ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກ່ອນຈະກ່າວຄຳປາໄສ ເລື່ອງຄົນເຂົ້າເມືອງ ທ່ານ Trump ຈະເດີນທາງໄປ ເມັກຊິໂກ


ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ຢູ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ Manchester ຂອງລັດ New Hampshire, ວັນທີ 25 ສິງຫາ 2016.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ຢູ່ການຊຸມນຸມໂຄສະນາຫາສຽງ ໃນເມືອງ Manchester ຂອງລັດ New Hampshire, ວັນທີ 25 ສິງຫາ 2016.

ກ່ອນທີ່ຈະກ່າວຄຳປາໄສໃນວັນພຸດມື້ນີ້ ເພື່ອອະທິບາຍເຖິງນະໂຍບາຍຕ່າງໆ ກ່ຽວກັບ ເລື່ອງຄົນເຂົ້າເມືອງຂອງທ່ານນັ້ນ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກຣີພັບ ບລີກັນ ທ່ານ Donald Trump ແມ່ນຈະເດີນທາງໄປຍັງ Mexico ເພື່ອເຈລະຈາກັບ ປະທານາທິບໍດີ Enrique Peña Nieto.

ຊາຍຄົນໜຶ່ງ ພະຍາຍາມປີນຂຶ້ນກຳແພງ ທີ່ແບ່ງແຍກ ເມືອງ Nogales Sonora ແລະ Nogales ຂອງເມັກຊິໂກ ຈາກ ລັດ Arizona, ວັນທີ 1 ພຶດສະພາ 2010.
ຊາຍຄົນໜຶ່ງ ພະຍາຍາມປີນຂຶ້ນກຳແພງ ທີ່ແບ່ງແຍກ ເມືອງ Nogales Sonora ແລະ Nogales ຂອງເມັກຊິໂກ ຈາກ ລັດ Arizona, ວັນທີ 1 ພຶດສະພາ 2010.

ຕະຫຼອດການໂຄສະນາຫາສຽງຂອງທ່ານນັ້ນ ທ່ານ Trump ໄດ້ເວົ້າຊ້ຳແລ້ວຊ້ຳອີກວ່າ ກ່ຽວ​ກັບຂໍ້ສະເໜີທີ່ຈະສ້າງກຳແພງຢູ່ຕາມຊາຍແດນ ລະຫວ່າງ ສະຫະລັດ ແລະ ເມັກ- ຊິໂກ ໂດຍທີ່ຈະໃຫ້ລັດຖະບານຂອງເມັກຊິໂກ ເປັນຜູ້ຈ່າຍ. ທ່ານ Nieto ໄດ້ກ່າວວ່າ ບໍ່ມີທາງເລີຍ ທີ່ສິ່ງນັ້ນຈະເກີດຂຶ້ນໄດ້.

ສຳນັກງານຂອງທ່ານ Nieto ໄດ້ກ່າວວ່າ ທ່ານ ໄດ້ເຊື້ອເຊີນທັງທ່ານ Trump ແລະ ຜູ້ສະໝັກຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ໃຫ້ມາເຈລະຈາກັນ ກ່ຽວກັບຄວາມສຳພັນ ລະຫວ່າງປະເທດເພື່ອນບ້ານນີ້. ທ່ານ Nieto ໄດ້ກ່າວຕື່ມວ່າ ທ່ານເຊື່ອໃນການປຶກສາຫາລືກັນ ຈະສົ່ງເສີມ ຜົນປະໂຫຍດຂອງເມັກຊິໂກ ແລະວ່າ “ທີ່ສຳຄັນ ກໍເພື່ອປົກປ້ອງຊາວເມັກຊິ​ໂກ ບໍ່ວ່າພວກເຂົາຈະຢູ່ແຫ່ງຫົນໃດກໍຕາມ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບ ບັນດາຜູ້ສະໜັບສະໜູນ ຫຼັງຈາກ ການຊຸມນຸມ ທີ່ເອີ້ນວ່າ "Latinos for Hillary" ໃນເມືອງ San Antonio ຂອງລັດ Texas, ວັນທີ 15 ຕຸລາ 2015.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ຖ່າຍຮູບກັບ ບັນດາຜູ້ສະໜັບສະໜູນ ຫຼັງຈາກ ການຊຸມນຸມ ທີ່ເອີ້ນວ່າ "Latinos for Hillary" ໃນເມືອງ San Antonio ຂອງລັດ Texas, ວັນທີ 15 ຕຸລາ 2015.

ບໍ່ມີຂໍ້ຄວາມໃດໆ ອອກມາຈາກຄະນະໂຄສະນາຫາສຽງ ຂອງທ່ານນາງ Clinton ເລີຍ ວ່າ ທ່ານນາງມີແຜນການທີ່ຈະຮັບເອົາຂໍ້ສະເໜີຂອງທ່ານ Nieto ຫຼືບໍ່. ແຕ່ ທ່ານນາງ Jennifer Palmieri ຫົວໜ້າຝ່າຍການສື່ສານຂອງທ່ານນາງ ໄດ້ເປີດເຜີຍຖະແຫລງ ການສະບັບໜຶ່ງ ທີ່ຕຳໜິ ຄຳຖະແຫລງຂອງທ່ານ Trump ກ່ຽວກັບ ເມັກຊິໂກ ລວມທັງ ການກ່າວວ່າ ເມັກຊິໂກ ສົ່ງພວກກະທຳຂົ່ມຂືນ ແລະ ພວກອາຊະຍາກອນ ມາຍັງ ສະຫະລັດ.

ທ່ານນາງ Palmieri ໄດ້ກ່າວວ່າ “ອັນທີ່ເປັນເລື່ອງ ສຳຄັນທີ່ສຸດ ກໍແມ່ນວ່າ ທ່ານ Donald Trump ກ່າວຕໍ່ພວກຜູ້ລົງຄະແນນສຽງ ຢູ່ໃນລັດ Arizona ບໍ່ແມ່ນເມັກຊິໂກ ແລະ ທ່ານຍັງຈະໝາຍໝັ້ນທີ່ຈະແຍກພວກສະມາຊິກຄອບຄົວ ແລະເນລະເທດ ພວກເຂົາເຈົ້າ ໃນຈຳ ນວນຫຼາຍລ້ານຄົນ ຫຼືບໍ່.”

ທ່ານ Trump ພວມກ່າວຄຳປາໄສ ຢູ່ໃນລັດ Arizona ເຂດຊາຍແດນ ຢູ່ທາງພາກຕາ ເວັນຕົກສຽງໃຕ້ ເຊິ່ງໄດ້ກາຍເປັນຈຸດສູນກາງຄວາມພະຍາຍາມຂອງສະຫະລັດ ເພື່ອທີ່ ຈະຫລຸດຜ່ອນການລັ່ງໄຫລເຂົ້າມາໃນປະເທດ ໂດຍພວກຄົນເຂົ້າເມືອງທີ່ຜິດກົດໝາຍ ເປັນເວລາຫຼາຍປີຜ່ານມາ.

ເມື່ອສອງສາມມື້ຜ່ານ​ມານີ້ ທ່ານ Trump ໄດ້ໃຫ້ສັນຍານທີ່ປະ​ປົນ​ກັນ ວ່າ ທ່ານຍັງຈະ ສະໜັບສະໜູນ ການຮຽກຮ້ອງໃນເບື້ອງຕົ້ນ ທີ່ຈະສ້າງ ຕັ້ງ “ໜ່ວຍກຳລັງປະຕິບັດ ການເນລະເທດ” ເພື່ອທີ່ຈະສົ່ງພວກຄົນເຂົ້າເມືອງທີ່ບໍ່ໄດ້ຂຶ້ນທະບຽນ ທີ່ອາໄສຢູ່ໃນ ສະຫະລັດຢູ່ແລ້ວ ຈຳນວນ 11 ລ້ານຄົນ ກັບຄືນສູ່ພູມລຳເນົາຂອງພວກເຂົາເຈົ້າ.

ທ່ານ Trump ໄດ້ສົ່ງ​ຂໍ້ຄວາມ​ຜ່ານ​ທາງ ບັນຊີ Twitter ຂອງທ່ານ ໃນວັນອັງຄານວານນີ້ ວ່າ “ຈາກມື້ທຳອິດ ຂ້າພະເຈົ້າໄດ້ເວົ້າວ່າ ຂ້າ ພະເຈົ້າຈະສ້າງກຳແພງໃຫຍ່ ຢູ່ຊາຍ ແດນທາງພາກໃຕ້ ແລະ ຫຼາຍກວ່ານັ້ນອີກ. ຢຸດການເຂົ້າເມືອງທີ່ຜິດກົດໝາຍ. ຖ້າ ເບິ່ງໃນວັນພຸດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Presidential Candidates Offer Stark Contrast on Immigration
please wait

No media source currently available

0:00 0:02:30 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG