ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຖິງແມ່ນວ່າ ຈະຖືກວາງມາດຕະການລົງໂທດຈາກສາກົນ, ແຕ່ເສດຖະກິດຂອງຣັດເຊຍ ຍັງສືບຕໍ່ຂະຫຍາຍໂຕ


ເຖິງແມ່ນວ່າຈະປະເຊີນກັບການລົງໂທດຈາກສາກົນ, ແຕ່ເສດຖະກິດຂອງຣັດເຊຍ ຍັງສືບຕໍ່ຂະຫຍາຍໂຕ

ພາຍຫຼັງ​ການ​ບຸກ​ໂຈມ​ຕີຢູເຄຣນ​ຂອງ​ຣັດ​ເຊຍ, ສະຫະລັດ ແລະ ຢູໂຣບ ໄດ້ດຳເນີນການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ​ສຳ​ຄັນ​ຕໍ່​ຣັດ​ເຊຍ. ແຕ່ສົງ​ຄາມກ້າວເຂົ້າປີທີສອງ​, ເສດ​ຖະ​ກິດ​ຂອງ ມົສກູ ຍັງ​ຄົງບຸກບືນຕໍ່ໄປຢູ່​. ລີລີຢາ ອານີຊີໂມວາ (Liliya Anisimova) ມີລາຍງານກ່ຽວກັບເລື່ອງນີ້, ເຊິ່ງ ອາດນະສັກ ມີລາຍລະອຽດ ມາສະເໜີທ່ານ.

ໄດ້ມີການວາງມາດຕະການ​ລົງ​ໂທດ​ເກືອບ 15,000 ​ຄັ້ງ​ ​ຕໍ່​ ລັດ​ຖະ​ບານ, ສ່ວນບຸກ​ຄົນ ແລະ ບັນດາບໍ​ລິ​ສັດ​ຂອງ ຣັດ​ເຊຍ ໃນປີນັ້ນ ຫຼັງ​ຈາກ​ການ​ຮຸກຮານຢູເຄຣນ ຂອງຣັດເຊຍ.

ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ເສດ​ຖະ​ກິດຂອງ​ຣັດ​ເຊຍ ຍັງ​ສືບ​ຕໍ່ຂະຫຍາຍໂຕຢ່າງຕໍ່ເນື່ອງ. ການ​ຊ່ວຍ​ເຫຼືອ​ທາງດ້ານ​ການ​ທະຫານ​ຈາກ​ເກົາຫຼີ​ເໜືອ ​ແລະ​ອີຣ່ານ​ ໄດ້ມີສ່ວນຊ່ວຍຕໍ່ການຂະຫຍາຍໂຕດັ່ງກ່າວ ເຊັ່ນດຽວກັນກັບ ວິສະວະກໍາບາງສ່ວນຂອງຣັດເຊຍ.

ທ່ານ ຄລອວ ລາເຣັສ (Klaus Larres), ຈາກສູນກາງ ວູດໂຣ ວີລສັນ (Woodrow Wilson) ກ່າວຜ່ານ Skype ວ່າ:

“ຣັດ​ເຊຍ​ມີ​ຈິນຕະນາການ​ທີ່​ດີ​ໃນ​ການນຳໃຊ້ປະໂຫຍດຈາກເຊມີຄອນດັກເຕີ​ ຈາກ​ເຄື່ອງ​ຈັກ​ ເຊັ່ນ ​ຕູ້​ເຢັນ ຫຼື​ເຄື່ອງ​ໃຊ້​ໃນ​ຄົວ​ເຮືອນ​ອື່ນໆ. ​ເຂົາ​ເຈົ້າ​ໄດ້​ແຍກເຊມີຄອນດັກເຕີ ແລະ ຊິປ ໃນ​ເຄື່ອງ​ໃຊ້​ຄົວ​ເຮືອນ​ເຫຼົ່າ​ນີ້​ອອກ ​ແລະນຳ​ໄປໃຊ້​ໃນອຸປະກອນ​ທາງການ​ທະຫານ.”

ທຸ​ລະ​ກິດ​ຈໍາ​ນວນ​ຫຼາຍ​ ແມ່ນ​ຍັງດຳເນີນການຄວໍ່າບາດຕໍ່ຣັດ​ເຊຍ​ຢູ່ເຊັ່ນກັນ. ນັບຕັ້ງແຕ່ ພຣາດາ (Prada) ໄປຈົນເຖິງ ໄອເຄຍ (IKEA) ແລະ ແອລຈີ (LG), ມີຫຼາຍກວ່ານຶ່ງພັນຍີ່ຫໍ້ ໄດ້ຈໍາກັດ ກິດຈະກໍາຂອງພວກເຂົາເຈົ້າ ຢູ່ໃນຣັດເຊຍ ຫຼືອອກຈາກປະເທດດັ່ງກ່າວ.

ຣັດ​ເຊຍ​ສາມາດຜ່ານຜ່າອຸປະສັກທັງໝົດນີ້ໄດ້, ​ໂດຍ​ສ່ວນນຶ່ງກໍແມ່ນດ້ວຍການຮັດແໜ້ນຄວາມສຳພັນກັບຈີນ ໃຫ້ໃກ້ຊິດຂຶ້ນ. ການ​ສົ່ງ​ອອກ​ຂອງ​ຈີນ​ໄປ​ຣັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 120 ເປີເຊັນ ນັບ​ຕັ້ງ​ແຕ່​ປີ 2021. ​ໃນ​ທາງກັບກັນ, ນ້ຳມັນ​ຂອງຣັດ​ເຊຍ​ກໍໄດ້​ໄຫລ​ໄປທີ່ຈີນເຊັ່ນກັນ.

ທ່ານ ເຄນເນັດ ໂພເມີແຣນຊ໌ (Kenneth Pomeranz), ຈາກມະຫາວິທະຍາໄລ ຊີຄາໂກ ກ່າວຜ່ານ Zoom ວ່າ:

“ຕາມ​ທັດສະນະ​ຂອງ​ຈີນ, ມີທັງ​ດ້ານ​ການ​ສົ່ງ​ອອກ ​ແລະ​ ດ້ານການ​ນຳ​ເຂົ້າ. ໃນດ້ານການນໍາເຂົ້າ, ພວກເຂົາໄດ້ກາຍເປັນລູກຄ້າລາຍໃຫຍ່ທີ່ສຸດລາຍດຽວໃນໂລກ ສໍາລັບນ້ໍາມັນແລະຖ່ານຫີນຂອງຣັດເຊຍ."

ການ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ກັກຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງຂອງ​ຣັດ​ເຊຍ, ກຳນົດເພດານ​ລາຄາ​ນ້ຳມັນ​ຂອງຣັດ​ເຊຍ, ​ແລະ​ປິດ​ເຂດ​ນ່ານຟ້າ ຂອງອີຢູ ສຳລັບ​ເຮືອບິນ​ຂອງຣັດ​ເຊຍ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເສດຖະກິດ​ຂອງຣັດ​ເຊຍກໍ​ຍັງ​ສືບ​ຕໍ່ຂະຫຍາຍໂຕຢ່າງຕໍ່ເນື່ອງ.

ທ່ານ ວລາດີເມຍ ດາ-ຊເກ-ຢິບວ໌ (Vladimir Dashkeev (Duh-shke-yev), ຈາກມະຫາວິທະຍາໄລ ຊີແອດໂທລ (Seattle) ກ່າວຜ່ານ Zoom ເປັນພາສາລັດເຊຍ ວ່າ:

"ພວກເຮົາຕ້ອງໃຫ້ເຄຣດິດກັບທະນາຄານກາງຂອງຣັດເຊຍ ເພາະເຖິງແມ່ນວ່າ ຄັງສໍາຮອງຂອງຕົນຢູ່ໃນຕ່າງປະເທດຈະຖືກກັກໄວ້ກໍຕາມ, ແຕ່ກໍຍັງສາມາດຈັດການກັບຂ່າວດັ່ງກ່າວ ແລະເລີ້ມດຳເນີນການຫຼາຍຂັ້ນ ຢ່າງວ່ອງໄວ ເພື່ອແກ້ໄຂສະຖານະການດັ່ງກ່າວ."

ນອກຈາກນີ້, ຣັດ​ເຊຍ​ຍັງ​ໄດ້​ຫຼີກ​ລ່ຽງ​ການ​ລົງ​ໂທດ​ໂດຍ​ການ​ນຳ​ເອົາ​ສິນ​ຄ້າຈາກຕາ​ເວັນ​ຕົກຜ່ານປະເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ເຊັ່ນ​ຈໍ​ເຈຍ, ເບ​ລາ​ຣຸດ ແລະ​ກາ​ຊັກ​ສະ​ຖານ.

​ເຖິງແມ່ນ​ວ່າ​ ຈະ​ຖືກ​ລົງ​ໂທດ​ກໍຕາມ, ​ແຕ່​ກອງ​ທຶນ​ການ​ເງິນ​ສາກົນ​ ກໍໄດ້ປັບຂຶ້ນການ​ຄາດ​ຄະ​ເນ​ໃນການ​ຂະຫຍາຍໂຕຂອງຣັດ​ເຊຍ​ສຳລັບ​ປີ​ນີ້ ​ຈາກ 1.1 ເປີເຊັນ ຂຶ້ນ​ເປັນ 2.6 ເປີເຊັນ.

ອ່ານລາຍງານເປັນພາສາອັງກິດຂ້າງລູ່ມນີ້:

In the aftermath of Russia’s invasion of Ukraine, the United States and Europe imposed significant economic sanctions on Russia. But two years into the war, Moscow’s economy remains resilient. Liliya Anisimova has the story, narrated by Anna Rice.

Nearly 15 thousand sanctions were imposed on the Russian government, individuals and companies in the year following Russia’s invasion of Ukraine.

Yet, Russia’s economy has continued to grow. Military help from North Korea and Iran has contributed. So has some creative Russian engineering.

Klaus Larres, Woodrow Wilson Center ((Skype)) ((ENG)):

“Russia has been quite imaginative in exploiting semi-conductors from machines like refrigerators or other household goods. They have ripped out the semi-conductors and the chips in these household goods and used them in military equipment.”

Many businesses are also boycotting Russia. From Prada to IKEA and LG, over a thousand brands have limited their activity in Russia or left the country.

Russia has weathered all this, in part by strengthening its relations with China. Chinese exports to Russia have grown by over 120 percent since 2021. In return, Russian oil is flowing to China.

Kenneth Pomeranz, University of Chicago)) ((Zoom)):

“From the Chinese point of view, there’s an export side, and there’s an import side. On the import side, they have become the single biggest customer in the world for Russian oil and coal.”

Western sanctions have frozen the Russian Central Bank’s assets, set a price ceiling on Russian oil, and closed EU airspace for Russian aircraft. Yet Russia’s economy continues to grow.

Vladimir Dashkeev, Seattle University)) ((Duh-shke-yev)) ((Zoom)) ((RUS)):

“One needs to give credit to Russia’s Central Bank because even though its reserves abroad were frozen, it dealt with the news and quickly started taking a number of various steps to fix the situation.”

Russia has also circumvented sanctions by bringing western goods in through neighboring countries like Georgia, Belarus and Kazakhstan.

Despite the sanctions, the International Monetary Fund raised Russia's growth forecast for this year from 1.1% to 2.6%.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG