ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພັກເດໂມແຄຣັດ ສະເໜີຊື່ທ່ານ ໄບເດັນ ເປັນຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ຢ່າງເປັນທາງການ


ທ່ານນາງ ຈິລ ໄບເດັນ ກັບ ທ່ານ ໂຈ ໄບເດັນ, ຫຼັງຈາກການກ່າວຄຳປາໄສໃນຄືນທີສອງຂອງກອງປະຊຸມໃຫຍ່ພັກເດໂມແຄຣັດ. 18 ສິງຫາ, 2020.
ທ່ານນາງ ຈິລ ໄບເດັນ ກັບ ທ່ານ ໂຈ ໄບເດັນ, ຫຼັງຈາກການກ່າວຄຳປາໄສໃນຄືນທີສອງຂອງກອງປະຊຸມໃຫຍ່ພັກເດໂມແຄຣັດ. 18 ສິງຫາ, 2020.

ພັກເດໂມແຄຣັດໃນວັນອັງຄານວານນີ້ ໄດ້ສະເໜີຊື່ອະດີດຮອງປະທານາທິບໍດີ ໂຈ ໄບເດັນ ເປັນຜູ້ລົງແຂ່ງຂັນຂອງເຂົາເຈົ້າ ໃນການເລືອກຕັ້ງເອົາຕຳແໜ່ງ ປະທານາທິບໍດີ ທີ່ຈະຈັດຂຶ້ນໃນເດືອນພະຈິກນີ້ ໃນອີກຄໍ່າຄືນນຶ່ງເຊິ່ງສະມາຊິກພັກຣີພັບບລີກັນຄົນສຳຄັນ ໄດ້ເຂົ້າຮ່ວມພັກເດໂມແຄຣັດຕຳໜິວິຈານປະທານາ ທິບໍດີ ດໍໂນລ ທຣຳ ໃນຂະນະທີ່ໄດ້ຍົກຍ້ອງທັກສະການນຳພາຂອງທ່ານ ໄບເດັນ.

ທ່ານ ໄບເດັນ ຄາດວ່າຈະເປັນຜູ້ຖືກສະເໜີຊື່ຂອງພັກມາຫຼາຍເດືອນແລ້ວ ຫຼັງ ຈາກໄດ້ຢູ່ໃນການແຂ່ງຂັນໄດ້ດົນກວ່າໝູ່ຂອງກຸ່ມຄົນທີ່ຫວັງຈະໄດ້ລົງແຂ່ງຂັນຕາງໜ້າໃຫ້ພັກເດໂມແຄຣັດ ໃນການເລືອກຕັ້ງຂັ້ນຕົ້ນໃນແຕ່ລະລັດ ແລະ ການລົງຄະແນນສຽງໃນກອງປະຊຸມພັກກການເມືອງຮວມທັງຄູ່ແຂ່ງທີ່ມີຄະແນນສຽງໃກ້ຄຽງທີ່ສຸດສະມາຊິກສະພາສູງ ເບີນີ ແຊນເດີຣສ໌ ຈາກລັດເວີມອນ.

ໃນຄໍ່າຄືນທີສອງຂອງກອງປະຊຸມແຫ່ງຊາດພັກເດໂມແຄຣັດນັ້ນ, ການລົງຄະແນນສຽງຮຽກຊື່ຕາມປະເພນີຂອງລັດຕ່າງໆໄດ້ເລືອກຜູ້ຖືກສະເໜີຊື່ຂອງພັກຢ່າງເປັນທາງການ ທີ່ປະກອບມີບັນດາຜູ້ຕາງໜ້າຂອງພັກຂຶ້ນກ່າວຄຳປາໄສຈາກລັດ ແລະ ດິນແດນຂອງເຂົາເຈົ້າ ເພື່ອສະແດງການສະ ໜັບສະໜູນຕໍ່ທ່ານ ໄບເດັນ ໃນຂະນະທີ່ຕອນນີ້ທ່ານຈະລົງແຂ່ງຂັນກັບທ່ານ ທຣຳ ສັງກັດພັກຣີພັບບລີກັນ.

ທ່ານ ໄບເດັນ ໄດ້ກ່າວວ່າ ການສະເໜີຊື່ນັ້ນ “ໝາຍເຖິງໂລກຕໍ່ຂ້າພະເຈົ້າ ແລະ ຄອບຄົວຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າຈະພົບທ່ານອີກໃນວັນພະຫັດນີ້,” ເຊິ່ງເປັນການຫວັງທີ່ຈະກ່າວຄຳປາໄສຮັບເອົາການສະເໜີຊື່ໃນຄືນສຸດທ້າຍຂອງກອງປະຊຸມ.

ໃນຂະນະທີ່ພັກເດໂມແຄຣັດເຕົ້າໂຮມກັນຢູ່ທາງໄກຜ່ານຄອມພິວເຕີນັ້ນ, ໃນວັນ ອັງຄານວານນີ້ທ່ານ ທຣຳ ໄດ້ເດີນທາງໄປສອງລັດຂອງການແຂ່ງຂັນທີ່ສຳຄັນຄືລັດ ໄອໂອວາ ແລະ ອາຣິໂຊນາ, ແລະ ໄດ້ພະຍາຍາມທີ່ຈະເອົາອົກເອົາໃຈ ບັນດາຜູ້ລົງຄະແນນສຽງແມ່ຍິງ ດ້ວຍການໃຫ້ອະໄພຍະໂທດ ແກ່ຜູ້ນຳສິດທິ ໃນການເລືອກຕັ້ງຂອງແມ່ຍິງໃນຍຸກຕົ້ນໆຄືທ່ານນາງ ຊູຊານ ບີ ແອນໂທນີ ຜູ້ທີ່ໄດ້ປະທ້ວງ ໃນລະຫວ່າງຊຸມປີ 1870.

ທ່ານນາງ ຈິລ, ພັນລະຍາຂອງທ່ານ ໄບເດັນ ໄດ້ກ່າວວ່າຖ້າຖືກເລືອກເອົາ, ສາມີຂອງເພິ່ນຈະນຳເອົາ “ການນຳພາທີ່ມີກຽດຂອງປະເທດຂອງພວກເຮົາ” ມາສູ່ທຳນຽບຂາວ ໃນຊ່ວງເວລາແຫ່ງໂຣກລະບາດໄວຣັສໂຄໂຣນາ ທີ່ຮ້າຍແຮງເປັນປະຫວັດສາດ ແລະ ເສດຖະກິດຕົກຕໍ່ານີ້.

ທ່ານນາງ ຈິລ ໄບເດັນ ໄດ້ກ່າວໃນຂະນະທີ່ເພິ່ນໄດ້ກ່າວຄຳປາໄສຄັ້ງສຸດທ້າຍ ໃນຄືນນັ້ນວ່າ “ມັນຜູ້ທີ່ຢາກໃຫ້ພວກເຮົາບອກວ່າ ປະເທດຂອງພວກເຮົາໄດ້ມີການແຕກແຍກຢ່າງບໍ່ມີຄວາມຫວັງ, ວ່າຄວາມແຕກຕ່າງຂອງພວກເຮົາແມ່ນບໍ່ສາມາດເຂົ້າກັນໄດ້. ແຕ່ນັ້ນບໍ່ແມ່ນສິ່ງທີ່ຂ້າພະເຈົ້າໄດ້ເຫັນໃນຫຼາຍເດືອນທີ່ຜ່ານມານີ້. ພວກເຮົາໄດ້ອອກມາຮ່ວມກັນ ແລະ ຈັບມືກັນ ແລະກັນ. ພວກເຮົາໄດ້ຊອກຫາຄວາມເມດຕາ ແລະ ຄວາມກະລຸນາໃນຊ່ວງເວລາທີ່ຄັ້ງນຶ່ງພວກເຮົາອາດໄດ້ຍອມຮັບໂດຍທົ່ວໄປ. ພວກເຮົາໄດ້ເຫັນວ່າຄວາມແຕກຕ່າງຂອງພວກເຮົາແມ່ນມີຄ່າຫຼາຍ ແລະ ຄວາມຄ້າຍຄືກັນຂອງພວກເຮົາແມ່ນບໍ່ມີຂອບເຂດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG