ຜູ້ຊ່ຽວຊານດ້ານລະບົບປັດສະວະ ຫຼາຍທ່ານ ເຫັນດີນຳກັນວ່າ
ການກວດສອບຫາໂຣກມະເຮັງ ໃນຕ່ອມນ້ຳກາມ ຫຼື ໂປຣສເຕດ
ທີ່ເອີ້ນກັນວ່າ ການກວດສອບ PSA ໃນປັດຈຸບັນນີ້ ສ່ວນໃຫຍ່
ແລ້ວ ແມ່ນບໍ່ໜ້າເຊື່ອຖື ແຕ່ມັນຍັງຄົງຖືກນຳໃຊ້ຢ່າງກວ້າງຂວາງ
ເພາະວ່າ ຍັງບໍ່ມີການກວດສອບປະເພດອື່ນໃດເລີຍ. ບັນດານັກ
ຄົ້ນຄວ້າ ໃນອັງກິດກ່າວວ່າ ໃນໄວໆນີ້ ວິທີການກວດສອບ
ດັ່ງກ່າວ ອາດຈະຖືກ ປ່ຽນໄປໃຊ້ພວກໝາ ທີ່ໄດ້ຮັບການເຝິກ
ແອບໃຫ້ດົມເອົາກິ່ນ ຂອງໂຣກມະເຮັງ ທີ່ມີຜົນກະທົບ ຕໍ່ພວກ
ຜູ້ຊາຍ ໜຶ່ງໃນທຸກໆເຈັດຄົນໃດ ອີງຕາມສະມາຄົມໂຣກມະເຮັງ
ອາເມຣິກາ. ຜູ້ສື່ຂ່າວວີໂອເອ George Putic ມີລາຍງານ
ກ່ຽວກັບເລື້ອງນີ້ ເຊິ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.
ໂຣກມະເຮັງໃນຕ່ອມນ້ຳກາມ ຫຼືໂປຣສເຕດ ແມ່ນນຶ່ງໃນປະເພດ ຂອງໂຣກມະເຮັງ ທີ່ມີ
ຜົນກະທົບຫຼາຍກວ່າໝູ່ ຕໍ່ພວກຜູ້ຊາຍ ໄວຫົກສິບປີກວ່າ ອີງຕາມ ກອງທຶນເພື່ອການວິໄຈ
ໂຣກມະເຮັງສາກົນຂອງໂລກ ຫຼື World Cancer Research Fund International
ຊຶ່ງ ໃນປີ 2012 ໄດ້ວິນິດໄສໂຣກດັ່ງກ່າວ ທີ່ພົບເຫັນໃນພວກຜູ້ຊາຍຫຼາຍ ກວ່າ 1 ລ້ານຄົນ.
ການຮັກສາປິ່ນປົວ ສາມາດ ປະສົບຜົນສຳເລັດໄດ້ ຖ້າໂຣກມະເຮັງ ແມ່ນຖືກວິນິດໄສ
ໃນຕອນຕົ້ນໆ ອັນເປັນເຫດຜົນ ທີ່ບັນດານາຍແພດ ສັ່ງໃຫ້ກວດສອບ ຫາສານສະເພາະ
ທີ່ເອີ້ນວ່າ prostate-specific antigen ທີ່ເອີ້ນຫຍໍ້ວ່າ PSA ທີ່ພົບເຫັນຢູ່ໃນປັດສະວະ
ນັ້ນ. ແຕ່ການ ກວດສອບດັ່ງກ່າວ ສ່ວນຫຼາຍໃຫ້ຜົນ ທີ່ຜິດ ຫຼືລະບຸພວກໂຣກມະເຮັງ ທີ່
ຂະຫຍາຍ ໂຕຊ້າເກີນໄປ ທີ່ຈະບໍ່ຕ້ອງການຮັກສາປິ່ນປົວເທື່ອ.
ແຕ່ ດຣ. Claire Guest ຜູ້ຮ່ວມຈັດຕັ້ງ ການກວດສອບ ດ້ວຍໝາ ກ່າວວ່າ ດ້ວຍການ
ຊ່ວຍເຫຼືອ ຂອງເພື່ອນທີ່ແສນດີຂອງຄົນນັ້ນ ການ ກວດສອບຫາໂຣກມະເຮັງໃນຕ່ອມ
ນ້ຳກາມ ອາດມີຄວາມແນ່ນອນຫຼາຍ ຂຶ້ນຕື່ມ ໃນໄວໆນີ້.
ດຣ. Guest ເວົ້າວ່າ “ພວກໝາ ມີຄວາມຮູ້ສຶກຂອງການດົມກິ່ນ ທີ່ມະຫັດສະຈັນ
ໂດຍມີອະໄວຍະວະ ຮັບຄວາມຮູ້ສຶກຂອງກິ່ນຫຼາຍ ຮ້ອຍລ້ານເສັ້ນ ສ່ວນມະນຸດ
ເຮົານັ້ນມີພຽງ 5 ລ້ານເທົ່ານັ້ນ. ສະນັ້ນ ພວກໝາ ແມ່ນສາມາດຊອກຫາກິ່ນ
ຂະໜາດນ້ອຍທີ່ສຸດໄດ້ເປັນຢ່າງດີຫຼາຍ.”
ໃນຂະນະທີ່ ແຊລໂຣກມະເຮັງໃນຕ່ອມນ້ຳກາມ ແບ່ງແຍກອອກ ພວກມັນປ່ອຍສານ
ປະກອບຕ່າງໆ ບາງຢ່າງອອກມາ ທີ່ພວກໝາສາມາດດົມກິ່ນໄດ້. ໃນລະຫວ່າງ ການທົດ
ສອບຂັ້ນຕົ້ນ ຢູ່ທີ່ ໂຮງໝໍມະຫາວິ ທະຍາໄລ Milton Keynes ຂອງອັງກິດ ພວກໝາ
ສາມາດດົມຫາກິ່ນພະຍາດໄດ້ເຖິງ 93 ເປີເຊັນຂອງກໍລະນີທັງຫຼາຍ.
ນອກຈາກມີຄວາມແມ້ນຍຳແລ້ວ ການກວດສອບດ້ວຍພວກໝາ ແມ່ນ ໄວຂຶ້ນຫຼາຍ ແລະ
ມີລາຄາຖືກກວ່າ ການກວດສອບຫາ ສານ PSA ຢູ່ໃນຫ້ອງທົດລອງ.
ດຣ. Guest ເວົ້າວ່າ “ພວກໝາເຫຼົ່ານີ້ ມີຄວາມສາມາດ ກວດຫຼາຍ ຮ້ອຍຕົວຢ່າງ
ຕໍ່ມື້. ມັນເປັນສິ່ງທີ່ພວກມັນ ຊອກຫາໄດ້ງ່າຍດາຍ. ພວກມັນມັກ ເຮັດວຽກນີ້.
ສຳຫລັບພວກມັນແລ້ວ ມັນເປັນເກມ ການຕ່າມລ່າ ຫາໂຣກມະເຮັງ ຂອງພວກມັນ.”
ມັນໃຊ້ເວລາ ປະມານ 6 ເດືອນ ເພື່ອເຝິກແອບ ໝາໂຕນຶ່ງ ໃຫ້ນັ່ງລົງ ເຫົ່າ ຫຼື ຢ່າງອື່ນ ເຊັ່ນ
ບົ່ງບອກວ່າ ຕົວຢ່າງອັນນຶ່ງນັ້ນ ມີພວກແຊລ ໂຣກມະເຮັງ.
ບັນດານັກຄົ້ນຄວ້າ ກ່າວວ່າ ຖ້າມີການກວດສອບຕື່ມອີກ ທີ່ຢັ້ງຢືນວ່າ ການກວດສອບຫາ
ໂຣກມະເຮັງ ຂອງພວກໝານັ້ນ ມີຄວາມເຊື່ອຖືໄດ້ ພວກເຂົາເຈົ້າອາດພະຍາຍາມ
ເຝິກແອບ ພວກໝາ ໃຫ້ດົມກິ່ນເອົາພະຍາດອື່ນໆອີກດ້ວຍ. ແຕ່ພວກເຂົາເຈົ້າ ຍອມຮັບ
ວ່າ ໂດຍມີໝາຢູ່ໃນຫ້ອງການຂອງທ່ານໝໍແຕ່ລະແຫ່ງ ອາດບໍ່ເປັນການແກ້ໄຂ ທີ່ສະດວກ.
ທ່ານນາງ Rowena Fletcher ນັກຄົ້ນຄວ້າ ຂອງໂຮງໝໍມະຫາວິທະຍາໄລ Milton
Keynes ເວົ້າວ່າ “ໃນທີ່ສຸດແລ້ວ ພວກເຮົາຫວັງຈະນຳໃຊ້ຂໍ້ມູນ ທີ່ເກີດຜົນອອກ
ມາຈາກພວກໝານັ້ນ ເພື່ອ ຈະປະດິດ ດັງອີເລັກໂທນິກຂຶ້ນມາໃນທີ່ສຸດ.”
ເທັກໂນໂລຈີ້ອັນນັ້ນ ອາດຍັງ ຫ່າງໄກຢູ່ ເພາະວ່າ ຄວາມຮູ້ສຶກຂອງການສືບດົມຂອງໝາ
ແມ່ນຍັງເໜືອກວ່າ ເຄື່ອງອີເລັກໂທຣນິກດົມກິ່ນ ຕ່າງໆທີ່ດີທີ່ສຸດ ຢູ່ຕາມທ້ອງຕະຫຼາດ.