ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທັອງກາ ໄດ້ກ້າວເຂົ້າສູ່ການປິດເມືອງ ຍ້ອນໂຄວິດ-19 ໃນຂະນະທີ່ຟື້ນໂຕຈາກ​ຄວາມ​ເສຍ​ຫາຍ​ຍ້ອນໄພພິບັດ


ພາບທົ່ວໄປທີ່ສະແດງໃຫ້ເຫັນເຖິງຄວາມເສຍຫາຍຂອງອາຄານທີ່ຢູ່ອາໄສ ແລະພື້ນດິນທີ່ປົກຄຸມດ້ວຍຂີ້ເຖົ່າ ລຸນຫຼັງການລະເບີດຂອງພູໄຟ ແລະຄື້ນຟອງສຸນາມິ, ໃນຂົງເຂດທັອງກາຕາປູ, ປະເທດທັອງກາ, ວັນທີ 16 ມັງກອນ 2022. ໃນຮູບພາບນີ້ ແມ່ນໄດ້ມາຈາກສື່ສັງຄົມອອນລາຍ.
ພາບທົ່ວໄປທີ່ສະແດງໃຫ້ເຫັນເຖິງຄວາມເສຍຫາຍຂອງອາຄານທີ່ຢູ່ອາໄສ ແລະພື້ນດິນທີ່ປົກຄຸມດ້ວຍຂີ້ເຖົ່າ ລຸນຫຼັງການລະເບີດຂອງພູໄຟ ແລະຄື້ນຟອງສຸນາມິ, ໃນຂົງເຂດທັອງກາຕາປູ, ປະເທດທັອງກາ, ວັນທີ 16 ມັງກອນ 2022. ໃນຮູບພາບນີ້ ແມ່ນໄດ້ມາຈາກສື່ສັງຄົມອອນລາຍ.

ທັອງກາ ໄດ້ກ້າວເຂົ້າສູ່ການປິດເມືອງ ຍ້ອນໂຄວິດ-19 ໃນມື້ວັນພຸດທີ່ຜ່ານມາ ໃນຂະນະທີ່ຟື້ນໂຕຈາກ​ຄວາມ​ເສຍ​ຫາຍ​ຍ້ອນພູໄຟລະເບີດ ແລະຄື້ນສຸນາມິໃນເດືອນແລ້ວນີ້. ປະເທດໝູ່ເກາະປາຊີຟິກແຫ່ງນີ້ມີລາຍງານຜູ້ປ່ວຍໄວຣັສໂຄໂຣນາສອງຄົນ ລຸນຫຼັງທີ່ຫາກໍມີລາຍງານ ກ່ຽວກັບຄົນຜູ້ນຶ່ງທີ່ມີການຕິດເຊື້ອພະຍາດດັ່ງກ່າວ ໃນເດືອນຕຸລາທີ່ຜ່ານມາ. ຟີລ ເມີເຊີ ລາຍງານຈາກນະຄອນຊິດນີ, ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ທ່າເຮືອສອງຄົນ ຜູ້ທີ່ດໍາເນີນງານກ່ຽວກັບການຊ່ວຍເຫຼືອທາງດ້ານມະ ນຸດສະທໍາຢູ່ໃນທັອງກາ ມີຜົນກວດໂຄວິດ-19 ອອກມາເປັນບວກ.

ຄວາມພະຍາຍາມໃນການຊ່ວຍບັນເທົາທຸກຂອງລະຫວ່າງປະເທດຢູ່ໃນທັອງກາ ເບິ່ງຄືວ່າບ່ອນອື່ນໆຈະບໍ່ຄືກັນກັບທັອງກາ ທີ່ຈະຟື້ນຟູຈາກໄພພິບັດອັນນຶ່ງ ໃນຂະນະທີ່ພະຍາຍາມຫຼີກເວັ້ນ ຈາກອີກອັນນຶ່ງ. ມັນມີຂໍ້ຈໍາກັດທີ່ເຂັ້ມງວດໃນກົດ ​ລະ​ບຽບ “ບໍ່ໃຫ້ມີການຕິດຕໍ່” ເຊິ່ງເຮັດໜ້າທີ່ຂັດຂວາງເພື່ອປ້ອງ​ກັນການແຜ່ລະ ບາດໃນການແຜ່ເຊື້ອຂອງໄວຣັສສາຍພັນໃໝ່ ຈາກກໍາປັ່ນຂອງກອງທັບເຮືອແລະ ເຮືອບິນຂອງຕ່າງປະເທດ ຕໍ່ປະຊາຊົນຊາວທັອງກາ.

ແຕ່ການປ້ອງກັນເຫຼົ່ານັ້ນ ສະແດງໃຫ້ເຫັນເຖິງການບໍ່​ປະ​ສົບ​ຜົນ​ສຳ​ເລັດ, ແລະໝູ່ເກາະປາຊີຟິກແຫ່ງນີ້ ກໍຈະຖືກປິດຢ່າງໜ້ອຍສອງມື້ ໂດຍໄດ້ເລີ້ມໃນມື້ວັນພຸດແລ້ວນີ້. ກໍາປັ່ນຂອງກອງທັບເຮືອອອສເຕຣເລຍ HMAS Adelaide ໄດ້ຂົນສະບຽງໄປ​ໃຫ້ໃນອາທິດທີ່ຜ່ານມາ ເຖິງແມ່ນຈະມີການລະບາດຂອງພະຍາດໄວຣັສໂຄໂຣນາ ທີ່ເຮັດໃຫ້ລູກເຮືອ 20 ຄົນຂອງພວກເຂົາເຈົ້າຕິດເຊື້ອພະຍາດດັ່ງກ່າວກໍຕາມ. ອັງກິດ, ຝຣັ່ງ, ນິວຊີແລນ ແລະສະຫະລັດ ຍັງໄດ້ນໍາສົ່ງເຄື່ອງຂອງທີ່ຈໍາເປັນໄປທີ່ນັ້ນເຊັ່ນກັນ.

ນັກຂ່າວຊາວທັອງກາ ທ່ານ​ນາງມາຣີແອນ ກູປູ (Marian Kupu) ບອກກັບສະຖານີວິທະຍຸກະຈາຍສຽງຂອງອອສເຕຣເລຍວ່າ ເຈົ້າໜ້າທີ່ທ່າເຮືອທັງສອງຄົນ ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດກັບພະນັກງານຈັດສົ່ງສິ່ງຂອງຊ່ວຍເຫຼືອຄົນ ອື່ນໆ.

ທ່ານນາງມາຣີແອນ ກູປູ ກ່າວວ່າ: “ພວກເຮົາເວົ້າກ່ຽວກັບຜູ້ທີ່ຢູ່ນະທີ່ນັ້ນ ເມື່ອພວກເຮົານໍາເຮືອກໍາປັ່ນ ຫຼືເຮືອບິນເຂົ້າມາໃນທັອງກາເພື່ອຂົ່ນສົ່ງສິນຄ້າ, ແລະດັ່ງນັ້ນ ພວກເຂົາເຈົ້າແມ່ນແນວໜ້າ, ພວກເຂົາເຈົ້າເປັນບຸກຄົນທີ່ຕ້ອງຕິດຕໍ່ພົວ ພັນກັບທຸກໆສິ່ງທີ່ລົງຈອດນະທີ່ນີ້ຢູ່ໃນທັອງກາ. ພວກເຮົາພຽງແຕ່ຕ້ອງການປົກປ້ອງພວກເຂົາເຈົ້າໃນຂະນະທີ່ພວກເຂົາເຈົ້າປະຕິບັດໜ້າທີ່ເພື່ອພະຍາຍາມຊອກຫາ ຫຼືຕິດຕາມວ່າ ພວກເຂົາເຈົ້າຢູ່ທີ່ໃດ ໃນຊ່ວງສອງສາມມື້ທີ່ຜ່ານມາ.”

ທັອງກາ ມີປະຊາກອນພຽງແຕ່ 100,000 ກວ່າຄົນ, ປະເທດໝູ່ເກາະແຫ່ງນີ້ໄດ້ປິດຊາຍແດນຂອງປະເທດໃນປີ 2020 ເນື່ອງຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19 ທີ່ແຜ່ລາມໄປທົ່ວໂລກ.

ນັບແຕ່ນັ້ນມາ, ປະເທດໝູ່ເກາະແຫ່ງນີ້ໄດ້ກວດພົບຜູ້ທີ່ເປັນໂຄວິດ-19 ພຽງແຕ່ກໍລະນີດຽວ ເຊິ່ງເປັນຜູ້ຊາຍທີ່ເດີນທາງກັບມາຈາກປະເທດນິວຊີແລນໃນເດືອນຕຸລາທີ່ຜ່ານມາ ແລະໄດ້ຮັບການປິ່ນປົວຈົນເຊົາແລ້ວຕັ້ງແຕ່ຕອນນັ້ນ.

ການລະເບີດຂອງພູໄຟ ທີ່ຢູ່ຫ່າງອອກໄປທາງທິດເໜືອ 65 ກິໂລແມັດຈາກນະ ຄອນຫຼວງນູກູອາໂລຟາ ຂອງທັອງກາ ເຊິ່ງເປັນການລະເບີດທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດທີ່ຜ່ານມາ ອັນໄດ້ກໍ່ໃຫ້ເກີດຄື້ນຟອງສຸນາມິຂະໜາດໃຫຍ່ ແລະຂີ້ເຖົ້າທີ່ເປັນພິດປົກຄຸມໄປທົ່ວບໍລິເວນໝູ່ເກາະດັ່ງກ່າວ ໂດຍມີຜູ້ເສຍຊີວິດສາມຄົນ.

ອົງການສະຫະປະຊາຊາດກ່າວໃນອາທິດແລ້ວນີ້ວ່າ ນໍ້າດື່ມຍັງຄົງເປັນບັນ​ຫາທ້າທາຍຫຼັກທີ່ທັອງກາກໍາລັງປະເຊີນຢູ່.

ສາຍເຄເບີລໃຕ້ທະເລ ສໍາລັບການສື່ສານຄົມ​ມະ​ນາ​ຄົມ ທີ່ເຊື່ອມຕໍ່ລະຫວ່າງປະ ເທດໝູ່ເກາະແຫ່ງນີ້ກັບໂລກພາຍນອກທັງໝົດ ໄດ້ຮັບຄວາມເສຍຫາຍຈາກການລະເບີດຂອງພູໄຟທີ່ໄດ້ກ່າວມານັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG