ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ້ມ​ຂຶ້ນ ຢ່າງ​ໜ້ອຍ 21 ຄົນ ໃນ​ກາ​ນ​ວາງ​ລະ​ເບີດ​ຢູ່​ວັດ​ອ​ິ​ສ​ລາມ ໃນ​ອັ​ຟ​ກາ​ນິ​ສ​ຖານ


ພວກ​ໄວ້​ອາ​ໄລ​ພາ​ກັນ​ຫາມ​ຫີ​ບສົບຜູ້​ເຄາ​ະ​ຮ້​າຍ ຈາກ​ການ​ວາງ​ລະ​ເບ​ີດ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ສິງ​ຫາ 2022
ພວກ​ໄວ້​ອາ​ໄລ​ພາ​ກັນ​ຫາມ​ຫີ​ບສົບຜູ້​ເຄາ​ະ​ຮ້​າຍ ຈາກ​ການ​ວາງ​ລະ​ເບ​ີດ ໃນ​ນະ​ຄອນ​ຫລວງ​ກາ​ບູ​ລ ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 18 ສິງ​ຫາ 2022

ພວກ​ເຈົ້າ​ໜ້າ​ທີ່​ຕາ​ລິ​ບານ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກ່າວໃນ​ວັນ​ພະ​ຫັດ​ມື້​ນີ້​ວ່າ ​ຈຳນວນການ​ເສຍ​ຊີ​ວິດ​ຈາກ​ລະ​ເບີດ​ແຕກໃນ​ຕອນ​ຂ້າມ​ຄືນ ຢູ່​ວັດ​ອິ​ສ​ລາມໃນ​ນະ​ຄ​ອ​ນ​ຫລວງກາ​ບຸູລ ໄດ້​ເພີ້ມ​ຂຶ້ນ​ເຖິງ​ຢ່າງໜ້ອຍ 21 ຄົນ.

ທ່ານ​ຄາ​ລິດ ຊາດ​ຣານ (Khalid Zadran) ໂຄ​ສົກ​ຂອງຕຳ​ຫລວດ​ ໃນ​ນະ​ຄອນ​ຫລວງອັ​ຟ​ກາ​ນິ​ສ​ຖານ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ​ພວກຄົນທີ່ໄຫວ້​ພະສູດ​ມົນ​ ຢ່າງ​ໜ້ອຍ 33 ຄົນ ໄດ້​ຮັບ​ບ​າດ​ເຈັບ.

ພວກ​ທີ່ເຫັນ​ເຫດ​ການ ແລະ​ຕຳ​ຫລວດ​ ໄດ້ກ່າວ​ວ່າ ລະ​ເບີດ​ແຕກ​ທີ່​ແຕກຂຶ້ນຢ່າງ​ແຮງ ​ໄດ້​ເຮັດ​ໃຫ້​ວັດ Siddiquiva ເພ​ພັງທີ່​ຕັ້ງ​ຢູ່ທາງພາກ​ເໜືອຂອງ​ເມືອງໃນ​ຄຸ້ມ​ບ້ານ ​ເຄີ ຄານ​ນາ (Kher Khanna) ໃນລະ​ຫວ່າງກ​ານໄຫ້​ວ​ພະ ​ເມື່ອ​ຕອນ​ແລງວັນ​ພຸດ​ວານ​ນີ້​.

ຜູ້​ນຳ​ພາ​ສູດ​ມົນ ທ່ານ​ອາ​ເມຍ ໂມ​ຮຳ​ມາດ ກາ​ບູ​ລີ (Amir Mohammad Kabuli) ທີ​ຮູ້​ກັນ​ດີ​ວ່າ ​ເປັນ​ນັກ​ປາດ​ອັ​ຟ​ກາ​ ນິ​ສ​ຖານ ແລະ​ອາ​ຈານສອນສາດ​ສະ​ໜາອິ​ສ​ລາມ ຊູ​ຟິ (Sufi Islam) ໄດ້​ຖືກກ່າວ​ກັນວ່າ ແມ່ນຮວມ​ຢູ່​ໃນ​ບັນ​ດາ​ຜູ້ທີ່ ​ເສ​ຍ​ຊີ​ວິດ.

​ ໂຮງ​ໝໍສຸກ​ເສີນ​ເພື່ອການກຸ​ສົນທີ່​ປະ​ຕິ​ບັດ​ງານໂດຍອີ​ຕາ​ລີ ຢູ່ໃນ​ນະ​ຄອນຫລວງກາ​ບູ​ລ ກ່າວໃນ​ຖະ​ແຫລງການ ວ່າ ​ບັນ​ດາ​ຜູ້​ເຄາະ​ຮ້າຍ 27 ຄົນ​ທີ່​ໄດ້​ນຳ​ມາ​ໂຮງ​ໝໍ​ຈາກ​ບ່ອນ​ລະ​ເບີດ​ແຕກ​ນັ້ນ ສອງ​ຄົນ​ໄດ້​ເສຍ​ຊີ​ວິດ ແລະ​ອີກ​ນຶ່ງ​ຄົນ​ໄດ້​ເສຍ​ຊີ​ວິດ​ຢູ່ໃນຫ້ອງ​ສຸກ​ເສີນ. ​ຖະແຫລງການ​ກ່າວ​ວ່າ ເດັກ​ນ້ອບ​ຫ້າ​ຄົນ ພ້ອມ​ທັງ ເດັກ​ອາຍຸ 7 ປີ ​ແມ່ນຮວມ​ຢູ່​ໃນ​ຜູ້​ ໄດ້​ຮັບ​ບາດ​ເຈັບ.

(( https://twitter.com/emergency_ngo/status/1559947673968467970?s=20&t=29EBT9p9WRjmYwwjZ7hwWA ))

ຫົວ​ໜ້າ​ໂຄ​ສົກຜູ້​ປົກ​ຄອງ​ ກຸ່ມຕາ​ລິ​ບານທີ່ປົກຄອງປະເທດ ທ້າວ​ຊາ​ບີ​ຣູ​ລ​ລາ ມູ​ຈາ​ຮີດ (​Zabihullah Mujahid) ໄດ້​ ປະ​ນາມ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ ກ່າວ​ວ່າ​ “ພວກກໍ່ອາຊະ​ຍ​າ​ກຳ​ດັ່ງ​ກ່າວ ໃນ​ບໍ່​ຊ້າ​ນີ້​ຈະ​ຖືກ​ນຳ​ມາຮັບຜິດຊອບຕາມກົດໝາຍ ແລ​ຈະ​ຖືກ​ລົງ​ໂທດ.”

​ຍັງບໍ່​ມີ​ໃຜອອກມາອ້າງເອົາ​ຄວາມ​ຮັບ​ຜິດ​ຊອບ​ໃນ​ທັນ​ທີ ​ຕໍ່​ການ​ໂຈມ​ຕີດັ່ງກ່າວ. ​ຂໍ້ສົງ​ໄສຕົກ​ໃສ່ກຸ່ມ ທີ່ປະ​ກາດ​ອ້າງ ວ່າ​ ຕົນ​ເອງເປັນ​ກຸ່ມ​ກໍ່​ການ​ຮ້າ​ຍ​ລັດ​ອິ​ສ​ລາມ ເຖິງ​ຢ່າງ​ໃດ​ກໍ​ດີ ກຸ່ມນີ້ ໄດ້​ປະ​ນາມ​ການ​ປະ​ຕິ​ບັດ​ ລັດທິຊູຟີ ຫຼື Sufism ທີ່ເປັນ​ການ​ນັບ​ຖື​ຫລາຍ​ສາດ​ສະ​ໜາ.

​ແຂວງ​ໂຄ​ຣາ​ຊານ ຂອງລັດອິສລາມ ຫລື ISIS-K ທີ່​ເປັຍເຄືອຂ່າຍຂອງ​ກຸ່ມ​ລັດ​ອິ​ສ​ລາມໃນອັຟການິສຖາ ໄດ້​ເພີ້ມ ​ການ​ໂຈມ​ຕີຂຶ້ນ ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ ນັບ​ແຕ່​ກຸ່ມຕາ​ລິ​ບານ ​ໄດ້​ຍຶດເອົາ​ອຳ​ນາດ​ເມື່ອ​ນຶ່ງ​ປີ​ກ່ອນ. ​ພວກ​ກໍ່​ການ​ຮ້າຍ​ຢູ່​ ໃນ​ເຄື່ອງ​ແບບ​ໄດ້​ດຳເນີນການ​ວາງ​ລະ​ເບີດ​ໂຈມ​ຕີຕໍ່ ​ພວກ​ນັກ​ລົບກຸ່ມຕາ​ລິ​ບານ ແລະ​ພວກ​ພົນ​ລະ​ເຮືອນ ໂດຍ​ສະ​ເພາະ​ຊາວ​ມຸ​ສ​ລິ​ມ ນິກາຍຊີໄອ ທີ່ເປັນ​ຊົນ​ກຸ່ມນ້ອຍ​ທີ່ຕົນໄດ້​ປະນາມ​ວ່​າ ເປັນ​ຜູ້​ປະຖິ້ມຄວາມເຊື່ອຖື.

ເມື່ອອ​າ​ທິດ​ແລ້ວ​ນີ້ ກຸ່ມ​ລັດ​ອິ​ສ​ລ​າມໄດ້ວາງ​ລະ​ເບີດສະ​ຫລະ​ຊີບ ທີ່ສັງ​ຫານ​ຜູ້​ມີ​ຊື່​ສຽງ ແລະ​ນັກ​ປາດ​ຕາ​ລິ​ບານ​ທີ່​ໜ້າ​ ນັບ​ຖືທີ່​ສຸດ ຢູ່​ໃນ​ວັດ​ອິ​ສ​ລາມ​ຂອງ​ທ່ານ ຫລື madressa ​ຢູ່ໃນ​ນະ​ຄອນ​ຫລວງກາ​ບູລ.

Taliban authorities in Afghanistan said Thursday that the death toll from an overnight bomb blast inside a mosque in Kabul had risen to at least 21.

Khalid Zadran, a police spokesman in the Afghan capital, told VOA that at least 33 worshipers also were wounded.

Witnesses and police said the powerful blast ripped through the Siddiquiya Mosque in the city’s northern Kher Khanna neighborhood during evening prayers on Wednesday.

Prayer leader Amir Mohammad Kabuli, a renowned Afghan scholar and preacher of Sufi Islam, was said to be among the dead.

The Italian-run Emergency7 charity hospital in Kabul said in a statement that of the 27 victims brought to the facility from the blast site, two were dead and a third patient died in the emergency room. It said five children, including a 7-year-old, were among the injured.

XS
SM
MD
LG