ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລູກຊາຍຂອງອະດີດ ຜະເດັດການ ກຳລັງນຳໜ້າຄູ່ແຂ່ງ ຂະນະທີ່ຊາວຟີລິບປິນ ພາກັນໄປລົງຄະແນນສຽງເລືອກເອົາປະທານາທີບໍດີ  


ບັນດາຜູ້ມີສິດລົງຄະແນນສຽງ ພາກັນປ່ອນບັດຂອງພວກເຂົາເຈົ້າ ໃນວັນຈັນ ທີ 9 ພຶດສະພາ 2022, ໃນເມືອງກູໂຊນ (Quezon City) ຂອງຟີລິບປິນ. ຊາວຟີລິບປິນ ເລີ້ມຕົ້ນການລົງຄະແນນເລືອກເອົາປະທານາທິບໍດີຄົນໃໝ່ ໃນວັນຈັນມື້ນີ້ ໂດຍມີລູກຊາຍຂອງຈອມຜະເດັດການທີ່ໄດ້ຖືກໂຄ່ນລົ້ມ ແລະທັງເປັນຜູ້ຕໍ່ສູ້ເພື່ອການປະຕິຮູບ.
ບັນດາຜູ້ມີສິດລົງຄະແນນສຽງ ພາກັນປ່ອນບັດຂອງພວກເຂົາເຈົ້າ ໃນວັນຈັນ ທີ 9 ພຶດສະພາ 2022, ໃນເມືອງກູໂຊນ (Quezon City) ຂອງຟີລິບປິນ. ຊາວຟີລິບປິນ ເລີ້ມຕົ້ນການລົງຄະແນນເລືອກເອົາປະທານາທິບໍດີຄົນໃໝ່ ໃນວັນຈັນມື້ນີ້ ໂດຍມີລູກຊາຍຂອງຈອມຜະເດັດການທີ່ໄດ້ຖືກໂຄ່ນລົ້ມ ແລະທັງເປັນຜູ້ຕໍ່ສູ້ເພື່ອການປະຕິຮູບ.

ຊາວຟີລິບປິນພາກັນໄປປ່ອນບັດເອົາປະທານາທິບໍດີຄົນໃໝ່ໃນວັນຈັນມື້ນີ້ ໂດຍມີລູກຊາຍຂອງຈອມຜະເດັດການທີ່ໄດ້ຖືກໂຄ່ນລົ້ມ ແລະພວກນັກຕໍ່ສູ້ເພື່ອການປະຕິຮູບແລະສິດທິມະນຸດ ຊຶ່ງໃນຂະນະນີ້ ເປັນຜູ້ນຳໜ້າໝູ່ ໃນຊ່ວງເວລາອັນເຄັ່ງຕຶງທີ່ມີຄວາມແຕກແຍກຢ່າງເລິກເຊິ່ງ ໃນລະບອບປະຊາທິປະໄຕຂອງປະ ເທດໃນເອເຊຍແຫ່ງນີ້ ອີງຕາມລາຍງານຂອງອົງການຂ່າວເອພີ.

ທ່ານເຟີດີນານ ມາຣໂກສ ຈູເນຍ ລູກຊາຍ ແລະຜູ້ທີ່ມີຊື່ຄືກັບຜູ້ນຳຜະເດັດການຊຶ່ງໄດ້ຖືກຂັບໄລ່ອອກຈາກຕຳແໜ່ງໃນປີ 1986 ໂດຍການລຸກຮືຂຶ້ນ ທີ່ເອີ້ນວ່າ "ພະລັງຂອງປະຊາຊົນ" ຊຶ່ງໄດ້ຮັບການສະໜັບສະໜຸນຈາກກອງທັບບົກນັ້ນ ກໍໄດ້ນຳໜ້າໝູ່ໃນການຢັ່ງຫາງສຽງກ່ອນໜ້າການເລືອກຕັ້ງ ແລະປາກົດວ່າ ນຳໜ້າໝູ່ຢ່າງຫຼວງ​ຫຼາຍ ແຕ່ຄູ່ແຂ່ງທີ່ໃກ້ຄຽງທີ່ສຸດຂອງທ່ານ ຄືຮອງປະທານາທິບໍດີ ເລນນີ ໂຣເບລໂດ ກໍຕົກສະເງີ້ ແລະບໍ່ພໍໃຈໃນ​ໂອ​ກາດ​ທີ່​ນາມ​ສະ​ກຸນມາຣໂກສ ອີກຄົນນຶ່ງຈະໄດ້ເຂົ້າກຳອຳນາດອີກຄັ້ງນຶ່ງ ແລະທີ່ໄດ້ໃຊ້ສອຍກອງທັບໃຫ້ເປັນປະໂຫຍດໃນການລະດົມອາສາສະໝັກເພື່ອສະໜັບສະໜຸນການລົງສະໝັກຂອງທ່ານນາງ.

ຜູ້ລົງສະໝັກເປັນປະທານາທິບໍດີອີກແປດຄົນ ລວມມີ ອະດີດດາລານັກມວຍ ແມນນີ ປາກກ້ຽວ ເຈົ້າຄອງນະຄອນມະນີລາ ອິສໂກ ໂມເຣໂນ ແລະອະດີດຜູ້ບັນ​ຊາການຕຳຫຼວດແຫ່ງຊາດ ແລະສະມາຊິກສະພາສູງ ປານຟີໂລ ລາກສັນ ພາກັນນຳຫຼັງຫຼວງຫຼາຍ ໃນການຢັ່ງຫາງສຽງຄວາມນິຍົມຂອງຜູ້ມີສິດອອກສຽງຫຼາຍຄັ້ງ.

ແມ່ຍິງຄົນນຶ່ງໃນຂະນະອຸ້ມລູກນ້ອຍ ລໍຖ້າໃຫ້ສູນໜ່ວຍເລືອກຕັ້ງເປີດ ໃນວັນທີ 9 ພຶດສະພາ 2022, ໃນເມືອງກູໂຊນ (Quezon City) ຂອງຟີລິບປິນ. ຊາວຟີລິບປິນ ເລີ້ມຕົ້ນການລົງຄະແນນເລືອກເອົາປະທານາທິບໍດີຄົນໃໝ່ ໃນວັນຈັນມື້ນີ້ ໂດຍມີລູກຊາຍຂອງຈອມຜະເດັດການທີ່ໄດ້ຖືກໂຄ່ນລົ້ມ ແລະທັງເປັນຜູ້ຕໍ່ສູ້ເພື່ອການປະຕິຮູບ. (AP Photo/Aaron Favila)
ແມ່ຍິງຄົນນຶ່ງໃນຂະນະອຸ້ມລູກນ້ອຍ ລໍຖ້າໃຫ້ສູນໜ່ວຍເລືອກຕັ້ງເປີດ ໃນວັນທີ 9 ພຶດສະພາ 2022, ໃນເມືອງກູໂຊນ (Quezon City) ຂອງຟີລິບປິນ. ຊາວຟີລິບປິນ ເລີ້ມຕົ້ນການລົງຄະແນນເລືອກເອົາປະທານາທິບໍດີຄົນໃໝ່ ໃນວັນຈັນມື້ນີ້ ໂດຍມີລູກຊາຍຂອງຈອມຜະເດັດການທີ່ໄດ້ຖືກໂຄ່ນລົ້ມ ແລະທັງເປັນຜູ້ຕໍ່ສູ້ເພື່ອການປະຕິຮູບ. (AP Photo/Aaron Favila)

ຜູ້ໄປປ່ອນບັດລົງຄະແນນສຽງພາກັນໄປລຽນແຖວຍາວຢຽດ ຕັ້ງແຕ່ເຊົ້າໃນເກືອບທົ່ວປະເທດ ໂດຍປາດສະຈາກເຫດການໃດໆເກີດຂຶ້ນ. ແຕ່ຢູ່ໃນແຂວງມາກວິນດານາວ (Maguindanao) ທາງພາກໃຕ້ ຊຶ່ງເປັນຈຸດຮ້ອນແຮງໃນດ້ານຄວາມປອດໄພນັ້ນ ມີພວກຜູ້ຊາຍທີ່ບໍ່ຊາບຝ່າຍ ໄດ້ຍິງລະເບີດມື ຢ່າງໜ້ອຍສາມໜ່ວຍ ເຂົ້າໃສ່ບໍລິເວນສະຖານທີ່ຫໍປະຊຸມຂອງເມືອງດາຕູ ອຸນເຊ (Datu Unsay) ໃນແລງວັນອາທິດວານນີ້ ເຮັດໃຫ້ມີຊາວບ້ານເກົ້າຄົນໄດ້ຮັບບາດເຈັບ ຊຶ່ງພວກເຂົາໄດ້ເດີນທາງໄປທີ່ນັ້ນ ໃນມື້ກ່ອນຈາກຄຸ້ມບ້ານທີ່ຢູ່ຫ່າງໄກ ເພື່ອທີ່ຈະສາມາດລົງຄະແນນສຽງ ໃນວັນຈັນມື້ນີ້. ລະເບີດ​ມືອີກສອງໜ່ວຍ ໄດ້ແຕກຂຶ້ນບໍ່ດົນຫຼັງຈາກນັ້ນ ຢູ່ໃກ້ໆເມືອງຊາຣີຟ ອາກວກ (Shariff Aguak) ແຕ່ບໍ່ໄດ້ເຮັດໃຫ້ຜູ້ໃດບາດເຈັບ ຕາມທີ່ຕຳຫຼວດໄດ້ກ່າວ.

ຜູ້ຊະນະເລີດ ຈະໄດ້ເຂົ້າດຳລົງຕຳແໜ່ງ ໃນວັນທີ 30 ມິຖຸນາ ເປັນເວລານຶ່ງສະໄໝ ໄລຍະ 6 ປີ ໃນຖານະເປັນຜູ້ນຳຂອງປະເທດເອເຊຍຕາເວັນອອກສຽງໃຕ້ ທີ່ຖືກກະທົບຢ່າງໜັກໂດຍການລະບາດຂອງພະຍາດໂຄວິດ-19 ແລະການປິດເມືອງ ມາໄດ້ສອງປີ.

ຍັງມີບັນຫາທ້າທາຍຫຼາຍຢ່າງທີ່ລວມມີ ເສດຖະກິດຊຸດໂຊມລົງນັບມື້ ຄວາມຍາກຈົນທີ່ໜັກໜ່ວງຫຼາຍຂຶ້ນ ແລະການຫວ່າງງານ ພ້ອມທັງການກໍ່ຄວາມບໍ່ສະຫງົບຂອງຊາວມຸສລິມ ແລະພວກຄອມມິວນິສ ທີ່ຍາວນານຫຼາຍທົດສະວັດ. ຍັງມີແນວໂນ້ມ ທີ່ຈະມີຄຳຖາມກ່ຽວກັບວິທີການຈັດການກັບຄຳຮຽກຮ້ອງ ໃຫ້ດຳເນີນຄະດີກັບ ຜູ້ນຳ ທ່ານໂຣຣີໂກ ດູເຕີເຕ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ຊຶ່ງການປາບປາມຕໍ່ຕ້ານຢາເສບຕິດຂອງທ່ານນັ້ນ ໄດ້ເຮັດໃຫ້ຫຼາຍພັນຄົນຖືກຂ້າຕາຍ ຊຶ່ງໂດຍສ່ວນໃຫຍ່ເປັນຜູ້ຕ້ອງສົງໄສທີ່ບໍ່ສຳຄັນເລີຍ ແລະໄດ້ກໍ່ໃຫ້ເກີດການສືບສວນສອບສວນໂດຍສານອາຍາສາກົນ ຫຼື ICC.

ລູກສາວຂອງທ່ານດູເຕີເຕ ທ່ານນາງຊາຣາ ດູເຕີເຕ ຜູ້ທີ່ເປັນຜູ້ປົກຄອງເມືອງດາວາວ ທາງພາກໃຕ້ ກໍໄດ້ຢູ່ຂັ້ນນຳໃນການຢັ່ງຫາງສຽງ ດ້ວຍຖານະເປັນຮອງປະທານາທິບໍດີ ຂອງທ່ານມາໂກສ ຈູເນຍ ແລະເປັນຄູ່ລົງແຂ່ງຂັນກັບທ່ານ ຊຶ່ງເປັນພັນທະມິດຂອງເຊື້ອສາຍຂອງທັງສອງອະດີດຜູ້ນຳຜະເດັດການ ຜູ້ທີ່ເຮັດໃຫ້ກຸ່ມ​ປົກ​ປ້ອງສິດມະນຸດທັງຫຼາຍ ມີຄວາມເປັນຫ່ວງ. ການຜູກສາຍສຳພັນດັ່ງກ່າວ ໄດ້ຮວມເອົາອຳນາດຂອງຄະແນນສຽງຈາກຖານທີ່ໝັ້ນໃນດ້ານການເມືອງຢູ່ເຂດພາກເໜືອ ແລະໃຕ້ ທີ່ແຍກຈາກກັນນັ້ນ ໂດຍເສີມຂະຫຍາຍໂອກາດຂອງພວກເຂົາເຈົ້າ ແຕ່ກໍເຮັດໃຫ້ພວກນັກເຄື່ອນໄຫວ ມີຄວາມກັງວົນ ກ່ຽວກັບສິດທິມະນຸດຫຼາຍຂຶ້ນຕື່ມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG