ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຮຽກຮ້ອງ ຂອງປະຊາຊົນຈີນ ທີ່ພາກັນອອກມາ ປະທ້ວງຢູ່ Tiananmen ຍັງບໍ່ຈາງຫາຍ (ສະ​ໄລ​ດ/໌ວີດີໂອ)


ປະຊາຊົນຫຼາຍພັນຄົນ ໄປໂຮມຊຸມນຸມກັນ ຈົນເຕັມຈະຕຸລັດ ທຽນອັນເໝິນ ເມື່ອວັນທີ 17 ພຶດສະພາ 1989.
ປະຊາຊົນຫຼາຍພັນຄົນ ໄປໂຮມຊຸມນຸມກັນ ຈົນເຕັມຈະຕຸລັດ ທຽນອັນເໝິນ ເມື່ອວັນທີ 17 ພຶດສະພາ 1989.
ເປັນເວລາ 25 ປີຜ່ານມາແລ້ວ ຫຼັງຈາກຈີນໄດ້ທຳການປາບປາມ
ພວກປະທ້ວງເພື່ອປະຊາທິປະໄຕ ຢູ່ທີ່ຈະຕຸລັດ Tiananmen.
ຜູ້ນຳຂອງຈີນ ໄດ້ເອົາບາດກ້າວທີ່ສຳຄັນໆ ເພື່ອປິດປາກປິດສຽງ
ບໍ່ໃຫ້ມີ ການສົນທະນາກັນ ກ່ຽວກັບເຫດການ ທີ່ເກີດຂຶ້ນໃນປີ
1989 ຊຶ່ງໄດ້ມີ ການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ ເກີດຂຶ້ນ
ໃນລະດູບານໃໝ່ ຢູ່ທີ່ ປັກກິ່ງແລະຕາມຫົວເມືອງອື່ນໆຊຶ່ງໄດ້ມີ
ການປາບປາມຢ່າງນອງເລືອດ ຕາມມາ. ເຖິງຢ່າງນັ້ນກໍຕາມ
ຄວາມຮຽກຮ້ອງຕ້ອງການ ຂອງບັນດາ ນັກຮຽນນັກສຶກສາ ແລະ
ປະຊາຊົນທີ່ຫຼັ່ງໄຫຼລົງສູ່ຖະໜົນຫົນທາງ ໃນ ເວລານັ້ນ ຍັງບໍ່
ຈາງຫາຍໄປ. ຜູ້ສື່ຂ່າວ ວີໂອເອ Bill Ide ມີລາຍງານ ເລື່ອງນີ້
ຈາກປັກກິ່ງ ຊຶ່ງ ໄຊຈະເຣີນສຸກ ຈະນຳມາສະເໜີທ່ານ.

ໃນລະດູບານໃໝ່ປີ 1989 ຄວາມຮຽກຮ້ອງຕ້ອງການເພື່ອໃຫ້ມີການ ປ່ຽນແປງໄດ້ແຜ່ລາມ
ໄປທົ່ວບໍລິເວນຈະຕຸລັດ Tiananmen ຂອງນະຄອນຫຼວງປັກກິ່ງ ລົງສູ່ຖະໜົນຫົນທາງ
ແລະໃນທີ່ສຸດກໍແຜ່ຂະຫຍາຍ ໄປທົ່ວປະເທດ.
ນັກສຶກສາທັງຫຼາຍ ພາກັນປະທ້ວງ ເພື່ອປະຊາທິປະໄຕ ຢູ່ທີ່ ຈະຕຸລັດ Tiananmen ໃນປີ 1989.
ນັກສຶກສາທັງຫຼາຍ ພາກັນປະທ້ວງ ເພື່ອປະຊາທິປະໄຕ ຢູ່ທີ່ ຈະຕຸລັດ Tiananmen ໃນປີ 1989.

ເວລາທ້າວ Fang Zheng ຊຶ່ງເປັນນັກສຶກສາໃນເວລານັ້ນ
ພ້ອມທັງເປັນນັກກິລາແຫ່ງຊາດ ທີ່ມີຊື່ສຽງຄົນນຶ່ງເຂົ້າຮ່ວມນຳ
ຄວາມຫວັງກໍມີສູງຂຶ້ນ ທີ່ວ່າພວກປະທ້ວງອາດຈະສາມາດ
ຊ່ອຍສ້າງຈີນ ໃຫ້ເປັນປະເທດ ທີ່ດີຂຶ້ນກວ່າເກົ່າ. ທ້າວ Fang
Zheng ໄດ້ໂອ້ລົມກັບວີໂອເອ ຜ່ານ ທາງ Skype.

ທ້າວ Fang ເວົ້າວ່າ “ພວກນັກສຶກສາມະຫາວິທະຍາໄລ
ໃນຊຸມປີ 80 ໝົດທຸກຄົນມີທັດສະນະຄ້າຍຄືກັນພວກເຮົາ
ທັງໝົດຕ່າງກໍມີອຸດົມການ. ພວກເຮົາຍັງມີຄວາມຮູ້ສຶກ
ຢ່າງເຂັ້ມແຂງ ກ່ຽວກັບຄວາມຮັບຜິດຊອບ ຂອງສັງຄົມ
ແລະ ຄວາມເປັນຫ່ວງເປັນໃຍ ກ່ຽວກັບໂຊກຊາຕາຂອງ
ປະເທດຊາດ.”


ຄວາມຫວັງດັ່ງກ່າວນີ້ ໄດ້ມີການປ່ຽນແປງຢ່າງໃຫຍ່ຫລວງໃນວັນທີ 4 ມີຖຸນາ ສຳລັບທ້າວ
Fang Zheng ພ້ອມກັບທຸກໆຄົນ ໃນທົ່ວປະເທດ. ທ້າວ Fang Zheng ເກືອບພົບກັບ
ຄວາມຕາຍ ເພາະວ່າ ຂາທັງສອງ ເບື້ອງຂອງລາວໄດ້ຖືກລົດຖັງຢຽບຫັກຈົນມຸ່ນໝົດ.

ທ້າວ Fang ເວົ້າວ່າ “ລັດຖະບານໄດ້ໃຊ້ປືນ ໃຊ້ການກົດຂີ່ແລະເລືອດ ເພື່ອຢຶດໝັ້ນ ອຳນາດຂອງພວກເຂົາແລະຮັບມືກັບບັນດານັກປະທ້ວງ. ແລະນັ້ນມັນໄດ້ດຶງເອົາຈີນ ອອກໄປໄກຕື່ມອີກ ຈາກອັນທີ່ອາດເປັນເສັ້ນທາງທີ່ດີຂຶ້ນ ທີ່ຈະກ້າວໄປສູ່ການປະຕິ ຮູບ. ການສໍ້ລາດບັງຫຼວງ ໃນເວລານີ້ ແມ່ນຮ້າຍແຮງ ກວ່າເມື່ອ25 ປີກ່ອນ ແລະອຳ ນາດພິເສດ ຕະຫລອດທັງສິດພິເສດຕ່າງໆ ຂອງເຈົ້າໜ້າທີ່ທັງຫຼາຍ ແມ່ນໄດ້ຂະ ຫຍາຍອອກໄປ ຢ່າງກວ້າງຂວາງອີກດ້ວຍ.”

ໃນການປະເຊີນໜ້າກັນເປັນເວລາສັ້ນໆກັບເຈົ້າໜ້າທີ່ນັ້ນ
ພວກປະທ້ວງໄດ້ທຳການຮຽກຮ້ອງ 7 ຂໍ້ດ້ວຍກັນ ໜຶ່ງໃນນັ້ນ
ກໍຄື ໃຫ້ເຈົ້າໜ້າທີ່ ແລະ ສະມາຊິກໃນຄອບຄົວເຂົາເຈົ້າຕ້ອງເປີດເຜີຍລາຍໄດ້ ຂອງພວກ
ເຂົາ ແລະ ອີກຂໍ້ໜຶ່ງແມ່ນສິດເສລາພາບໃນການປະທ້ວງຢ່າງເສລີຢູ່ປັກກິ່ງ.

25 ປີຜ່ານມາ ຂໍ້ຮຽກຮ້ອງຕ້ອງການທັງສອງ ຍັງຄົງເປັນຈຸດໝາຍທີ່ ຢູ່ຫ່າງໄກ.
ຕຳຫລວດປະຊາຊົນຈີນ ກຳລັງສັງເກດການ ຂອງການເດີນຂະບວນ ປະທ້ວງເພື່ອປະຊາທິປະໄຕ ຂອງຫຼາຍພັນຄົນ ໃນເຂດເສດທະກິດ ພິເສດ ຂອງເມືອງ Shenzhen.
ຕຳຫລວດປະຊາຊົນຈີນ ກຳລັງສັງເກດການ ຂອງການເດີນຂະບວນ ປະທ້ວງເພື່ອປະຊາທິປະໄຕ ຂອງຫຼາຍພັນຄົນ ໃນເຂດເສດທະກິດ ພິເສດ ຂອງເມືອງ Shenzhen.

ບັນດາຜູ້ນຳຂອງຈີນກ່າວວ່າ ພວກເຂົາກຳລັງທຳການຕໍ່ສູ້
ແບບ​ເອົາເປັນ​ເອົາຕາຍ ເພື່ອຕໍ່ຕ້ານການສໍ້ລາດບັງຫຼວງ
ແຕ່ການຮຽກຮ້ອງໃຫ້ບັນດາ ເຈົ້າໜ້າທີ່ ເປີດເຜີຍຊັບສິນ
ທັງຫຼາຍຂອງພວກເຂົານັ້ນ ໄດ້ພົບກັບການ ຄັດຄ້ານຢ່າງໜັກ.

ທ່ານ Ching Cheong ນັກ​ຂ່າວ​ອະວຸ​ໂສ​ຂອງຮົງ​ກົງ ກ່າວ​ວ່າ
ໃນ​ຂະ ນະ​ທີ່ປະທານ​ປະ​ເທດຈີນ ທ່ານ ສີ ຈິ້ນຜິງ ​ໄດ້​ດຳ​ເນີນ​
ການ​ປະຕິຮູບ​ຢ່າງ​ກວ້າງຂວາງຢູ່ນັ້ນ ​ແຕ່​ທ່ານໄດ້ມິດງຽບ​ຕໍ່​ຂໍ້​ຮຽກຮ້ອງ​ພື້ນຖານ​ຂອງ​ປະຊາຊົນຊາວ​ຈີນ.

ທ່ານ Ching Cheong ​ເວົ້າວ່າ “ ​ແລະ​ແມ່ນຫຍັງທີ່ປະຊາຊົນ​
ຮຽກຮ້ອງຕ້ອງການ? ປະຊາ​ຊົນ​ ຕ້ອງການຢາກໃຫ້ ມີການ
ແບ່ງ​ແຍກ​ອຳນາດ ປະຊາຊົນຕ້ອງການໃຫ້​ມີ​ການ​ກວດກາ ​ແລະຄວາມ​ກ້ຳ​ເກິິ່ງ​ໃນ​ການ​ໃຊ້​ອຳນາດ ​ແລະ ປະຊາຊົນ​ຕ້ອງການຢາກ​ມີ​ສິດທິທັງ​ໝົດຕາມ​ທີ່ ລັດຖະທຳ​ມະນູນໄດ້ກຳນົດໄວ້.”


ພາຍ​ໃຕ້​ລັດຖະທຳ​ມະນູນ​ ຂອງ​ຈີນແລ້ວ ການ​ປະ​ທ້ວງ​ຕ່າງໆຫຼືສິດ​ໃນ​ການໂຮມ​ຊຸມນຸມ ແມ່ນ
ອະນຸຍາດໃຫ້ມີໄດ້ ຕາບໃດທີ່ການ​ປະ​ທ້ວງເຫຼົ່າ ນັ້ນບໍ່ລະເມີດຕໍ່ຜົນ​ປະ​ໂຫຍ​ດ​ໃດໆ​ຂອງ​ລັດ.

ຊາກສົບທີ່ປົນໄປກັບ ລົດຖີບອັນບິດບ້ຽວ ໃນເຫດການປາບປາມພວກ ປະທ້ວງ ຂອງຈີນ ຢູ່ທີ່ຈະຕຸລັດ Tiananmen ເມື່ອວັນທີ 4 ມີຖຸນາ 1989.
ຊາກສົບທີ່ປົນໄປກັບ ລົດຖີບອັນບິດບ້ຽວ ໃນເຫດການປາບປາມພວກ ປະທ້ວງ ຂອງຈີນ ຢູ່ທີ່ຈະຕຸລັດ Tiananmen ເມື່ອວັນທີ 4 ມີຖຸນາ 1989.

ນັກ​ລັດຖະສາດ​ຢູ່​ ມະຫາວິທະ​ຍາ​ໄລໂຄ​ລຳ​ເບຍ ທ່ານ Andrew
Nathan ກ່າວ​ວ່າ ເວລາພວກນັກ​ສຶກສາ ​ແລະ ກຳມະກອນທັງ
ຫຼາຍ​ໄດ້​ໂຮມ​ຊຸມນຸມ​ກັນ​ຢູ່​ທີ່ຈະຕຸ​ລັດ Tiananmen ປີ 1989 ນັ້ນ
ສິ່ງ​ທີ່​ພວກ​ເຂົາ​ຮຽກຮ້ອງ​ແມ່ນຢາກເປີດການໂອ້ລົມ​ເຈລະຈາ​ກັບ
​ລັດຖະບານ.

ທ່ານ Nathan ​ເວົ້າ​ວ່າ “ ​ໃນ​ປີ 1989 ລັດຖະບານ ​ໂດຍ​
ສະ​ເພາະພັກ ທີ່​ປົກຄອງ ​ໄດ້​ຕັດສິນ​ໃຈ​ແລ້ວ ຖ້າ​ຫາກ​
ພວກ​ເຮົາ​ທຳ​ການ​ເ​ຈລະ​ຈາ​ນຳ​ເຈົ້າ​ຫຼາຍ ຂ້າພະເຈົ້າ​
ໝາຍ​ຄວາມ​ວ່າ ມັນກະ​ບໍ່​ຮູ້ໄດ້ວ່າ ສິ່ງ​ໃດ​ທີ່​ພວກເຈົ້າຈະ​
ເລີ້ມ​ຮຽກຮ້ອງ​ຈາກ​ພວກ​ເຮົາ ​ແລະຫຼັງຈາກນັ້ນ ພວກ​ເຮົາ
ກໍຈະ​ບໍ່​ມີການ​ປົກຄອງ​ແບບ​ພະ​ເດັດ​ການ​ອີກຕໍ່ໄປແລ້ວ.”


​ ທ່າທີຂອງທາງການຈີນ​ ກ່ຽວກັບເລື່ອງຈະຕຸລັດ Tiananmen ກໍແມ່ນວ່າ ມັນ​ເປັນ​ການກໍ່ກະບົດ​ຕໍ່​ຕ້ານ​ການ​ປະຕິວັດ ​ແລະ ຄື​ກັນ​ກັບການ​ທີ່ລັດຖະບານ ປະຕິ​ເສດ​ບໍ່ຍອມໂອ້ລົມ​ເຈລະຈາ​ ກັບ​ພວກ​ນັກສຶກສາ ​ແລະ ບໍ່​ມີ​ສັນຍາ​ນວ່າ ​ທ່າທີ​ດັ່ງກ່າວ​ຈະ​ມີ​ການ​ປ່ຽນ​ແປງ ​ໃນ​ເວລາ​ອັນໃກ້​ນີ້ ແຕ່ຢ່າງໃດເລີຍ.
Despite Government Efforts to Silence Tiananmen, Demands Linger
please wait

No media source currently available

0:00 0:02:59 0:00
XS
SM
MD
LG