ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກວິທະຍາສາດ ຈະພະຍາຍາມ ຊ່ວຍໃຫ້ຄົນ ເຂົ້າໃຈພາສາ ຂອງປາໂລມາໄດ້


ປາໂລມາຖືເອົາຄອມພີວເຕີນ້ອຍ (ໄອແພດ) ໂຊໃຫ້ຄົນເບິ່ງ ທີ່ສວນສະໜຸກ ຊີເວີນດ໌ (SeaWorld)ໃນລັດຟລໍຣິດາ
ປາໂລມາຖືເອົາຄອມພີວເຕີນ້ອຍ (ໄອແພດ) ໂຊໃຫ້ຄົນເບິ່ງ ທີ່ສວນສະໜຸກ ຊີເວີນດ໌ (SeaWorld)ໃນລັດຟລໍຣິດາ

ພວກນັກຄົ້ນຄວ້າຢູ່ໃນສະວີເດັນ ໄດ້ເລີ້ມເຮັດໂຄງການທີ່ຈະດໍາເນີນໄປເປັນເວລາ
4 ປີ ທີ່ແນໃສ່ເພື່ອເຮັດໃຫ້ສາມາດເຂົ້າໃຈ “ພາສາ” ຂອງສັດທີ່ມີຄວາມສັບສົນ
ຫລາຍທີ່ສຸດພາສານຶ່ງໄດ້ ນັ້ນກໍຄືພາສາທີ່ພວກປາໂລມາໃຊ້ເພື່ອສື່ສານນໍາກັນ.
ຈອຈ໌ ພູທິກ (George Putic) ນັກຂ່າວຂອງວີໂອເອ ມີລາຍງານກ່ຽວກັບເລື່ອງ
ນີ້ ຊຶ່ງບົວສະຫວັນ ຈະນໍາລາຍລະອຽດມາສະເໝີທ່ານໃນອັນດັບຕໍ່ໄປ.

ໂດຍທີ່ໃຊ້ສຽງດັງກິກໆ ແລະເຮັດສຽງດັງຄືໝາກຫວີດປາໂລມາ 3 ໂຕນີ້ ສະແດງ
ໃຫ້ເຫັນຢ່າງຈະແຈ້ງວ່າ ພວກເຂົາກໍາລັງສື່ສານກ່ຽວກັບສິ່ງໃດສິ່ງນຶ່ງນໍາກັນ ໃນຂະ
ນະທີ່ພວກເຂົາກໍາລັງລໍຖ້າກິນປາ ທີ່ຄູຝຶກຂອງພວກເຂົາໂຍນໄປໃຫ້ຢູ່ສວນສາທະ
ລະນະສັດປ່າ ໂຄລມາເດນ ຂອງສະວີເດັນ.

ປາໂລມາ ບໍ່ມີສາຍສຽງ ສະນັ້ນສຽງຂອງພວກເຂົາ ແມ່ນມາຈາກຊ່ອງຫາຍໃຈ ແລະ
ພວກເຮົາສາມາດໄດ້ຍິນພຽງສ່ວນນຶ່ງຂອງສຽງທີ່ເປັ່ງອອກມາເທົ່ານັ້ນ, ອີງຕາມການ
ສັງເກດຂອງທ່ານ ແມດສ໌ ອາລມູນດິນ (Mats Almundin) ທີ່ປຶກສາອະວຸໂສດ້ານ
ສັດຕະວິທະຍາ ທີ່ສວນສາທາລະນະສັດປ່າ ໂຄລມາເດັນ.

ທ່ານທ່ານ ແມດສ໌ ອາລມູນດິນກ່າວວ່າ "ພວກເຂົາໃຊ້ລະດັບຄວາມຖີ່ຂອງສຽງທີ່
ພວກເຮົາບໍ່ສາມາດໄດ້ຍິນ. ພວກເຂົາໃຊ້ລະດັບຄວາມຖີ່ສູງເຖິງ 150 ກິໂລເຮີສ.
ສະນັ້ນ ພວກເຮົາຕ້ອງມີອຸປະກອນ ທີ່ເຮັດໃຫ້ລະດັບຄວາມຖີ່ຂອງສຽງນັ້ນຫລຸດ
ລົງມາສູ່ສິ່ງໃດສິ່ງນຶ່ງ ທີ່ແມ່ນແຕ່ພວກເຮົາກໍຍັງສາມາດໄດ້ຍິນ."


ໃນຂະນະທີ່ໃຊ້ໄມໂຄຣໂຟນນ້ອຍໆ ສໍາລັບໃຊ້ຢູ່ໃນນໍ້າ ເພື່ອອັດສຽງຂອງປາ ໂລມາ,
ທ່ານອາລມູນດິນສັງເກດເຫັນໄດ້ສິ່ງທີ່ເປັນຮູບແບບແນ່ນອນໃດນຶ່ງ.

ທ່ານກ່າວດັ່ງນີ້ “ພວກເຮົາໄດ້ຍິນສຽງປະສົມປະສານກັນລະຫວ່າງສຽງດັງຄືໝາກ
ຫວີດແລະຈັງຫວະສຽງທີ່ດັງຂຶ້ນມາທີ່ພວກເຮົາເຊື່ອວ່າ ມັນແມ່ນການຫົວສະອິດສະ
ອ້ອຍ. ເອີ, ແມ່ນ, ພວກເຮົາຮູ້ຈັກມັນໜ້ອຍນຶ່ງ, ແຕ່ວ່າກໍບໍ່ຮູ້ຫລາຍປານໃດ."


ເພື່ອຮຽນຮູ້ເພີ້ມຂຶ້ນ ພວກນັກວິທະຍາສາດຈາກສະຖາບັນເທັກໂນໂລຈີຂອງຣາຊະອາ
ນາຈັກສະວີເດັນ ໄດ້ໄປເຮັດວຽກຮ່ວມກັນເປັນທີມກັບບໍລິສັດວິໄຈພາສາກາວາກາຍ
ເອບີ (Gavagai AB).

ສຽງປາໂລມາທີ່ໄດ້ເຮັດໃຫ້ເປັນແບບດີຈິຕອລນັ້ນ ຖືກເອົາໄປປ້ອນເຂົ້າໃສ່ໂປຣແກມ
ທີ່ມີພະລັງອັນນຶ່ງທີ່ວິໄຈວ່າສຽງແນ່ນອນໃດນຶ່ງເກີດຂຶ້ນເລື້ອຍປານໃດ ຢູ່ໃນສະພາບ
ການ ທີ່ພະຍາຍາມທີ່ຈະຊອກຫາສຽງ ທີ່ເປັນຮູບແບບຊໍ້າກັນ ແລະຄວາມໝາຍຂອງ
ມັນຫລາຍຂຶ້ນ.

ທ່ານ ໂຣເບີດ ເອັກລັນດ໌ (Robert Eklund) ຮອງສາດສະດາຈານສຶກສາກ່ຽວກັບການ
ອອກສຽງທີ່ມະຫາວິທະຍາໄລ ລິງໂຄພິງ (Linkoping) ໃຫ້ຄໍາເຫັນວ່າ ແຕ່ວ່າການ
ເຂົ້າໃຈປາໂລມາ ອາດຈະຮຽກຮ້ອງໃຫ້ມີແນວຄວາມຄິດ ກ່ຽວກັບພາສາອັນໃໝ່ ທີ່ແຕກ
ຕ່າງອອກໄປຢ່າງສິ້ນເຊີງເລີຍ.

ທ່ານກ່າວດັ່ງນີ້ "ພວກເຮົາມີສັດທີ່ສະຫລາດຢູ່ທີ່ນີ້, ພວກເຮົາມີສັດທີ່ຂ້ອນຂ້າງວ່າສະ
ຫລາດຫລາຍຢູ່ທີ່ນີ້, ແລະພວກເຮົາມີລະບົບທີ່ສື່ສານໄດ້ຂອງພວກເຮົາ. ພວກເຂົາມີ
ລະບົບສື່ສານຂອງພວກເຂົາ ແລ້ວພວກເຮົາກໍມີຂອງພວກເຮົາ. ແລະຈະສາມາດທີ່
ຈະຜ່ານຜ່າສິ່ງກີດກັນຢູ່ທີ່ນີ້ໄດ້ ແລະກໍສາມາດໂອ້ລົມກັນໄດ້ບໍ່? ໃນລະດັບໃດນຶ່ງ
ແມ່ນໄດ້, ພວກເຮົາສາມາດເຮັດໄດ້, ພວກເຮົາກໍຮູ້ຢູ່ແລ້ວວ່າເຮັດໄດ້ ແຕ່ວ່າພວກ
ເຮົາຈະຂະຫຍາຍຄວາມສາມາດນັ້ນ ອອກໄດ້ຫລາຍປານ ໃດ?"


ຫົວໜ້າບໍລິຫານຂອງບໍລິສັດ Gavagai, ທ່ານລາສ໌ ແຮມເບີກ (Lars Hamberg)
ເວົ້າວ່າ ການທັບມ້າງສິ່ງກີດກັ້ນດ້ານພາສາລະຫວ່າງມະນຸດ ແລະສັດອາດໄດ້ຮັບ
ຜົນທີ່ສໍາຄັນຫລາຍ.

ທ່ານກ່າວວ່າ "ພຽງແຕ່ສາມາດສື່ສານນໍາກັນກັບສັດໄດ້ໃນລະດັບໃດນຶ່ງ ອາດຈະ
ເຮັດໃຫ້ພວກເຮົາ ມີທັດສະນະຄະຕິໃໝ່ ທີ່ແຕກຕ່າງໄປ, ບໍ່ພຽງແຕ່ຕໍ່ສັດທັງຫລາຍ
ແຕ່ຍັງຕໍ່ພວກເຮົາເອງອີກດ້ວຍ."

ທ່ານແຮມເບີກກ່າວເພີ້ມອີກວ່າ ການເຂົ້າໃຈພາສາຂອງປາໂລມາອາດຈະຊ່ວຍໃຫ້ນັກ
ວິທະຍາສາດດ້ານຄອມພີວເຕີ ສາມາດພັດທະນາເທັກໂນໂລຈີ ທີ່ໄດ້ຈັບຮູບແບບ
ຂອງສຽງໄດ້ດີຂຶ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG