ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະສະພາ ສະຫະລັດ ກຽມທີ່ຈະຮັບຮອງ ທຶນຊົ່ວຄາວ ເພື່ອເຮັດໃຫ້ລັດຖະບານ ເປີດຢູ່ຄືເກົ່າ


ສະມາຊິກສະພາສູງທ່ານນຶ່ງ ເດີນທາງຮອດຫໍລັດຖະສະພາ ສະຫະລັດ ສຳລັບການລົງຄະແນນສຽງ, 29 ກັນຍາ, 2021.
ສະມາຊິກສະພາສູງທ່ານນຶ່ງ ເດີນທາງຮອດຫໍລັດຖະສະພາ ສະຫະລັດ ສຳລັບການລົງຄະແນນສຽງ, 29 ກັນຍາ, 2021.

ສະພາສູງ ສະຫະລັດ ແມ່ນມີກຳນົດທີ່ຈະລົງຄະແນນສຽງໃນວັນພະຫັດມື້ນີ້ ກ່ຽວກັບ ກົດໝາຍໃຫ້ທຶນຊົ່ວຄາວເພື່ອຫຼີກລ່ຽງການປິດລັດຖະບານກາງເປັນບາງສ່ວນ.

ການຮັບຮອງໃນສະພາສູງຈະສົ່ງສຳເນົາໄປໃຫ້ສະພາຕໍ່າສຳລັບການລົງຄະແນນສຽງຢູ່ທີ່ນັ້ນ ໃນຂະນະທີ່ບັນດາສະມາຊິກສະພາ ເລັ່ງເຮັດວຽກເພື່ອໃຫ້ທັນເວລາຂີດເສັ້ນຕາຍໃນຕອນທ່ຽງຄືນມື້ນີ້.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ທ່ານ ຈັກ ຊູເມີ ໄດ້ກ່າວວ່າ ຮ່າງກົດໝາຍດັ່ງກ່າວຈະຮັກສາລະ ດັບເງິນທຶນໃນປັດຈຸບັນໃນທົ່ວບັນດາອົງການລັດຖະບານໄປຈົນຮອດວັນທີ 3​ ທັນວາ. ມັນຍັງຈະລວມມີເງິນ ຫົກພັນສາມຮ້ອຍລ້ານໂດລາ ເພື່ອຊ່ວຍຕັ້ງຖິ່ນຖານໃໝ່ໃຫ້ອົບພະຍົບ ອັຟການິສຖານ ທີ່ຍ້າຍມາ ສະຫະລັດ ຫຼັງຈາກ ວໍຊິງຕັນ ໄດ້ສິ້ນສຸດສົງຄາມດົນສອງທົດສະວັດຂອງເຂົາເຈົ້າໃນ ອັຟການິສຖານ ເມື່ອເດືອນທີ່ຜ່ານມາ, ແລະ ເງິນ ຊາວແປດພັນຫົກຮ້ອຍລ້ານໂດລາ ເພື່ອຊ່ວຍເຫຼືອບັນດາລັດພາກຕາເວັນອອກ ແລະ ພາກໃຕ້ ຈາກການຖືກທຳລາຍໂດຍພາຍຸເຮີຣິເຄນ ແລະ ບັນດາລັດທາງພາກຕາເວັນຕົກຈາກເຫດໄຟໄໝ້ປ່າ.

ທ່ານ ຊູເມີ ໄດ້ກ່າວໃນຄຳປາໄສ ຢູ່ສະພາສູງໃນວັນພຸດວານນີ້ວ່າ “ດ້ວຍບັນຫາທີ່ສຳຄັນຫຼາຍຢ່າງຕ້ອງໄດ້ຮັບການແກ້ໄຂ, ສິ່ງສຸດທ້າຍທີ່ປະຊາຊົນ ອາເມຣິກັນ ຕ້ອງການໃນເວລານີ້ກໍແມ່ນການປິດລັດຖະບານ. ຂໍ້ສະເໜີນີ້ຈະຫຼີກລ່ຽງບໍ່ໃຫ້ມັນເກີດຂຶ້ນ.”

ບັນດາສະມາຊິກພັກຣີພັບບລີກັນໃນສະພາສູງເມື່ອຕົ້ນອາທິດນີ້ໄດ້ກີດກັ້ນການຮັບຜ່ານກົດໝາຍອີກສະບັບນຶ່ງເພື່ອຫຼີກລ່ຽງການປິດລັດຖະບານຍ້ອນເຂົາເຈົ້າ ໄດ້ລວມເອົາຂໍ້ກຳນົດເພື່ອຢຸດຂີດຈຳ ກັດໜີ້ສິນໄລຍະຍາວຂອງປະເທດ, ເຊິ່ງເຂົາເຈົ້າພະຍາຍາມທີ່ຈະບັງຄັບພັກເດໂມແຄຣັດໃຫ້ຮັບ ຮອງເອົາຂອງເຂົາເຈົ້າເອງໂດຍປາສະຈາກການສະໜັບສະໜູນຂອງພັກຣີພັບບລີກັນ.

ແຕ່ຜູ້ນຳພັກຣີພັບບລີກັນໃນສະພາສູງ ທ່ານ ມິດຈ໌ ແມັກຄອນແນລ ໄດ້ກ່າວວ່າ ພັກຣີພັບບລີກັນຈະສະໜັບສະໜູນກົດໝາຍດັ່ງກ່າວທີ່ມັນກ່ຽວຂ້ອງກັບກົດໝາຍເງິນທຶນເພື່ອເຮັດໃຫ້ລັດຖະບານເປີດໄປຈົນຮອດປີການເງິນໃໝ່ທີ່ຈະເລີ່ມຂຶ້ນວັນສຸກນີ້.

ມັນໄດ້ມີການປິດລັດຖະບານ ສະຫະລັດ ສ່ວນນຶ່ງ 21 ຄັ້ງ, ເຊິ່ງທັງໝົດເກີດຂຶ້ນນັບຕັ້ງແຕ່ປີ 1976 ເປັນຕົ້ນມາ.

ຕາມກົດໝາຍແລ້ວ, ບັນດາອົງການລັດຖະບານ ສະຫະລັດ ຕ້ອງຖືກລັດຖະສະພາອະນຸມັດເງິນທຶນ ເພື່ອທີ່ຈະປະຕິບັດງານໄດ້. ການປິດລັດຖະບານປົກກະຕິຈະເກີດຂຶ້ນ ເວລາທີ່ສະພາກັບ ທຳນຽບຂາວບໍ່ສາມາດທີ່ຈະຕົກລົງກັນ ກ່ຽວກັບ ລະດັບເງິນທຶນສຳລັບການປະຕິບັດງານທີ່ສະ ເພາະເຈາະຈົງ ຫຼື ວ່າໂຄງການຕ່າງໆທີ່ມີຄວາມສົງໄສນັ້ນ ສົມຄວນທີ່ຈະໄດ້ຮັບເງິນທຶນຫຼືບໍ່.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG