ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຄື່ອງສົ່ງວິທະຍຸດິຈິຕອລສາມາດ ສົ່ງສັນຍານວິທະຍຸ ທີ່ມີຄຸນນະພາບສູງ ໄປເຖິງແດນໄກ ແລະສອກຫລີກ ໄດ້


ເຄື່ອງຮັບວິທະຍຸແບບດິຈິຕອລ ກໍາລັງໝູນໄປຮັບຄື້ນທົດລອງຂອງ ວິທະຍຸ VOA ຢູ່ເມືອງນຶ່ງ ໃນອອສເຕຣເລຍ
ເຄື່ອງຮັບວິທະຍຸແບບດິຈິຕອລ ກໍາລັງໝູນໄປຮັບຄື້ນທົດລອງຂອງ ວິທະຍຸ VOA ຢູ່ເມືອງນຶ່ງ ໃນອອສເຕຣເລຍ

ສະຖານີຫຼາຍແຫ່ງກຳລັງໃຊ້ເຄື່ອງສົ່ງວິທະຍຸດິຈິຕອລອັນຫລາກຫຼາຍເພື່ອສົ່ງສັນຍານວິທະຍຸ ທີ່ມີຄຸນນະພາບສູງ ໄປເຖິງດິນແດນທີ່ຢູ່ຫ່າງໄກ. ໃນບັນດາລະບົບທີ່ເປັນຄູ່ແຂ່ງກັນນັ້ນ ເຄື່ອງສົ່ງສັນຍານວິທະຍຸດິຈິຕອລມົງດິອາລ (Digital Radio Mondiale) ຫຼື DRM, ສະໜອງການກະຈາຍສຽງ ແລະແຈກຢາຍຂໍ້ມູນທາງໄກໄດ້. ດັ່ງທີ່ Mike O’Sullivan, ນັກຂ່າວວີໂອເອລາຍງານມາ ການເຮັດແນວນັ້ນ ກຳລັງເລີ່ມມີບົດບາດສຳຄັນໃນການສື່ສານລະດັບໂລກ ຊຶ່ງບົວສະຫວັນ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລົດປະມານ 2 ລ້ານ 5 ແສນຄັນ ໃນປະເທດອິນເດຍມີເຄື່ອງຮັບສັນຍານວິທະ ຍຸດິຈິຕອລ ມົງດິອາລ (Digital Radio Mondiale) ຫລື DRM ແລະວິທະຍຸກະຈາຍແຫ່ງຊາດອິນເດຍ ກຳລັງຂະຫຍາຍການສົ່ງສັນຍານແບບດິຈີຕອລ ໃນ ຄື້ນຂະໜາດກາງ ... …ແລະຄວາມຖີ່ຂອງການກະຈາຍສຽງຄື້ນສັ້ນທີ່ໄປເຖິງຜູ້ຄົນຢູ່ທົ່ວທຸກມຸມໂລກ.

ການອອກອາກາດຈາກອິນເດຍທີ່ວ່ານີ້ແມ່ນສາມາດຟັງໄດ້ຢູ່ໃນປະເທດບຣາຊິນ.

ເຄື່ອງ DRM ຍັງສາມາດຖືກສົ່ງຜ່ານຄື້ນຍາວ ຫລືຄວາມຖີ່ VHF ທີ່ສູງກວ່າການໃຊ້ໂດຍພວກອອກອາກາດໃນຊ່ອງວິທະຍຸ FM. ການສົ່ງກະຈາຍສຽງທີ່ມີຄຸນນະພາບສູງ ແລະສົ່ງຫລາຍລາຍການໄປພ້ອມໆກັນ.

ທ່ານນາງ ຣູແຊນດຣາ ໂອເບຣາຈາ (Ruxandra Obreja), ປະທານຂອງບໍ ລິສັດຜະລິດເຄື່ອງສົ່ງວິທະຍຸດິຈິຕອລມົງດິອາລ (Digital Radio Mondiale) ກ່າວຜ່ານທາງ Skype ວ່າ:
"ທ່ານມີສາມຊ່ອງ ແທນທີ່ຈະເປັນນຶ່ງຊ່ອງ ຫລືມີສາມລາຍການແທນທີ່ຈະເປັນນຶ່ງລາຍການ ແລະມີສາມສະຖານີ."

ສໍາລັບວິທະຍຸ BBC ຂອງອັງກິດ, ອົງການຊື່ມວນຊົນໂລກຂອງສະຫະລັດຫລື USAGM ແລະອົງການບໍລິການກະຈາຍສຽງແຫ່ງອື່ນໆ ແມ່ນກຳລັງທົດລອງ ຫຼືບໍ່ກໍນຳໃຊ້ເຄື່ອງສົ່ງວິທະຍຸໃນຮູບແບບນີ້.

ທ່ານແຟຣນຊິສໂກ ແບຣັກຊີນີ (Francisco Braccini) ກ່າວວ່າ:
“ລວມທັງຈີນ, ປັດຈຸບັນເປັນຜູ້ກະຈາຍສຽງທີ່ໃຊ້ເຄື່ອງ DRM ຄື້ນສຽງລາຍໃຫຍ່ທີ່ສຸດຂອງໂລກ.”

ສະຫະລັດໄດ້ທົດລອງເຄື່ອງດັ່ງກ່າວໂດຍຜ່ານວິທະຍຸກະຈາຍສຽງມາຕີ (Marti) ອອກໄປຫາຄິວບາ.

ການທົດລອງໃນປີ 2009 ຜ່ານມາ ຂອງວິທະຍຸວີໂອເອ ຫລື Voice of America ແມ່ນສາມາດຟັງໄດ້ຢູ່ໃນອອສເຕຣເລຍ.

ມັນເປັນການກະຈາຍສຽງອອກອາກາດທາງຄື້ນສັ້ນ ໂດຍທີ່ເຮັດໃຫ້ການເຊື່ອມລົງຂອງສຽງເຊິ່ງຕາມປົກກະຕິແລ້ວເຮັດໃຫ້ເປັນການລໍາບາກ ສໍາລັບເຄື່ອງຮັບສຽງໃນຄື້ນສັ້ນນັ້ນ ໜ້ອຍກວ່າເກົ່າ.

ເຈົ້າໜ້າທີ່ວີໂອເອ ທີ່ອອກກິນບຳນານແລ້ວ ທ່ານນຶ່ງກ່າວວ່າ DRM ແມ່ນເຄື່ອງສົ່ງວິທະຍຸ ແລະຫລາຍກວ່ານັ້ນ ອີກດ້ວຍ.

ທ່ານເຈີຮາດ ສຕຣົບ (Gerhard Straub), ອະດີດຫົວໜ້າ ພະແນກເທັກໂນໂລຈີຂອງອົງການ USAGM ກ່າວຜ່ານທາງ Skype ວ່າ:
"ເນື່ອງຈາກວ່າ ມັນແມ່ນຂໍ້ມູນດິຈິຕອລ, ບໍ່ວ່າຂໍ້ມູນນັ້ນຈະເປັນສຽງ, ຟາຍລ໌ ເອກະສານ ຫລື ຮູບພາບກໍລ້ວນແຕ່ສົ່ງໄດ້."

ວິທະຍຸກະຈາຍສຽງ ແທຣນສ໌ ເວິລດ໌ (Trans World) ທີ່ເປັນວິທະຍຸກະຈາຍ ສຽງທາງສາສະໜາ ສົ່ງບົດສອນໃນພະຄຳພີຜ່ານເຄື່ອງ DRM ໄປຫາອິນເດຍ, ຈີນ ແລະຍີ່ປຸ່ນ.

ທ່ານຈອຣຈ໌ ຣົສ (George Ross) ຈາກວິທະຍຸກະຈາຍສຽງແທຣນສ໌ ເວິລດ໌ ກ່າວຜ່ານທາງ Skype ວ່າ:"ດັ່ງນັ້ນ, ເມື່ອເວົ້າເຖິງການສື່ສານແລ້ວ, ໂດຍສະເພາະການເຂົ້າໄປໃນເຂດທີ່ພວກເຮົາບໍ່ມີອິນເຕີແນັດ, ນີ້ແມ່ນທາງທີ່ຈະເຂົ້າໄປເຖິງໄດ້."

ຄວາມສາມາດຄອບຄຸມເອົາພື້ນທີ່ກວ້າງຂວາງໄດ້ໂດຍໃຊ້ພະລັງງານຕໍ່າຂອງເຄື່ອງ DRM, ການເຂົ້າເຖິງໄດ້ໄກໂດຍຜ່ານຄື້ນສັ້ນ ແລະຄວາມສາມາດດ້ານຂໍ້ມູນມີແມ່ນເປັນຂໍ້ໄດ້ປຽບກວ່າ ມາດຕະຖານທາງດິຈິຕອລອັນອື່ນ.

ແຕ່ຢ່າງໃດກໍ່ຕາມ ມັນຍັງມີສິ່ງທ້າທາຍຢູ່. ການຍົກລະດັບເຄື່ອງສົ່ງສຽງແມ່ນມີລາຄາແພງ ແລະຍັງບໍ່ທັນມີຕະຫຼາດໃຫຍ່ສຳລັບເຄື່ອງຮັບ DRM ເຊິ່ງມີລາຄາແພງກ່ວາເຄື່ອງກະຈາຍສຽງແບບອະນາລັອກທີ່ເປັນຄູ່ແຂ່ງໃນການໃຊ້ງານຂອງມັນນັ້ນເທື່ອ. ແຕ່ລາຄາກໍກຳລັງຫລຸດລົງ, ແລະເຄື່ອງສົ່ງສັນຍານໃຊ້ພະລັງງານໜ້ອຍລົງ ໃນຂະນະທີ່ສາມາດເຂົ້າເຖິງພື້ນທີ່ກວ້າງກວ່າ ເຄື່ອງສົ່ງສັນຍານແບບອະນາລັອກສາມາດເຮັດໄດ້, …ຊຶ່ງກໍຄືການເຂົ້າເຖິງເຂດທີ່ບໍ່ມີການເຊື່ອມຕໍໍ່ເຄື່ອງສື່ສານທີ່ໃຊ້ອິນເຕີແນັດຄວາມໄວສູງ. ສະຖານີວິທະຍຸກະຈາຍແຫ່ງຊາດຂອງບຣາຊິລ ກຳລັງທົດລອງໃຊ້ DRM ສຳລັບຊຸມຊົນ ຢູ່ໃນເຂດປ່າດົງອາມາຊອນ (Amazon) ທີ່ຢູ່ບ່ອນປ່ຽວ…ໃນຂະນະທີ່ອົງການການກຸສົນຂອງເອກະຊົນກໍາລັງທົດລອງລະບົບຂໍ້ມູນທີ່ໃຊ້ງ່າຍກວ່າ ທີ່ເຊື່ອມຕໍ່ໃສ່ໂທລະສັບມືຖື ໂດຍຜ່ານເຄື່ອງຮັບສົ່ງວິທະຍຸຄື້ນສັ້ນ ໂດຍໃຊ້ການໄຂລະຫັດທາງດິຈິຕອລ - ບໍ່ແມ່ນ DRM, ແຕ່ເປັນການໃຊ້ເທັກໂນໂລຈີເກົ່າ ແບບທັນສະໄໝທີ່ຄ້າຍຄືກັນນີ້.

ທ່ານນາງ ຣູແຊນດຣາ ໂອເບຣາຈາ ກ່າວຜ່ານທາງ Skype ອີກວ່າ:
“ຄົນເວົ້າກັນວ່າ ວິທະຍຸແມ່ນເວທີອອກຂ່າວຂອງມື້ວານນີ້ - ພວກເຮົາກຳລັງມອງຫາອະນາຄົດ. ເອີ, ອະນາຄົດ, ປົກກະຕິແລ້ວ ກໍແມ່ນ ສັບສົນຫຼາຍ, ແລະມັນແມ່ນການປະສົມປະສານກັນຂອງເວທີອອກຂ່າວ. ຂ້າພະເຈົ້າບໍ່ຄິດດອກວ່າໂທລະພາບຈະເຮັດໃຫ້ວິທະຍຸດັບໄປໄດ້. ຂ້າພະເຈົ້າກໍບໍ່ຄິດອີກວ່າ ອິນເຕີແນັດ ຈະເຮັດໃຫ້ວິທະຍຸດັບລົງໄປໄດ້.”

ທ່ານນາງກ່າວຕື່ມອີກວ່າເຄື່ອງສົ່ງສັນຍານວິທະຍຸດິຈິຕອລໂມນດິອາລ ຫລື DRM ແມ່ນສ່ວນນຶ່ງຂອງອະນາຄົດທີ່ວ່ານັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG