ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທາງການ ລາວ ໄດ້ຮັບເງິນທຶນ 1 ລ້ານໂດລາ ເພື່ອນຳໃຊ້ ໃນການອະນຸລັກ ເຂດປ່າ ສະຫງວນ ແຫ່ງຊາດ


ແມ່ນ້ຳໄຫຼຜ່ານປ່າສະຫງວນ ແຫ່ງຊາດ ນາກາຍ ແຂວງ ຄຳມ່ວນ.
ແມ່ນ້ຳໄຫຼຜ່ານປ່າສະຫງວນ ແຫ່ງຊາດ ນາກາຍ ແຂວງ ຄຳມ່ວນ.

ທາງການ ລາວ ໄດ້ຮັບການສະໜັບສະໜູນເງິນທຶນ 1 ລ້ານໂດລາຕໍ່ປີຈາກກຸ່ມຜູ້ລົງທຶນໃນ ໂຄງການເຂື່ອນນ້ຳເທີນ 2 ສຳລັບນຳໃຊ້ໃນການອະນຸລັກເຂດປ່າສະຫງວນແຫ່ງຊາດ ນາ ກາຍ ເປັນເວລາ 30 ປີຕິດຕໍ່ກັນ.

ທ່ານ ໂອໄດ ສຸດາພອນ ເຈົ້າແຂວງ ແລະ ເລເຂາພັກແຂວງຄຳມ່ວນ ຖະແຫຼງຢືນຢັນວ່າ ກຸ່ມບໍລິສັດນ້ຳເທີນ ພາວເວີຈຳກັດ ຜູ້ລົງທຶນໃນໂຄງການເຂື່ອນນ້ຳເທີນ 2 ໃນແຂວງ ຄຳ ມ່ວນ ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນໃນມູນຄ່າສະເລ່ຍ 1 ລ້ານໂດລາຕໍ່ປີສຳລັບ ນຳໃຊ້ເພື່ອການອະນຸລັກເຂດປ່າສະຫງວນແຫ່ງຊາດ ນາກາຍ ນັບຕັ້ງແຕ່ປີ 2005 ເປັນ ຕົ້ນມາ ແລະ ຍັງຈະສືບຕໍ່ໃຫ້ການສະໜັບສະໜູນໄປຈົນເຖິງປີ 2035 ຊຶ່ງເປັນປີສິ້ນສຸດ ສັນຍາສຳປະທານໃນໂຄງການດັ່ງກ່າວນີ້ ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ.

"ລັດຖະບານ ລາວ ພວກເຮົາກໍໄດ້ເຫັນບັນຫາຄືກັນວ່າ ຊິເຮັດແນວໃດໃນການປ້ອງກັນ ປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ ສະນັ້ນບໍລິສັດກໍ່ສ້າງເຂື່ອນໄຟຟ້າ ນຳ້ເທີນ ນີ້ ໃນເບື້ອງຕົ້ນກະຄາດຄະເນວ່າໂຄງການອັນນີ້ຈະນຳໃຊ້ປະມານ 30 ປີຕາມສັນຍາສຳ ປະທານ ແລະ ເພີ່ນກະຕົກລົງໃຫ້ເງິນປີໜຶ່ງລ້ານໂດລາໃນເບື້ອງຕົ້ນ ແລ້ວກໍຈະຂຶ້ນລົງ ຕາມອັດຕາຂອງເງິນແຕ່ລະໄລຍະ ເພື່ອສຸມໃສ່ປົກປັກຮັກສາປ່າສະຫງວນແຫ່ງຊາດ ນາກາຍ-ນ້ຳເທີນ."

ໂດຍປ່າສະຫວງແຫ່ງຊາດ ນາກາຍ ຖືເປັນປ່າສະຫງວນແຫ່ງຊາດເຂດໃຫຍ່ ແລະ ອຸດົມ ສົມບູນທີ່ສຸດໃນ ລາວ ຊຶ່ງນອກຈາກຈະມີສະພາບປ່າໄມ້ທີ່ຍັງໜາແໜ້ນຢູ່ໃນເນື້ອທີ່ກວ້າງ ກວ່າ 3 ແສນເຮັກຕາ ແລະ ເປັນທີ່ອາໄສຂອງຊ້າງຈຳນວນຫຼາຍຮ້ອຍຕົວແລ້ວ ກໍຍັງເປັນ ເຂດທີ່ຢູ່ອາໄສຂອງສັດປ່າຫາຍາກທີ່ໄກ້ຈະສູນພັນກໍຄືໂຕ ເສົາລາ (Saola) ທີ່ພົບເຫັນໄດ້ ແຫ່ງດຽວໃນໂລກ ສະເພາະໃນເຂດປ່າສະຫງວນແຫ່ງຊາດ ນາກາຍ ເທົ່ານັ້ນອີກດ້ວຍ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກຳ-ປ່າໄມ້ ເປີດເຜີຍວ່າລັດຖະບານ ລາວ ໄດ້ ຈັດສັນປ່າໄມ້ຢູ່ໃນ 51 ເຂດເປັນເຂດປ່າຜະລິດ ໂດຍຄິດເປັນພື້ນທີ່ລວມເຖິງ 3.1 ລ້ານ ເຮັກຕາໃນທົ່ວປະເທດ ແລະ ໄດ້ມອບໝາຍໃຫ້ປະຊາຊົນຢູ່ໃນ 442 ພື້ນທີ່ເປັນພາກສ່ວນ ທີ່ຮັບຜິດຊອບໃນການຄຸ້ມຄອງ ແລະ ເກັບເອົາຜົນປະໂຫຍດຮ່ວມກັນ ໂດຍຖືເປັນພາກ ສ່ວນໜຶ່ງໃນແຜນການເພີ່ມຄວາມໜາແໜ້ນຂອງສະພາບປ່າໄມ້ໃນ ລາວ ໃຫ້ໄດ້ເຖິງ 65 ເປີເຊັນ ແລະ 70 ເປີເຊັນຂອງເນື້ອທີ່ທັງໝົດໃນປີ 2015 ແລະ ປີ 2020.

ແຕ່ຢ່າງໃດກໍຕາມ ເຈົ້າໜ້ທີ່ຂັ້ນສູງຂອງ ລາວ ຍອມຮັບວ່າເປັນການຍາກຢ່າງຍິ່ງທີ່ລັດຖະ ບານ ລາວ ຈະສາມາດບັນລຸເປົ້າໝາຍທີ່ວາງໄວ້ຕາມແຜນການດັ່ງກ່າວ ເນື່ອງຈາກວ່າປ່າ ໄມ້ຢູ່ໃນເຂດປ່າສະຫງວນແຫ່ງຊາດ ໄດ້ຫຼຸດຄວາມໜາແໜ້ນລົງຢ່າງຫຼວງຫຼາຍໃນໄລຍະ 15 ປີມານີ້ ຊຶ່ງເປັນຜົນມາຈາກການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດຢ່າງ ກວ້າງຂວາງ ໂດຍເຮັດໃຫ້ປ່າໄມ້ທີ່ຢູ່ໃນຄວາມຮັບຜິດຊອບຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມທຳມະຊາດຍັງຄົງເຫຼືອພຽງ 4 ລ້ານເຮັກຕາ ຫຼື ຄິດເປັນ 16 ເປີເຊັນ ຂອງພື້ນທີ່ທັງໝົດເທົ່ານັ້ນ.

ໂດຍປັດໄຈທີ່ເຮັດໃຫ້ການລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດສາມາດດຳເນີນ ການໄດ້ຢ່າງກວ້າງຂວາງນັ້ນ ເພາະມີຜູ້ບໍລິຫານຂັ້ນສູງໃນພາກລັດຖະບານ ລາວ ໄດ້ເຂົ້າ ໄປມີສ່ວນຜົນປະໂຫຍດຮ່ວມດ້ວຍ ຈຶ່ງໄດ້ປ່ອຍປະໃຫ້ມີການລັກລອບຕັດໄມ້ຢູ່ເລື້ອຍມາ.

ຍິ່ງໄປກວ່ານັ້ນ ຈາກການກວດສອບເຂດສຳປະທານຫຼາຍກວ່າ 200 ພື້ນທີ່ໃນທົ່ວປະເທດ ຍັງພົບວ່າໄດ້ມີການລ່ວງລ້ຳເຂົ້າໄປລັກລອບຕັດໄມ້ຢູ່ໃນເຂດປ່າສະ ຫງວນ ແລະ ເຂດປ່າ ປ້ອງກັນຂອງລັດຖະບານ ລາວ ທັງໃນລະດັບທ້ອງຖິ່ນ ແລະ ຂັ້ນສູນກາງຢ່າງກວ້າງຂວາງ ອີກດ້ວຍ.

ໂດຍອີງຕາມຂໍ້ມູນຂອງກະຊວງແຜນການ ແລະ ການລົງທຶນ ລະບຸວ່າລັດຖະບານ ລາວ ໄດ້ອະນຸຍາດໃຫ້ສຳປະທານທີ່ດິນເພື່ອປູກພືດເສດຖະກິດຕ່າງໆເຊັ່ນ ຢາງພາລາ, ຢູຄາ ລິບຕັສ, ອ້ອຍ, ສາລີ ແລະ ມັນຕົ້ນ ຄິດເປັນພື້ນທີ່ລວມກັນກວ້າງກວ່າ 570,000 ເຮັກຕາ ຫາກແຕ່ຈາກການກວດສອບໃນພາກຕົວຈິງພົບວ່າ ໄດ້ມີການບຸກເຂົ້າໄປລັກລອບຕັດໄມ້ ໃນເຂດປ່າສະຫງວນ ແລະ ປ່າປ້ອງກັນຂອງລັດຖະບານ ຄິດເປັນພື້ນທີ່ກວ້າງກວ່າ 1 ລ້ານເຮັກຕາແລ້ວໃນປະຈຸບັນ.

ທັງນີ້ໂດຍໃນແຜນການປີ 2014 - 2015 ລັດຖະບານ ລາວ ໄດ້ອະນຸມັດໂຄຕ້າການຕັດ ໄມ້ຄິດເປັນປະລິມານລວມ 1​ ລ້ານກວ່າແມັດກ້ອນ ຫາກແຕ່ວ່າລັດຖະບານ ລາວ ກັບມີ ລາຍຮັບພຽງແຕ່ 20 ລ້ານໂດລາເທົ່ານັ້ນ.

XS
SM
MD
LG