ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ຣາມານ ປຣາຕາເສວິຈ ນັກຂ່າວຕໍ່ຕ້ານລັດຖະບານ ທີ່ຖືກຄຸມຂັງ ປາກົດໂຕໃນວີດິໂດ ຢູ່ເບລາຣຸສ


ທ່ານ Raman Pratasevich, ນັກຂຽນຂ່າວທາງອອນລາຍທີ່ຖືກຈັບ ໃນຂະນະທີ່ຂີ່ເຮືອບິນຂອງສາຍການບິນ Ryanair ຖືກບັງຄັບໃຫ້ລົງຈອດ ໃນນະຄອນຫລວງມິງສ໌ ປາກົດໂຕໃນວີດິໂອ ກ່ອນການດໍາເນີນຄະດີ ທີ່ເບລາຣຸສ, ວັນ 24 ພຶດສະພາ, 2021 (Telegram@Zheltyeslivy/Reuters TV)
ທ່ານ Raman Pratasevich, ນັກຂຽນຂ່າວທາງອອນລາຍທີ່ຖືກຈັບ ໃນຂະນະທີ່ຂີ່ເຮືອບິນຂອງສາຍການບິນ Ryanair ຖືກບັງຄັບໃຫ້ລົງຈອດ ໃນນະຄອນຫລວງມິງສ໌ ປາກົດໂຕໃນວີດິໂອ ກ່ອນການດໍາເນີນຄະດີ ທີ່ເບລາຣຸສ, ວັນ 24 ພຶດສະພາ, 2021 (Telegram@Zheltyeslivy/Reuters TV)

ຝ່າຍຄ້ານໃນເບລາຣຸສເວົ້າວ່າ ມັນເປັນທີ່ຈະແຈ້ງເລີຍ ທີ່ວ່ານັກຂ່າວ ຣາມານ ປຣາຕາເສວິຈ (Raman Pratasevich) ທີ່ຖືກຈັບ ໃນວັນອາທິດຜ່ານມາ ຫລັງຈາກຖ້ຽວບິນຂອງທ່ານ ຖືກບັງຄັບໃຫ້ລົງຈອດຢູ່ນະຄອນຫຼວງ ມິງສ໌ (Minsk) ນັ້ນໄດ້ຖືກທຸບຕີເວລາທີ່ຢູ່ໃນບ່ອນຄຸມຂັງ. ພວກເຂົາເຈົ້າໄດ້ຊີ້ໃສ່ວິດີໂອ ທີ່ຢູ່ໃນອິນເຕີເນັດ ທີ່ພວກເຂົາເຈົ້າ ແລະຄົນອື່ນໆ ກ່າວຫາວ່າ ຖືກສ້າງຂຶ້ນມາ ຢູ່ພາຍໃຕ້ການຖືກບັງຄັບ. ບັນດາຜູ້ນຳຂອງປະເທດຕາເວັນ ຕົກຈຳນວນນຶ່ງ ໄດ້ອະທິບາຍວ່າ ການລົງຈອດ ຂອງເຮືອບິນດັ່ງກ່າວ ແມ່ນ "ການຈີ້ເຮືອບິນ ທີ່ໄດ້ຮັບການຊ່ວຍເຫລືອຈາກລັດຖະບານ" ແລະສາຍການ ບິນຢູໂຣບບາງສາຍ ກຳລັງຫຼີກລ່ຽງ ເຂດໜ່ານຟ້າຂອງເບລາຣຸສ. Henry Ridgwell ມີລາຍງານເລື້ອງນີ້ ມາຈາກລອນດອນ ຊຶ່ງບົວສະຫວັນ ຈະນໍາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນວິດີໂອ ທີ່ເອົາລົງໃນທາງອິນເຕີແນັດ ໃນວັນຈັນວານນີ້, ທ່ານຣາມານ ປຣາຕາເສວິຈ (Raman Pratasevich) ສາລະພາບວ່າໄດ້ຈັດໃຫ້ມີການປະທ້ວງຂອງມວນຊົນ. ບັນດາຜູ້ສະໜັບສະໜູນທ່ານ - ລວມທັງຜູ້ນໍຳຝ່າຍຄ້ານທີ່ອອກ ໄປລີ້ໄພຢູ່ຕ່າງປະເທດ, ທ່ານນາງສເວັດລານາ ຕິກຄານົຟ-ສກາຢາ (Svetlana Tikhanovskaya) ກ່າວວ່າ ມັນເປັນການຍອມຮັບສາລະພາບແບບຖືກບັງຄັບ.

ທ່ານນາງສເວັດລານາ ຕິກຄານົຟສກາຢາ (Svetlana Tikhanovskaya), ຜູ້ ນຳຝ່າຍຄ້ານຂອງເບລາຣຸສກ່າວເປັນພາສາອັງກິດວ່າ:
“ລາວເວົ້າວ່າລາວກຳລັງໄດ້ຮັບການປະຕິບັດຕໍ່ຢ່າງຖືກຕ້ອງຕາມກົດໝາຍ ແຕ່ລາວຖືກຕີແລະຢູ່ພາຍໃຕ້ການຖືກກົດດັນຢ່າງຈະແຈ້ງເລີຍ. ບໍ່ຕ້ອງສົງ ໄສຫຍັງເລີຍວ່າ ລາວອາດຈະຖືກທໍລະມານ.”

ຄະນະກຳມະການປົກປ້ອງນັກຂ່າວທີ່ຕັ້ງຢູ່ສະຫະລັດທີ່ຮຽກຮ້ອງໃຫ້ປ່ອຍຕົວລາວໃນທັນທີນັ້ນ ເວົ້າວ່າ ມັນບໍ່ສາມາດກວດສອບໄດ້ວ່າ ເວລາໃດ ຫລືຢູ່ ພາຍໃຕ້ສະຖານະການໃດ ທີ່ວິດີໂອນັ້ນໄດ້ຖືກບັນທຶກ.

ທ່ານປຣາຕາເສວິຈ (Pratasevich) ອາຍຸ 26 ປີ ໄດ້ຖືກກັກຂັງໃນວັນອາ ທິດຜ່ານມານີ້, ຫລັງຈາກເຮືອບິນອາຍພົ່ນໂດຍສານໄຣອັນແອ (Ryanair) ທີ່ລາວກຳລັງຂີ່ເພື່ອເດີນທາງຢູ່ນັ້ນ ຖືກບັງຄັບໃຫ້ລົງຈອດ ໃນເບລາຣຸສ ໃນຂະນະທີ່ມັນບິນຜ່ານເຂດນ່ານຟ້າຂອງປະເທດນັ້ນ. ເຮືອບິນລຳນັ້ນ ກຳລັງເດີນທາງອອກຈາກປະເທດກຣຣີສ ໄປຫາລີທົວເນຍ.

ເຈົ້າໜ້າທີ່ຂອງເບລາຣຸສໄດ້ກ່າວອ້າງໂດຍບໍ່ໄດ້ສະແດງຫຼັກຖານໃດໆ ວ່າ ມີໄພຂົ່ມຂູ່ຈາກລະເບີດ ແລະໄດ້ສົ່ງເຮືອບິນລົບ ຂຶ້ນໄປສະກັດ ເຮືອບິນລໍານັ້ນ ໄວ້. ທ່ານປຣາຕາເສວິຈ ແລະເພື່ອນຣັດເຊຍຄົນນຶ່ງ, ທ່ານນາງໂຊເຟຍ ຊະເປກາ (Sofia Sapega), ຖືກຈັບໃນເວລາທີ່ໄປຮອດນັ້ນໂລດ. ຜູ້ໂດຍ ສານອີກສາມຄົນກໍໄດ້ຖືກໃຫ້ລົງຈາກເຮືອບິນຢູ່ໃນນະຄອນຫລວງມິງສ໌ນັ້ນ ເຊັ່ນກັນ. ພວກເຂົາເຊື່ອກັນວ່າ ພວກນີ້ເປັນເຈົ້າໜ້າທີ່ຮັກສາຄວາມໝັ້ນຄົງຂອງເບລາຣຸສທີ່ໄປຕິດຕາມເບິ່ງທ່ານປຣາຕາເສວິຈ.

ທ່ານ ບີລ ບຣາວເດີ (Bill Browder), ນັກຈັດຫາເງິນທຶນ ແລະນັກເຄື່ອນໄຫວດ້ານການເມືອງກ່າວວ່າ:
"ຂ້າພະເຈົ້າຄິດວ່າ ມັນຈະສົ່ງຂໍ້ຄວາມທີ່ໜ້າຢ້ານກົວຕໍ່ສັດຕູຂອງລະບົບ ຜະ ເດັດການຢູ່ທົ່ວໂລກ - ເປັນແບບທີ່ວ່າ ທ່ານສາມາດຖືກຄວັກເອົາອອກມາຈາກທ້ອງຟ້າໄດ້ ບໍ່ວ່າທ່ານຈະຢູ່ແຫ່ງຫົນໃດກໍ່ຕາມ."

ບັນດາຜູ້ນຳສະຫະພາບຢູໂຣບໄດ້ສະແດງຄວາມໂກດແຄ້ນຫລັງຈາກມີກອງປະຊຸມສຸດຍອດຢູ່ທີ່ນະຄອນບຣັສເຊິລສ໌ (Brussels) ໃນວັນຈັນວານນີ້.

ທ່ານ ເອີຊູລາ ວອນ ເດິ ເລເຢນ (Ursula von der Leyen), ປະທານຄະນະ ກຳມາທິການສະຫະພາບຢູໂຣບກ່າວເປັນພາສາອັງກິດວ່າ:
“ນີ້ແມ່ນການໂຈມຕີຕໍ່ເສລີພາບໃນການສະແດງອອກຄວາມຄິດເຫັນ ແລະນີ້ແມ່ນການໂຈມຕີຕໍ່ອະທິປະໄຕຂອງຢູໂຣບ. ພຶດຕິກໍາທີ່ໂຫດຮ້າຍອັນນີ້ ຈຳ ເປັນຕ້ອງໄດ້ຮັບຄຳຕອບທີ່ໜັກແໜ້ນ, ສະນັ້ນ ສະພາຢູໂຣບຈຶ່ງຕັດສິນວ່າ ຈະມີການລົງໂທດເພີ່ມເຕີມອີກຕໍ່ບຸກຄົນທີ່ມີສ່ວນພົວພັນກັບການລັກພາຕົວ ແຕ່ວ່າໃນຄັ້ງນີ້ ຍັງຈະມີການລົງໂທດຕໍ່ທຸລະກິດ ແລະບັນດາຫົວໜ່ວຍເສດ ຖະກິດຕ່າງໆ ທີ່ກຳລັງສະໜອງທຶນໃຫ້ລະບອບການປົກຄອງນີ້ອີກດ້ວຍ."

ເລຂາທິການໃຫຍ່ຂອງອົງການ NATO ໄດ້ກ່າວປະນາມການກະທໍາດັ່ງກ່າວ.
ທ່ານ ເຈນສ໌ ສໂຕລເທັນເບີກ (Jens Stoltenberg), ເລຂາທິການໃຫຍ່ຂອງ ອົງການເນໂຕ (NATO) ກ່າວວ່າ:
"ນີ້ແມ່ນການຈີ້ເຮືອບິນຂອງລັດຖະບານ ແລະສະແດງໃຫ້ເຫັນວ່າ ລະບອບການປົກຄອງໃນນະຄອນຫລວງມິງສ໌ (Minsk) ໂຈມຕີຕໍ່ສິດປະຊາທິປະໄຕຂັ້ນພື້ນຖານຄືແນວໃດ."

ເຈົ້າໜ້າທີ່ເບລາຣຸສປະຕິເສດວ່າ ບໍ່ໄດ້ມີການບັງຄັບໃຫ້ເຮືອບິນປ່ຽນທິດທາງ ເລີຍ. ສະຫະພາບຢູໂຣບ ຫລື EU ໄດ້ຮຽກຮ້ອງໃຫ້ສາຍການບິນປ່ຽນກັບເສັ້ນທາງໃຫ້ໄປບິນອ້ອມເບລາຣຸສ, ແລະສາຍການບິນເບລາຣຸສ ກໍ່ຈະຖືກຫ້າມບໍ່ໃຫ້ເຂົ້າໄປເຂດໜ່ານຟ້າຂອງ EU ເຊັ່ນກັນ.

ທ່ານອາເລກສ໌ ຕີຕອຟ (Alex Titov), ນັກວິເຄາະຊາວເບລາຣຸສ ທີ່ມະຫາ
ວິທະຍາໄລ ແບລແຟສທ໌ (Belfast) ຂອງພະລາຊີນີຫລື Queen ຢູ່ອັງກິດ ໃຫ້ ຄໍາເຫັນຜ່ານທາງ Skype ວ່າ:
"ໃນທີ່ສຸດ, ການເຮັດແນວນັ້ນ ມັນຈະບໍ່ຍ້າຍເອົາທ່ານລູກາເຊັງໂກ (Lukashenko) ອອກໄປໄດ້ ເພາະວ່າ ທ່ານໄດ້ຄົນຂອງທ່ານແລ້ວດຽວນີ້. ໂດຍສະເພາະສະຫະພັນຢູໂຣບ, ແຕ່ທັງສະຫະລັດອີກດ້ວຍ ແມ່ນບໍ່ຢາກຈະເຮັດໃຫ້ເບລາຣຸສກາຍເປັນສັດຕູແບບສິ້ນເຊີງ ຫຼືສູນເສຍມັນໄປທັງໝົດເລີຍ ແລະຊຸກມັນໃຫ້ເຂົ້າໄປຢູ່ໃນອ້ອມແຂນຂອງມົສກູ.”

ທ່ານປຣາຕາເສວິຈ ໄດ້ຫລົບໜີໄປຢູ່ໂປແລນ ໃນປີ 2019 ແລະໄດ້ຂໍລີ້ໄພ ການເມືອງຢູ່ທີ່ນັ້ນ. ລາວດໍາເນີນງານຊ່ອງຖ່າຍທອດສົດ Nexta ແລະ Nexta ທີ່ມີຄວາມນິຍົມສູງ ໃນເວັບໄຊທ໌ສື່ສັງຄົມ Telegram. ນັບຕັ້ງແຕ່ມີການປະທ້ວງໄດ້ເລີ່ມຕົ້ນຂຶ້ນໃນເດືອນສິງຫາຜ່ານມາ ຫລັງຈາກການເລືອກຕັ້ງທີ່ມີການຖົກຖຽງກັນນັ້ນ ເຈົ້າໜ້າທີ່ເບລາຣຸສ ໄດ້ຈັບກຸມປະມານ 35,000 ຄົນ. ມີຫຼັກຖານຢ່າງແຜ່ຫຼາຍທີ່ສະແດງໃຫ້ເຫັນວ່າໄດ້ມີການທໍລະມານ.

ທ່ານຕີຕອຟ (Titov) ກ່າວເພີ້ມອີກວ່າ:
"ຊ່ອງໂທລະພາບໃນສື່ສັງຄົມ Telegram ທີ່ດໍາເນີນງານໂດຍນັກຂ່າວໜຸ່ມນ້ອຍສອງຄົນພັດຖິ່ນໄປອາໄສຢູ່ໃນໂປແລນ ໃນທັນທີນັ້ນ ກໍໄດ້ກັບກາຍມາ ໄປເປັນແກນສໍາຄັນ, ເຊິ່ງເບິ່ງຄ້າຍຄືກັບວ່າ ກຳລັງນໍາພາການປະທ້ວງທຸກຢ່າງຢູ່."

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໄດ້ຂໍໃຫ້ບັນດາທີ່ປຶກສາຂອງທ່ານສະເໜີທາງເລືອກຕ່າງໆ ຂຶ້ນມາເພື່ອໃຫ້ຜູ້ທີ່ຮັບຜິດຊອບຕໍ່ເຫດການດັ່ງກ່າວໃຫ້ຮັບເອົາຄວາມຮັບຜິດຊອບ. ອົງການສະຫະປະຊາຊາດກໍໄດ້ຮຽກຮ້ອງເຊັ່ນກັນວ່າ ໃຫ້ "ມີການສືບສວນຢ່າງເຕັມສ່ວນ, ໂປ່ງໃສ ແລະເປັນອິດສະຫລະ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້:

The opposition in Belarus says it is clear Raman Pratasevich, the journalist arrested Sunday after his flight was forced to land in Minsk, has been beaten in detention. They point to an online video they and others allege was made under duress. Some Western leaders have described the landing as a “state-sponsored hijacking” and many European airlines are avoiding Belarusian airspace. Henry Ridgwell reports from London

In a video posted online Monday, Raman Pratasevich confessed to organizing mass protests. His supporters – including exiled opposition leader Svetlana Tikhanovskaya, – say it was a forced confession.

Svetlana Tikhanovskaya, Belarusian Opposition Leader:

“He said that that he is being treated lawfully but he is clearly beaten and under pressure. There is no doubt that he may be tortured.”

The U.S.-based Committee to Protect Journalists, which has called for his immediate release, says it is not able to verify the time or circumstances under which the video was recorded.

The 26-year-old Pratasevich was detained Sunday, after the Ryanair passenger jet he was traveling on was forced to land in Belarus as it flew over its airspace. The plane was en route to Lithuania from Greece.

Belarusian authorities claimed without providing evidence that there was a bomb threat and sent a fighter jet to intercept the plane. Pratasevich and a Russian friend, Sofia Sapega, were arrested on arrival. Three other passengers also disembarked in Minsk. They are believed to be Belarusian security agents who were tracking Pratasevich.

Bill Browder, Financier and Political Activist:
"I think it sends a horrific message to every enemy of every dictatorship around the world - that you can literally be plucked out of the sky no matter where you are.”

European Union leaders expressed outrage following a summit in Brussels Monday.

Ursula von der Leyen, European Commission President:
“This is an attack on freedom of expression and this is an attack on European sovereignty. This outrageous behavior needs a strong answer, therefore the European Council decided that there will be additional sanctions on individuals that are involved in the hijacking but this time also on businesses and economic entities that are financing this regime.”

NATO’s secretary general echoed the condemnation.

Jens Stoltenberg, NATO Secretary General:
“This is a state hijacking and demonstrates how the regime in Minsk attacks basic democratic rights.”

Belarusian officials deny forcing the plane to divert. The European Union urged airlines to re-route around Belarus, and Belarusian airlines will also be banned from EU airspace.

Alex Titov, Belarus Analyst, Queen’s University Belfast Skype:
“Ultimately, that’s not going to move Lukashenko, because he’s got his man now. The European Union in particular, but the United States as well, don’t really want to completely antagonize Belarus or lose it altogether and push it into Moscow’s arms.”

Pratasevich fled to Poland in 2019 and claimed political asylum. He ran the popular Nexta and Nexta Live channels on the social media site Telegram. Since the protests began in August after a disputed election, Belarusian authorities have arrested an estimated 35,000 people. There is widespread evidence of torture.

Alex Titov, Belarus Analyst at Queen’s University Belfast:
“The Telegram channel by two very young journalists in exile in Poland suddenly became that sort of lynchpin seemingly, which was directing all the protests.”

U.S. President Joe Biden has asked his advisers to come up with options so those responsible for the incident can be held to account. The United Nations has also called for “a full, transparent and independent investigation.”

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG