ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຕົກ​ລົງ​ກັນ​ບໍ່​ໄດ້ ເຮັດ​ໃຫ້​ກອງ​ປະ​ຊຸມ ສະ​ພາບ​ອາ​ກາດ ສ​ປ​ຊ ຕໍ່​ເວ​ລາ​ພິ​ເສດ ເປັນ​ວັນ​ທີ​ສອງ


ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຂອງ ຍີ່​ປຸ່ນ ທ່ານ ຊິນ ຈິ​ໂຣະ ໂຄ​ອີ​ຊຸ​ມິ ລົມ​ກັບ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ ບ​ຣາ​ຊິ​ລ ທ່ານ ຣິ​ຄາ​ໂດ ຊາ​ລ​ເລັ​ສ ຢູ່ກອງ​ປະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສ​ປ​ຊ (COP25), ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 15 ທັນ​ວາ, 2019. REUTERS/Nacho Doce
ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຂອງ ຍີ່​ປຸ່ນ ທ່ານ ຊິນ ຈິ​ໂຣະ ໂຄ​ອີ​ຊຸ​ມິ ລົມ​ກັບ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ ບ​ຣາ​ຊິ​ລ ທ່ານ ຣິ​ຄາ​ໂດ ຊາ​ລ​ເລັ​ສ ຢູ່ກອງ​ປະ​ຊຸມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ສ​ປ​ຊ (COP25), ນະ​ຄອນຫຼວງ ມາດ​ຣິດ, ປະ​ເທດ ສ​ເປນ. 15 ທັນ​ວາ, 2019. REUTERS/Nacho Doce

ການ​ເຈ​ລະ​ຈາ ກ່ຽວ​ກັບ ສະ​ພາບ​ອາ​ກາດ ສະ​ຫະ​ປະ​ຊາ​ຊາດ ໃນ​ນະ​ຄອນຫຼວງ ມາດ​ຣິດ ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ​ສອງ​ຂອງ​ການ​ຕໍ່​ເວ​ລາ​ພິ​ເສດ​ໃນ​ວັນ​ອາ​ທິດ​ມື້ນີ້, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ​ເກືອບ 200 ປະ​ເທດບໍ່​ສາ​ມາດ​ທີ່​ຈະ​ແກ້​ໄຂ​ທາງ​ຕັນ ກ່ຽວ​ກັບ ຈຸດ​ທີ່​ສຳ​ຄັນ​ໃນ​ການບໍ່​ເຫັນ​ພ້ອມ​ກັນ​ນັ້ນ.

ປະ​ທານ​ຂອງກອ​ງ​ປະ​ຊຸມ, ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ຂອງ​ປະ​ເທດ ຊີ​ເລ ທ່ານນາງ ຄາ​ໂຣ​ໄລ​ນາ ສ​ມິດ (Carolina Schmidt) ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ແທນ​ທີ່​ມີ​ຄວາມ​ອ່ອນ​ເພຍ ​ໃຫ້​ພິ​ນາ​ລະ​ນາ​ຂໍ້​ຕົກ​ລົງ​ໃໝ່​ທີ່​ຖືກ​ຮ່າງ​ຂຶ້ນ​ໂດຍ​ທີມ​ຂອງ​ທ່ານ​ນາງ ແລະ ປະ​ຊຸມ​ກັນ​ຕອນ 1 ໂມງ​ເຄິ່ງ​ຕອນ​ເຊົ້າ ສຳ​ລັບ​ການ​ເຈ​ລະ​ຈາ​ຕໍ່​ໄປ.

ທ່ານ​ນາງ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ໄດ້​ກ້າວ​ເຂົ້າ​ສູ່​ວັນ​ທີ 14 ວ່າ “ມັນ​ໄດ້​ມີ​ຄວາມ​ຫຍຸ້ງ​ຍາກຫຼາຍ ແລະ ດົນຫຼາຍ. ທ່ານ​ນາງ ສ​ມິດ ໄດ້​ກ່າວ​ວ່າ ແຕ່​ຄວາມ​ກ້າວ​ໜ້າ​ບາງ​ຢ່າງ​ຕ້ອງ​ໄດ້​ມີ​ການ​ລົງ​ມື​ເຮັດ, ໂດຍ​ກ່າວ​ເພີ່ມ​ເຕີມ​ວ່າ “ສິ່ງ​ຕ່າງໆ​ແມ່ນ​ກຳ​ລັງ​ມາ​ພ້ອມ​ກັນ.”

ບັນ​ດາ​ປະ​ເທດ​ທີ່​ພັດ​ທະ​ນາ ແລະ ກຸ່ມ​ສິ່ງ​ແວດ​ລ້ອມ​ໄດ້​ເຕືອນ​ວ່າ ຮ່າງ​ຂໍ້​ຕົກ​ລົງ​ທີ່​ໄດ້​ວົນ​ວຽນ​ໄປ​ມາ​ໃນ​ຂ້າມ​ຄືນ​ວັນ​ເສົາ​ນັ້ນ ມີ​ຄວາມ​ສ່ຽງ​ທີ່​ຈະ​ທຳ​ລາຍ ຫຼື ຢຸດ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ເຮັດ​ໃນ​ຂໍ້​ຕົກ​ລົງ​ສະ​ພາ​ບອ​າ​ກາດ ປາ​ຣີ ປີ 2015.

ທ່ານ ອາ​ລ​ເດັນ ເມ​ເຢີ, ນັກ​ຊ່​ຽວ​ຊານ​ດ້ານ​ນະ​ໂຍ​ບາຍ ສະ​ພາບ​ອາ​ກາດ ຢູ່​ສະ​ຫະ​ພັນ​ນັກ​ວິ​ທະ​ນາ​ສາດ​ທີ່​ມີ​ຄວາມ​ເປັນ​ຫ່ວງ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ເຈ​ລະ​ຈາກ​ສະ​ພາບ​ອາ​ກາດ​ນີ້ ນັບ​ຕັ້ງ​ແຕ່​ເຂົາ​ເຈົ້າ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 1991, ແຕ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ໄດ້​ຫຍັງ ​ທີ່ບໍ່​ເຊື່ອມ​ຕໍ່​ກັນ​ຢ່າງ​ສິ້ນ​ເຊີງ​ຄື​ທີ່​ພວກ​ເຮົາ​ໄດ້​ເຫັນ​ຢູ່ນີ້, ໃນ​ນະ​ຄອນຫຼວງ ມາດ​ຣິດ ລະ​ຫວ່າງ​ສິ່ງ​ບັນ​ດາ​ນັກ​ເຈ​ລະ​ຈາ​ສະ​ພາບ​ອາ​ກາດຕ້ອງ​ການ ແລະ ປະ​ຊາ​ຊົນຂອງ​ໂລກ​ຮຽກ​ຮ້ອງ, ແລະ ສິ່ງ​ທີ່​ບັນ​ດາ​ນັກ​ເຈ​ລະ​ຈາ​ສະ​ພາບ​ອາ​ກາດ​ກຳ​ລັງແກ້​ໄຂ.”

ທ່ານ ເມ​ເຢີ ໄດ້​ກ່າວ​ວ່າ ຮ່າງ​ຂໍ້​ຕົກ​ລົງ​ໃນ​ປັດ​ຈຸ​ບັນ​ບໍ່ໄດ້​ສະ​ທ້ອນ​ເຖິງ​ຄຳ​ເຕືອນ​ທີ່​ຮີບ​ດ່ວນ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ທີ່​ວ່າການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວຕ້ອງ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ ແລະ ໄວ.

ທ່ານ​ ເມ​ເຢີ ໄດ້​ກ່າວ​ວ່າ “ໂລກ​ແມ່ນ​ກຳ​ລັງ​ຖືກ​ເຜົາ​ໄໝ້ ແລະ ປ້ອງ​ຢ້ຽມ​ເພື່ອຫຼົບ​ໜີ​ຂອງ​ພວກ​ເຮົາ​ແມ່ນກຳ​ລັງ​ຍາກ​ທີ່​ຈະ​ເຂົ້າ​ໄປ​ຫາ ໃນ​ເມື່ອ​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ລົງ​ມື​ເຮັດດົນ​ກວ່ານີ້.

ໃນ​ບັນ​ຫາຫຼັກ​ຕ່າງໆ​ທີ່​ຕ້ອງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ໃນ​ນະ​ຄອນຫຼວງ ມາດ​ຣິດ ແມ່ນ​ກົດ​ລະ​ບຽບ​ທັງຫຼາຍ​ສຳ​ລັບ​ຕະຫຼາດ​ອາຍ​ຄາ​ບັອນ​ສາ​ກົນ ແລະ ລະ​ບົບ​ສຳ​ລັບ​ການ​ສົ່ງ​ເງິນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ທຸກ​ຍາກ​ຕ່າງໆ ໃນ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຂອງ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG