ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການກັກຂັງທ່ານນາງ ອອງ ຊານ ຊູ ຈີ ຖືກຕໍ່ເວລາອອກໄປໃສ່ວັນພຸດ


ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ປະເທດ ມຽນມາ.
ການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ປະເທດ ມຽນມາ.

ພວກຜູ້ນຳທະຫານ ມຽນມາ ໄດ້ຂະຫຍາຍເວລາການກັກຂັງຜູ້ນຳທີ່ຖືກຂັບໄລ່ອອກຈາກຕຳແໜ່ງຂອງເຂົາເຈົ້າ ທ່ານນາງ ອອງ ຊານ ຊູ ຈີ ໄປຈົນຮອດວັນພຸດ.

ກອງທັບໄດ້ຄວບຄຸມຕົວທ່ານນາງ ຊູ ຈີ ໃນຂໍ້ກ່າວຫາ ກ່ຽວກັບ ການນຳເຂົ້າເຄື່ອງສົ່ງຮັບວິທະຍຸເມື່ອສອງອາທິດທີ່ຜ່ານມາໃນເວລາທີ່ເຂົາເຈົ້າໄດ້ຍຶດອຳນາດ. ທ່ານນາງໄດ້ຖືກກັກຂັງຢູ່ໃນທີ່ພັກທາງການຂອງທ່ານນາງໃນນະຄອນຫຼວງ ເນປີດໍ.

ຄຳສັ່ງກັກຂັງດັ້ງເດີມຂອງທ່ານນາງແມ່ນມີກຳນົດທີ່ຈະໝົດອາຍຸໃນວັນຈັນມື້ນີ້, ແຕ່ທະນາຍຄວາມທີ່ເປັນຕົວແທນໃຫ້ທ່ານນາງ ຊູ ຈີ ໄດ້ກ່າວວ່າຜູ້ພິພາກສາໄດ້ຕໍ່ເວລາໄປຈົນຮອດວັນພຸດ.

ການເຄື່ອນໄຫວດັ່ງກ່າວໄດ້ມີຂຶຶ້ນໃນຂະນະທີ່ພວກປະທ້ວງໄດ້ເຕົ້າໂຮມກັນອີກຄັ້ງນຶ່ງໃນວັນຈັນມື້ນີ້ໃນຫຼາຍເຂດຂອງປະເທດ ມຽນມາ, ໃນຂະນະທີ່ກອງກຳລັງທະຫານ ແລະ ລົດທະຫານຫຼາຍຄັນໄດ້ຖືກສົ່ງໄປ ທ່າມກາງການມີໜ້າຮັກສາຄວາມປອດໄພທີ່ຫຼາຍຂຶ້ນໃນຕົວເມືອງທີ່ສຳຄັນຕ່າງໆ.

ບັນດາເຈົ້າໜ້າທີ່ຍັງໄດ້ຕັດການເຂົ້າຫາອິນເຕີແນັດໃນຕອນຂ້າມຄືນທີ່ຜ່ານມາ.

ເລຂາທິການໃຫຍ່ສະຫະປະຊາຊາດທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວວ່າການຈຳກັດດັ່ັງກ່າວ ແລະ ການຈັບກຸມບັນດາຜູ້ນຳການເມືອງ ແລະ ກຸ່ມສັງຄົມພົນລະເຮືອນນັ້ນ “ແມ່ນໜ້າເປັນຫ່ວງຢ່າງຍິ່ງ.”

ໂຄສົກທ່ານ ກູເຕເຣສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນວັນອາທິດວານນີ້ ວ່າ “ທ່ານເລຂາທິ ການໃຫຍ່ແມ່ນເປັນຫ່ວງຢ່າງຍິ່ງ ກ່ຽວກັບ ສະຖານະການໃນ ມຽນມາ, ລວມທັງການໃຊ້ກຳລັງເພີ່ມ ຂຶ້ນ ແລະ ການລາຍງານ ກ່ຽວກັບ ການສົ່ງລົດຫຸ້ມເກາະໄປເມືອງທີ່ສຳຄັນເພີ່ມເຕີມ. ທ່ານໄດ້ຮຽກ ຮ້ອງໃຫ້ທະຫານຂອງ ມຽນມາ ແລະ ຕຳຫຼວດຮັບປະກັນວ່າ ການເຕົ້າໂຮມກັນຢ່າງສັນຕິແມ່ນໄດ້ຖືກເຄົາລົບຢ່າງເຕັມທີ່ ແລະ ຜູ້ປະທ້ວງຈະບໍ່ຖືກປາບປາມດ້ວຍກຳລັງ. ລາຍງານຕ່າງໆ ກ່ຽວກັບ ການສືບຕໍ່ໃຊ້ຄວາມຮຸນແຮງ, ການຂົ່ມຂູ່ ແລະ ການຮາວີລົບກວນໂດຍເຈົ້າໜ້າຮັກສາຄວາມປອດໄພແມ່ນຮັບບໍ່ໄດ້.”

ໃນຖະແຫຼງການຮ່ວມ, ບັນດາເອກອັກຄະລັດຖະທູດ ມຽນມາ ຈາກ ສະຫະລັດ, ການາດາ ແລະ 12 ປະເທດໃນສະຫະພາບຢູໂຣບ ກໍໄດ້ກ່າວປະນາມການຂັດຂວາງການສື່ສານຂອງທະຫານ ມຽນມາ ແລະ ໄດ້ສະແດງການສະໜັບສະໜູນຕໍ່ປະຊາຊົນ ທຽນມາ, ໂດຍເວົ້າວ່າ “ໂລກແມ່ນກຳ ລັງເບິ່ງຢູ່.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG