ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນຂອງສັນຍານອິນເຕີແນັດ ສາມາດກວດຈັບ ຜູ້ລ່ວງລໍ້າເຂົ້າໄປໃນອາຄານ ຫລື ເຮືອນໄດ້


LogOn- WiFi Home Security USAGM
please wait

No media source currently available

0:00 0:01:57 0:00

ຄື້ນສັນຍານ WiFi ໃຊ້ສໍາລັບກວດຈັບຄົນທີ່ລ່ວງລໍ້າເຂົ້າໄປໃນເຮືອນໄດ້

ບໍລິສັດຮັກສາຄວາມປອດໄພໃນບ້ານມັກຈະອາໄສກ້ອງຖ່າຍຮູບແລະ ເຄື່ອງເຊັນເຊີ ຈັບເບິ່ງການເຄື່ອນເໜັງ ເພື່ອຈັບຜູ້ທີ່ລ່ວງເຂົ້າໄປໃນບ້ານເຮືອນ ຄົນໄດ້ ແຕ່ດັ່ງທີ່ Tina Trinh ນັກຂ່າວຂອງວີໂອເອໄດ້ຄົ້ນພົບ, ຄື້ນສັນຍານຂອງວາຍຟາຍ (Wi-Fi) ຫລືອິນເຕີແນັດໄຮ້ສາຍ ສາມາດເປັນວິທີທີ່ບໍ່ເຮັດໃຫ້ ມີການລົບກວນຫລາຍ ໃນການຕິດຕາມເບິ່ງກິດຈະກຳຕ່າງໆຂອງຄົນ ຊຶ່ງ ບົວສະຫວັນ ຈະນໍາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການເຮັດໃຫ້ຄວາມກັງວົນໃຈກ່ຽວກັບຄວາມເປັນສ່ວນຕົວ ແລະຄວາມປອດໄພກໍ່້າເກິ່ງກັນນັ້ນອາດຈະເປັນສິ່ງທ້າທາຍຫລາຍ ເມື່ອເວົ້າເຖິງລະບົບຄວາມປອດໄພພາຍໃນບ້ານເຮືອນ, ເຊິ່ງສ່ວນໃຫຍ່ແມ່ນອີງໃສ່ກ້ອງ ທີ່ເຊື່ອມຕໍ່ໃສ່ກັບໂທ ລະສັບມືຖື.

ແຕ່ບໍລິສັດນຶ່ງກ່າວວ່າ ສັນຍານຂອງອິນເຕີແນັດ ຫລື ວາຍຟາຍ (Wi-Fi) ໃນບ້ານກໍສາມາດເຮັດໜ້າທີ່ແບບດຽວກັນນີ້ໄດ້ ໂດຍບໍ່ຕ້ອງມີການໃຊ້ເຊັນເຊີຂອງອ້າຍໃຫຍ່ ຫລື Big Brother ນັ້ນເລີຍ.

ທ່ານດານຽນ ບູໂກສ (Daniel Bugos), ຜູ້ຈັດການດ້ານຜະລິດຕະພັນຂອງບໍ ລິສັດອໍຣີຈີນອລ ວາຍຣແລສ (Origin Wireless) ກ່າວຜ່ານທາງ Skype ວ່າ: "Origin Wireless ໃຊ້ວາຍຟາຍ (Wi-Fi) ເພື່ອໃຫ້ຮູ້ໄດ້ກ່ຽວກັບສະພາບແວດລ້ອມຢູ່ພາຍໃນເຮືອນ."

ຜູ້ຈັດການດ້ານຜະລິດຕະພັນຂອງບໍລິສັດ, ທ່ານ ດານຽວ ບູໂກສ ອະທິບາຍວ່າ ຄື້ນຂອງວາຍຟາຍ (Wi-Fi) ປົກຄຸມໄປທົ່ວສະພາບແວດລ້ອມພາຍໃນເຮືອນ.

ທ່ານກ່າວຜ່ານທາງ Skype ອີກວ່າ: "ເມື່ອທ່ານຍ່າງຜ່ານຄື້ນວາຍຟາຍ (Wi-Fi) ເຫລົ່ານີ້ໄປ .... ມັນຈະຕໍາໃສ່ອ້ອມຕົວຂອງທ່ານ ມັນຈະແຕກເປັນພຶງອອກ .... ແລະ ກໍຈະປັບເຂົ້າໄປຕາມສະພາບແວດລ້ອມ. ເທັກໂນໂລຈີສ້າງການຈັບສັນຍານຂອງວາຍຟາຍ (Wi-Fi) ຂອງບໍລິສັດ Origin ຈະລະບຸສິ່ງທີີ່ເຮັດໃຫ້ຄື້ນເຫຼົ່ານັ້ນບິດເບືອນໄປ."

ລະບົບເຮັກສ໌ ໂຮມ (Hex Home) ສ້າງຄື້ນທີ່ສາມາດສົ່ງຜ່ານຝາ ແລະອ້ອມໆ ແອ້ມແຈເຮືອນໄດ້ອີກດ້ວຍ ຊຶ່ງບໍ່ຕ່າງຫຍັງກັນກັບສັນຍານວາຍຟາຍ (Wi-Fi ) ແບບທໍາມະດາ.

ທ່ານບູໂກສ (Bugos) ກ່າວຜ່ານທາງ Skype ອີກວ່າ:
[ຖືອຸປະກອນໄວ້] “ເມື່ອອຸປະກອນທັງສອງເຄື່ອງນີ້ສຽບໄຟເຂົ້າໄປ, ມັນຈະເປັນຟອງທີ່ຈັບສັນຍານຢູ່ໃນເຮືອນຂອງທ່ານ. ດັ່ງນັ້ນ ບ່ອນທີ່ມີຟອງທີ່ຈັບສັນຍານ ນີ້ແລ້ວ,.. ພວກເຮົາກໍສາມາດຕີຄວາມໝາຍໄດ້ວ່າ ມັນກໍາລັງມີການເຄື່ອນເໜັງຢູ່ຫຼາຍປານໃດ.”

“ພາບເຄື່ອນເໜັງແບບສົດໆ” ຊ່ວຍໃຫ້ຜູ້ຊົມໃຊ້ສາມາດຕິດຕາມເບິ່ງກິດຈະກຳ ໃນແອັບທີ່ໃຊ້ກັບມັນນັ້ນໄດ້.

ທ່ານບູໂກສ (Bugos) ກ່າວຜ່ານທາງ Skype ຕໍ່ໄປອີກວ່າ:
“ຖ້າຫາກວ່າບໍ່ມີໃຜຢູ່ເຮືອນ, …ຈໍພາບເຄື່ອນເໜັງແບບສົດນັ້ນຈຫວ່າງເປົ່າ…. ຄ້າຍກັບວ່າມີເສັ້ນຂີດໄປທາງຂວາງຢູ່ຫັ້ນ. ແລະຖ້າມີໃຜຜູ້ນຶ່ງຢູ່ໃນເຮືອນຂອງທ່ານ, ພວກເຮົາກໍຈະເຫັນການເໜັງຕີງອັນນັ້ນ. "

ລະດັບຄວາມອ່ອນໄຫວທີ່ສາມາດປັບ ໄດ້ເຮັດໃຫ້ການເຄື່ອນໄຫວທີ່ບໍ່ກວມເອົາ ການເຄື່ອນເໜັງຂອງສັດລ້ຽງຫລືວັດຖຸກົນຈັກຄ້າຍຄືກັບພັດລົມ. ການປະກອບ ຂອງໃບຫນ້າໃນທາງຊີວະພາບຂອງພວກເຮົາຍັງຊ່ວຍໃຫ້ລະບົບນີ້ໃຈ້ແຍກໄດ້ ເຖິງຄວາມແຕກຕ່າງກັນໄດ້ລະຫວ່າງມະນຸດ ກັບສິ່ງຂອງທີ່ບໍ່ມີຊີວິດ.

ທ່ານບູໂກສ ອະທິບາຍ ຜ່ານທາງ Sype ວ່າ:
"ພວກເຮົາໂດຍສ່ວນໃຫຍ່ແລ້ວແມ່ນສ້າງຂຶ້ນມາດ້ວຍນໍ້າ ເປັນຈຳນວນຫລວງ ຫລາຍ, ສະນັ້ນມັນຈຶ່ງຈະເຮັດໃຫ້ຄື້ນກະແສປ່ຽນໄປຕາມທາງອັນແນ່ນອນໃດນຶ່ງ ທຽບໃສ່ກັບບາງຢ່າງເຊັ່ນປື້ມ."

ເທັກໂນໂລຈີດັ່ງກ່າວຍັງສາມາດເປັນວິທີການທີ່ມີການລົບກວນໜ້ອຍກວ່າ ສໍາ ລັບຜູ້ໃຫ້ການເບິ່ງແຍງດູແລຄົນຊະລາ ເພື່ອຕິດຕາມຜູ້ສູງອາຍຸຢູ່ເຮືອນ, ໂດຍແຈ້ງເຕືອນໃຫ້ພວກເຂົາເຈົ້າໃຫ້ຮູ້ໃນເວລາທີ່ເພິ່ນລົ້ມລົງ.

ທ່ານບູໂກສກ່າວມ້ວນທ້າຍຜ່ານທາງ Skype ອີກວ່າ:
"ໂດຍປົກກະຕິແລ້ວ, ມັນແມ່ນການເລັ່ງຄື້ນໃຫ້ໄວໆ ຂຶ້ນ ແລະຫຼັງຈາກນັ້ນກໍ່ແມ່ນການຫຼຸດຄື້ນລົງ, ... ເຄື່ອງຈັກທີ່ຈັບສັນຍານໄດ້ຂອງພວກເຮົາສາມາດຊອກຫາການປ່ຽນແປງທີ່ວ່ອງໄວໄດ້ຢ່າງໄວວາ."

ມັນເຮັດໃຫ້ມີຄວາມສະຫງົບສຸກໃນໃຈໄດ້ໂດຍທີ່ຕ້ອງບໍ່ມີສາຍຕາທີ່ສອດສ່ອງແນມເບິ່ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Home security companies often rely on cameras and motion sensors to catch trespassers, but as VOA’s Tina Trinh discovers, Wi-Fi signals can be a less intrusive way to monitor activity.

Juggling privacy and safety concerns can be challenging when it comes to home security systems, most of which rely on connected cameras.

But one company says home Wi-Fi signals can do the same job, without the Big Brother vibes.

Daniel Bugos, Product Manager, Origin Wireless via Skype:
“Origin Wireless uses Wi-Fi to sense indoor environments.”

Wi-Fi waves blanket a home environment, explains product manager Daniel Bugos (“BEW-gose”).

Daniel Bugos, Product Manager, Origin Wireless via Skype:
“When you move through this pool of Wi-Fi waves.... ...they will bounce around you, they will kind of break ….and bend to the environment.”

Origin’s Wi-Fi sensing technology identifies distortions in those waves.

The company’s Hex Home system generates waves that can pass between walls and around corners, just like regular Wi-Fi.

Daniel Bugos, Product Manager, Origin Wireless via Skype:
[holds up devices] “When these two devices are plugged in, they will form a sensing bubble in your home. So anywhere that this sensing bubble exists, ...we can interpret how much motion is going on.”

A “live motion view” lets users monitor activity in the accompanying app.

Daniel Bugos, Product Manager, Origin Wireless via Skype:
“If nobody's home,... that live motion view will be empty,….kind of a horizontal line. And if somebody is in your home, we'll see that fluctuating.”

Adjustable sensitivity levels filter out movement from pets or mechanical objects like fans. Our biological makeup also helps the system differentiate between humans and inanimate objects.

Daniel Bugos, Product Manager, Origin Wireless via Skype:
“We’re actually largely made of water, so that will cause the waves to change a certain way, compared with something like a book.”

The technology could also be a less intrusive way for caretakers to monitor seniors at home, alerting them to falls.

Daniel Bugos, Product Manager, Origin Wireless via Skype:

“Usually, it's a rapid acceleration and then a deceleration,...our sensing engines can look for those abrupt changes in speed.”

It’s peace of mind without the prying eyes.

XS
SM
MD
LG