ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໄຟໄໝ້ ຫ້າງຊັບພະສິນຄ້າ ຣັດເຊຍ ເຮັດໃຫ້ ມີຜູ້ເສຍຊີວິດ 64 ຄົນ


미국 라스베이거스 컨벤션 센터에서 '2021 세계 콘크리트 박람회'가 열렸다.
미국 라스베이거스 컨벤션 센터에서 '2021 세계 콘크리트 박람회'가 열렸다.

ກະຊວງຮັບມືກັບພາວະສຸກເສີນຂອງ ຣັດເຊຍ ໄດ້ກ່າວໃນວັນຈັນມື້ນີ້ວ່າ ເຫດໄຟໄໝ້
ຢູ່ຫ້າງຊັບພະສິນຄ້າໃນເມືອງ ເຄເມໂຣໂວ ໃນເຂດ ໄຊບີເຣຍ ໄດ້ເຮັດໃຫ້ປະຊາຊົນ
ເສຍຊີວິດ 64 ຄົນ.

ໄຟໄດ້ເລີ່ມໄໝ້ຢູ່ຊັ້ນທີສີ່ຂອງຫ້າງຊັບພະສິນຄ້າ Winter Cherry ໃນເມືອງ ເຄເມໂຣໂວ
ໃນວັນອາທິດວານນີ້. ບັນດານັກດັບໄຟ ສາມາດຄວບຄຸມແປວໄຟໄວ້ໄດ້ ໃນຕອນເຊົ້າ
ຂອງວັນຈັນມື້ນີ້.

ນອກຈາກພວກທີ່ເສຍຊີວິດແລ້ວ, ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ໄຟຍັງໄດ້ເຮັດໃຫ້ປະຊາ
ຊົນບາດເຈັບຫຼາຍສິບຄົນ.

ຜູ້ເຄາະຮ້າຍສ່ວນຫຼາຍແມ່ນເດັກນ້ອຍ.

ສາເຫດທີ່ພາໃຫ້ເກີດໄຟໄໝ້ນັ້ນ ແມ່ນຍັງບໍ່ທັນຊັດເຈນໃນທັນທີທັນໃດ.

ໃນຫ້າງຊັບພະສິນຄ້າດັ່ງກ່າວ, ນອກຈາກຮ້ານຂາຍເຄື່ອງແລ້ວ ຫ້າງດັ່ງກ່າວກໍຍັງມີໂຮງ
ໜັງ ແລະ ບ່ອນຫຼິ້ນໂບລິງດ້ວຍ.

Russia's emergencies ministry said Monday a fire at a shopping mall in the Siberian city of Kemerovo has killed 64 people.

The fire began Sunday at the four-story Winter Cherry mall in Kemerovo.Firefighters extinguished the blaze early Monday.

In addition to those killed, officials said the fire injured dozens of people.

Many of the victims are children.

The cause of the fire was not immediately clear.

Along with stores, the mall also features a cinema and a bowling alley.

XS
SM
MD
LG