ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ​ອົງ​ການ ກວດ​ສອບ​ລັດ​ຖະ​ບານ ລາວ ຢືນ​ຢັນ​ວ່າ ການ​ທ​ຸ​ຈະ​ລິດ ​ຂອງ​ພະ​ນັກ​ງານ​ລັດ ​ມີ​ຫຼາຍວິ​ທິ​ການ


ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ.
ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມສະ​ພາ​ແຫ່ງ​ຊາດ.

ປະ​ທານ​ອົງ​ການກວດ​ສອບ​ລັດ​ຖະ​ບານ ລາວ ຢືນ​ຢັນ​ວ່າ ການ​ທ​ຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ລັດ​ມີ​ຫຼາຍ​ວິ​ທິ​ການ​ໂດຍ​ທີ່ກວດ​ພົບຫຼາຍ​ທີ່​ສຸດ​ຄື​ການ​ນຳ​ເອົາ​ລາຍ​ໄດ້​ຂອງ​ລັດ​ໄປ​ຝາກ​ທະ​ນາ​ຄານ​ເພື່ອ​ຍັກ​ຍອກ​ເອົາ​ດອກ​ເບ້ຍ.


ທ່ານ​ນາງ ວຽກ​ທອງ ສີ​ພັນ​ດອນ ປະ​ທານ​ອົງ​ການກວດ​ສອບ​ແຫ່ງ​ລັດ​ໄດ້​ຖະ​ແຫຼງຍອມ​ຮັບ​ຕໍ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 8 ຂອງ​ສະ​ພາ​ແຫ່ງ​ຊາດ ທີ່​ດຳ​ເນີນກອງ​ປະ​ຊຸມ​ໃນ​ຊ່ວງວັນ​ທີ 7 ພະ​ຈິກ - 6 ທັນ​ວາ​ 2019 ນີ້ ວ່າ​ການ​ທຸ​ຈະ​ລິດ​ໂດຍ​ບັນ​ດາ​ພະ​ນັກ​ງານ​ລັດ​ທີ່​ເກີດ​ຂຶ້ນ​ໄດ້​ຢ່າງກວ້າງ​ຂວາງ​ນັ້ນ​ເປັນ​ຍ້ອນ​ໄດ້​ມີ​ການ​ຮ່ວມ​ມື​ກັນ​ຢ່າງ​ເປັນ​ຂະ​ບວນ​ການ​ໃນ​ທຸ​ລະ​ດັບ ໂດຍ​ສະ​ເພາະ​ແມ່ນ​ການ​ຂາຍ​ໄມ້ຂອງ​ລັດ​ຖະ​ບານໃນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ແລະ ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ​ຂອງ​ປະ​ມູນ ເຮັດ​ໃຫ້​ລັດ​ຖະ​ບານ​ເສຍ​ຫາຍ​ໄປ​ຢ່າງຫຼວງຫຼາຍ ທັງ​ຍັງ​ກວດ​ພົບ​ວ່າ​ມີ​ພະ​ນັກ​ງານ​ລັດ​ທີ່​ນຳ​ເອົາ​ເງິນ​ລາຍ​ໄດ້​ຂອງ​ລັດ​ໄປ​ຝາກ​ກັບ​ທະ​ນາ​ຄານ​ເອ​ກະ​ຊົນ​ ເພື່ອ​ຍັກ​ຍອກ​ເອົາ​ດອກ​ເບ້ຍ​ໄປ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ຕົນ ດ້ວຍ​ເຫດນີ້​ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ສອບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ ທັງ​ຢູ່​ຂັ້ນ​ສູນ​ກາງ ແລະ ຂັ້ນ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ຈິງ​ຈັງ ດັ່ງ​ທີ່​ທ່ານ​ນາງ ວຽງ​ທອງ ຖະ​ແຫຼງ​ຢືນ​ຢັນ​ວ່າ

"ໃຫ້​ບັນ​ດາ​ກະ​ຊວງ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໃຫ້​ນຳ​ເອົາ​ເງິນ​ຢູ່​ທະ​ນາ​ຄານ​ທຸ​ລະ​ກິດ​ມາ​ເປີດ​ບັນ​ຊີ​ຢູ່​ຄັງ​ເງິນ​ແຫ່ງ​ຊາດ ໃຫ້​ກວດ​ຄືນ​ບັນ​ດາ​ໂຄງ​ການ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ທີ່​ດິນ​ລັດ ທີ່ບໍ່​ໄດ້​ສ້າງ​ສັນ​ຍາ​ເຊົ່າ​ສຳ​ປະ​ທານ​ທີ່​ດິນ​ລັດ​ໃຫ້​ຄົບ​ຖ້ວນ ໃຫ້​ດຳ​ເນີນ​ການກວດ​ກາ​ການ​ຂາຍ​ໄມ້​ທີ່ບໍ່​ໄດ້​ດຳ​ເນີນ​ການ​ປະ​ມູນ​ເພື່ອ​ໃຫ້​ສອດ​ຄ່ອງ​ຕາມ​ລະ​ບຽບ​ການ​ຊື້-ຂາຍ​ຂອງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ກວດ​ຄືນ​ການ​ກຳ​ນົດ​ລາ​ຄາ​ຂ​າຍ​ໄມ້​ບ່ວງ​ຂຸດ​ຄົ້ນ​ອອກ​ຈາກ​ໜ້າ​ເຂື່ອນ​ໄຟ​ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ທີ່​ຕຳ​ກວ່າ​ລາ​ຄາ​ກາງ."

ສ່ວນ​ທ່ານ ບຸນ​ທອງ ຈິດ​ມະ​ນີ ຮອງ​ລັດ​ຖະ​ມົນ​ຕີ ແລະ ປະ​ທານ​ຄະ​ນະ​ກວດ​ກາ​ພັກ-ລັດ​ຢືນ​ຢັນ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ອົງ​ການກວດ​ສອບ​ແຫ່ງ​ລັດ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ​ໃນ​ທຸກ​ດ້ານ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ກວດ​ພົບ​ການ​ທຸ​ຈະ​ລິດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ລັດ​ຖະ​ບານ​ທີ່​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ ກັບ​ພາກ​ທຸ​ລະ​ກິດ​ເອ​ກະ​ຊົນ​ນັ້ນ​ຖື​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ເພີ່ມ​ຂຶ້ນ​ນັບ​ມື້ ທັງ​ຍັງ​ກວດ​ພົບ​ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງບໍ່​ສົ່ງ​ລາຍ​ຮັບ​ຈາກ​ສ່ວນ​ສາ​ອາ​ກອນ ແລະ ຊັບ​ສິນ​ຕ່າງໆ​ຂອງ​ລັດ​ເຂົ້າ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ອີກ​ດ້ວຍ ຫາກ​ແຕ່​ການ​ລົງ​ໂທດ​ພະ​ນັກ​ງານ​ລັດ​ທີ່​ທຸ​ຈະ​ລິດ​ດັ່ງ​ກ່າວ​ນັ້ນ ກັບ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ຈຳ​ກັດ ດັ່ງ​ທີ່​ທ່ານ ບຸນ​ທອງ ໄດ້​ຖະ​ແຫຼງຍອມ​ຮັບ​ວ່າ

“ໃນກົດໝາຍຕ້ານການສໍ້ລາດບັງຫຼວງໄດ້ກຳນົດແຈ້ງວ່າ ຜູ້ໃດທີ່ມີການສໍ້ລາດບັງຫຼວງເອົາຂອງລັດມາເປັນຂອງຕົນເອງແບບຍັກຍອກສໍ້ໂກງທີ່ມີມູນຄ່າແຕ່ຫ້າລ້ານກີບຂຶ້ນເມືອຕ້ອງໄດ້ຖືກລົງໂທດ ມາດຕະການໄດ້ກຳນົດແຈ້ງແນວນັ້ນ ແຕ່ວ່າພາກປະຕິບັດຂອງໄທເຮົານີ້ ຂອງທັງໝົດອົງການທີ່ກ່ຽວຂ້ອງຍັງບໍ່ທັນເຂັ້ມງວດໄປຕາມໂຕນັ້ນ ບາງເທື່ອຜູ້ທີ່ມັນວ່າມີການສໍ້ລາດບັງຫຼວງຫຼາຍກວ່າຫ້າລ້ານກີບກໍບໍ່ຖືກດຳເນີນຄະດີ.”

ທ່ານ ບຸນທອງ ໄດ້ຍົກຕົວຢ່າງຂອງການກວດກາໂຄງການລົງທຶນຂອງລັດຖະບານ 209 ໂຄງການໃນໄລຍະຜ່ານມາພົບວ່າ 103 ໂຄງການບໍ່ໄດ້ຈັດການປະມູນ ສ່ວນ 106 ໂຄງການໄດ້ຈັດການປະມູນແຕ່ບໍ່ຖືກຕ້ອງຕາມກົດໝາຍ ຈຶ່ງເຮັດໃຫ້ລັດຖະບານ ລາວ ສູນເສຍງົບປະມານໄປເກີນກວ່າ 5,331 ຕື້ກີບ ສ່ວນໂຄງການນອກແຜນຂອງລັດຖະບານ 285 ໂຄງການທີ່ກວດພົບໃນຊ່ວງປີ 2016-2018 ນັ້ນກໍເຮັດໃຫ້ລັດຖະບານເສຍຫາຍຫຼາຍກວ່າ 4,483 ຕື້ກີບ ທັງການຍົກເວັ້ນອາກອນນຳເຂົ້ານໍ້າມັນໃຫ້ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ ກໍຍັງເຮັດໃຫ້ລັດຖະບານ ສູນເສຍສູນເສຍລາຍຮັບໄປເຖິງ 2,407 ຕື້ກີບໃນແຕ່ລະປີ.

ສ່ວນອົງການເພື່ອຄວາມໂປ່ງໃສສາກົນ ລາຍງານວ່າລັດຖະບານ ລາວ ມີຄວາມໂປ່ງໃນໃນການບໍລິຫານພຽງ 29 ຈາກ 100 ຄະແນນໃນປີ 2018 ໝາຍຄວາມວ່າມີນັກລົງທຶນຕ່າງຊາດໃນ ລາວ ເຖິງ 71 ໃນ 100 ຄົນທີ່ເຫັນວ່າມີການທຸຈະລິດຢ່າງກວ້າງຂວາງໃນ ລາວ ອັນເປັນສາເຫດທີ່ເຮັດໃຫ້ນານາຊາດທີ່ໃຫ້ການຊ່ວຍເຫຼືອແກ່ລາວນັ້ນ ໄດເພີ່ມການກົດດັນລັດຖະບານ ລາວ ເພື່ອໃຫ້ດຳເນີນມາດຕະການປາບປາມ ແລະ ລົງໂທດຕໍ່ຜູ້ທີ່ທຳການທຸຈະລິດໃນວົງການລັດຖະບານຢ່າງຈິງຈັງ.

XS
SM
MD
LG