ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມັກດອນໂນລສ໌ ຈະຂາຍທຸລະກິດ ຢູ່ໃນຣັດເຊຍ ຂອງຕົນ ແລ້ວຈະອອກໄປຈາກປະເທດນີ້


ແຟ້ມພາບ - ຜູ້ຄົນກຳລັງຍ່າງຜ່ານ ຮ້ານແມັກດອນໂນລສ໌ ແຫ່ງທຳອິດ ໃນນະຄອນຫຼວງມົສກູ ນຶ່ງວັນກ່ອນທີ່ມັນຈະເປີດທຸລະກິດ, ຊຶ່ງຕັ້ງຢູ່ຈະຕູລັດ ພຸຊກິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 30 ມັງກອນ 1990.
ແຟ້ມພາບ - ຜູ້ຄົນກຳລັງຍ່າງຜ່ານ ຮ້ານແມັກດອນໂນລສ໌ ແຫ່ງທຳອິດ ໃນນະຄອນຫຼວງມົສກູ ນຶ່ງວັນກ່ອນທີ່ມັນຈະເປີດທຸລະກິດ, ຊຶ່ງຕັ້ງຢູ່ຈະຕູລັດ ພຸຊກິນ ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 30 ມັງກອນ 1990.

ຮ້ານອາຫານແມັກດອນໂນລສ໌ ກຳລັງຈະປິດປະຕູຂອງຕົນ ຢູ່ໃນຣັດເຊຍ ຊຶ່ງເປັນການສິ້ນສຸດຍຸກສະໄໝ ຂອງຄວາມຫວັງໃນແງ່ດີ ແລະເຮັດໃຫ້ປະເທດທີ່ໂດດດ່ຽວມາຕະຫຼອດນັ້ນເພີ້ມຂຶ້ນ ຍ້ອນສົງຄາມຂອງຕົນຢູ່ໃນຢູເຄຣນ ອີງຕາມລາຍງານຂອງອົງການຂ່າວເອພີ.

ບໍ​ລິ​ສັດເບີເກີ້ຍັກໃຫຍ່ຂອງຊິຄາໂກ ໄດ້ຢືນຢັນ ໃນວັນຈັນວານນີ້ ວ່າ ຕົນກຳລັງຈະຂາຍຮ້ານອາຫານຂອງຕົນ 850 ແຫ່ງຢູ່ໃນຣັດເຊຍ. ແມັກດອນໂນລສ໌ ໄດ້ກ່າວວ່າ ຕົນຈະຫາຜູ້ຊື້ ທີ່ຈະຈ້າງງານພະນັກງານຂອງຕົນ 62,000 ຄົນຢູ່ໃນຣັດເຊຍ ແລະຈະສືບຕໍ່ຈ່າຍເງິນເດືອນໃຫ້ແກ່ພວກຄົນງານເຫຼົ່ານີ້ ຈົນກວ່າວ່າ ການຕົກລົງຈະສຳເລັດລົງ.

“ບາງຄົນອາດຈະໂຕ້ຖຽງວ່າ ການສະໜອງອາຫານ ແລະການສືບຕໍ່ຈ້າງງານພວກພົນລະເມືອງທຳມະດາທົ່ວໄປ ຫຼາຍສິບພັນຄົນນັ້ນ ແນ່ນອນ ເປັນສິ່ງຖືກ ຕ້ອງທີ່ຈະເຮັດ” ນັ້ນແມ່ນຄຳເວົ້າຂອງປະທານ ບໍລິສັດແມັກດອນໂນລສ໌ ແລະຜູ້ບໍລິຫານໃຫຍ່ ຫຼື CEO ທ່ານຄຣິສ ເຄັມຊິນສກີ ທີ່ໄດ້ກ່າວໃນໜັງສືສະບັບນຶ່ງຕໍ່ບັນດາພະນັກງານທັງຫຼາຍ. ທ່ານກ່າວອີກວ່າ “ແຕ່ມັນເປັນໄປບໍ່ໄດ້ ທີ່ຈະບໍ່ຫົວຊານຳວິກິດການດານມະນຸດສະທຳ ທີ່ໄດ້ເກີດຈາກສົງຄາມ ຢູ່ໃນຢູເຄຣນ.”

ແມັກດອນໂນລສ໌ ໄດ້ກ່າວວ່າ ມັນເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ທີ່ບໍລິສັດຈະ “ປິດກິດຈະການ” ຫຼືອອກໄປຈາກຕະໃຫຍ່ແຫ່ງນຶ່ງ. ຕົນວາງແຜນທີ່ຈະເລີ້ມປົດເຄືອງໝາຍ ທີ່ເປັນຮູບຊົງໂຄ້ງຄຳ ແລະ ສັນຍາລັກພ້ອມກັບປ້າຍອື່ນໆ ທີ່ມີຊື່ຂອງບໍລິສັດ ອອກ. ແມັກດອນໂນລສ໌ ໄດ້ກ່າວວ່າ ຕົນຍັງຈະຮັກສາເຄື່ອງໝາຍການຄ້າຂອງຕົນໄວ້ ຢູ່ໃນຣດເຊຍ ແລະເອົາບາດກ້າວຕ່າງໆເພື່ອບັງຄັບໃຊ້ມັນ ຖ້າຫາກວ່າຈຳເປັນ.

ແມັກດອນໂນລສ໌ ໄດ້ກ່າວເມື່ອຕົ້ນເດືອນມີນາວ່າ ຕົນຈະປິດຮ້ານທັງຫຼາຍຢູ່ໃນ ຣັດເຊຍ ໄວ້ເປັນການຊົ່ວຄາວ ແຕ່ຈະສືບຕໍ່ຈ່າຍເງິນເດືອນໃຫ້ແກພວກພະນັກ ງານ. ມັນເປັນການຕັດສິນໃຈທີ່ມີຄ່າໃຊ້ຈ່າຍສູງ. ໃນທ້າຍເດືອນແລ້ວນີ້ ບໍລິ ສັດໄດ້ກ່າວວ່າ ຕົນໄດ້ສູນເສຍລາຍໄດ້ 55 ລ້ານໂດລາໃນແຕ່ລະເດືອນ ຍ້ອນ ການປິດຮ້ານອາຫານນັ້ນ. ຕົນຍັງໄດ້ສູນເສຍລາຍການສິນຄ້າເກັບມ້ຽນໄວ້ ທີ່ມີມູນຄ່າ 100 ລ້ານໂດລາ.

ແມັກດອນໂນລສ໌ ຍັງໄດ້ປິດຮ້ານ 108 ແຫ່ງຢູ່ໃນຢູເຄຣນ ແລະສືບຕໍ່ຈ່າຍເງິນເດືອນໃຫ້ແກ່ພວກພະນັກງານຂອງຕົນ ຢູ່ທີ່ນັ້ນນຳດ້ວຍ.

ບັນດາບໍລິສັດຕາເວັນຕົກທັງຫຼາຍ ໄດ້ລັ່ງເລໃຈໃນການຕັດສິນໃຈທີ່ຈະແຍກຕົວທຸລະກິດຂອງພວກເຂົາເຈົ້າເອງ ອອກຈາກຣັດເຊຍ ໂດຍຈະໄດ້ຮັບຜົນທີ່ຕິດ ຕາມມາຕໍ່ລາຍໄດ້ ຈາກການຢຸດໄວ້ ຫຼື ປິດການປະຕິບັດງານ ໃນການປະເຊີນກັບມາດຕະການລົງໂທດຕ່າງໆ. ບໍລິສັດອື່ນໆ ທີ່ຍັງຢູ່ໃນຣັດເຊຍ ຢ່າງໜ້ອຍ ກໍຈະປະເຊີນກັບຜົນກະທົບໃນບາງສ່ວນ.

ບໍລິສັດຜະລິດລົດຍົນ Renault ຂອງຝຣັ່ງ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນຈະຂາຍຊັບສິນສ່ວນໃຫຍ່ຂອງຕົນ ໃນບໍລິສັດລົດຍົນ ອາບໂຕວາສ (Avtovaz) ຂອງຣັດເຊຍ ແລະໂຮງງານແຫ່ງນຶ່ງ ຢູ່ໃນນະຄອນຫຼວງມົສກູ ໃຫ້ແກ່ລັດຖະ ບານ-ອັນເປັນການຫັນປ່ຽນທຸລະກິດຂອງຕ່າງປະເທດ ໃຫ້ເປັນຂອງປະເທດ ຄັ້ງທຳອິດ ນັບຕັ້ງແຕ່ສົງຄາມໄດ້ເລີ້ມຂຶ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG