ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້​ລົງ​ແຂ່ງ​ຂັນ ເອົາ​ຕຳ​ແໜ່ງ ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ​ຈະ​ທຳ​ກາ​ນ​ຜັກ​ດັນ ຄັ້ງ​ສຸດ​ທ້າຍ ໃນ​ລັດ ໄອ​ໂອ​ວາ


Democratic Presidential Contenders Make Final Push in Iowa
please wait

No media source currently available

0:00 0:03:25 0:00

ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຫຼ້າ​ສຸດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ​ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌ ແມ່ນ​ກຳ​ລັງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເພີ່ມ​ຂຶ້ນ ​ໃນ​ການ​ເລືອກ​ຕັ້ງຂັ້ນ​ຕົ້ນ ​ຂອງ​ພັກ​ເດ​ໂມ​ແຄ​ຣັດ, ທັງ​ໃນ​ການ​ສຳຫຼວດ​ແຫ່ງ​ຊາດ ແລະ ໃນ​ລັດ ໄອ​ໂອ​ວາ, ເຊິ່ງ​ຈະ​ເປັນການ​ແຂ່ງ​ຂັນ​ຄັ້ງ​ທຳ​ອິດ​ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງເລືອກ​ຕັ້ງ​ປີ 2020 ທີ່ຈະ​ເລີ່ມ​ຂຶ້ນ​ໃນ​ວັນ​ຈັນ​ຈະ​ມາ​ເຖິງນີ້. ທ່ານ ແຊນ​ເດີ​ສ໌ ແມ່ນ​ນຶ່ງ​ໃນ​ຜູ້​ລົງ​ແຂ່ງ​ຂັນ​ລະ​ດັບ​ສູງຫຼາຍ​ຄົນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ທີ່​ກຳ​ລັງ​ແຂ່ງ​ຂັນ​ເພື່ອ​ຍ​າດ​ເອົາການ​ສະ​ໜັບ​ສະ​ໜູນ ​ໃນ​ການເລືອກ​ຕັ້ງ​ຂັ້ນ​ຕົ້ນ​ສຳ​ລັບ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ລັດ ໄອ​ໂອ​ວາ ແລະ ຜົນ​ທີ່​ອອກ​ມາ​ໄດ້​ຖືກ​ພິ​ຈາ​ລະນາ​ວ່າ​ສຳ​ຄັນຫຼາຍ ໃນ​ສິ່ງ​ທີ່​ອາ​ດ​ເປັນ​ການ​ຕໍ່​ສູ້​ທີ່​ດົນ​ນານ​ເພື່ອ​ການ​ຖືກ​ສະ​ເໜີ​ຊື່​ເຂົ້າ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຕາງ​ໜ້າ​ໃນ​ພັກ​ເດ​ໂມ​ແຄ​ຣັດ. ນັກ​ຂ່າວ​ແຫ່ງ​ຊາດ​ຂອງວີ​ໂອ​ເອ ຈິມ ມາ​ໂລນ ມີ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ຈາກ​ນະ​ຄອນ ຫຼວງ ວໍ​ຊິ​ຕັນ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.



ໃນ​ລັດ ໄອ​ໂອ​ວາ, ທ່ານ ເບີ​ນີ ແຊນ​ເດີ​ສ໌ ແມ່ນ​ກຳ​ລັງ​ອາ​ໄສ​ແຮງ​ຜັກ​ດັນທີ່ມາ​ຕາມຫຼັງ ເພື່ອ​ນຳ​ພາ​ທ່ານ​ໄປ​ສູ່​ໄຊ​ຊະ​ນະ​ໃນ​ການເລືອກ​ຕັ້ງ​ຂັ້ນ​ຕົ້ນ​ທີ່​ລັດ ໄອ​ໂອ​ວາ.

ສະ​ມາ​ຊິກ​ສະ​ພາ​ສູງ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ເບີ​ນີ ແຊນ​ເດີສ໌ ກ່າວ​ວ່າ “ສະ​ນັ້ນ​ສິ່ງ​ທີ່​ເຮົາ​ໄດ້​ເວົ້າ​ວ່າ, ບໍ່​ຮູ້​ສຶກ​ອາຍ, ບໍ່​ຮູ້​ຈັກ​ໃຫ້​ອະ​ໄພ, ກໍ​ແມ່ນ​ແທ້, ລັດ​ຖະ​ບານ​ຂອງ​ພວກ​ເຮົາ​ ຈະ​ເປັນ​ລັດ​ຖະ​ບານ​ຂອງ​ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຂອງ​ປະ​ເທດນີ້. ນັ້ນ​ແມ່ນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ຈາກ ແລະ ນັ້ນ​ແມ່ນ​ຄົນ​ທີ່​ຂ້າ​ພະ​ເຈົ້າ​ເປັນ.”

ທ່ານ ແຊນ​ເດີ​ສ໌ ຫວັງ​ທີ່​ຈະ​ຈົບ​ການ​ແຂ່ງ ດ້ວຍ​ການ​ສ້າງ​ຄະ​ແນນ​ໃນ​ລະ​ດັບ​ສູງ​ສຸດ​ໃນ​ລັດ​ ໄອ​ໂອ​ວາ ດ້ວຍ​ການ​ເອົາ​ຊະ​ນະ​ຜູ້​ມີ​ຄະ​ແນນ​ນຳ​ໜ້າ​ທົ່ວ​ປະ​ເທດ​ຄື​ທ່ານ ໂຈ ໄບ​ເດັນ.

ທ່ານ ໄບ​ເດັນໄດ້​ໂຕ້​ຖຽງ​ມາ​ດົນ​ນານ​ວ່າ ທ່ານ​ຈະ​ເປັນ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ແຂງ​ແກ່ນ​ທີ່​ສຸດ ໃນ​ການ​ແຂ່ງ​ຂັນ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃນ​ເດືອນ​ພະ​ຈິກ ແລະ ຈະ​ທ້ອນ​ໂຮມ​ປະ​ເທດ​ຄືນ.

ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ຕໍ່​ໄປ​ຈະ​ສືບ​ສານ​ປະ​ເທດ​ທີ່​ຖືກ​ແບ່ງ​ແຍກ ແລະ ​ຄວາມ​ວຸ້ນ​ວາຍ​ໃນ​ໂລກ. ແລະ​ຂ້າ​ພະ​ເຈົ້າ​ຈະ​ສະ​ເໜີ​ດ້ວຍ​ຄວາມ​ເຄົາ​ລົບ​ວ່າ ມັນ​ຈະ​ບໍ່​ມີ​ເວ​ລາ​ສຳ​ລັບ​ກາ​ນຝຶກ​ງານ​ນັ້ນ. ມັນ​ຈະ​ຕ້ອງ​ຮູ້​ໃນ​ທັນ​ທີ​ວ່າ​ລາວ​ຜູ້​ນັ້ນ​ຈະ​ເຮັດ​ຫຍັງ.”

ຜູ້​ແຂ່ງ​ຂັນ​ທີ່​ແຂງ​ແກ່ນ​ອີກ​ທ່ານ​ນຶ່ງ​ໃນ​ລັດ ໄອ​ໂອ​ວາ ແມ່ນ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ແມັ​ສ​ຊາ​ຈູ​ເຊັດ​ສ໌ ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ ຜູ້​ທີ່​ໄດ້​ສັນ​ຍາ​ວ່າ​ຈະ​ທຳ​ການ​ປ່ຽນ​ແປງ​ແບບກວາດ​ລ້າງ ​ຖ້າ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ.

ທ່ານ ເອ​ລິ​ຊາ​ເບັດ ວໍ​ເຣັນ ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ຖ້າ​ມັນຕ້ອງ​ໄດ້​ມີ​ການ​ຕັດ​ສິນ​ໃຈ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ຂ້າ​ພະ​ເຈົ້າ​ຂໍ​ຮັບ​ປະ​ກັນ​ວ່າ ມັນ​ໄດ້​ຖືກຄອບ​ງຳ​ໂດຍ​ເງິນ. ແລະ​ເຮົາ​ຢາກ​ຈະ​ແກ້​ໄຂ​ມັນ, ເຈົ້າ ຈະ​ບໍ່​ສາ​ມາດແກ້​ໄຂ​ບັນ​ຫາ​ເທື່ອ​ລະ​ເລັກ​ລະ​ນ້ອນ​ເທົ່າ​ນັ້ນ. ເຈົ້າ​ບໍ່​ສາ​ມາດ​ຢິບຢູ່​ນີ້​ອອກເທື່ອ​ລະ​ນ້ອຍ ແລະ ບິດ​ຢູ່​ຫັ້ນ​ອອກ​ເທື່ອລະ​ນ້ອຍ​ເທົ່າ​ນັ້ນ, ມັນ​ຈະ​ຕ້ອງ​ເປັນ​ການ​ປ່ຽນ​ແປງ​ໂຄງ​ຮ່າງ​ຂະ​ໜາດ​ໃຫຍ່.”

​ຜູ້​ແຂ່ງ​ຂັນ​ລະ​ດັບ​ສູງ​ອີກ​ຄົນ​ນຶ່ງ​ແມ່ນ​ອະ​ດີດ​ເຈົ້າ​ເມືອງ ຊ້າວ ເບັນ (South Bend) ທ່ານ ພີດ ບູດ​ຕີ​ເຈ​ຈ, ຜູ້​ທີ່​ຖືກ​ຖື​ວ່າ​ເປັນ​ນ້ອງ​ໃໝ່​ໃນ​ເວ​ທີ​ການ​ເມືອງ​ແຫ່ງ​ຊາດ.

ທ່ານ ພີດ ບູດ​ຕີ​ເຈ​ຈ໌ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ ຈຸດ​ປະ​ສົງ​ຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີບໍ່​ແມ່ນ​ການ​ເຊີດ​ຊູ​ບູ​ຊາ​ປະ​ທາ​ນາ​ທິ​ບໍ​ດີ. ມັນ​ແມ່ນ​ເພື່ອ​ໃຫ້​ອຳ​ນາດ ແລະ ລວບ​ລວມ​ສາ​ມັກ​ຄີປະ​ຊາ​ຊົນ ອາ​ເມ​ຣິ​ກັນ ເພື່ອ​ເຮັດ​ສິ່ງ​ຕ່າງໆ​ໃຫ້ແລ້ວ​ສຳ​ເລັດ. ຍ້ອນ​ແນວ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ທ່ານ ແລະ ນັ້ນ​ກໍແມ່ນ​ສິ່ງ​ທີ່​ກ່ຽວ​ຂ້ອງກັບ​ຄືນນີ້​ສຳ​ລັບ​ພວກ​ເຮົາ.”

ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຂອງ​ສະ​ພາ​ສູງ ໄດ້​ບັງ​ຄັບ​ໃຫ້​ຜູ້​ແຂ່ງ​ຂັນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ສີ່​ທ່ານ ເຂົ້າ​ຮ່ວມ​ຂະ​ບວນ​ການ​ທີ່​ວ່າ​ນັ້ນ.

ນັ້ນ​ໄດ້​ເຮັດ​ໃຫ້​ທ່ານ ແຊນ​ເດີ​ສ໌, ທ່ານ​ນາງ ວໍ​ເຣັນ, ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ໂຄ​ໂລ​ຣາ​ໂດ ທ່ານ ໄມ​ເກິ​ລ ເບັນ​ເນັດ ແລະ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ມິນ​ເນ​ໂຊ​ຕ້າ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ອອກ​ຈາກ​ການ​ໂຄ​ສະ​ນາ​ຫາ​ສຽງ​ໃນ​ເວ​ລາ​ທີ່​ສຳ​ຄັນ​ໃນ​ລັດ ໄອ​ໂອ​ວາ.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ​ນາງ ເອ​ມີ ໂຄ​ລ​ບູ​ຈາ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຈະ​ນັ່ງ​ຢູ່​ຫັ້ນ​ຈົນ​ຈົບ. ພວກ​ເຮົາ​ຈະ​ຟັງ​ເບິ່ງຫຼັກ​ຖານ. ແລະ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຢ້ຳ, ພວກ​ເຮົາ​ສາ​ມາດ​ເຮັດຫຼາຍ​ຢ່າງ​ໃນ​ເວ​ລາ​ດຽວ. ແລະ ພວກ​ເຮົາ​ຈະ​ຫາວິ​ທີ​ນຶ່ງ ຫຼືບໍ່​ກໍອີກວິ​ທີ​ນຶ່ງ ​ເພື່ອ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ.”

ເຖິງ​ແມ່ນ​ຈະ​ມີ​ການເຕີບ​ໂຕ​ໃນ​ຕອນ​ທ້າຍ​ຂອງ​ທ່ານ ແຊນ​ເດີ​ສ໌ ກໍ​ຕາມ, ການ​ຢັ່ງ​ຫາງ​ສຽງ​ແມ່ນ​ໄດ້​ຊີ້​ໃຫ້​ເຫັນ​ການ​ແຂ່ງ​ຂັນ​ທີ່​ສູ​ສີ ແລະ ຄາດ​ເດົາ​ບໍ່​ໄດ້​ໃນ​ລັດ ໄອ​ໂອ​ວາ, ອີງ​ຕາມ​ການ​ກ່າວ​ຂອງ​ນັກ​ວິ​ເຄາະ​ທ່ານ ຈອນ ຟໍ​ທີ​ເອ.

ທ່ານ ຈອນ ຟໍ​ທີ​ເອ ຈາກ​ສູນ​ກາງ​ນະ​ໂຍ​ບາຍ​ສອງ​ພັກ​ການ​ເມືອງໄດ້​ກ່າວ​ວ່າ “ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ຫາ​ກໍໄດ້​ເລີ່ມເອົາ​ໃຈ​ໃສ່​ໃນ​ເລື່ອງນີ້​ຢ່າງ​ຈິງ​ຈັງ ແລະ ຍ້ອນ​ແນນ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຄິດ​ວ່າ ​ມັນ​ຍັງ​ມີ​ບ່ອນ​ສຳ​ລັບ​ການ​ປ່ຽນ​ແປງ​ຢູ່. ຜູ້​ລົງ​ຄະ​ແນນ​ສຽງ​ຢູ່​ໃນ​ລັດ ໄອ​ໂອ​ວາ ແລະ ຜູ້​ລົ​ງ​ຄະ​ແນນ​ສຽງ​ທົ່ວ​ປະ​ເທດ​ມີ​ຄວາມ​ຮູ້​ສຶກ​ບາງ​ຢ່າງ ກ່ຽວ​ກັບ ບັນ​ດາ​ຜູ້​ລົງ​ແຂ່ງ​ຂັນ​ທີ່​ວ່ານີ້ ແຕ່​ວ່າ​ເຂົາ​ເຈົ້າ​ຈະ​ເລີ່ມ​ເພັ່ງ​ເລັງ​ໃສ່​ຄວາມ​ຄິດ​ເຂົາ​ເຈົ້າ​ແທ້ໆ. ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ​ສິ່ງ​ທີ່​ໃຫຍ່​ທີ່​ສຸດ​ຢູ່​ໃນ​ຄວາມ​ຄິດ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ນັ້ນ​ກໍ​ແມ່ນ​ວ່າ ເຂົາ​ເຈົ້າ​ຢາກ​ເອົາ​ຊະ​ນະ​ທ່ານ ດໍ​ໂນ​ລ ທ​ຣຳ.”

ການ​ແຂ່ງ​ຂັນ​ຂັ້ນ​ຕົ້ນ​ໃນ​ລັດ ໄອ​ໂອ​ວາ ແມ່ນ​ໄລ​ຍະ​ທຳ​ອິດ ​ຂອງ​ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ຂັນ​ຂັ້ນ​ຕົ້ນ​ທີ່​ຍາວ ທີ່​ຈະ​ສ້າງ​ຜູ້​ຖືກ​ສະ​ເໜີ​ຊື່​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຢູ່ກອງ​ປະ​ຊຸມການ​ສະ​ເໜີ​ຊື່​ຂອງ​ພັກ​ ໃນ​ເດືອນ​ກໍ​ລະ​ກົດ​ທີ່​ນະ​ຄອນ ມິ​ລ​ວໍ​ກີ, ລັດ ວິ​ສ​ຄອນ​ຊິນ.

The latest polls show Vermont Senator Bernie Sanders surging in the Democratic primary race, both in national surveys and in Iowa, where the first contest of the 2020 campaign kicks off on Monday (2/3).Sanders is among several top Democratic contenders competing for support in the Iowa presidential caucuses and the outcome is seen as crucial in what could be a long battle for the Democratic Party's presidential nomination.


In Iowa, Bernie Sanders is counting on late momentum to carry him to victory in the Iowa caucuses.

"So what we are saying, unabashedly, unapologetically, is yes, our administration will be an administration of the working class of this country.That is where I come from and that is who I am."

Sanders is hoping to score a top finish in Iowa at the expense of national frontrunner Joe Biden.

Biden has long argued that he would be the strongest Democrat to take on President Donald Trump in November and unite the country.

"The next president is going to inherit a country that is divided and a world in disarray.And I will respectfully suggest there is going to be no time for on the job training.It is going to have to be immediately known what he or she is going to do."

Another strong contender in Iowa is Massachusetts Senator Elizabeth Warren, who promises to bring sweeping change if elected.

"If there is a decision to be made in Washington, I guarantee it has been influenced by money.And if we are going to fix that, you can't just nibble around the edges.You can't do just a little tweak here or a little twist there.It is going to take big structural change!"

Rounding out the top tier is former South Bend, Indiana mayor Pete Buttigieg, a relative newcomer to the national political stage.

"And I believe that the purpose of the presidency is not to glorify the president.It is to empower and unify the American people to get big things done.That is why I am asking for your support and that is what tonight is about for us."

The Senate impeachment trial of President Donald Trump has forced four of the Democratic contenders to attend the proceedings.

That has taken Sanders, Warren, Colorado Senator Michael Bennet and Minnesota Senator Amy Klobuchar off the campaign trail in Iowa at a crucial time.

"We are going to sit there until the very end.We are going to listen to the evidence.And as I noted, we can do two things at once.I'm a mom.And we will find one way or another to run for president."

Even with the late Sanders surge, the polls suggest a close, unpredictable race in Iowa, says analyst John Fortier.

"Democratic voters are really just starting to focus on this and that is why I do think there is room for change.The voters on the ground in Iowa and the voters nationally have some sense of these candidates but are really going to start focusing their minds.And I think the biggest thing on Democrat's minds is that they want to beat Donald Trump."

The Iowa caucuses are the first stage of a lengthy primary process that will produce a Democratic presidential nominee at the party's nominating convention in July in Milwaukee, Wisconsin.

XS
SM
MD
LG