ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ມີແຜນ ຈະສົ່ງທະຫານ ໄປຊາຍແດນ ເມັກຊິໂກ ເພື່ອຮັບມື ກັບພວກຄົນເຂົ້າເມືອງ

ພວກເຈົ້າໜ້າທີ່ ປົກປ້ອງຊາຍແດນ ຂອງສະຫະລັດ ຄວບຄຸມໂຕຊາຍສອງຄົນ ທີ່ຖືກກັກຕົວໄວ້ ຫຼັງຈາກເຂົ້າມາໃນ ສະຫະລັດ ດ້ວຍການຂ້າມແມ່ນ້ຳ ຣີໂອ ແກຣນເດ ຢູ່ຊາຍແດນ (Rio Grande) ຈາກເມັກຊິໂກ ເຂົ້າມາໃນເມືອງ ໂຣມາ ຂອງລັດເທັກຊັສ, ວັນທີ 11 ພຶດສະພາ 2017.

ພວກທະຫານ ຈະຖືກສົ່ງໄປປະຈຳການຢູ່ຕາມຊາຍແດນຂອງສະຫະລັດ ທີ່ຕິດກັບ
ເມັກຊິໂກ ເພື່ອສະກັດກັ້ນ ການເຂົ້າເມືອງທີ່ຜິດກົດໝາຍ ຕື່ມອີກ ດັ່ງທີ່ປະທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້.

“ຂ້າພະເຈົ້າຄິດວ່າ ມັນເປັນສິ່ງນຶ່ງທີ່ພວກເຮົາຈະຕ້ອງເຮັດ” ທ່ານປະທານາທິບໍດີ
ໄດ້ກ່າວ ໃນການຕອບຄຳຖາມຂອງນັກຂ່າວຄົນນຶ່ງ ໃນພິທີທີ່ຈັດຂຶ້ນໃນຕອນບ່າຍ
ວານນີ້ ທີ່ຫ້ອງການກ້ຳຕາເວັນອອກຂອງທຳນຽບຂາວ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກັບບັນດາຜູ້ນຳ ໃນເຂດທະເລບາລຕິກ ຢູ່ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ, ວັນທີ 3 ເມສາ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ກັບບັນດາຜູ້ນຳ ໃນເຂດທະເລບາລຕິກ ຢູ່ໃນຫ້ອງກ້ຳຕາເວັນອອກຂອງທຳນຽບຂາວ, ວັນທີ 3 ເມສາ 2018.

ທ່ານປະທານາທິບໍດີ ແລະ ບັນດາເຈົ້າໜ້າທີ່ໃນຄະນະລັດຖະບານຈຳນວນນຶ່ງ ທີ່
ປະກອບດ້ວຍ ລັດຖະມົນຕີປ້ອງກັນປະເທດ ທ່ານ ເຈມສ໌ ແມັດຕິສ ລັດຖະມົນຕີ
ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ສະຫະລັດ ທ່ານນາງ ເຄຣຍເຈັນ ນິລເຊັນ ແລະ
ລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ແຈັຟ ແຊັດຊັນສ໌ ໄດ້ຮັບລາຍງານແຈ້ງໃຫ້ຊາບ
ໃນວັນອັງຄານວານນີ້ ເພື່ອກວດກາເບິ່ງ ຍຸດທະສາດຂອງຄະນະລັດຖະບານຂອງ
ທ່ານທຣຳ. ການປຶກສາຫາລືກັນ ລວມມີ ເລື່ອງ ການລະດົມກຳລັງຮັກສາດິນແດນ ແລະ
ຄວາມຈຳເປັນທີ່ຈະຕ້ອງກົດດັນລັດ ຖະສະພາ ເພື່ອໃຫ້ຮັບຜ່ານຮ່າງກົດໝາຍຢ່າງຮີບ
ດ່ວນ ສຳລັບປິດຊ່ອງຫວ່າງທາງກົດໝາຍທີ່ສວຍໃຊ້ເປັນປະໂຫຍດ ໂດຍພວກອາຊະ
ຍາກອນຄ້າມະນຸດ ພວກຄ້າຢາເສບຕິດກໍ່ການຮ້າຍ ແລະຂະບວນການລັກລອບນຳຄົນ
ເຂົ້າເມືອງຜິດກົດໝາຍ.

ທຳນຽບຫ້າແຈ ໄດ້ສະໜອງຕອບຕໍ່ແຜນການຂອງທ່ານທຣຳ ທີ່ຈະນຳໃຊ້ກຳລັງທະຫານ
ເພື່ອປົກປັກຮັກສາຊາຍແດນຂອງປະເທດ.

ເຈົ້າໜ້າທີ່ອາວຸໂສ ຂອງກະຊວງປ້ອງກັນປະເທດ ທ່ານນຶ່ງ ໄດ້ກ່າວວ່າ “ພວກເຮົາແມ່ນ
ຍັງປຶກສາຫາລືກັນຢູ່ ກັບທຳນຽບຂາວ”
ແລ້ວໃຫ້ຄຳໝັ້ນສັນຍາວ່າ ຈະມີຂໍ້ມູນເພີ່ມເຕີມ.

ສ່ວນລັດຖະມົນຕີວ່າການຕ່າງປະເທດຂອງເມັກຊິໂກ ທ່ານ ລູອິສ ວີເດີກາເຣ ກາໂສ
ໄດ້ກ່າວຢູ່ ທວີດເຕີ ວ່າ ລັດຖະບານຂອງທ່ານ ໄດ້ຂໍໃຫ້ສະຫະລັດ ຊີ້ແຈງກ່ຽວກັບການ
ປະກາດຂອງທ່ານທຣຳ. ທ່ານໄດ້ຂຽນວ່າ ເມັກຊິໂກຈະໃຫ້ຄຳອະທິບາຍກ່ຽວກັບຈຸດຢືນ
ຂອງຕົນ ອີງຕາມການຊີ້ແຈງນັ້ນ ແລະ ຈະປ້ອງກັນອະທິປະໄຕ ແລະຜົນປະໂຫຍດຕ່າງໆ
ຂອງປະເທດຕົນສະເໝີ.

ປະທານາທິບໍດີກ່ອນໜ້ານີ້ສອງຄົນຂອງທ່ານທຣຳ ຄື ທ່ານ ຈອຣຈ໌ ດັບເບີລຢູ ບຸດຊ໌
ແລະ ທ່ານ ບາຣັກ ໂອບາມາ ກໍເຄີຍສົ່ງໜ່ວຍກຳລັງຮັກສາດິນແດນ ໄປສະໜອງຂໍ້ມູນ
ດ້ານສືບລັບ ການຕິດຕາມສິ້ງຊອມ ແລະໃຫ້ການສະໜັບໜູນ ແກ່ບັນດາເຈົ້າໜ້າທີ່ປົກ
ປ້ອງຊາຍແດນ ໃນການສອດແນມຫາຂໍ້ມູນ.

ພວກຄົນເຂົ້າເມືອງ ຈາກອາເມຣິກາ ກາງ ຫຼາຍກວ່າສິບ ຄົນ ເດີນທາງເປັນຂະບວນມາຈຸດທີ່ເອີ້ນວ່າ "ຈຸດບ່ອນຂ້າມ ຫຼື Stations of the Cross" ໃນແຕ່ລະປີ, ພາກັນນອນຢູ່ ເດີ່ນສະໂມສອນກິລາ ໃນເມືອງ ມາຕີອັສ ໂຣແມໂຣ (Matias Romero), ລັດ ໂອອາຊາກາ ຂອງເມັກຊິໂກ, ວັນທີ 3 ເມສາ 2018.

ສະມາຊິກສະພາສູງ ຝ່າຍຄ້ານ ສັງກັດພັກເດໂມແຄຣັດ ທ່ານ ບຣາຍແອນ ຊຣາຕສ໌
ຈາກລັດ ຮາວາຍ ຜູ້ທີ່ປະຕິບັດໜ້າທີ່ໃນອະນຸກຳມະການ ປ້ອງກັນປະເທດ ຂອງຄະນະ
ກຳມະການງົບປະມານຂອງສະພາ ສູງ ໄດ້ຕ້ອງຕິແນວຄິດດັ່ງກ່າວຢ່າງວ່ອງໄວ ໂດຍ
ກ່າວຢູ່ທວີດເຕີ ວ່າ “ກອງ ທັບຂອງພວກເຮົາ ມີສິ່ງສຳຄັນທີ່ຈະຕ້ອງເຮັດ ຫຼາຍກວ່າ
ທີ່ຈະຖືກໃຫ້ລະດົມ ໄປຮັບໃຊ້”
ໃນການໃຫ້ຄຳສັນຍາໃນການໂຄສະນາຫາສຽງຂອງ
ທ່ານທຣຳ.

ໃນສະຫະລັດ ພວກທະຫານປະຈຳການ ໂດຍທຳມະດາແລ້ວຫ້າມບໍ່ໃຫ້ປະຕິບັດໜ້າທີ່
ໃນການປະຕິບັດກົດໝາຍ ຢູ່ພາຍໃນປະເທດ ເຊຶ່ງລວມທັງ ການຈັບກຸມພວກຄົນທີ່ຂ້າມ
ຊາຍແດນເຂົ້າມາໃນປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG