ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ກ່າວ​ວ່າ ລູກ​ສາວ ທີ່​ເປັນ​ພັນ​ທະ​ມິດ​ ຂອງປູ​ຕິນຖືກ​ສັງ​ຫານ ​ດ້ວຍລະ​ເບີດ​ລົດ  


ຮູບ​ພາບ​ເຜີຍ​ແຜ່​ໂດຍ ຄະ​ນະ​ກຳ​ມະ​ການສືບ​ສວນ​ຂອງ​ຣັດ​ເຊຍ ໃນ​ວັນ​ອ​າ​ທິດ​ ວັນທີ 21 ສິງ​ຫາ 2022 ທີ່​ເຫັນບັນ​ດາ​ນັກ​ສືບ​ສວນ ກຳ​ລັງ​ປະ​ຕິ​ບັດ​ງານ​ຢູ່​ບ່ອນ​ລົດ​ທີ່​ນາງດາ​ເຣຍ ດູ​ຈີ​ນາ ເກ​ີດ​ລະ​ເບີດ
ຮູບ​ພາບ​ເຜີຍ​ແຜ່​ໂດຍ ຄະ​ນະ​ກຳ​ມະ​ການສືບ​ສວນ​ຂອງ​ຣັດ​ເຊຍ ໃນ​ວັນ​ອ​າ​ທິດ​ ວັນທີ 21 ສິງ​ຫາ 2022 ທີ່​ເຫັນບັນ​ດາ​ນັກ​ສືບ​ສວນ ກຳ​ລັງ​ປະ​ຕິ​ບັດ​ງານ​ຢູ່​ບ່ອນ​ລົດ​ທີ່​ນາງດາ​ເຣຍ ດູ​ຈີ​ນາ ເກ​ີດ​ລະ​ເບີດ

ບັນ​ດາ​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ ​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ ກ​າ​ນ​ວາງ​ລະ​ເບີດ​ໃສ່​ລົດ​ຄັນ​ນຶ່ງ​ ໄດ້​ສັງ​ຫານ​ລູກ​ສາວ​ຜູ້ໃຫຍ່ ​ຂອງທ່ານ​ອາ​ເລັກ​ຊານ​ເດີ ​ດີກິນ (Alexander Digin) ນັກ​ທິດ​ສະ​ດີ​ການ​ເມືອງ​ລະ​ດັບຊາດ ແລະ​ຜູ້​ສະ​ໜັບສະ​ໜູ​ນ ການ​ຮຸກ​ຮານຢູ​ເຄ​ຣນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວ​ລາ​ດີ​ເມຍ ປູຕິນ.

ນາງ​ດາ​ເຣຍ ດູ​ຈີ​ນາ (Daria Dugina) ນັກວິ​ຈານ​ຂ່າວ​ທາງ​ໂທ​ລະ​ພາບ ອ​າ​ຍຸ 29 ປີ ທີ່​ຍັງ​ເປັນ​ຜູ້​ໃຫ້​ການ​ສະ​ໜັບສະ​ໜູນການ​ບຸກ​ໂຈມ​ຕີຂອງ​ມົ​ສ​ກູ ໄດ້​ຖືກ​ສັງ​ຫານ​ໃນ​ວັນ​ເສົາທີ່​ຜ່ານ​ມາ ເວ​ລາລົດ​ໂຕ​ໂຢ​ຕາ ແລນ​ກ​ຣູເຊີ​ ທີ່​ນາງ​ຂັບ​ນັ້ນ ໄດ້​ລະ​ເບີດ​ຂຶ້ນ ໃນ​ຂະ​ນະ​ທີ່​ກັບ​ຄືນ​ຈາກບຸນ​ປະ​ເພ​ນີ ທີ່​ນາງ​ໄດ້​ເຂົ້າ​ຮ່ວມ​ກັບ​ພໍ່​ຂອງ​ນາງ.

​ນັກ​ວິ​ເຄາະ ທ່ານ​ເຊີ​ເກ ມາກັອ​ຟ (Sergei Markov) ອະ​ດີດ​ທີ່​ປຶກ​ສາ ​ຂອງ ທ່ານ​ປູ​ຕິນ ກ່າວ​ຕໍ່​ອົງ​ການ​ຂ່າວ RIA Novosti ​ຂອງທາງ​ການ​ຣັດ​ເຊຍ​ວ່າ ​ດີກີນ ບໍ່​ແມ່ນລູກ​ສາວ​ຂອງລາວ ທີ່​ອາດ​ໄດ້​ເປັນ​ເປົ້າ​ໝາຍ​ໃນ​ຄວາມ​ຕັ້ງ​ໃຈ. ທ່າ​ນມາກັອ​ຟ ກ່າວ​ວ່າ “ມັນ​ເປັນ​ເລື້ອງທີ່ເຫັນ​ໄດ້​ງ່າຍໆ​ ​ທີ່​ອາດເປັນ​ໄປ​ໄດ້​ທີ່ສຸດ ​ໃນ​ການ​ສົງ​ໄສ ກໍ​ຄື​ໜ່ວຍ​ສືບ​ລັບທະ​ຫານ​ ແລະ​ໜ່ວຍ​ຮັກ​ສາ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄ​ຣນ.”

ຍັງ​ບໍ່​ມີ​ການ​ອ້າງ​ເອົາ​ຄ​ວ​າມ​ຮັ​ບ​ຜິດ​ຊອບ​ໃດໆ ໂດຍ​ທັນ​ທີ. ​ທີ່​ປຶກ​ສາ​ຄົນ​ນຶ່ງ​ຂອງປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ເຊີ​ເລ​ນ​ສ​ກີ (Volodymyr Zelenskyy) ໄດ້​ປະ​ຕິ​ເສດ​ກ່ຽວ​ກັບການ​ພົວ​ພັນ​ຂອງ​ຊາວ​ຢູ​ເຄ​ຣນ ໃນ​ການ​ລະ​ເບີດດັ່ງ​ກ່າວ.

​ທີ່​ປຶກ​ສາ​ຂອງ​ທ່ານ​ເຊີ​ເລນ​ສ​ກີ ທ່ານ​ມີ​ຄາຍ​ໂລ ໂປ​ໂດ​ລ​ຢັກ (Mykhailo Podolyak) ກ່າວ​ວ່າ “ພວກ​ເຮົາ​ບໍ່​ແມ່ນປະ​ເທດ​ກໍ່​ອາດ​ຊະ​ຍາ​ກຳ ບໍ່​ຄື​ກັບ​ຣັດເຊ​ຍ ແລະ​ແນ່ນອນ​ວ່າ ​ບໍ່​ແມ່ນ​ປະ​ເທ​ດ​ກໍ່​ການ​ຮ້າຍ.”

​ທ່ານດູກິນ​ ​ເປັນ​ນັກ​ວິ​ຈານ​ຂ່າວຫົວ​ຊາດ​ນິ​ຍົມ​ຈັດ ເປັນ​ບຸກຄົນ​ສຳ​ຄັນ​ທີ່​ສະ​ໜັບ​ສະ​ໜູນ “ໂລກ​ຂອງ​ຣັດ​ເຊຍ" ຫຼື Russian World ​ທີ່​ເປັນ​ແນວ​ຄິດ​ ທີ່ໄ​ດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ໂດຍທ່ານ​ປູ​ຕິນ ຜູ້ນຳທາງ​ດ້ານ​ຈິດ​ໃຈ ແລະ​ແນວ​ຄິດ​ການ​ເມືອງ ທີ່​ເນັ້ນ​ໜັກ​ໃສ່​ຄຸນ​ຄ່າ​ປະ​ເພ​ນີ ການ​ຟື້ນ​ຟູ​ອຳ​ນາດ​ຂອງ​ຣັດ​ເຊຍ ແລະ​ການ​ທ້ອນ​ໂຮມສາ​ມັກ​ຄີຂອງ​ຊາວ​ຣັດ​ເຊຍ​ທັງ​ໝົດ​ຢູ່​ທົ່ວ​ໂລກ. ​ທ່ານ​ດູ​ກິ​ຮ ມັກຖືກ​ກ່າວອ້າງວ່າ “​ເປັນ​ສະໝອງ​ຂອງ​ທ່ານ​ປູ​ຕິນ​.”

ສື່ມວນ​ຊົນ​ຣັດ​ເຊຍຈຳ​ນວນ​ນຶ່ງໄດ້ລາຍ​ງານ ​ໂດຍໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບບັນ​ດາ​ຜູ້​ເຫັນ​ເຫດ​ການ ​ໂດຍກ່າວ​ວ່າ ລົດ SUV ​ທີ່ນາງ​ດູ​ຈີ​ນາ ​ຂັບເປັນ​ລົດ​ຂອງ​ພໍ່​ລາວ ແລະ​ທ່ານ​ໄດ້​ຕັດ​ສິນ​ໃຈ ​ໃນ​ນ​າ​ທີ​ສຸດ​ທ້າຍ ເພື່ອ​ໃຊ້​ລົດ​ຄັນ​ອື່ນ.

​ສະ​ຫະ​ລັດ​ໄດ້​ລົງ​ໂທດນາງ​ດູ​ຈີ​ນາ ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ ໃນ​ນາມ​ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ​ຂອງ​ອົງ​ການ​ສາ​ມັກ​ຄີ​ໂລ​ກ​ລະ​ຫວ່າງ​ປະ​ເທດ ຫຼື United World International ​ຊຶ່ງ​ເປັນເວັບ​ໄຊ ​ທີ່​ສະ​ຫະ​ລັດ ໄດ້​ກ່າວວ່າເປັນ​ແຫລ່ງ​ຂອງ​ຂໍ້​ມູນ​ທີ່​ບິດ​ເບືອນ. ການ​ລົງ​ໂທດ​ໄດ້​ປະ​ກາດໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ບົດ​ຂຽນ​ຕ່າງໆ​ຂອງ​ອົງ​ການ United World ​ໃນປີ​ນີ້ ມີ​ຈຸດ​ປະ​ສົງ​ທີ່​ຈະ​ເຮັດ​ໃຫ້ຢູ​ເຄ​ຣນ “ສາບ​ສູນ​ໄປ” ​ຖ້າ​ປະ​ເທດ​ດັ່ງ​ກ່າວ ຫາກ​ຮັບເຂົ້າ ຢູ່​ໃນ​ອົງ​ການ NATO.

Russian authorities said Sunday a car bomb killed the adult daughter of Alexander Dugin, a national political theorist and staunch supporter of President Vladimir Putin’s invasion of Ukraine.

Daria Dugina, a 29-year-old television commentator who also supported Moscow’s offensive, was killed Saturday when the Toyota Land Cruiser she was driving exploded as she was returning from a cultural festival she had attended with her father.

Analyst Sergei Markov, a former Putin adviser, told the Russian state news agency RIA-Novosti that Dugin, not his daughter, was probably the intended target. Markov said, "It's completely obvious that the most probable suspects are Ukrainian military intelligence and the Ukrainian Security Service."

There was no immediate claim of responsibility. An adviser to Ukrainian President Volodymyr Zelenskyy denied any Ukrainian involvement in the explosion.

Zelenskyy adviser Mykhailo Podolyak said, "We are not a criminal state, unlike Russia, and definitely not a terrorist state."

ພາບ​ບັນ​ທຶກ ຖ່າຍ​ໃນ​ວັນ​ທີ 11 ສິງ​ຫາ 2016 ທ່ານ​ອາ​ເລັກ​ຊານ​ເດີ ດູ​ກີນ Alexander Dugin, ​ນັກ​ວິ​ຈານ​ການ​ເມືອງ​ຣັດ​ເຊຍ ຢູ່​ຫ້ອງ​ໂທ​ລະ​ພາບ ທີ່​ພາກ​ກາງ​ຣັດ​ເຊຍ
ພາບ​ບັນ​ທຶກ ຖ່າຍ​ໃນ​ວັນ​ທີ 11 ສິງ​ຫາ 2016 ທ່ານ​ອາ​ເລັກ​ຊານ​ເດີ ດູ​ກີນ Alexander Dugin, ​ນັກ​ວິ​ຈານ​ການ​ເມືອງ​ຣັດ​ເຊຍ ຢູ່​ຫ້ອງ​ໂທ​ລະ​ພາບ ທີ່​ພາກ​ກາງ​ຣັດ​ເຊຍ

An ultranationalist, Dugin is a prominent proponent of the "Russian world" concept espoused by Putin, a spiritual and political ideology that emphasizes traditional values, restoration of Russia's power and the unity of all ethnic Russians throughout the world. Dugin is often referred to as “Putin’s brain.”

Some Russian media reports cited witnesses as saying that the SUV Dugina was driving belonged to her father but that he had decided at the last minute to travel in another vehicle.

The United States sanctioned Dugina in March for her work as chief editor of United World International, a website that the U.S. has described as a disinformation source. The sanctions announcement cited a United World article this year that contended Ukraine would "perish" if it were admitted to NATO.

XS
SM
MD
LG