ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງ​ແມ່ນ​ ຍັງ​ມີ​ຄວາມ​ສົງ​ໄສ​ຢູ່​ກໍ​ຕາມ ຂໍ້​ຕົກ​ລົງການສ້າງ​ທາງ​ລົດ​ໄຟຈີນ- ກຽກກິສຖານ-ອຸສເບັກກິສຖານ ກໍ​ຍັງ ກ້າວໄປ​ຂ້າງ​ໜ້າ


ຊາວອຸສເບັກກິສຖານ​ຫລາຍ​ຄົນ ຫວ​ັງ​ວ່າ ທາງ​ລົດ​ໄຟ​ທີ່​ຈະ​ເຊື່ອມ​ຕໍ່​ປະ​ເທດ​ເຂົາ​ເຈົ້າ ໄປ​ຫາ ກຽກ​ກິ​ສ​ຖານ ແລະ​ຈີນນັ້ນ ຈະ​ເຮັດ​ໃຫ້​ທຸ​ລະ​ກິດ​ທ້ອງ​ຖິ່ນ​ຂະ​ຫຍາຍ​ຕົວ ແລະ​ສ້າງ​ໂອ​ກາດ​ດ້ານ​ເສດ​ຖະ​ກິດ​ໃຫ້​ເຂົາ​ເຈົ້າ. (ພາບ​ໂດຍ VOA)
ຊາວອຸສເບັກກິສຖານ​ຫລາຍ​ຄົນ ຫວ​ັງ​ວ່າ ທາງ​ລົດ​ໄຟ​ທີ່​ຈະ​ເຊື່ອມ​ຕໍ່​ປະ​ເທດ​ເຂົາ​ເຈົ້າ ໄປ​ຫາ ກຽກ​ກິ​ສ​ຖານ ແລະ​ຈີນນັ້ນ ຈະ​ເຮັດ​ໃຫ້​ທຸ​ລະ​ກິດ​ທ້ອງ​ຖິ່ນ​ຂະ​ຫຍາຍ​ຕົວ ແລະ​ສ້າງ​ໂອ​ກາດ​ດ້ານ​ເສດ​ຖະ​ກິດ​ໃຫ້​ເຂົາ​ເຈົ້າ. (ພາບ​ໂດຍ VOA)

ແຜນການສໍາລັບທາງລົດໄຟທີ່ແລ່ນຈາກຈີນໄປຫາຢູໂຣບ ໂດຍຜ່ານ​ກຽກ​ກິ​ສ​ຖານ ແລະ​ອຸ​ສ​ເ​ບັກ​ກິ​ສ​ຖານໃນ​ທີ່​ສຸດ​ກໍ​ກ້າວ​ໄປ​ໄດ້ຫຼັງຈາກມີ​ການສົນ​ທະ​ນາ​ ເຈ​ລະ​ຈາ​ກັນ ໄດ້ສອງທົດສະວັດ. ຊາວ​ເອ​ເຊຍ​ກາງ​ບາງ​ຄົນ​ຍັງ​ມີ​ຄວາມ​ສົງ​ໄສ​ຕໍ່​ໂຄງການ​ດັ່ງກ່າວ​ຢູ່ ໃນ​ຂະນະ​ທີ່​ຄົນ​ອື່ນໆ​ ຄາດ​ວ່າ​ຈະ​ເປັນ​ຜົນ​ດີ​ທາງ​ດ້ານ​ເສດຖະກິດ​ສຳ​ລັບຂົງ​ເຂດນັ້ນ.

ຂໍ້ຕົກລົງທີ່ໄດ້ເຊັນ​ກັນ​ຢູ່ທີ່ເມືອງຊາ​ມາ​ການ (Samarkand) ຂອງ​ອຸ​ສ​ເ​ບັກ​ກິ​ສ​ຖານໃນລະຫວ່າງກອງປະຊຸມສຸດຍອດຂອງອົງການຮ່ວມມືຊຽງໄ​ຮ້ ໃນເດືອນແລ້ວນີ້, ເຮັດ​ໃຫ້​ສາ​ມາດມີການສຶກສາຄວາມເປັນໄປໄດ້ ທີ່ຮຽກຮ້ອງໃຫ້ເຈົ້າຫນ້າທີ່ດ້ານຂົນສົ່ງຂອງທຸກປະເທດທີ່ກ່ຽວຂ້ອງ ເຮັດການປະເມີນໂຄງການໃຫ້​ສຳ​ເລັດພາຍໃນກາງປີຫນ້າ, ຫຼັງຈາກນັ້ນການກໍ່ສ້າງກໍ​ຈະ​ເລີ້ມ​ຕົ້ນ​ຂຶ້ນ.

ເສັ້ນ​ທາງ​ໃໝ່​ທີ່​ມີ​ມູນ​ຄ່າ​ປະມານ 4.5 ຕື້​ໂດ​ລາ​ ຈະ​ເປັນ​ທາງ​ເລືອກ​ນຶ່ງ​ຂອງ​ຈີນທີ່​ປັດ​ຈຸ​ບັນເພິ່ງ​ພາ​ອາ​ໄສ​ເສັ້ນທາງ​ຜ່ານຣັດ​ເຊຍ ​ແລະ​ກາ​ຊັກ​ສະຖານ​ເພື່ອ​ໃຫ້ມີ​ທາງ​ຜ່ານ​ທີ່​ເປັນທາງບົກ​ໄປຫາ​ຢູໂຣບ. ເສັ້ນທາງດັ່ງກ່າວໄດ້ກາຍເປັນບັນຫາທາງດ້ານການ ເມືອງຍ້ອນການລົງໂທດຂອງຝ່າຍຕາເວັນຕົກ ຕໍ່ຣັດເຊຍທີ່ໄດ້​ຮັບ​ການ​ກະ​ຕຸ້ນ ມາ​ຈາກສົງຄາມຂອງປະທານາທິບໍດີວ​ລາ​ດິ​ເມຍປູ​ຕິນໃນຢູ​ເຄ​ຣນ.

ເຈົ້າ​ໜ້າ​ທີ່​ດ້ານ​ການ​ຂົນ​ສົ່ງ ແລະ​ພັດ​ທະ​ນາ​ຂອງກຽກກິສຖານ, ອຸສເບັກກິສຖານ ແລະ​ຈີນ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື​່ອ​ເຮັດ​ໃຫ້​ໂຄງ​ການ​ທາງ​ລົດ​ໄຟ​ໃນ​ຂົງ​ເຂດກ້າວ​ໄປ​ຂ້າງ​ໜ້າ ຢູ່​ທີ່​ເມືອງ Samarkand ຂອງ ອຸສເບັກກິສຖານ, ວັນ​ທີ 14 ກັນ​ຍາ, 2022. (ພາບ​ສະ​ໜອງ​ໃຫ້​ໂດຍ mintrans.uz)
ເຈົ້າ​ໜ້າ​ທີ່​ດ້ານ​ການ​ຂົນ​ສົ່ງ ແລະ​ພັດ​ທະ​ນາ​ຂອງກຽກກິສຖານ, ອຸສເບັກກິສຖານ ແລະ​ຈີນ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື​່ອ​ເຮັດ​ໃຫ້​ໂຄງ​ການ​ທາງ​ລົດ​ໄຟ​ໃນ​ຂົງ​ເຂດກ້າວ​ໄປ​ຂ້າງ​ໜ້າ ຢູ່​ທີ່​ເມືອງ Samarkand ຂອງ ອຸສເບັກກິສຖານ, ວັນ​ທີ 14 ກັນ​ຍາ, 2022. (ພາບ​ສະ​ໜອງ​ໃຫ້​ໂດຍ mintrans.uz)

ຊາວເອເຊຍກາງບາງຄົນເວົ້າວ່າ ປະເທດຂອງເຂົາເຈົ້າໄດ້ຖືກເອົາລວມເຂົ້າໄປ​ໃນ​ເສັ້ນ​ທາງນີ້ ກໍເພື່ອເປັນວິທີທາງທີ່​ເຮັດ​ໃຫ້​ເປັນ​ຈຸດ​ສິ້ນ​ສຸດສໍາລັບປະເທດອື່ນ ແລະມີຄວາມສົງໄສວ່າໂຄງການທາງລົດໄຟຫລ້າສຸດນີ້ ຈະບໍ່ສ້າງປະໂຫຍດໃຫ້ແກ່ເຂົາເຈົ້າເລີຍ.

"ຊາວເອເຊຍກາງໄດ້ແຕ່ໂບກມືໃສ່ຕູ້ຄອນເທນເນີ ທີ່ບັນທຸກສິນຄ້າຂອງຜູ້ອື່ນຢູ່ ບ່ອນອື່ນ," ນັ້ນ​ຄື​ຄຳ​ເວົ້າ ​ຂອງພະນັກງານຫນຸ່ມປະ​ຈຳຢູ່ໃນລົດໄຟອາ​ໂຟ​ຣ​ຊິຢ​ອ​ບ (Afrosiyob) ທີ່​ເປັນ​ລົດ​ໄຟດ່ວນພາຍໃນປະເທດຂອງ​ອຸ​ສ​ເ​ບັກ​ກິ​ສ​ຖານ ທີ່ເອີ້ນຕົນເອງວ່າອາ​ຊີ​ສ (Aziz) ແລະບໍ່ຢາກ​ໃຫ້ໃຊ້ຊື່ຈິງຂອງລາວ.

"ນີ້​ກໍ​ເປັນເອກະສານອີກ​ອັນ​ນຶ່ງ ທີ່ຈະ​ບໍ່ພາພວກເຮົາໄປຮອດໃສ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານຮິກ​ແມດ (Hikmat), ພໍ່ຄ້າອາຍຸ 33 ປີຢູ່ໃນເມືອງຊາ​ມາ​ການ (Samarkand) ຢູ່ພາກໃຕ້ຂອງ​ອຸ​ສ​ເ​ບັກ​ກິ​ສ​ຖານ ທີ່ບໍ່ຢາກ​ໃຫ້ໃຊ້ນາມສະກຸນຂອງລາວ ຍ້ອນຢ້ານວ່າ ການວິພາກວິຈານຂອງລາວ ອາດຈະສ້າງຄວາມເສຍຫາຍຕໍ່ການຮ່ວມມືຂອງລາວໃນ ​ກຽກ​ກິ​ສ​ຖານ ແລະຈີນ. ທ່ານກ່າວອີກວ່າ "ພວກເຮົາໄດ້ຮັບຫຍັງ ຈາກໂຄງ​ການນີ້? ລັດຖະບານບໍ່ໄດ້ສຶກສາຄວາມເປັນໄປໄດ້ມາ​ກ່ອນແລ້ວບໍ?”

ວີ​ໂອ​ເອ​ໄດ້​ຍິນ​ສຽງ​ເວົ້າ​ເຍາະ​ເຍີ້ຍ​ຄ້າຍ​ຄື​ກັນ​ນີ້ ຈາກ​ຜູ້​ຢູ່​ໃນ​ປະ​ເທດ​ກຽກ​ກິ​ສ​ຖານ. ນັກວິ​ເຄາະໂຊ​ເວັດ​ເບັກ ຊິ​ຄີ​ຣອ​ຟ (Sovetbek Zikirov) ຊີ້ແຈງ​ອອກມາ​ວ່າ ຫລາຍ​ຄົນ​ໃນຂົງ​ເຂດ​ເອ​ເຊຍ​ກາງ​ເຊື່ອ​ວ່າ ຈີນ​ມີ​ຄວາມ​ສົນ​ໃຈ​ໃນ​ການ​ສົ່ງ​ສິນຄ້າ​ຜ່ານ​ຂົງ​ເຂດນັ້ນ​ຫລາຍ​ກວ່າ​ການ​ລົງທຶນ​ຢູ່​ທ້ອງ​ຖິ່ນ ຫລື ສ້າງ​ວຽກ​ເຮັດ​ງານ​ທຳ.

ທ່ານຊິ​ຄີ​ຣອ​ຟ (Zikirov) ກ່າວຕໍ່ວີໂອເອວ່າ "ມັນບໍ່ໄດ້ຊອກຫາທາງທີ່ ​ຈະມາຢູ່ໃນ ຕະຫຼາດຂອງພວກເຮົາໃຫ້​ຫລາຍ​ຂຶ້ນດອກ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG