ກອງທັບອີຣັກກ່າວໃນວັນອັງຄານມື້ນີ້ວ່າ ລູກຈະຫລວດຫລາຍລູກ ໄດ້ຍິງມາໃສ່ ເຂດທີ່ມີການຍາມຮັກສາການຢ່າງໜາແໜ້ນຂອງນະຄອນຫຼວງແບັກແດດ ບ່ອນທີ່ຢ່າງໜ້ອຍ 22 ຄົນໄດ້ເສຍຊີວິດ ນັບແຕ່ຄວາມຮຸນແຮງໄດ້ລະເບີດຂຶ້ນ ຫລັງຈາກນັກສອນສາດສະໜາທີ່ມີອິດທິພົນຊີໄອ ມົກຕາດາ ອາລ-ຊາດ (Moqtada al-Sadr) ໄດ້ປະກາດລາອອກຈາກການເມືອງ.
ການປະທະກັນຍັງສືບຕໍ່ດຳເນີນມາໃນຕອນຂ້າມຄືນ ທີ່ພົວພັນກັບພວກສະໜັບສະໜູນ ທ່ານອາລ-ຊາດ ຫລັງຈາກນຶ່ງມື້ ຂອງຄວາມຮຸນແຮງໃນວັນຈັນວານນີ້ ຮວມທັງການສູ້ລົບກັບທັງສອງກຳລັງຮັກຄວາມປອດໄພອີຣັກ ແລະບັນດາກຸ່ມຄູ່ແຂ່ງຊີໄອ.
ກອງທັບອີຣັກໄດ້ປະກາດການຫ້າມອອກນອກບ້ານຢູ່ທົ່ວປະເທດ ແລະຮຽກຮ້ອງໃຫ້ພວກປະທ້ວງ ອອກໄປຈາກເຂດສີຂຽວ (Green Zone) ທີ່ເປັນສູນກາງໃນການມີໜ້າຂອງສາກົນ ຢູ່ໃນນະຄອນແບັກແດດ.
ຄວາມຮຸນແຮງໄດ້ເກີດຂຶ້ນຫລັງຈາກຫລາຍຊົ່ວໂມງ ທີ່ທ່ານອາລ-ຊາດ ໄດ້ປະກາດວ່າ ທ່ານໄດ້ຖອນໂຕ ອອກຈາກການເມືອງ ເພາະວ່າການເມືອງຂອງປະເທດ ຕົກຢູ່ໃນສະພາບບໍ່ໄປບໍ່ມາ.
ນັກສອນສາດສະໜາທ່ານນີ້ ໄດ້ຊະນະບ່ອນນັ່ງຫລາຍທີ່ສຸດ ໃນການເລືອກຕັ້ງເມື່ອເດືອນຕຸລາ ແຕ່ບໍ່ໄດ້ກຳສຽງສ່ວນຫຼາຍ. ທ່ານໄດ້ຖອນບັນດາສະມາຊິກຂອງທ່ານອອກຈາກສະພາໃນເດືອນມິຖຸນາ ຫລັງຈາກປະຕິເສດບໍ່ຍອມເຂົ້າຮ່ວມລັດຖະບານປະສົມ ກັບກັບສາດສະໜາຊີໄອອື່ນທີ່ເປັນຄູ່ແຂ່ງທີ່ມີອີຣານໜູນຫລັງ.
ທ່ານອາລ-ອາຊາດ ໄດ້ເນັ້ນຢ້ຳວ່າ ໃຫ້ຍຸບສະພາທັງໝົດ ແລະຈັດໃຫ້ມີການເລືອກຕັ້ງຂຶ້ນກ່ອນກຳນົດ.
ສະພາບການບໍ່ໄປບໍ່ມາໄດ້ພາໃຫ້ເກີດຄວາມບໍ່ແນ່ນອນທາງດ້ານການເມືອງແລະ ແຕກຫັກງ່າຍຢູ່ໃນທົ່ວປະເທດ. ບັນດາຜູ້ຕິດຕາມທ່ານອາລ-ຊາດ ໄດ້ເຕົ້າໂຮມກັນ ໂດຍນັ່ງຢູ່ນອກສະພາ ເປັນເວລານຶ່ງອາທິດ ເພື່ອກົດດັນໃຫ້ມີການຮັບເອົາຄວາມຮຽກຮ້ອງຂອງນັກສອນສາດສະໜາທ່ານນີ້.
ທ່ານອາລ-ຊາດ ໄດ້ຖອນອອກຈາກການເມືອງມາກ່ອນ ແລະຕໍ່ມາໄດ້ກັບຄືນມາເຂົ້າຮ່ວມລັດຖະບານ. ຜູ້ຕຳນິທ່ານບໍ່ໃຫ້ຄວາມສົນໃຈ ໃນການເຄື່ອນໄຫວເທື່ອຫລ້າສຸດຂອງທ່ານ ໂດຍເວົ້າວ່າເປັນຄວາມພະຍາຍາມທີ່ຈະໄດ້ຮັບອຳນາດຫຼາຍຂຶ້ນ.
ນັກສອນສາດສະໜາທ່ານນີ້ ມີຜູ້ຕິດຕາມຢ່າງຫລວງຫລາຍ ຊຶ່ງໄດ້ຮັບການສະໜັບສະໜູນຈາກພວກທີ່ບໍ່ເຫັນພ້ອມນຳທັງສອງຝ່າຍ ຄືສະຫະລັດ ແລະອີຣານ.
ອົງການປະຕິບັດງານຊ່ວຍເຫລືອສະຫະປະຊາຊາດ ຢູ່ໃນອີຣັກ ຮ້ອງການເຄື່ອນໄຫວໃນວັນຈັນວານນີ້ວ່າ “ເປັນການເພີ້ມທະວີທີ່ເປັນອັນຕະລາຍ” ຂອງເຫດການຢູ່ໃນປະເທດ.
ໂດຍໄດ້ຮຽກຮ້ອງໃຫ້ພວກປະທ້ວງ “ອອກຈາກເຂດສີຂຽວຂອງສາກົນໃນແບັກແດດໂດຍທັນທີ” ແລະ “ອອກຈາກຕຶກຂອງລັດຖະບານທັງໝົດ.”
Iraq’s military said Tuesday multiple rockets were launched at a heavily fortified section of Baghdad where at least 22 people have been killed since violence erupted after powerful Shiite Muslim cleric Moqtada al-Sadr announced he would resign from politics.
Clashes continued overnight involving al-Sadr supporters after a day of violence Monday that included fighting with both Iraqi security forces and rival Shiite groups.
Iraq’s military announced a nationwide curfew and called on protesters to leave the Green Zone, the center of the international presence in Baghdad.
The violence broke out hours after al-Sadr announced he was withdrawing from politics because of the country’s political deadlock.
The cleric won the most seats in the October election, but not a majority. He withdrew all his lawmakers from parliament in June after refusing to form a coalition government with Iran-backed Shiite rivals.
Al-Sadr has insisted that the entire parliament be dissolved and early elections be held.