ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພົວພັນທາງການທູດ ເຮັດໃຫ້ ອອສເຕຣເລຍ ແລະ ຈີນ ໄດ້ພົບປະກັນເປັນຄັ້ງທໍາອິດ ນັບຕັ້ງແຕ່ປີ 2020


ຮູບພາບປະກອບທີ່ຖ່າຍ ແລະເປີດເຜີຍເມື່ອວັນທີ 12 ມິຖຸນາ 2022, ລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີຊາຣ໌ດ ມາລສ (Richard Marles), ຊ້າຍ, ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທ່ານເຫວີຍ ຟັງຮີ, ຢູ່ຂ້າງນອກຂອງກອງປະຊຸມສຸດຍອດຄວາມໝັ້ນຄົງຊາງກຣີ ລາ (Shangri La), ໃນປະເທດສິງກະໂປ.
ຮູບພາບປະກອບທີ່ຖ່າຍ ແລະເປີດເຜີຍເມື່ອວັນທີ 12 ມິຖຸນາ 2022, ລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີຊາຣ໌ດ ມາລສ (Richard Marles), ຊ້າຍ, ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທ່ານເຫວີຍ ຟັງຮີ, ຢູ່ຂ້າງນອກຂອງກອງປະຊຸມສຸດຍອດຄວາມໝັ້ນຄົງຊາງກຣີ ລາ (Shangri La), ໃນປະເທດສິງກະໂປ.

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີຊາຣ໌ດ ມາລສ (Richard Marles) ໄດ້ພົບປະກັບຄູ່ຕໍາແໜ່ງຂອງທ່ານຈາກປະເທດ ຈີນ ນາຍພົນ ເຫວີຍ ເຟັງຮີ (Wei Fenghe) ຢູ່ຂ້າງນອກຂອງກອງປະຊຸມສຸດຍອດຄວາມໝັ້ນຄົງ ຊາງກຣີ ລາ (Shangri La) ໃນລະຫວ່າງທ້າຍອາທິດແລ້ວນີ້. ລຸນຫຼັງການປະຊຸມທີ່ປະສົບຄວາມສຳເລັດດັ່ງກ່າວ, ອະດີດຫົວໜ້າໜ່ວຍສືບລັບກ່າວວ່າ ອອສເຕຣເລຍຍັງມີ “ຫົນທາງອີກຍາວໄກ” ທີ່ຈະຟື້ນຟູຄວາມສໍາພັນກັບ ຈີນ. ນັກຂ່າວຂອງວີໂອເອ ຟີລ ເມີເຊີ ມີລາຍງານຈາກນະຄອນຊິດນີ, ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດານັກວິເຄາະກ່າວວ່າ ການພົບປະກັນລະຫວ່າງລັດຖະມົນຕີຄວາມໝັ້ນຄົງຂອງ ອອສເຕຣເລຍ ແລະ ຈີນ ຢູ່ໃນປະເທດສິງກະໂປ ໃນມື້ວັນອາທິດທີ່ຜ່ານມາ ອາດເປັນການເລີ້ມຄວາມສໍາພັນທາງການທູດທີ່ດີຂຶ້ນ.

ຄວາມສໍາພັນຂອງທັງສອງປະເທດໄດ້ຊຸດໂຊມລົງໃນຊ່ວງບໍ່ເທົ່າໃດປີທີ່ຜ່ານມາຈົນເຖິງຂະໜາດທີ່ການເຈລະຈາລະດັບລັດຖະມົນຕີໃນບັນດາປະເທດອິນໂດ-ປາຊີຟິກ ໄດ້ຍຸຕິລົງເມື່ອສອງປີທີ່ຜ່ານມາ.

ໄດ້ມີການກ່າວຫາວ່າ ຈີນ ເຂົ້າແຊກແຊງຕໍ່ລະບົບການເມືອງ ແລະສືບຂໍ້ມູນລັບທາງໄຊເບີ້ຂອງ ອອສເຕຣເລຍ. ການກັກຂັງພົນລະເມືອງຂອງອອສເຕຣເລຍໃນປະເທດຈີນ ກໍເປັນຕົ້ນເຫດນຶ່ງຂອງຄວາມຂັດແຍ້ງດັ່ງກ່າວ, ດັ່ງການຕັດສິນໃຈຂອງລັດຖະບານແຄນເບີຣາ ກ່ຽວກັບພື້ນຖານຄວາມໝັ້ນຄົງແຫ່ງຊາດທີ່ຂັດຂວາງ ບໍລິສັດຫົວເຫວີຍ (Huawei) ຂອງຈີນ ຈາກລະບົບຄົມມະນາຄົມ 5G ຂອງອອສເຕຣເລຍ.

ຈາກນັ້ນ, ກໍມີຄວາມຂັດແຍ້ງຈາກສະຖານະການ ການລະບາດໃຫຍ່ຂອງພະຍາດໂຄວິດ-19. ໃນປີ 2020, ອະດີດນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານສກັອດ ມໍຣິສັນ (Scott Morrison) ໄດ້ກ່າວວ່າ ຄວນມີການສອບສວນຂໍ້ມູນຢ່າງເປັນອິດສະຫຼະກ່ຽວກັບຈຸດເລີ້ມຕົ້ນການລະບາດຂອງພະຍາດໂຄວິດ-19 ທີ່ມີການກວດພົບຄັ້ງທໍາອິດຢູ່ໃນປະເທດຈີນ, ອັນໄດ້ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ແກ່ລັດຖະບານປັກກິ່ງ ເຊິ່ງມອງວ່າ ເປັນການຕໍາໜິວິຈານໂດຍກົງໃນການດໍາເນີນງານກັບການຈັດການໄວຣັສຂອງພວກເຂົາ. ຈາກນັ້ນ ການລົງໂທດທາງການຄ້າຕ່າງໆກໍໄດ້ເກີດຂຶ້ນ ຕິດຕາມມາດ້ວຍການສົ່ງອອກດ້ານຕ່າງໆຂອງອອສເຕຣເລຍ ລວມທັງບັນດາສິນຄ້າ, ເຫຼົ້າວາຍ ແລະຖ່ານຫິນ.

ທ່ານເດັນນິສ ຣີຊາດສັນ (Dennis Richardson), ອະດີດຜູ້ອໍານວຍການໃຫຍ່ແຫ່ງອົງການສືບລັບທາງດ້ານຄວາມໝັ້ນຄົງຂອງອອສເຕຣເລຍ ກ່າວຕໍ່ສະຖານີວິທະຍຸກະຈາຍສຽງຂອງອອສເຕຣເລຍວ່າ ລັດຖະບານທີ່ມີແນວທາງກາງອຽງຊ້າຍທີ່ໄດ້ຮັບການເລືອກຕັ້ງເມື່ອບໍ່ດົນມານີ້ ໃນນະຄອນຫຼວງແຄນເບີຣາ ແມ່ນກໍາລັງພະຍາຍາມຟື້ນຟູຄວາມສໍາພັນສອງຝ່າຍກັບຈີນຄືນໃໝ່ ລຸນຫຼັງທີ່ມີການໂຕ້ແຍ້ງກັນມາເປັນເວລາຫຼາຍປີ, ເຊິ່ງທ່ານ ຣີຊາດສັນ ກ່າວວ່າ:

“ພວກເຂົາເຈົ້າບໍ່ໄດ້ໃສ່ໃຈກ່ຽວກັບສິ່ງຕ່າງໆໃນຊ່ວງເວລາ 10 ປີທີ່ຜ່ານມາ ແລະ ນັ້ນ ບໍ່ແມ່ນການຕໍາໜິຕໍ່ລັດຖະບານຊຸດກ່ອນ, ແຕ່ພວກເຂົາບໍ່ໄດ້ເອົາໃສ່ໃຈຕໍ່ຄວາມແຕກຕ່າງໃນການໃຫ້ຄວາມເຄົາລົບກ່ຽວກັບການລະບາດໃຫຍ່. ພວກເຂົາເຈົ້າບໍ່ເອົາໃຈໃສ່ກັບບັນດາລັດຖະມົນຕີ ທີ່ປຶກສາຫາລືຢ່າງບໍ່ຢຸດບໍ່ເຊົາກ່ຽວກັບຄວາມສາມາດສໍາລັບຄວາມຂັດແຍ້ງກັບຈີນ. ພວກເຂົາເຈົ້າສາມາດເລີ້ມຕົ້ນດ້ວຍລັດຖະບານທີ່ສະອາດ.”

ລັດຖະມົນຕີກະຊວງປ້ອງກັນປະເທດຂອງອອສເຕຣເລຍ ທ່ານຣີຊາຣ໌ດ ມາລສ ກ່າວວ່າ ທ່ານໄດ້ທຳ “ການແລກປ່ຽນຢ່າງເຕັມທີ່ ແລະເປີດເຜີຍ” ກັບຄູ່ຕໍາແໜ່ງຈີນຂອງທ່ານ ທີ່ປະເທດສິງກະໂປ, ແຕ່ຍອມຮັບວ່າຄວາມສໍາພັນກັບຈີນນັ້ນ ຍັງຄົງເປັນບັນຫາເລິກຢູ່.

ທ່ານກ່າວວ່າ ທ່ານໄດ້ຍົກຂໍ້ກັງວົນຫຼາຍໆດ້ານ ເຊິ່ງລວມມີການຂັດຂວາງຂອງ ຈີນ ກ່ຽວກັບເຮືອບິນລາດຕະເວນກອງທັບອາກາດອອສເຕຣເລຍ ຢູ່ຂົງເຂດທະເລຈີນໃຕ້.

ທ່ານ ມາລສ ຢືນຢັນວ່າ ການປະຊຸມ “ແມ່ນບາດກ້າວທໍາອິດອັນສໍາຄັນ” ໃນການຟື້ນຟູຄວາມສໍາພັນຕ່າງໆ, ເຊິ່ງຂຶ້ນຢູ່ກັບການມີ “ຂອບເຂດການສົນທະນາທີ່ເປີດກວ້າງ.”

ການເຈລະຈາ ຊາງກຣີ-ລາ ແມ່ນ “ການປະຊຸມສຸດຍອດດ້ານຄວາມໝັ້ນຄົງຂອງເອເຊຍ” ເຊິ່ງມີເຈົ້າໜ້າທີ່ຈາກຫຼາຍສິບປະເທດເຂົ້າຮ່ວມ ລວມທັງສະຫະລັດ, ຍີປຸ່ນ ແລະ ອິນໂດເນເຊຍ.

ທ່ານ ມາລສ ກ່າວວ່າ ລັດຖະບານທີ່ຫາກໍໄດ້ຮັບການເລືຶອກຕັ້ງຂອງອອສເຕຣເລຍ ຈະຍັງຄົງຕໍ່ຕ້ານຄວາມພະຍາຍາມຂອງປັກກິ່ງໃນການມີບົດບາດທາງທະຫານຢູ່ຂົງເຂດທະເລຈີນໃຕ້, ແຕ່ມຸ້ງໝັ້ນທີ່ຈະມີ “ຄວາມສໍາພັນທີ່ເປັນປະໂຫຍດ” ກັບຈີນ, ເຊິ່ງເປັນປະເທດຄູ່ຄ້າທີ່ໃຫຍ່ທີ່ສຸດຂອງອອສເຕຣເລຍ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG