ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

‘ຈະເຮັດບໍ ຫລື ຈະຕາຍ’ ເພື່ອ​ປະ​ຊາ​ທິ​ປະ​ໄຕ ຢູ່ໃນ​ການ​ເລືອກ​ຕັ້ງ ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ໄທ


ພວກ​ສະ​ໜັບ​ສະ​ໜູນ​ພັກ​ການ​ເມືອງ​ຕ່າງໆ ຍົກ​ປ້າຍ​ຂອງ​ຄົນທີ່ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ຂຶ້ນ ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າໄປ​ເຖິງ​ບ່ອນ​ລົງ​ທະ​ບຽນ​ເພື່ອ​ປ່ອນ​ບັດໃນ​ການເລືອກຕັ້ງທົ່ວ​ໄປ​ທີ່​ຈະ​ມາ​ເຖິງນີ້ ຢູ່​ສະ​ໜາມ​ກິ​ລາ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ໄທ ແລະ​ຍີ່​ປຸ່ນໃນ​ບາງກອກ, ວັນ​ທີ 3 ເມ​ສາ, 2023
ພວກ​ສະ​ໜັບ​ສະ​ໜູນ​ພັກ​ການ​ເມືອງ​ຕ່າງໆ ຍົກ​ປ້າຍ​ຂອງ​ຄົນທີ່ເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ຂຶ້ນ ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າໄປ​ເຖິງ​ບ່ອນ​ລົງ​ທະ​ບຽນ​ເພື່ອ​ປ່ອນ​ບັດໃນ​ການເລືອກຕັ້ງທົ່ວ​ໄປ​ທີ່​ຈະ​ມາ​ເຖິງນີ້ ຢູ່​ສະ​ໜາມ​ກິ​ລາ​ຂອງ​ສູນ​ກາງ​ຊາວ​ໜຸ່ມ​ໄທ ແລະ​ຍີ່​ປຸ່ນໃນ​ບາງກອກ, ວັນ​ທີ 3 ເມ​ສາ, 2023

ຊາວ​ໄທ​ຈະພາ​ກັນໄປ​ປ່ອນ​ບັດ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້ ໃນ​ການ​ເລືອກ​ຕັ້ງ​ທີ່​ບັນ​ດາ​ພັກ​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕກ່າວ​ວ່າ​ ເປັນ​ເລື້ອງ​ສຳ​ຄັນ​ສຳ​ລັບ​ການ​ຟື້ນ​ຟູ​ການ​ເມືອງຂອງ​ລາດ​ຊະອາ​ນາ​ຈັກແຫ່ງນັ້ນ ​ໃນ​ຮອບເກືອບ​ນຶ່ງ​ທົດ​ສະ​ວັດ ຫຼັງ​ຈາກ​ພວກ​ທະ​ຫານ ແລະ​ພວກ​ສະ​ໜັບ​ສະ​ໜູນ​ການ​ຈັດຕັ້ງ​ຂອງ​ທະ​ຫານ ໄດ້​ຍຶດ​ອຳ​ນາດ ຢູ່​ໃນ​ການ​ກໍ່​ລັດຖະປະ​ຫານ.

ການ​ເລືອກ​ຕັ້ງ​ ໄດ້ກາຍ​ເປັນ​ບ່ອນທີ່​ບັນດາ​ພັກ ​ທີ່​ສະໜັບສະໜູນ​ປະຊາທິປະ​ໄຕ​ຢ່າງ​ກວ້າງ​ຂວາງ, ລວມທັງ​ພັກ​ຝ່າຍ​ຄ້ານ​ຕົ້ນຕໍ ​ຄື​ພັກ​ເພື່ອ​ໄທ ​ແລະພັກ​ກ້າວ​ໄກ ທີ່ເປັນ​ພັກ​ຊາວ​ໜຸ່ມນັ້ນ ແຂ່ງ​ກັບບັນ​ດາຄູ່​ແຂ່ງ​ ຫົວ​ອະນຸລັກ​ນິຍົມ ທີ່​ນຳ​ໜ້າໂດຍ​ນາຍົກລັດຖະມົນຕີ​ຮັກສາ​ການ ປ​ຣະ​ຢຸດ ຈັນ​ໂອ​ຊາ.

Thailand Elections Seen as Pivotal Test for Democratic Rule
please wait

No media source currently available

0:00 0:03:47 0:00

ທ່ານປ​ຣະ​ຢຸດ ອາຍຸ 69 ປີ ເປັນອະດີດຜູ້ບັນຊາການກອງທັບທີ່ນຳພາການລັດ ຖະປະຫານ ໃນປີ 2014 ໃນຖານະທີ່​ເປັນຫົວໜ້າທະຫານ, ເຊິ່ງໄດ້ໃຊ້ ການລັດຖະປະຫານ ແລະ ການຕັດສິນໃຈ ຂອງສານ ເພື່ອໃຫ້​ໄດ້ສືບຕໍ່ກ່ຽວ​ຂ້ອງກັບການເມືອງຂອງປະເທດ ມາເປັນເວລາຫຼາຍທົດສະວັດ.

ພວກ​ຕຳ​ໜິທ່ານປ​ຣະ​ຢຸດ ກ່າວວ່າ ທ່ານໄດ້ເປັນປະທານແຫ່ງການຫຼຸດລົງຂອງເສລີພາບ ແລະການ​ເພີ້ມ​ຂຶ້ນ​ຂອງຄວາມບໍ່ສະເໝີພາບ ມາ​ໄດ້ເກືອບ 9 ປີແລ້ວ ຊຶ່ງເຫັນວ່າ ມີ​ພວກນັກເຄື່ອນໄຫວ ເພື່ອປະຊາທິປະໄຕໜຸ່ມ ຖືກ​ນຳ​ຕົວໄປສານ ແລະຜົນປະໂຫຍດຂອງປະ​ເທດ​ທີ່​ມີເສດຖະກິດ ທີ່ໃຫຍ່ທີ່ສຸດອັນດັບສອງຂອງ ເຂດ​ເອ​ເຊຍຕາເວັນອອກສຽງໃຕ້ ​ຖືກແບ່ງ​ໃຫ້​ກຸ່ມ​ຂອງຊົນຊັ້ນສູງທີ່ເປັນ​ກຸ່ມ​ນ້ອຍ ນັ້ນຫລາຍຂຶ້ນນັບ​ມື້.

Thailand's Young Pro-Democracy Activists Yearn for Change at Polls
please wait

No media source currently available

0:00 0:03:17 0:00

ບໍ່​ມີ​ຫຍັງທີ່​ຈະ​ມີ​ຄວາມ​ໝາຍໜ້ອຍ​ໄປ​ກວ່າ ການ​ທີ່​ອະນາຄົດ​ຂອງ​ປະ​ເທດ​ທີ່​ຕົກ​ຢູ່​ໃນຄວາມ​ສ່ຽງ ​ໃນ​ວັນ​ທີ 14 ພຶດສະພາ​ນີ້, ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານກັນ​ພົງ ປ​ຣະ​ຢູນ​ສັກ ຜູ້ລົງ​ສະໝັກ​ເລືອກ​ຕັ້ງຈາກ​ພັກ​ກ້າວ​ໄກ​ ໃນ​ເຂດ​ບາງກອກ ກ່າວ​ຕໍ່ວີ​ໂອ​ເອ​ ໃນ​ຕົ້ນ​ເດືອນ​ເມສາຜ່ານ​ມາ​ນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG