ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຍັງມີ ການພັດທະນາ ສ້າງສາຕໍ່ໄປ ຢູ່ໃນເຂດ ທີ່​ເຄີຍ​ເກີດສົງຄາມ ໃນມຽນມາ


Development Continues in Former Myanmar Conflict Zones, Refugees Still Wait
please wait

No media source currently available

0:00 0:01:38 0:00

ເຊີນຊົມວິດິໂອການສ້າງສາ ຢູ່ໃນເຂດ ທີ່​ເຄີຍ​ເກີດສົງຄາມ

ໃນປະເທດມຽນມາ ອົງການພັດທະນານາໆຊາດ ຍັງສືບຕໍ່ປະຕິ ບັດວຽກງານຢູ່ໃນອະ
ດີດເຂດສົງຄາມ ໃນຂະນະທີ່ຊາວອົບພະຍົບ ຫຼາຍກວ່າ 100,000 ຄົນແລະພວກ
ຜູ້ປະສົບໄພສົງຄາມ ຍັງຄົງຂາດທີ່ຢູ່ອາໄສ ຢູ່ຕໍ່ມາ ຕາມເຄີຍ. Steve Sandford ກຳລັງສັງເກດເບິ່ງ ການທ້າທາຍຕ່າງໆ ຢູ່ ໃນປະຊາຄົມນຶ່ງ ໃນລັດຂອງຊາວກະລ່ຽງ ບ່ອນທີ່ພວກບໍລິສັດຂອງຈີນ ກຳ ລັງສ້າງເມືອງພັກຜ່ອນແຫ່ງນຶ່ງ ຊຶ່ງສາລີ ຈະນຳເອົາ
ລາຍລະອຽດ ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ຢູ່ໃນເມືອງທີ່ມີຊື່ວ່າ Shwe Koko ນັ້ນ ພວກຊາວບ້ານ ໄດ້ພາກັນສູ້ຊົນ ດີ້ນລົນເພື່ອ
ຄວາມຢູ່ລອດ ລຸນຫຼັງສົງຄາມນັບເປັນຫຼາຍໆທົດສະວັດ ລະຫວ່າງ ກອງທັບມຽນມາ
ກັບກຸ່ມຊົນເຜົ່າຕ່າງໆທີ່ປະກອບອາວຸດ.

ສັນຍາຢຸດຍິງ ໄດ້ນຳມາ ຊຶ່ງສະເຖຍລະພາບບາງສ່ວນ ແຕ່ສິ່ງທີ່ຈຳເປັນພື້ນ ຖານສຳ
ລັບຊີວິດກໍແມ່ນຍັງຈຳກັດຂອບເຂດສຳລັບນັກທຸລະກິດທ້ອງຖິ່ນ ເຊັ່ນ ເຈົ້າຂອງຮ້ານ
ຄ້າເຊັ່ນ ຊໍ ຕູ ເປັນຕົ້ນ. ຊໍ ຕູ ຜູ້ຈັດການຮ້ານເວົ້າວ່າ“ຫຼາຍຄົນຕ້ອງການນໍ້າດື່ມນໍ້າໃຊ້.
ແລະບາງເຂດ ບໍ່ມີລະບົບນໍ້າປະປາ ແລະ ໄຟຟ້າ. ມັນມີຢູ່ ແຕ່ໃນຄຸ້ມຕະຫຼາດ ທຸລະ
ກິດເທົ້ານັ້ນ.”

ເຖິງແມ່ນຈະມີການຂາດເຂີນຕ່າງໆເຫຼົ່ານີ້ກໍຕາມ ແຕ່ແຫຼ່ງທ່ອງທ່ຽວ ລາຄານັບ ເປັນ
ຫຼາຍໆລ້ານໂດລາ ທີ່ບໍລິສັດຈີນມາລົງທຶນປຸກສ້າງ ຢູ່ຫ່າງຈາກເມືອງນີ້ໄປ ພຽງສອງ
ສາມນາທີ ກໍແມ່ນພວມມດຳເນີນໄປຢູ່.

ພວກຄົນທ້ອງຖິ່ນພາກັນຄັດ​ຄ້ານ​ຕໍ່ໂຄງການອັນໃຫຍ່ໂຕນີ້ ຊຶ່ງມີລວມທັງແຫຼ່ງ ກາຊີ
ໂນຫຼາຍບ່ອນ ແຕ່ພວກຈັດແຈງການກໍ່ສ້າງກໍ່ເວົ້າວ່າ ວຽກງານແລະແລະ ການຄ້າ
ຂາຍຈະມີໄປພ້ອມໆກັບການຂະຫຍາຍໂຕທີ່ວ່ານີ້.

ທ່ານ ຊໍ ມິນ ມິນ ອູ ປະຈຳຄະນະກຳມະການພັດທະນາເມືອງ Shwe Koko ເວົ້າເປັນ
ພາສາກະລ່ຽງວ່າ “ພວກເຮົາໄດ້ຮັບອະນຸຍາດຈາກລັດຖະບານມຽນມາໃຫ້ສ້າງເມືອງ
ຈີນ ແລະໃຫ້ ພັດທະນາເສດຖະກິດຊາຍແດນພາຍໃນສອງປີ. ພວກເຮົາຈະເຮັດໃຫ້
ສຳເລັດໃນ ສອງປີ ແລ້ວພວກເຮົາກໍຈະສ້າງໂຮງແຮມເປັນໂຄງການທີສອງ.”

ຂົວແຫ່ງໃໝ່ ຫາກໍເປີດບໍລິການໃນປີນີ້ ເຊື່ອມຕໍ່ເຂດດັ່ງກ່າວ ໄປຫາຍ່ານການ ຄ້າທຸ
ລະກິດ ຂ້າມຊາຍແດນໄປຫາປະເທດໄທ ແລະຕໍ່ໃສ່ທາງດ່ວນເອເຊຍ.

ແຕ່ວ່າການຍາດກັນເອົາຊັບສິນທີ່ດິນທີ່ເປັນລາຄາ ແມ່ນພວມມີຶ້ຂຶ້ນໃນທ່າມກາງ ການ
ຮຽກຮ້ອງຍຶດເອົາຊັບສິນທີ່ດິນ ໃນຂະນະທີ່ພວກອົບພະຍົບ100,000 ຄົນ ຍັງຄົງຕົກຢູ່
ໃນສະພາບທີ່ບໍ່ຮູ້ວ່າ ຈະເຮັດຈັ່ງໃດ ຢູ່ໃນສູນອົບພະຍົບປະເທດໄທ.

ທ່ານ ສຸຊາດ ຕຣີຣັດວະຕັນ ທີ່ປຶກສາດ້ານການຄ້າ ທີ່ສູນແມ່ສອດກ່າວວ່າ“ການທ້າ
ທາຍທີ່ໃຫຍ່ໂຕ ໃນການພັດທະນາສ້າງສາກໍຄື ລາຄາທີ່ດິນໄດ້ຖີບໂຕ ສູງຂຶ້ນ ຢ່າງ
ໃຫຍ່ໃນໄລຍະ 3 – 4 ປີຜ່ານມານີ້. ລາຄາໄດ້ແພງຂຶ້ນເກີນຮ້ອຍ ເປີເຊັນ ແລະອັນນັ້ນ ພາໃຫ້ການສ້າງສາຢຸດສະງັກລົງ ຢູ່ໃນເຂດນີ້.”

ໃນຂະນະທີ່ການພັດທະນາສ້າງສາບໍ່ມີການຕໍ່ເນື່ອງກັນຢູ່ນີ້ ຊາວກະລ່ຽງທ້ອງ ຖິ່ນ ກໍ
ຍັງຕັ້ງຄວາມຫວັງໄວ້ຢູ່ວ່າ ພວກເຂົາເຈົ້າ ຈະບໍ່ຖືກຫຼົງລືມ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG