ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄຕ້ຫວັນສອງຄົນ ຖືກຄວບຄຸມຕົວ ໃນຈີນ ຈົນກະຕຸ້ນໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມປອດໄພສ່ວນຕົວ


ຊາຍຄົນນຶ່ງ ຈູງລົດຖີບຜ່ານລົດຕູ້ຂອງຕຳຫຼວດ ທີ່ຈອດຢູ່ໃກ້ກັບຂົວ ຕາມເສັ້ນທາງ ຈາງ'ອານ (Chang'an Avenue) ໃນນະຄອນຫຼວງປັກກິ່ງ, ວັນທີ 4 ມິຖຸນ 2024.
ຊາຍຄົນນຶ່ງ ຈູງລົດຖີບຜ່ານລົດຕູ້ຂອງຕຳຫຼວດ ທີ່ຈອດຢູ່ໃກ້ກັບຂົວ ຕາມເສັ້ນທາງ ຈາງ'ອານ (Chang'an Avenue) ໃນນະຄອນຫຼວງປັກກິ່ງ, ວັນທີ 4 ມິຖຸນ 2024.

ທ້າວ ລິນ ໄຈ-ຮັງ ນັກຖ່າຍຮູບຊາວໄຕ້ຫວັນ ບໍ່ເຄີຍຄິດເລີຍວ່າ ການເດີນທາງ​ເພື່ອທຸລະກິດໄປ ຈີນ ຕາມປົກກະຕິນັ້ນຈະກາຍເປັນການຖືກກັກຕົວເປັນເວລາ 12 ຊົ່ວໂມງຢູ່ທີ່ກົມຕຳຫຼວດຂອງຈີນ.

ທ້າວລິນ ຜູ້ທີ່ໄດ້ພິມປຶ້ມຫຼາຍຫົວທີ່ບັນທຶກຊີວິດຂອງພວກກະເທີຍນັ້ນ ໄດ້ກ່າວ ວ່າ ລາວ ຄາດວ່າຈະໄປໂຄສະນາສົ່ງເສີມຜົນງານຂອງລາວ ຢູ່ທີ່ງານວາງສະ ແດງປຶ້ມ ໃນເມືອງນານຈິ່ງຂອງຈີນ ໃນວັນທີ 31 ພຶດສະພາ. ແຕ່ພາຍຫຼັງຈາກ ລາວໄດ້ເລີ້ມຕັ້ງບູທ໌ຂອງລາວ ບໍ່ຮອດເຄິ່ງຊົ່ວໂມງ ກໍມີຄົນແປກໜ້າເຈັດ-ແປດ ຄົນເຂົ້າມາເລີ້ມຖ່າຍຮູບເອົາປຶ້ມຕ່າງໆຂອງລາວ ແລ້ວອີກບໍ່ດົນພວກເຂົາໄດ້ ເອີ້ນເຈົ້າໜ້າທີ່ຕຳຫຼວດໃຫ້ເອົາທ້າວລິນໄປ.

“ໃນເບື້ອງຕົ້ນ ຕຳຫຼວດໄດ້ກັບຄືນໄປຫ້ອງພັກໂຮງແຮງຂອງຂ້ອຍອີກຮອບນຶ່ງ ເພື່ອຊອກຫາ ແລ້ວເອົາຕົວຂ້ອຍ ແລະພວກພະນັກງານຢູ່ງານວາງສະແດງປຶ້ມ ໄປຍັງກົມຕຳຫຼວດ” ທ້າວລິນ ໄດ້ກ່າວຕໍ່ວີໂອເອ ໃນການສຳພາດຜ່ານທາງໂທ ລະສັບ ຊຶ່ງລາວກ່າວຕື່ມວ່າ ຕຳຫຼວດບອກລາວວ່າ ລາວຈະຖືກຄວບຄຸມຕົວ ເປັນເວລາ 24 ຊົ່ວໂມງ ສຳລັບ “ການເຜີຍແຜ່ຮູບພາບອະນາຈານ.”

ທ້າວລິນ ເວົ້າວ່າ “ພວກເຂົາເຈົ້າ ເອົາໂທລະສັບຂ້ອຍໄປ ແລ້ວໃສ່ກັບມືຂ້ອຍ ກວດຄົ້ນຕົນຕົວຂ້ອຍທັງໝົດ ແລະເກັບກຳເອົາລາຍນິ້ວມື ແລະຕົວຢ່າງເລືອດ ຂອງຂ້ອຍ.”

ໃນລະຫວ່າງ ການສອບປາກຄຳ ຕຳຫຼວດໄດ້ຖາມທ້າວລິນ ກ່ຽວກັບເລື້ອງສ່ວນ ຕົວຂອງລາວຫຼາຍຄຳຖາມ ທີ່ລວມມີລົດນິຍົມທາງເພດຂອງລາວ, ລາຍລະ ອຽດກ່ຽວກັບຄອບຄົວຂອງລາວ, ເປັນຫຍັງລາວຈຶ່ງຖ່າຍຮູບພວກກະເທີຍ ແລະ ເປັນຫຍັງລາວ ຈຶ່ງຕັດສິນໃຈເຂົ້າຮ່ວມໃນງານວາງສະແດງປຶ້ມ. ທ້າວລິນ ຈື່ໄດ້ ວ່າ “ຕຳຫຼວດຕໍ່ຈາກນັ້ນ ໄດ້ສົ່ງຂ້ອຍກັບຄືນໄປຫ້ອງນຶ່ງ ແລະຂ້ອຍກໍໄດ້ຖືກ ຄຸມຂັງເປັນເວລາຫຼາຍຊົ່ວໂມງກັບຄົນອື່ນໆ.”

ໃນທີ່ສຸດ ລາວກໍໄດ້ຖືກປ່ອຍຕົວໃນຕອນກາງຄືນ ແຕ່ຕຳຫຼວດໄດ້ຍຶດເອົາຜົນ ງານສ່ວນຫຼາຍຂອງລາວໄປ. “ພວກເຂົາບອກຂ້ອຍວ່າ ຂ້ອຍໄດ້ຖືກຄຸມຕົວ ຍ້ອນເນື້ອຫາໃນຜົນງານຕ່າງໆຂອງຂ້ອຍນັ້ນ ແມ່ນບໍ່ເໝາະສົມສຳລັບການສະ ແດງຕໍ່ສາທາລະນະ” ທ້າວລິນ ໄດ້ກ່າວຕໍ່ວີໂອເອ ແລະກ່າວຕື່ມວ່າ ຕຳຫຼວດ ໄດ້ເອົາສິ່ງໃດກໍຕາມທີ່ກ່ຽວຂ້ອງກັບຫົວຂໍ້ເລື້ອງ LGBT.

Taiwanese photographer Lin Jai-hang never thought a seemingly routine business trip to China would turn into a 12-hour detention at a Chinese police station.

Lin, who has published several books documenting the lives of gay men, said he was supposed to promote his works at a book fair in China’s Nanjing City on May 31. But less than half an hour after he began to set up his booth, seven or eight strangers came up to start taking photos of his books and soon they called the police to take Lin away.

“The police first went back to my hotel room for another round of search and took me and a staff from the book fair to the police station,” Lin told VOA in a phone interview, adding that the police told him he would be detained for 24 hours for “spreading obscene images.”

“They took away my phone, put me in handcuffs, performed a strip search on me, and collected my fingerprints and blood samples,” he said.

During the questioning, the police asked Lin a series of personal questions, including his sexual orientation, details about his family, why he photographed gay men, and why he decided to join the book fair. “The police then sent me back to a room and I was detained for several hours with other people,” Lin recalled.

He was eventually released around midnight, but the police confiscated most of his works. “They told me that I was detained because the subjects of my works aren’t appropriate for public display,” he told VOA, adding that the police took away anything related to LGBTQ topics.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG