ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໘ ເມສາ ໒໐໒໕

ເຈົ້າໜ້າທີ່ກະຊວງຍຸຕິທໍາຂອງ ປ. ທຣໍາ ໄດ້ປົດທີມໄອຍະການ ທີ່ດຳເນີນຄະດີກັບປະທານາທິບໍດີ ທຣຳ ອອກຈາກວຽກ


ແຟ້ມຮູບ-ເຄື່ອງໝາຍຂອງກະຊວງຍຸຕິທໍາ ປາກົດໃຫ້ເຫັນກ່ອນກອງປະຊຸມຢູ່ທີ່ກະຊວງຍຸຕິທໍາ, ວັນທີ 23 ສິງຫາ 2024, ນະຄອນຫຼວງວໍຊິງຕັນ.
ແຟ້ມຮູບ-ເຄື່ອງໝາຍຂອງກະຊວງຍຸຕິທໍາ ປາກົດໃຫ້ເຫັນກ່ອນກອງປະຊຸມຢູ່ທີ່ກະຊວງຍຸຕິທໍາ, ວັນທີ 23 ສິງຫາ 2024, ນະຄອນຫຼວງວໍຊິງຕັນ.

ກະຊວງຍຸຕິທໍາກ່າວໃນວັນຈັນແລ້ວນີ້ວ່າ ຕົນໄດ້ປົດພະນັກງານຫຼາຍກວ່າສິບຄົນ ທີ່ເຮັດວຽກກ່ຽວກັບການຟ້ອງຮ້ອງຄະດີອາຍາຂອງປະທານາທິບໍດີ ດໍໂນລ ທຣໍາ, ໂດຍກະຊວງ ໄດ້ທໍາການຢ່າງໄວວາເພື່ອດໍາເນີນການຕອບໂຕ້ຕໍ່ທະນາຍ ຄວາມທີ່ກ່ຽວຂ້ອງກັບການສືບສວນ ແລະກໍາລັງສົ່ງສັນຍານວ່າ ກະຊວງເຕັມໃຈ ທີ່ຈະດໍາເນີນການຕ່າງໆ ທີ່ເປັນປະໂຫຍດສ່ວນຕົວຂອງປະທານາທິບໍດີ.

ການປົດຢ່າງກະທັນຫັນ ໂດຍແນໃສ່ບັນດາພະນັກງານໄອຍະການທີ່ເຮັດວຽກ ກັບທີມໄອຍະການພິເສດ ທ່ານ ແຈັກ ສມິດ ແມ່ນສັນຍານຫຼ້າສຸດຂອງຄວາມ ວຸ້ນວາຍພາຍໃນກະຊວງຍຸຕິທໍາ ແລະສອດຄ່ອງກັບຄວາມຕັ້ງໃຈຂອງລັດຖະ ບານທີ່ຈະກໍາຈັດຄົນທີ່ລັດຖະບານເຫັນວ່າ ບໍ່ມີຄວາມຊື່ສັດຕໍ່ປະທານາທິບໍດີ.

ການເຄື່ອນໄຫວທີ່ທໍາລາຍບັນທັດຖານ, ເຊິ່ງຈາກນັ້ນ ມີການແຕ່ງຕັ້ງເຈົ້າໜ້າທີ່ ອາວຸໂສຫຼາຍຄົນໃນທຸກກະຊວງຄືນໃໝ່, ມີຂຶ້ນ ເຖິງແມ່ນຈະເຮັດໃຫ້ໄອຍະການ ລະດັບລຸ່ມ ຈະຍັງຄົງເຮັດວຽກໃຫ້ແກ່ກະຊວງຂອງລັດຖະບານປະທານາທິບໍດີ ທຣໍາ ຕາມປະເພນີດັ້ງເດີມ ແລະຈະບໍ່ໄດ້ຮັບການລົງໂທດ ເນື່ອງຈາກມີສ່ວນ ໃນການສືບສວນທີ່ລະອຽດອ່ອນກໍຕາມ. ແຕ່ການໄລ່ອອກ ຈະມີຜົນສັກສິດໃນທັນທີ.

ຖະແຫຼງການຢ່າງເປັນທາງການສະບັບນຶ່ງຈາກກະຊວງຍຸຕິທໍາກ່າວວ່າ “ມື້ນີ້, ຮັກສາການໄອຍະການສູງສຸດ ທ່ານ ເຈມສ໌ ແມັກເຮັນຣີ ໄດ້ຍຸຕິການຈ້າງງານເຈົ້າໜ້າທີ່ກະຊວງຍຸຕິທໍາ ຫຼື DOJ ຈຳນວນນຶ່ງ ທີ່ມີບົດ ບາດສຳຄັນໃນການດຳເນີນຄະດີປະທານາທິບໍດີ ທຣໍາ. ຈາກການກະທຳ ຂອງພວກເຂົາເຈົ້າ, ຮັກສາການໄອຍະການສູງສຸດບໍ່ໄວ້ວາງໃຈເຈົ້າໜ້າທີ່ເຫຼົ່ານີ້ ທີ່ຈະຊ່ວຍໃນການຈັດຕັ້ງປະຕິບັດວາລະຂອງປະທານາທິບໍດີຢ່າງຊື່ສັດ. ການກະທໍາດັ່ງກ່າວ ສອດຄ່ອງກັບພາລະກິດ ເພື່ອຍຸຕິການນໍາເອົາລັດຖະບານ ມາໃຊ້ເປັນອາວຸດ

ຍັງບໍ່ທັນຈະແຈ້ງວ່າ ໄອຍະການຄົນໃດຈະໄດ້ຮັບຜົນກະທົບຈາກຄຳສັ່ງດັ່ງກ່າວ, ຫຼືມີຈັກຄົນ ທີ່ເຮັດວຽກສືບສວນສອບສວນ ທ່ານ ທຣໍາ ຈະຍັງຄົງຢູ່ກັບກະຊວງ ດັ່ງກ່າວ ໃນຂະນະທີ່ ທ່ານ ທຣໍາ ເຂົ້າຮັບຕຳແໜ່ງໃນອາທິດທີ່ຜ່ານມາ. ນອກຈາກນີ້, ກໍຍັງບໍ່ຮູ້ໃນທັນທີວ່າ ມີໄອຍະການທີ່ຖືກໄລ່ອອກຈັກຄົນ ມີຈຸດ ປະສົງທີ່ຈະທ້າທາຍການໄລ່ອອກ ໂດຍໂຕ້ແຍ້ງວ່າ ກະຊວງໄດ້ປະຖິ້ມການ ປົກປ້ອງພະນັກງານພົນລະເຮືອນ ໂດຍມອບໃຫ້ພະນັກງານຂອງລັດຖະບານ ກາງ.

ການກະທຳດັ່ງກ່າວ, ເປັນຄວາມພະຍາຍາມຫຼ້າສຸດທີ່ຈະຕ່າວປີ້ນການສືບສວນ ຄະດີທາງອາຍາ ເຊິ່ງເປັນເງົາຕິດຕາມ ທ່ານ ທຣໍາ ມາເປັນເວລາຫຼາຍປີ, ສົ່ງຜົນໃຫ້ມີການຟ້ອງຮ້ອງແຍກຕ່າງກັນໂດຍບໍ່ເຄີຍຖືກພິຈາລະນາຄະດີໃນສານ ແລະໃນທີ່ສຸດກໍ່ຖືກຍົກເລີກໄປ.

ໃນມື້ທໍາອິດຂອງການເຂົ້າຮັບຕໍາແໜ່ງ, ທ່ານ ທຣໍາ ໄດ້ອອກຄໍາສັ່ງໃຫ້ມີການ ອະໄພໂທດ ແລະຫຼຸດໂທດໃຫ້ແກ່ບັນດາຜູ້ສະໜັບສະໜູນທ່ານຫຼາຍກວ່າ 1,500 ຄົນ ເຊິ່ງຖືກກ່າວຫາໃນເຫດການຈະລາຈົນເມື່ອວັນທີ 6 ມັງກອນ ຢູ່ທີ່ນະຄອນຫຼວງຂອງສະຫະລັດ, ເຊິ່ງເປັນການອະໄພໂທດຄັ້ງໃຫຍ່ທີ່ເປັນ ປະໂຫຍດຕໍ່ຜູ້ທີ່ພົບວ່າມີຄວາມຜິດໃນການກະທໍາທີ່ຮຸນແຮງຕໍ່ເຈົ້າໜ້າທີ່ຕຳຫຼວດ ລວມທັງຜູ້ນໍາກຸ່ມຫົວຮຸນແຮງຂວາຈັດ ທີ່ໄດ້ຖືກຕັດສິນໂທດວ່າ ມີຄວາມຜິດ ໃນຂໍ້ຫາວາງແຜນເພື່ອຮັກສາອໍານາດຂອງພັກຣີພັບບລິກັນ ແຕ່ບໍ່ປະສົບຜົນສໍາ ເລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG