ລິ້ງ ສຳຫລັບເຂົ້າຫາ

ປະເທດ ລາວ ຖືກລວມເຂົ້າ ໃນລາຍຊື່ປະເທດ ທີ່ບໍ່ຮັບເອົາ ຄົນຂອງຕົນ ທີ່ຖືກເນລະເທດ


ຄົນສັນຊາດ ເມັກຊິໂກ ຖືກລ່າມໂສ້ ຍ່າງຂຶ້ນເຮືອບິນ ຂອງອົງການຄຸ້ມຄອງຄົນເຂົ້າເມືອງ ແລະ ພາສີອາກອນ ສະຫະລັດ ໃນການຖືກເນລະເທດ ທີ່ສະໜາມບິນ ສາກົນ ໂອແຮ "O'Hare" ນະຄອນ ຊິຄາໂກ, ລັດ ອິລລີນອຍ, 25 ພຶດສະພາ, 2010.

ອັນດັບຕໍ່ໄປ ວີໂອເອຂໍສະເໜີລາຍງານກ່ຽວກັບຂໍ້ຕົກລົງກັບປະເທດຕ່າງໆໃນທົ່ວ
ໂລກ ເລື່ອງການເນລະເທດຜູ້ຄົນອອກຈາກ ສະຫະລັດ ກັບຄືນປະເທດບ້ານເກີດ
ເມືອງນອນຂອງເຂົາເຈົ້າ. ເຊີນທ່ານພົບກັບພຸດທະສອນໄດ້ເລີຍ.

ໃນເດືອນກໍລະກົດປີ 2016, ອະດີດຮອງຜູ້ອຳນວຍການອົງການຄວບຄຸມຄົນເຂົ້າ
ເມືອງ ແລະ ພາສີອາກອນ ຫຼື ICE ທ່ານ ແດນຽລ ແຣກສແດລ "Daniel Ragsdale"
ໄດ້ອະທິບາຍກ່ຽວກັບລະບຽບການເພື່ອເນລະເທດຄົນຕ່າງປະເທດຕໍ່ລັດຖະສະພາ.

ທ່ານໄດ້ເວົ້າວ່າ “ມີສອງຢ່າງທີ່ຈຳເປັນໂດຍທົ່ວໄປ ຄືຄຳສັ່ງທາງການ ສະບັບສຸດທ້າຍ
ໃຫ້ຍົກຍ້າຍອອກໄປ ກັບ ໜັງສືເດີນທາງອອກໂດຍລັດຖະບານຕ່າງປະເທດ.”

ຄຳສັ່ງໃຫ້ຍົກຍ້າຍ ແມ່ນຄຳສັ່ງໃຫ້ເນລະເທດ.

ໃນສອງຢ່າງນັ້ນ, ໜັງສືເດີນທາງແມ່ນສິ່ງທີ່ເອົາມາໄດ້ຍາກທີ່ສຸດ. ເອກກະສານເດີນ
ທາງອາດເປັນໃບອະນຸຍາດຈາກປະເທດຂອງຜູ້ທີ່ຈະຖືກເນລະເທດ ຫຼື ໜັງສືເດີນ
ທາງທີ່ຖືກຕ້ອງ. ແຕ່ທັງສອງຢ່າງນີ້ແມ່ນຕ້ອງການຄວາມຮ່ວມມືຈາກບັນດາປະເທດ
ຕ່າງໆ. ປົກກະຕິແລ້ວ, ມັນຈະເປັນຂໍ້ຕົກລົງຂຽນ ກ່ຽວກັບ ການສົ່ງຄົນກັບຄືນປະເທດ.
ແຕ່ສ່ວນຫຼາຍ, ການເນລະເທດຄົນແມ່ນຈະຖືກເຮັດຕາມພື້ນຖານ “ໂດຍສະເພາະ
ເຈາະຈົງ,” ອີງຕາມຄຳເວົ້າຂອງທ່ານ Leon Fresco, ອະດີດເຈົ້າໜ້າທີ່ກວດຄົນເຂົ້າ
ເມືອງໃນກະຊວງຍຸຕິທຳ.

ທ່ານໄດ້ອະທິບາຍ, ໂດຍໃຊ້ກໍລະນີທີ່ສົມມຸດເອົາ ເຊິ່ງຜູ້ຍົກຍ້າຍຖິ່ນຖານຄົນນຶ່ງຈະ
ຖືກເນລະເທດມາຍັງ ສະຫະລັດ.

ທ່ານໄດ້ເວົ້າວ່າ “ແທ້ຈິງແລ້ວນີ້ບໍ່ແມ່ນເລື່ອງຈິງ. ແຕ່ຖ້າສົມມຸດວ່າ ພວກເຮົາກຳລັງ
ພະຍາຍາມທີ່ຈະເນລະເທດຄົນບາງຄົນມາຍັງ ອາເມຣິກາ. ສິ່ງທີ່ພວກເຮົາອາດຈະ
ເຮັດໄດ້ນັ້ນ, ຖ້າພວກເຮົາບໍ່ສາມາດເອົາເຮືອບິນລົງໃນອາເມຣິກາໄດ້, ພວກເຮົາກໍ
ຈະໄປລົງບ່ອນຄື, ເມືອງ ທິຮົວນາ “Tijuana” ແລ້ວ ພາຄົນຜູ້ນັ້ນຍ່າງໄປເຂດຊາຍ
ແດນ. ແລ້ວ ບາງເທື່ອເຂົາເຈົ້າກໍມາຮັບເອົາຄົນດັ່ງກ່າວຢູ່ບ່ອນຫັ້ນ. ແລະ ສະນັ້ນ,
ບາງຄັ້ງ ພວກເຮົາກໍເຄີຍໄດ້ເຮັດແນວນັ້ນມາແລ້ວ”

ທ່ານ Fresco ກ່າວເພີ່ມເຕີມວ່າ ຖ້າຜູ້ຖືກເນລະເທດຫາກຖືກສົ່ງກັບຄືນໂດຍເຮືອບິນ,
ໃບອະນຸຍາດຈາກປະເທດປາຍທາງກໍແມ່ນຈຳເປັນແລະ ເວລານັ້ນແມ່ນບ່ອນທີ່ຂໍ້ຕົກ
ລົງການສົ່ງຄົນກັບຄືນແມ່ນຕ້ອງໄດ້ມີ.

ເຈົ້າໜ້າທີ່ຈາກອົງການ ICE ອະທິບາຍວ່າ “ບັນດາປະເທດ, ທີ່ຮັບເອົາການກັບການ
ຄືນດັ່ງກ່າວ, ຈະເຫັນບັນຊີຖ້ຽວບິນ, ລາຍຊື່ຂອງຄົນຜູ້ທີ່ຢູ່ໃນຖ້ຽວບິນນັ້ນ ແລ້ວ ກໍໃຫ້
ການຮັບຮອງເຫັນດີ. ສະນັ້ນ, ມັນກໍມີຫຼາຍຂັ້ນຕອນຕາມວິທີທີ່ລັດຖະບານຜູ້ຮັບໄດ້
ອອກເອກະສານການເດີນທາງໃຫ້, ຮັບຮອງວ່າຖ້ຽວບິນດັ່ງກ່າວ ຈະເດີນທາງເຂົ້ານ່ານ
ຟ້າຂອງເຂົາເຈົ້າ, ແລະ ຮັບເອົາຄົນຢູ່ໃນຖ້ຽວບິນນັ້ນ.”

ດັ່ງທີ່ວີໂອເອໄດ້ລາຍງານໄປໃນຕົ້ນເດືອນນີ້ວ່າ ລັດຖະບານຂອງທ່ານ ດໍໂນລ ທຣຳ
ໄດ້ເອົາຫຼາຍກວ່າສິບປະເທດ ອອກຈາກລາຍຊື່ຂອງປະເທດທີ່ບໍ່ປະຕິບັດຕາມຂອງ
ເຂົາເຈົ້າ, ປະເທດທີ່ປະຕິເສດການຮັບເອົາຄົນຂອງເຂົາເຈົ້າຄືນ ໃນເວລາທີ່ ສະຫະ
ລັດ ເນລະເທດເຂົາເຈົ້າອອກຈາກປະເທດ.

ສິ່ງດັ່ງກ່າວນັ້ນເບິ່ງຄືຈະບອກໃຫ້ຮູ້ວ່າ ມີຫຼາຍປະເທດເພີ່ມຂຶ້ນທີ່ຮັບເອົາຄົນຂອງເຂົາ
ເຈົ້າກັບຄືນ. ແລະ ອົງການ ICE ໄດ້ເວົ້າວ່າ ເຂົາເຈົ້າ, ພ້ອມກັບອົງການລັດຖະບານ
ອື່ນໆ, ແມ່ນກຳລັງກະທຳຕາມຂໍ້ຕົກລົງຕ່າງໆຢູ່.

ເຈົ້າໜ້າທີ່ອົງການ ICE ໄດ້ກ່າວຕໍ່ວີໂອເອວ່າ “ລັດຖະບານ ສະຫະລັດ, ໂດຍສະເພາະ
ແມ່ນອົງການ ICE ຂອງກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ແລະ ກະ
ຊວງການຕ່າງປະເທດ, ພ້ອມກັບກົມກົງສຸນ ໄດ້ພົວພັນທາງການທູດກັບລັດຖະບານ
ພວກນັ້ນ ເພື່ອເຮັດວຽກ ກ່ຽວກັບ ຂັ້ນຕອນທັງໝົດໃນສາຍພົວພັນສອງຝ່າຍ.”

ແຕ່ການເຈລະຈາ ກ່ຽວກັບ ຂໍ້ຕົກລົງການສົ່ງຄົນກັບຄືນປະເທດ ກໍອາດເຕັມໄປດ້ວຍ
ສິ່ງທ້າທາຍຕ່າງໆ.

ວີໂອເອ ໄດ້ຮັບເອກະສານຕ່າງໆທີ່ໃຫ້ໂອກາດເລັກນ້ອຍເຂົ້າໃນຂັ້ນຕອນທີ່ຍາກລຳ
ບາກ ຂອງການທຳຂໍ້ຕົກລົງການເນລະເທດ ລະຫວ່າງ ສະຫະລັດ ກັບປະເທດລາວ.

ຂໍ້ຄວາມລັບສອງສະບັບຈາກປີ 2008 ແລະ 2009 ທີ່ຖືກເປີດເຜີຍກ່ອນໜ້ານີ້ ໂດຍ
ອົງການເປີດເຜີຍຂໍ້ມູນຜິດກົດໝາຍທາງອອນໄລນ WikiLeaks ໄດ້ອະທິບາຍເຖິງ
ຄວາມພະຍາຍາມຂອງ ສະຫະລັດ ແລະ ເຈົ້າໜ້າທີ່ ລາວ ເພື່ອເຮັດຂໍ້ຕົກລົງສົ່ງຄົນ
ກັບຄືນປະເທດ.

ເອກະສານຕ່າງໆໄດ້ສະແດງໃຫ້ເຫັນວ່າ ໃນເດືອນກຸມພາ 2009, ເຈົ້າໜ້າທີ່ ສະຫະ
ລັດ ສາມຄົນຈາກກະຊວງການຕ່າງປະເທດ ແລະ ອົງ ການ ICE ໄດ້ເດີນທາງໄປນະ
ຄອນຫຼວງ ວຽງຈັນ, ເພື່ອຊອກຫາວິທີຕ່າງໆທີ່ຈະສົ່ງຄົນລາວກັບຄືນປະເທດ.

ໃນຂະນະທີ່ກະຊວງການຕ່າງປະເທດຖືກເຊື້ອເຊີນໃຫ້ເຂົ້າຮ່ວມໃນກອງປະຊຸມນີ້
ໂດຍສະເພາະນັ້ນ, ທ່ານ Fresco ໄດ້ກ່າວວ່າ “ອົງການ ICE ແມ່ນຜູ້ທີ່ພະຍາຍາມ
ພົວພັນ ໃນຄວາມພະຍາຍາມທາງການທູດເພື່ອເນລະເທດຄົນ. ແຕ່ໃນວິໄສທັດຂອງ
ທ່ານນັ້ນ, ມັນແມ່ນກະຊວງການຕ່າງປະເທດ ທີ່ມີອິດທິພົນໃນຄວາມຄິດ “ທີ່ຈະເຮັດ
ໃຫ້ປະເທດທັງຫຼາຍນັ້ນເຮັດວຽກຕ່າງໆ.”

ທ່ານໄດ້ສະຫຼຸບວ່າ, “ສະນັ້ນ, ສິ່ງທີ່ໃນທີ່ສຸດໄດ້ເກີດຂຶ້ນ ໃນຜົນຂອງຄວາມພະຍາ
ຍາມນັ້ນ, ກໍແມ່ນພວກເຮົາໄດ້ຈົບລົງດ້ວຍສະຖານະການທີ່ພວກເຮົາບໍ່ສາມາດເຮັດ
ຂໍ້ຕົກລົງການທູດໄດ້ຢ່າງເປັນທາງການ.”

What Are Recalcitrant Countries?
please wait

No media source currently available

0:00 0:01:20 0:00

ຂໍ້ຄວາມຂອງກອງປະຊຸມໃນປີ 2009 ໄດ້ເປີດເຜີຍວ່າ ປະເທດລາວ ໄດ້ຂໍຢ່າງຊໍ້າ
ແລ້ວຊໍ້າອີກວ່າ ໃຫ້ຂໍ້ຕົກລົງການເນລະເທດດັ່ງກ່າວນັ້ນ ໄດ້ຮັບການເຈລະຈາເປັນ
ລາຍບຸກຄົນ, ໃນຂະນະທີ່ ສະຫະລັດ ຫວັງວ່າ ແຕ່ລະກໍລະນີນັ້ນ ອາດຖືກແກ້ໄຂໄດ້
ພາຍໃນ 60 ວັນ.

ແຕ່ລັດຖະບານ ລາວ ໄດ້ເວົ້າວ່າການລະບຸປະຊົນຂອງຕົນ, ໂດຍສະເພາະຫຼັງຈາກ
ການບໍ່ໄດ້ຢູ່ປະເທດມາຫຼາຍປີແລ້ວນັ້ນ, ອາດຈະເປັນບັນຫາຍ້ອນ ວ່າ ຊື່ຂອງເມືອງ
ແລະ ບ້ານຕ່າງໆໃນທ້ອງຖິ່ນນັ້ນມັກຈະຖືກປ່ຽນແປງ.

ບຸກຄົນດັ່ງກ່າວອາດຈະຈື່ໄດ້ພຽງແຕ່ຊື່ຂອງບ້ານດັ້ງເດີມຂອງລາວ, ແຕ່ຊື່ນັ້ນອາດບໍ່ມີ
ອີກແລ້ວ, ອີງຕາມການກ່າວຂອງທ່ານ ໄມ ໄຊຍະວົງ, ທີ່ໃນເວລານັ້ນທ່ານເປັນຮອງຜູ້
ອຳນວຍການຂອງກົມ ຢູໂຣບ ແລະ ອາເມຣິກາ ຂອງລັດຖະບານ ລາວ.

ອີກບັນຫານຶ່ງສຳລັບຜູ້ຖືກເນລະເທດຊາວລາວນັ້ນກໍແມ່ນ ສັນຊາດທີ່ໝົດອາຍຸແລ້ວ
ຈາກປະເທດບ້ານເກີດຂອງເຂົາເຈົ້າ.

ຜູ້ຖືກເນລະເທດຕ້ອງໄດ້ລົງທະບຽນກັບສະຖານທູດໃນປະເທດ ທີ່ເຂົາເຈົ້າໄດ້ອາໄສ
ຢູ່ ຫຼື ສູນເສຍສັນຊາດຂອງເຂົາເຈົ້າ ຫຼັງຈາກ 10 ປີ.

ໃນຕອນທ້າຍຂອງຂໍ້ຄວາມລັບໃນປີ 2009 ນັ້ນ, ທັງສອງປະເທດຍັງຫວັງທີ່ຈະ “ບັນລຸ
ຂໍ້ຕົກລົງ ກ່ຽວກັບ ຂັ້ນຕອນພື້ນຖານປົກຄຸມທຸກກໍລະນີຢູ່.”

ມັນບໍ່ເຄີຍເກີດຂຶ້ນ. ປະເທດ ລາວ ແມ່ນບໍ່ໄດ້ຢູ່ໃນລາຍຊື່ຂອງຜູ້ບໍ່ປະຕິບັດຕາມໃນສະ
ໄໝຂອງອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ ແຕ່ໄດ້ຖືກເພີ່ມໃສ່ລາຍຊື່ດັ່ງ
ກ່າວພາຍໃຕ້ທ່ານ ທຣຳ.

ໂຄສົກກະຊວງການຕ່າງປະເທດຄົນປັດຈຸບັນໄດ້ກ່າວຕໍ່ວີໂອເອວ່າ ອົງການດັ່ງກ່າວ
ບໍ່ສາມາດໃຫ້ຄຳຢືນຢັນ ຫຼື ໃຫ້ຄຳເຫັນ ກ່ຽວກັບ “ສິ່ງທີ່ຖືກລາຍງານວ່າ ເປັນເອກະ
ສານພາຍໃນຂອງກະຊວງ.”

ໃນເມື່ອເອກະສານການເດີນທາງບໍ່ໄດ້ຖືກອອກໃຫ້, ອົງການ ICE ຫຼັງຈາກນັ້ນກໍຈະ
ສືບຕໍ່ເຮັດສິ່ງອື່ນ, ເຊັ່ນການສົ່ງຈົດໝາຍຫາສະຖານທູດຂອງປະເທດຕ່າງໆໃນ
ສະຫະລັດ ຮຽກຮ້ອງການຮ່ວມມືໃນຂັ້ນຕອນການຍົກຍ້າຍ ແລະ ແນະນຳການລວມ
ເອົາປະເທດຕ່າງໆເຂົ້າໃນລາຍຊື່ຂອງປະເທດບໍ່ປະຕິບັດຕາມ.

ເຈົ້າໜ້າທີ່ອົງການ ICE ໄດ້ເວົ້າວ່າ “ຖ້າ ສະຫະລັດ ສາມາດທີ່ຈະບິນໄປບ່ອນໃດກໍ
ໄດ້ຕາມໃຈ ແລ້ວສົ່ງຄົນລົງ, ມັນກໍຄົງຈະບໍ່ມີປະເທດທີ່ບໍ່ປະຕິບັດຕາມ. ແຕ່ວ່າມັນກໍ
ບໍ່ເປັນໄປໄດ້ແນວນັ້ນ ໃນແງ່ມຸມຫຼາຍຢ່າງ.”

ຖ້າທີ່ກ່າວມາກ່ອນໜ້ານັ້ນຫາກບໍ່ໄດ້ຜົນ, ອົງການ ICE ກໍຈະຂໍໃຫ້ອອກຂໍ້ຊີ້ນຳຢ່າງ
ເປັນທາງການ ໃຫ້ປະເທດທີ່ບໍ່ໃຫ້ການຮ່ວມມືໂດຍກະຊວງການຕ່າງປະເທດ. ອົງ
ການດັ່ງກ່າວສາມາດແນະນຳໃຫ້ວາງມາດຕະການລົງໂທດດ້ານການອອກວີຊາ ພາຍ
ໃຕ້ກົດໝາຍຄົນເຂົ້າເມືອງ ແລະ ໂອນສັນຊາດ.

ນັ້ນແມ່ນສິ່ງທີ່ລັດຖະບານທ່ານ ທຣຳ ໄດ້ເຮັດລົງໄປໃນເດືອນກັນຍາທີ່ຜ່ານມາ ເມື່ອ
ເຂົາເຈົ້າໄດ້ວາງມາດຕະການລົງໂທດດ້ານການອອກວີຊາໃສ່ປະເທດ ກຳປູເຈຍ,
ເອຣິເທຣຍ, ກີເນຍ ແລະ ເຊແອຣາ ເລອອນ ສຳລັບການບໍ່ສາມາດທີ່ຈະຮັບເອົາການ
ຍົກຍ້າຍປະຊາຊົນຂອງຕົນນັ້ນ.

ໃນຂໍ້ຄວາມລັບປີ 2009 ທີ່ຖືກເປີດເຜີຍໂດຍ WikiLeaks ນັ້ນ, ທ່ານ ໄຊຍະວົງ ໄດ້
ກ່າວຢໍ້າວ່າ ໃນລະຫວ່າງລັດຖະບານຂອງທ່ານ George W. Bush ໃນປີ 2007 ນັ້ນ,
ສະຫະລັດ ໄດ້ພະຍາຍາມທີ່ຈະສົ່ງປະຊາຊົນ 26 ຄົນກັບຄືນປະເທດ ລາວ, “ແຕ່ຂັ້ນ
ຕອນການເນລະເທດນັ້ນບໍ່ໄດ້ມີຄວາມສອດຄ່ອງກັນ ແລະ ບາງຄັ້ງໄດ້ສ້າງບັນຫາ,
ໃນຂະນະທີ່ປະເທດ ລາວ ບໍ່ໄດ້ຮັບຮູ້ກ່ຽວກັບການສົ່ງຄົນກັບຄືນ ຈົນກວ່າບຸກຄົນດັ່ງ
ກ່າວໄດ້ລົງຈາກເຮືອບິນໃນປະເທດ ລາວ.”

ທ່ານນາງ ໄວນ ດິ່ງ, ຜູ້ອຳນວຍການໃຫຍ່ຂອງ ສູນກາງການປະຕິບັດແຫຼ່ງຊັບພະຍາ
ກອນ ເອເຊຍຕາເວັນອອກສຽງໃຕ້ ໄດ້ກ່າວວ່າ ການປະຕິບັດການຄຸ້ມຄອງເມື່ອບໍ່ດົນ
ມານີ້ ໄດ້ສະແດງໃຫ້ເຫັນແຜນຍຸດທະສາດທີ່ຮຸນແຮງກວ່າເກົ່າ ໂດຍລັດຖະບານ
ສະຫະລັດ, ໂດຍສະເພາະຕໍ່ບັນດາປະເທດຕາເວັນອອກສຽງໃຕ້.

ທ່ານນາງໄດ້ເວົ້າວ່າ “ນັ້ນແມ່ນພາກສ່ວນທີ່ເປັນຕາຢ້ານ. ເຂົາເຈົ້າສາມາດເນລະເທດ
ຄົນ, ແມ່ນກະທັ້ງທີ່ເຂົາເຈົ້າບໍ່ມີບັນທຶກຄວາມເຂົ້າໃຈກັບປະເທດໃດນຶ່ງ. ມັນບໍ່ມີຫຍັງ
ທີ່ຈະຫ້າມບໍ່ໃຫ້ ສະຫະລັດ ເນລະເທດຜູ້ຄົນທີ່ບໍ່ເປັນສັນຊາດ ສະຫະລັດ ກັບໄປປະ
ເທດຕ່າງໆໄດ້.”

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG