ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໃກ້ຈະເຖິງກໍານົດເວລາຂອງສະຫະລັດແລ້ວ ໃນການກັກເງິນທຶນ ຂອງອັຟການິສຖານ ຫຼືຈະເອົາມາຊ່ວຍຄອບຄົວຂອງ​ພວກ​ເຄາະ​ຮ້າຍ 11 ກັນຍາ


ແຟ້ມຮູບ-ຄັວນໄຟພຸ້ງອອກມາຈາກຕຶກອາຄານແຝດ ສູນກາງການຄ້າໂລກ ທີ່ກໍາລັງໄໝ້ ຫຼັງຈາກເຮືອບິນທີ່ຖືກຈີ້ນັ້ນ ໄດ້ບິນພຸ້ງຕໍາໃສ່ ອາຄານຄູ່ດັ່ງກ່າວ, ໃນນະຄອນນິວຢອກຊິຕີ້, ວັນທີ 11 ກັນຍາ 2001.
ແຟ້ມຮູບ-ຄັວນໄຟພຸ້ງອອກມາຈາກຕຶກອາຄານແຝດ ສູນກາງການຄ້າໂລກ ທີ່ກໍາລັງໄໝ້ ຫຼັງຈາກເຮືອບິນທີ່ຖືກຈີ້ນັ້ນ ໄດ້ບິນພຸ້ງຕໍາໃສ່ ອາຄານຄູ່ດັ່ງກ່າວ, ໃນນະຄອນນິວຢອກຊິຕີ້, ວັນທີ 11 ກັນຍາ 2001.

ການກັກຢ່າງບໍ່ມີກໍານົດ, ສົ່ງຄືນໃຫ້ປະເທດອັຟການິສຖານ ຫຼືເອົາໃຫ້ຄອບຄົວຂອງພວກ​ເຄາະ​ຮ້າຍ 11 ກັນຍາ ບໍ? ລັດຖະບານຂອງທ່ານໄບເດັນ ມີເວລາຈົນເຖິງວັນທີ 11 ກຸມພາ ທີ່ຈະແຈ້ງ​ໃຫ້ສານຂອງສະຫະລັດ​ຊາບວ່າ ມັນຄວນຈະເປັນແນວໃດ ກັບກອງທຶນ 7 ຕື້ໂດລາ ຂອງລັດຖະບານອັຟການິສຖານດັ່ງ ກ່າວ, ເຊິ່ງປັດຈຸບັນ ແມ່ນຖືກກັກໄວ້ຢູ່ ໃນທະນາຄານກາງນິວຢອກ.

ຜູ້ພິພາກສາໄດ້ຕໍ່​ເສັ້ນຕາຍອອກໄປແລ້ວເຖິງສອງເທື່ອໃນປີນີ້ ເພື່ອໃຫ້ລັດຖະບານມີເວລາຫຼາຍຂຶ້ນ ໃນການຈັດການກັບ​ເລື້ອງນີ້ ໃຫ້ຖືກຕ້ອງ, ແຕ່ສຳລັບ ແອນດຣູ ມາໂລນີ (Andrew Maloney) ທະນາຍຄວາມທີ່ເປັນໂຕແທນຂອງຄອບຄົວພວກ​ເຄາະ​ຮ້າຍ 11 ກັນຍາ ຈໍານວນ 150 ຄົນນັ້ນ ກ່າວວ່າ ຊະຕາກໍາຂອງທຶນນີ້ ຄວນໄດ້ຮັບການຕັດສິນຊີ້ຂາດໄປແລ້ວ ຕັ້ງແຕ່ “ມື້ວານນີ້.”

ທ່ານມາໂລນີ ບອກກັບ VOA ວ່າ “ພວກເຮົາຕ້ອງການໃຫ້ມັນແລ້ວໃນທັນທີ, ພວກເຮົາຄິດວ່າ ມັນຄວນຈະເອົາເຂົ້າໃສ່ໃນບັນຊີໃນທັນທີ ເພື່ອເຮັດໃຫ້ສານໄດ້ມີຄວາມໝັ້ນໃຈວ່າ ເງິນຈໍານວນນີ້ ມັນຖືກແບ່ງປັນໃຫ້ກັບຜູ້ທີ່ສູນເສຍຄົນ ໃນຄອບຄົວ ສຳ​ລັບເຫດການ 11 ກັນຍາ ຢ່າງຍຸຕິທໍາ ແລະເທົ່າທຽມກັນ.”

ສ່ວນຄົນອື່ນໆກ່າວວ່າ ເງິນດັ່ງກ່າວແມ່ນເປັນຂອງປະຊາຊົນຊາວອັຟການິິສຖານ ແລະມັນຄວນຖືກປ່ອຍ ເພື່ອນຳໄປຊ່ວຍວິກິດການທາງດ້ານເສດຖະກິດ ແລະມະນຸດສະທໍາ ຢູ່ໃນປະເທດຂອງພວກເຂົາເຈົ້າ.

ທ່ານສະຕີເວັນ ຄາເຕີ້, ຜູ້ຊ່ຽວຊານອິດສະຫຼະ ທີ່ນໍາພາການເຮັດວຽກກ່ຽວກັບ ອັຟການິສຖານຂອງກຸ່ມ​ປົກ​ປ້ອງສິດທິມະນຸດ Global Witness ຢູ່ລອນດອນ ກ່າວວ່າ “ເຫັນໄດ້ຢ່າງຈະແຈ້ງວ່າ ຜູ້ທີ່ເຄາະ​ຮ້າຍຂອງເຫດການ 11 ກັນ​ຍານັ້ນ ຍ່ອມມີຄວາມທຸກທໍລະມານ ທີ່ພວກເຂົາເຈົ້າເນັ້ນຢໍ້ານະທີ່ນີ້. ພວກເຮົາບໍ່ສາມາດຕັດສິນປັດໄຈນັ້ນ ພຽງອັນດຽວ. ນັ້ນຄືສິ່ງຈໍາເປັນທາງຄຸນນະທໍາ ແລະເປັນພຽງອັນດຽວ ທີ່ຄວນປະຕິບັດ.”

ປະຊາຊົນຢູ່ໃນອັຟການິສຖານພາກັນປະທ້ວງຕໍ່ຕ້ານການກັກເງິນດັ່ງກ່າວ, ແລະເລຂາທິການໃຫຍ່ອົງການສະຫະປະຊາຊາດກໍໄດ້ຮຽກຮ້ອງໃຫ້ປ່ອຍເງິນທຶນເຫຼົ່າ ນັ້ນເຊັ່ນດຽວກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG