດວານນີ້.

ເມື່ອເຖິງທີຂອງ ອີຣ່ານ ຂຶ້ນກ່າວຄຳປາໄສ ໃນກອງປະຊຸມສະມັດຊາໃຫຍ່ປະຈຳປີນັ້ນ
ກໍໄດ້ມີການໂຕ້ຖຽງເກີດຂຶ້ນ, ເຊິ່ງປະທານາທິບໍດີ Hassan Rouhani ໄດ້ກ່າວຕໍ່ຕົວ
ແທນຂອງບັນດາສະມາຊິກອົງການສະຫະປະຊາຊາດ 193 ປະເທດວ່າ ເຕຫະຣ່ານ
ຈະບໍ່ຮັບເອົາກາຂົ່ມຂູ່ຈາກໃຜກໍຕາມ, ແລະ ບໍ່ໄດ້ຫວັ່ນໄຫວຕໍ່ຄຳຕຳໜິຂອງທ່ານ ທຣຳ.
ທ່ານ Rouhani ໄດ້ເອີ້ນມັນວ່າ “ເປັນຄຳເວົ້າທີ່ໜ້າລັງກຽດ ແລະ ບໍ່ມີການສຶກສາ.”

ໃນຈຸດສຳຄັນຂອງຄຳປາໄສຂອງທ່ານນັ້ນ, ທ່ານ Rouhani ໄດ້ກ່າວວ່າ ຄວາມພະຍາ
ຍາມໃດໆທີ່ຈະທຳລາຍຂໍ້ຕົກລົງນິວເຄລຍ “ໂດຍນັກ ເລງມາໃໝ່ ໃນ​ເວທີການເມືອງ
ຂອງໂລກນັ້ນ”
ມັນຈະບໍ່ເປັນອຸປະສັກຕໍ່ ຄວາມກ້າວໜ້າ ແລະ ການເຕີບໂຕທາງເສດ
ຖະກິດຂອງ ອີຣ່ານ.

ທ່ານ Rouhani ໄດ້ກ່າວວ່າ “ອີຣ່ານ ຈະບໍ່ເປັນປະເທດທຳອິດທີ່ລ່ວງລະເມີດຂໍ້ຕົກລົງ
ນັ້ນ, ແຕ່ຈະຕອບໂຕ້ຢ່າງເດັດຂາດ ແລະ ເດັດດ່ຽວ ຕໍ່ການລ່ວງລະເມີດມັນໂດຍຝ່າຍ
ໃດໆ. ການລ່ວງລະເມີດຄຳໝັ້ນສັນ ຍາສາກົນຂອງເຂົາເຈົ້ານັ້ນ, ລັດຖະບານໃໝ່ຂອງ
ສະຫະລັດ ມີແຕ່ຈະທຳລາຍຄວາມໜ້າເຊື່ອຖືຂອງເຂົາເຈົ້າເອງ ໃນການເຈລະຈາທີ່ຈະ
ມີຂຶ້ນໃນອະນາຄົດ.”

ທ່ານ ທຣຳ ໄດ້ເອີ້ນຂໍ້ຕົກລົງນິວເຄລຍສາກົນ, ເຊິ່ງມີ​ການເຈລະຈາລະ ຫວ່າງລັດຖະ
ບານ ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ວ່າ “ເປັນຄວາມອັບອາຍຂາຍໜ້າ
ຕໍ່ ສະຫະລັດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Warns North Korean Leader: 'Rocket Man is on a Suicide Mission'
please wait

No media source currently available

0:00 0:00:40 0:00

XS
SM
MD
LG