ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍັງບໍ່ມີກໍານົດວັນ ທີ່ແນ່ນອນ ຂອງການເຈລະຈາ ສັນຕິພາບ ໃນຊີເຣຍ (ວີດີໂອ)


ທ່ານ Nabil el-Araby ເລຂາທິການສັນນິບາດຊາດອາຫຣັບ ຂະນະເຈລະຈາກັບຝ່າຍຄ້ານຊີເຣຍ ທີ່ກອງປະຊຸມໃນໄຄໂຣ ປະເທດ ອີຈິບ, ເມື່ອວັນທີ 27 ເມສາ 2012.
ທ່ານ Nabil el-Araby ເລຂາທິການສັນນິບາດຊາດອາຫຣັບ ຂະນະເຈລະຈາກັບຝ່າຍຄ້ານຊີເຣຍ ທີ່ກອງປະຊຸມໃນໄຄໂຣ ປະເທດ ອີຈິບ, ເມື່ອວັນທີ 27 ເມສາ 2012.
ຫົວໜ້າ​ສັນ​ນິບາດ​ອາຫຣັບ ​ເວົ້າ​ວ່າ ກອງ​ປະຊຸມ​ສັນຕິພາບ​ສໍາລັບຊີ​ເຣຍ ຈະ​ໄຂ​ຂຶ້ນທີ່ Geneva ປະ​ເທດ Switzerland ​ໃນ​ວັນ​ທີ 23 ພະຈິກ ​ເດືອນ​ໜ້າ​ນີ້ ​ແຕ່​ທູດ​ພິ​ເສດ​ສັນ ຕິພາບ​ນານາ​ຊາດ​ທ່ານ​ນຶ່ງ ​ເວົ້າ​ວ່າ ວັນ​ທີ ທີ່​ແນ່ນອນ​ນັ້ນ ຍັງ​ບໍ່​ໄດ້​ກໍານົດ​ໄວ້​ເທື່ອ.

ທ່ານ Nabil el-Araby ຫົວໜ້າ​ສັນ​ນິບາດ​ອາຫຣັບ ປະກາດ​ວັນ​ທີດັ່ງ ກ່າວ ຢູ່​ໃນການ​ໃຫ້​ສໍາພາດ​ນັກ​ຂ່າວ​ບັ້ນ​ນຶ່ງ ທີ່​ເມືອງຫຼວງ​ໄຄ​ໂຣ ຫຼັງຈາກ​ໄດ້​ພົບ​ປະກັບ​ທ່ານ Lakhdar Brahimi ທູດ​ພິ​ເສດຂອງ​ສັນນິບາດ​ອາຫຣັບ ກັບຢູ​ເອັນ ປະຈໍາ​ຊີ​ເຣຍ.

​ແຕ່​ຢ່າງ​ໃດ​ກໍ​ດີ ​ໃນ​ການ​ໃຫ້​ສໍາ​ພາດ​ຂ່າວ​ດຽວ​ກັນ​ນັ້ນ ທ່ານ Brahimi ບອກ​ພວກ​ນັກ​ຂ່າວ​ວ່າ ຈະ​ບໍ່​ການ​ເຈ​ລະ​ຈາ​ກັນ​ໃດໆ​ເກີດ​ຂຶ້ນ​ ຖ້າ​ປາດ​ສະ​ຈາກ​ການ​ເຂົ້າຮ່ວມ​ຂອງ​ຝ່າຍ​ຄ້ານ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ນັ້ນ. ​ແຕ່​ທ່ານ Brahimi ປະຕິ​ເສດ​ທີ່​ຈະ​ກໍານົດວັນ​ທີຂອງ​ກອງ​ປະ ຊຸມ ອອກ​ມາ​ຢ່າ​ງ​ເປີດ​ເຜີຍ ຈົນກວ່າ​ທ່ານ​ຈະສໍາ​ເລັດ​ການ​ຢ້ຽມຢາມ​ຂົງ​ເຂດ​ ທີ່​ຈະ​ພາ​ທ່ານ​ໄປ​ຍັງປະ​ເທດ Qatar, Turkey, Iran ​ແລະ​ຊີ​ເຣຍ ນັ້ນ​ເສຍ​ກ່ອນ.

​ໃນ​ຂະນະດຽວ​ກັນ​ນີ້ ມື​ລະ​ເບີດ​ສະຫຼະຊີບທີ່ຂັບລົດ​ບັນທຸກ​ຄັນ​ນຶ່ງ​ ທີ່ເຕັມ​ໄປດ້ວຍ ລະ
ເບີດ ​ໄດ້ສັງຫານ​ຜູ້​ຄົນ ​ຢ່າງ​ໜ້ອຍ 30 ຄົນ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ອີກຫຼາຍສິບ​ຄົນ ​ໃນ​ເມືອງ Hama ພາກ​ກາງຂອງ​ປະ​ເທດໃນ​ວັນ​ອາທິດ​ມື້​ນີ້.

ກຸ່ມສັງ​ເກດ​ການ​ສິດທິ​ມະນຸດ​ຊີ​ເຣຍ ທີ່​ສະໜັບສະໜຸນ​ຝ່າຍ​ຄ້ານ​ ​ເວົ້າ​ວ່າ ການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ແນ​ເປົ້າໝາຍ ​ໃສ່ດ່ານ​ກວດ​ຂອງ​ທະຫານ​ດ່ານ ນຶ່ງ.

ກຸ່ມ​ດັ່ງກ່າວ​ທີ່​ມີ​ສໍານັກງານ​ຢູ່​ລອນ​ດອນ ​ເວົ້າ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ ອາດ​ຈະ​ເພີ່ມ​ຂຶ້ນ ອີກ​ໄດ້ ​ຍ້ອນ​ວ່າ​ພວກ​ບາດ​ເຈັບ​ບາງ​ຄົນ ​ມີ​ອາການສາຫັດ.

Syria Blast
please wait
Embed

No media source currently available

0:00 0:01:15 0:00

The chief of the Arab League says a peace conference for Syria will convene in Geneva on November 23, but an international peace envoy said an exact date has yet to be set.

Arab League chief Nabil el-Araby announced the date at a news conference in Cairo Sunday after meeting with Arab League-U.N. envoy to Syria Lakhdar Brahimi.

However, at the same news conference, Brahimi told reporters that there would be no talks without credible opposition representation. He refused to publicly set a date for the conference until he completes a regional tour of Qatar, Turkey, Iran and Syria.

Meanwhile, a suicide bomber driving a truck loaded with explosives killed at least 30 people people and wounded dozens of others in Syria's central city of Hama on Sunday.

The pro-opposition Syrian Observatory for Human Rights said the attack targeted an army checkpoint.

The Britain-based watchdog said the death toll is likely to rise, as some of the wounded are in critical condition.
XS
SM
MD
LG