ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກເດໂມແຄຣັທ ເປີດກອງປະຊຸມຫຼວງ ທີ່ ເມືອງ Charlotte (ສະໄລດ໌ກັບວີດີໂອ)


ທ່ານນາງ Michelle Obama ໄດ້ເປັນຈຸດເດັ່ນ ໃນຄືນອັງຄານ ຂະນະທີ່ພັກເດໂມແຄຣັທ ເປີດກອງປະຊຸມຫຼວງແຫ່ງຊາດ ທີ່ເມືອງ Charlotte ລັດ North Carolina.

ສະຕີໝາຍເລກນຶ່ງຂອງສະຫະລັດ ທ່ານນາງ Michelle Obama
ໄດ້ປຸກລະດົມສະມາຊິກຂອງພັກເດໂມແຄຣັທ ດ້ວຍການກ່າວຄຳ
ປາໄສທີ່ມີການຮ້ອງຮຽນເປັນການສ່ວນຕົວຊຶ່ງບາງຕອນກໍເຕັມໄປ
ດ້ວຍຄວາມຮູ້ສຶກ ສະເທືອນອາລົມ ໃນການກ່າວຈາກໃຈຈິງຂອງ
ທ່ານນາງ ເຖິງສາມີ ແລະຄອບຄົວຂອງທ່ານນາງ ຕະຫຼອດທັງຄຸນ
ຄ່າທີ່ພວກທ່ານໄດ້ຊຸກຍູ້ໃນຮອບ 4 ປີທີ່ຜ່ານມາຢູ່ທີ່ທຳນຽບຂາວ.

“ຂ້ອຍມັກຫຼາຍສຳຫຼັບບາຣັກນັ້ນກໍຄືບໍ່ມີຄຳວ່າ “ພວກເຮົາ”
ແລະ “ພວກເຂົາ” ລາວບໍ່ສົນໃຈເລີຍວ່າເຈົ້າເປັນພັກເດໂມ
ແຄຣັທ ເປັນພັກຣີພັບບລີກັນ ຫຼືບໍ່ແມ່ນທັງສອງພັກ ທີ່ກ່າວ
ມານັ້ນເລີຍ. ລາວຮູ້ດີວ່າ ພວກເຮົາທັງໝົດ ຕ່າງກໍຮັກປະ
ເທດຂອງພວກເຮົາ ແລະລາວກໍພ້ອມສະເໝີ ທີ່ຈະຮັບຟັງ
ແນວຄິດທີ່ດີໆ. ລາວມັກຈະສະແຫວງຫາສິ່ງທີ່ດີທີ່ສຸດຢູ່ສະເໝີ ໃຫ້ແກ່ທຸກໆຄົນ
ທີ່ລາວໄດ້ພົບພໍ້.”


ໃນເວລາຕໍ່ມາ ທ່ານນາງ Michelle Obama ໄດ້ສາມາດເຮັດໃຫ້ຄະນະຜູ້ຕາງໜ້າທີ່ເຂົ້າ
ຮ່ວມກອງປະຊຸມຫຼວງພາກັນລຸກຢືນຂຶ້ນຕົບມືດ້ວຍການຮ້ອງຮຽນທີ່ສະແດງອອກເຖິງຄວາມ ຈິງໃຈ ເພື່ອໃຫ້ເລືອກເອົາສາມີຂອງທ່ານນາງເຂົ້າຮັບຕຳແໜ່ງຕື່ມອີກໃນເດືອນພະຈິກປີນີ້ ຊຶ່ງເບິ່ງຄືວ່າໄດ້ແນເປົ້າໝາຍໃສ່ພວກແມ່ຍິງ.

“ຖ້າພວກເຮົາຕ້ອງການຢາກໃຫ້ລູກເຕົ້າຂອງພວກເຮົາທັງໝົດມີພື້ນຖານໃນຄວາມ ໄຝ່ຝັນ ແລະໂອກາດອັນດີໆໃນຄຳໝັ້ນສັນຍາຂອງພວກເຂົາເຈົ້າ…ຖ້າພວກເຮົາ ຕ້ອງການຢາກໃຫ້ພວກເຂົາ ຮູ້ສຶກເຖິງຄວາມເປັນໄປໄດ້ ແບບບໍ່ມີຂີດຈຳກັດ ຄື
ຄວາມເຊື່ອທີ່ວ່າ ຢູ່ທີ່ອາເມຣິການີ້ ແມ່ນຈະມີສິ່ງທີ່ດີໆຄອຍຄອງຖ້າຢູ່ສະເໝີ ຖ້າ
ເຈົ້າຫາກເຕັມໃຈທີ່ຈະບຸກບັ່ນເພື່ອໃຫ້ໄດ້ມັນມາດັ່ງນັ້ນພວກເຮົາຕ້ອງໄດ້ດຳເນີນ ງານແບບທີ່ບໍ່ເຄີຍເຮັດມາກ່ອນ ແລະອີກຄັ້ງນຶ່ງພວກເຮົາຕ້ອງໄດ້ປຸ້ມລຸມແລະຢືນ ຢັດດ້ວຍກັນ ຢູ່ຄຽງຂ້າງບຸກຄົນ ທີ່ພວກເຮົາເຊື່ອໝັ້ນວ່າຈ ະນຳພາປະເທດທີ່ຍິ່ງ ໃຫຍ່ນີ້ໃຫ້ກ້າວໄປຂ້າງໜ້າໄດ້ຜູ້ນັ້ນກໍຄືສາມີຂອງຂ້ອຍ ປະທານາທິບໍດີຂອງພວກ ເຮົາ ປະທານາທິບໍດີໂອບາມາ.”


ນອກເໜືອໄປຈາກການຮ້ອງຮຽນຕໍ່ບັນດາຜູ້ມີສິດປ່ອນບັດແມ່ຍິງແລ້ວພັກເດໂມແຄຣັທຍັງ ໄດ້ເປີດກອງປະຊຸມຫຼວງດ້ວຍການຮຽກຮ້ອງຕໍ່ຊາວອາເມຣິກັນເຊື້ອສາຍຮິສແປນິກຊຶ່ງເປັນ ກຸ່ມຜູ້ມີສິດປ່ອນບັດທີ່ເຕີບໃຫຍ່ຂະຫຍາຍໂຕຂຶ້ນນັບມື້ ຢູ່ໃນສະຫະລັດ.

ການຢັ່ງຫາງສຽງປະຊາຊົນອາເມຣິກັນສະແດງໃຫ້ເຫັນວ່າ ໃນປັດຈຸບັນນີ້ ປະທານາທິບໍດີ ໂອບາມາ ມີຄະແນນສຽງນຳໜ້າ ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກ ຣີພັບບລີກັນນັ້ນຢ່າງຫຼວງຫຼາຍ ໃນບັນດາຜູ້ມີສິດປ່ອນບັດເຊື້ອສາຍຮິສແປນິກ ຊຶ່ງເປັນສິ່ງ ທີ່ພັກຣີພັບບລີກັນພະຍາຍາມຫາທາງແກ້ໄຂ ໃນລະຫວ່າງກອງປະຊຸມຫຼວງຂອງພັກທີ່ນະ ຄອນ Tampa ລັດ Florida ໃນສັບປະດາແລ້ວນີ້.

ພັກເດໂມແຄຣັທໄດ້ຊອກຫາຊ່ອງທາງ ທີ່ຈະເນັ້ນໜັກໃຫ້ເຫັນ ເຖິງການໄດ້ຮັບຄວາມສະ ໜັບສະໜຸນ ຈາກບັນດາຜູ້ມີສິດປ່ອນບັດເຊື້ອສາຍຮິສແປນິກ ໂດຍໃຫ້ທ່ານ Julian Castro ເຈົ້າຄອງກຳແພງນະຄອນ San Antonio ລັດ Texas ຂຶ້ນກ່າວຄຳປາໄສ ທີ່ໄດ້ ກ່າວເນັ້ນເຖິງເນື້ອໃນໃຈຄວາມອັນສຳຄັນຂອງກອງປະຊຸມຫຼວງ ໃນຄັ້ງນີ້.



ມີການເບິ່ງກັນວ່າ ທ່ານ Castro ພວມເປັນດາວຮຸ່ງດວງໃໝ່ ຢູ່ໃນພັກເດໂມແຄຣັທ ແລະ ທ່ານໄດ້ເວົ້າເຖິງການເດີນທາງ ຂອງຄອບຄົວທ່ານຈາກເມັກຊິໂກ ເພື່ອເນັ້ນໜັກໃຫ້ເຫັນ ເຖິງການປະກອບສ່ວນຂອງພວກຄົນເຂົ້າເມືອງທີ່ໄດ້ຖືກດຶງດູດມາຍັງປະເທດນີ້ດ້ວຍຄວາມ ໄຝ່ຝັນຂອງອາເມຣິກັນ.

ທ່ານ Castro ເວົ້າວ່າ “ເລື່ອງລາວຂອງຄອບຄົວຂ້ອຍບໍ່ໄດ້ພິເສດຫຍັງເລີຍ ສິ່ງທີ່ພິ ເສດກໍຄືອາເມຣິກາທີ່ເຮັດໃຫ້ເລື່ອງລາວຂອງພວກເຮົາເປັນໄປໄດ້. ປະເທດຂອງ ພວກເຮົາ ເປັນປະເທດທີ່ບໍ່ຄືປະເທດອື່ນໃດທັງໝົດ ເປັນບ່ອນທີ່ການເດີນທາງທີ່ ປະສົບຄວາມສໍາເລັດອັນຍິ່ງໃຫຍ່ ສາມາດເກີດຂຶ້ນໄດ້ພາຍໃນຊົ່ວຄົນຮຸ້ນດຽວ. ບໍ່ ສຳຄັນວ່າ ເຈົ້າເປັນໃຜ ຫຼືເຈົ້າມາຈາກໃສ ເສັ້ນທາງກໍຄືເດີນໜ້າໄປສະເໝີ.”

ດ້ວຍຜົນການຢັ່ງຫາງສຽງ ທີ່ສະແດງໃຫ້ເຫັນວ່າ ຄະແນນສຽງກໍາລັງສູສີກັນຢ່າງທີ່ສຸດໃນ ເວລານີ້ ປະທານາທິບໍດີໂອບາມາ ແມ່ນພວມກາງຕໍ່ການອອກໄປປ່ອນບັດເປັນຈຳນວນ ຫຼວງຫຼາຍຂອງພວກເຊື້ອສາຍຮິສແປນິກ ໃນເດືອນພະຈິກທີ່ຈະມາເຖິງນີ້. ແຕ່ຜູ້ຢັ່ງຫາງ ສຽງ John Zogby ກ່າວວ່າ ທີມໂຄສະນາຫາສຽງຂອງທ່ານໂອບາມາ ຍັງມີວຽກໜັກທີ່ ຕ້ອງໄດ້ເຮັດຢູ່ ເພື່ອໃຫ້ແນ່ໃຈວ່າ ບັນດາຜູ້ມີສິດປ່ອນບັດເຫຼົ່ານີ້ຈະພາກັນໄປລົງຄະແນນ ສຽງ.

ທ່ານ Zogby ເວົ້າວ່າ “ຊາວຮິສແປນິກທີ່ຍັງບໍ່ທັນຕັດສິນໃຈເທື່ອນັ້ນ ບາງທີກໍອາດ ຈະບໍ່ພາກັນໄປປ່ອນບັດ ຫຼືຢ່າງນ້ອຍຫຼາຍໆຄົນ ອາດຈະບໍ່ໄປປ່ອນບັດເລີຍ. ນັ້ນ ຄືບັນຫາໃຫຍ່ ແລະທ່ານໂອບາມາຍັງຈະຕ້ອງໄດ້ພະຍາຍາມຫລາຍຢູ່ໃນໝູ່ພວກ ຊາວຮິສພານິກ.”

ສ່ວນໃຫຍ່ຂອງຄໍ່າຄືນການເປີດກອງປະຊຸມຫຼວງແມ່ນໄດ້ແນໃສ່ການປ້ອງກັນປະຫວັດທາງດ້ານເສດຖະກິດຂອງທ່ານໂອບາ ປະສົມປະສານກັບການຕຳໜິຕິຕຽນ ຜູ້ສະໝັກເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Mitt Romney ແລະຜູ້ສະໝັກເປັນຮອງປະທານາທິບໍດີຂອງທ່ານ ທ່ານ Paul Ryan.

ແຕ່ນອກນັ້ນແລ້ວ ກໍມີການກ່າວ ເປັນບາງຄັ້ງບາງຄາວ ເຖິງນະໂຍບາຍການຕ່າງປະເທດ ຂອງທ່ານໂອບາມາ ຮວມການກ່າວຊົມເຊີຍຈາກອະດີດປະທານາທິບໍດີຈິມມີ ຄາຣ໌ເຕີ ຊຶ່ງ
ໄດ້ກ່າວຄຳປາໄສຕໍ່ກອງປະຊຸມຫຼວງໂດຍທາງວີດີໂອ.

ອະດີດປະທານາທິບໍດີຄາຣ໌ເຕີເວົ້າວ່າ "ໃນດ້ານຕ່າງປະເທດ ປະທານາທິບໍດີໂອບາ ມາ ໄດ້ຟື້ນຟູຊື່ສຽງຂອງສະຫະລັດຢູ່ໃນປະຊາຄົມໂລກ. ອີກຄັ້ງນຶ່ງການສົນທະນາ ຫາລືແລະການຮ່ວມມືແມ່ນເປັນໄປໄດ້ດ້ວຍການຟື້ນຟູຈິດໃຈແຫ່ງຄວາມໄວ້ເນື້ອ ເຊື່ອໃຈຊຶ່ງກັນແລະກັນແລະຄວາມເປັນມິດໃນນະໂຍບາຍການຕ່າງປະເທດຂອງ ພວກເຮົາ.”

ໃນວັນພຸດມື້ນີ້ ຄະນະຜູ້ຕາງໜ້າທີ່ເຂົ້າຮ່ວມກອງປະຊຸມຫຼວງ ຈະໄດ້ຟັງຄຳປາໄສຂອງອະ ດີດປະທານາທິບໍດີ Bill Clinton ຊຶ່ງຍັງຄົງສາມາດຮັກສາຊື່ສຽງໃນການເປັນດາລາດວງ ເດັ່ນພາຍໃນພັກໄວ້ໄດ້ຢູ່. ກອງປະຊຸມຫຼວງຈະມ້ວນທ້າຍລົງໃນວັນພະຫັດ ເວລາປະທາ ນາທິບໍດີໂອບາມາກ່າວຄຳປາໄສຮັບເອົາການແຕ່ງຕັ້ງຂອງພັກຕໍ່ໜ້າຜູ້ຊົມທາງໂທລະພາບ ແຫ່ງຊາດ.

XS
SM
MD
LG