ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມອບອໍານາດທັງຫລາຍ ແກ່ນາຍົກໄທ ເຮັດໃຫ້ຄົນກັງວົນວ່າ ຈະມີການໃຊ້ລະບອບຜະເດັດການ


ນາຍົກລັດຖະມົນຕີໄທ, ທ່ານປຣະຢຸດ ຈັນໂອຊາ ເຂົ້າຮ່ວມ ພິທີເຊັນສັນຍາຊືວັກຊີນ AstraZeneca ຢູ່ທໍານຽບລັດຖະບານໃນນະຄອນຫລວງບາງກອກ
ນາຍົກລັດຖະມົນຕີໄທ, ທ່ານປຣະຢຸດ ຈັນໂອຊາ ເຂົ້າຮ່ວມ ພິທີເຊັນສັນຍາຊືວັກຊີນ AstraZeneca ຢູ່ທໍານຽບລັດຖະບານໃນນະຄອນຫລວງບາງກອກ

ອຳນາດໃນການເອົາມາດຕະການແບບເດັດຂາດທີ່ມອບໃຫ້ນາຍົກລັດຖະມົນຕີໄທ, ທ່ານປຣະຢຸດ ຈັນໂອຊາ ໃນອາທິດນີ້ເພື່ອຄວບຄຸມການຟື້ນຕົວຂອງໄວ ຣັສໂຄໂຣນານັ້ນ ກຳລັງເຮັດໃຫ້ມີຄວາມວິຕົກກັງວົນເພີ້ມຂຶ້ນ ວ່າປະເທດນີ້ອາດຈະຕົກໄປສູ່ການປົກຄອງແບບຜະເດັດການທີ່ຮ້າຍແຮງກວ່າເກົ່າ ພາຍໃຕ້ການຮູບການພາຍນອກວ່າ ເປັນການຕໍ່ສູ້ກັບພະຍາດທີ່ແຜ່ລະບາດຢ່າງໜັກນີ້.

ດຳລັດທີ່ເອົາລົງເຜີຍແຜ່ໃນເວັບໄຊທ໌ ໂຣໂຢ ກາແຊັດ (Royal Gazette) ໃນວັນອັງຄານຜ່ານມາ ໄດ້ໂອນອຳນາດຂອງລັດຖະມົນຕີ ເຊິ່ງກວາມເອົາກົດໝາຍ 31 ສະບັບ ໃຫ້ໄປຢູ່ໃນການຄວບຄຸມໂດຍກົງຂອງທ່ານປຣະຢຸດ, ອະດີດຜູ້ບັນ ຊາກອງທັບ "ເປັນການຊົ່ວຄາວ ເພື່ອສະກັດກັ້ນ ສະຖານະການຂອງໄວຣັສດັ່ງ ກ່າວ ແລະປົກປ້ອງປະຊາຊົນ."

ສິ່ງເຫຼົ່ານັ້ນລວມມີການຄວບຄຸມການເຂົ້າເມືອງ, ສຸຂະພາບ ແລະການຈັດຊື້, ແຕ່ຍັງມີຫຼາຍດ້ານໃນການປ້ອງກັນຊາດ ແລະຮັກສາຄວາມປອດໄພທາງອິນເຕີແນັດອີກດ້ວຍ.

ຄວາມກວ້າງຂອງການຂະຫຍາຍອຳນາດ - ໂດຍສະເພາະແມ່ນກ່ຽວກັບຄວາມໝັ້ນຄົງ, ແລະການຂາດວັນທີໝົດອາຍຸໃນການກໍາອໍານາດນີ້ ໄດ້ສ້າງຄວາມຢ້ານກົວວ່າ ປະເທດໄທ ກຳລັງຈະຈົມລົງໄປຢູ່ໃນໄລຍະໃໝ່ຂອງການປົກຄອງຂອງຜູ້ຜະເດັດການທີ່ເຂັ້ມແຂງ ຢູ່ໃນປະເທດທີ່ມີປະຫວັດສາດໃນການຮັກສາ ການທີ່ຍາວນານ ຂອງອະດີດນາຍພົນທັງຫລາຍນັ້ນ.

ທ່ານພອລ ແຊມເບີສ໌ (Paul Chambers), ນັກຄົ້ນຄວ້າທີ່ສູນການສຶກສາປະຊາຄົມອາຊຽນທີ່ມະຫາວິທະຍາໄລນະເຣສວນ, ຈັງຫວັດພິດສະນຸໂລກຂອງໄທກ່າວວ່າ “ໄທໄດ້ກາຍມາເປັນ ຕົວຢ່າງທີ່ດັ້ງເດີມຂອງພວກຜູ້ນໍາມັກໃຊ້ອໍານາດເດັດຂາດ ໂດຍທີ່ໃຊ້ໂຄວິດ-19 ເພື່ອເປັນເຫດຜົນ ໃນການກ້າວເຂົ້າສູ່ອໍານາດຜະເດັດການ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG