ຈາກອີຕາລີ ຫາ ຈີນ ແລະອັຟການິສຖານ ຫາ ເອທິໂອເປຍ ແລ້ວ ກໍຍັງມີຮ້ານອາຫານ ຂອງຫຼາຍໆຊົນຊາດຊົນເຜົ່າ ຢູ່ໃນນະຄອນຫຼວງວໍຊິງຕັນ. ບໍ່ພຽງເທົ່ານັ້ນ ການເປີດຮ້ານ
ອາຫານໃໝ່ ທີ່ຜູ້ຄົນບໍ່ລຶ້ງເຄີຍສາມາດກາຍເປັນຄວາມສ່ຽງໄດ້. ຍານາງແສງ ຫຼວງຣາດ ຊຶ່ງເຄີຍເປັນອົບພະຍົບມາກ່ອນ ແມ່ນມີຄວາມມັກຮັກ ເປັນຊີວິດຈິດໃຈກັບການຄົວກິນ ຈຶ່ງໄດ້ຕັດສິນໃຈ ເປີດຮ້ານອາຫານລາວແຫ່ງທຳອິດ ຢູ່ໃນນະຄອນຫຼວງ ຂອງສະຫະ
ລັດ. ດັ່ງທີ່ນັກຂ່າວ ວີໂອເອ ຈູນ ໂຊ ລາຍງານກ່ຽວກັບ ຄວາມສຳເລັດຂອງຮ້ານອາຫານ
ຕິບເຂົ້າ ຊຶ່ງ ກິ່ງສະຫວັນ ຈະນຳເອົາລາຍລະອຽດມາສະເໜີທ່ານ.
ຍານາງແສງ ຫຼວງຣາດ ແມ່ຄົວໃຫຍ່ ແລະເຈົ້າຂອງຮ້ານກ່າວວ່າ “ການຄົວກິນ ແມ່ນ
ຄວາມມັກຮັກເປັນຊີວິດຈິດໃຈຂອງຂ້າພະເຈົ້າ. ເວລາຂ້າພະເຈົ້າຄົວກິນ ຂ້າພະເຈົ້າ
ທຸ້ມເທຈິດໃຈ ແລະວິນຍານຂອງຂ້າພະເຈົ້າ 100 ເປີເຊັນ ເຂົ້າໃນສິ່ງທີ່ຂ້າພະເຈົ້າ
ເຮັດ.”
ບາງທີ ເປັນເພາະວ່າ ພວກທີ່ມາຮັບປະທານອາຫານ ຢູ່ຮ້ານຕິບເຂົ້ານັ້ນ ເປັນລູກຄ້າ
ປະຈຳ.
ທ່ານມາເຊນ ຢາກຸບ ລູກຄ້າຜູ້ນຶ່ງກ່າວວ່າ “ພັນລະຍາຂອງຂ້າພະເຈົ້າ ແລະຂ້າພະ
ເຂົ້າ ໄດ້ລອງຊີມເບິ່ງ ແລະພວກເຮົາພາກັນມັກອາຫານ. ຄວາມສົດຂອງສ່ວນປະ
ກອບຕ່າງໆ ເຄື່ອງປຸງແຕ່ງ ລົດຊາດຕ່າງໆ ໄດ້ເຮັດໃຫ້ພວກເຮົາກັບຄືນມາອີກ.
ພວກເຮົາໄດ້ນຳພາໝູ່ເພື່ອນ ໝູ່ເພື່ອນທັງໝົດຂອງພວກເຮົາ ພາກັນມັກຮ້ານອາ
ຫານນີ້ເຊັ່ນກັນ.”
ຍານາງແສງ ໄດ້ເປີດຮ້ານອາຫານລາວແຫ່ງທຳອິດໃນຂົງເຂດນະຄອນ ຫຼວງວໍຊິງຕັນ
ເມື່ອເດືອນທັນວາ ປີ 2014.
ຍານາງແສງ ກ່າວວ່າ “ສິ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າແທ້ໆນັ້ນກໍຄື
ໃນລະດູຮ້ອນປີ 2015 ພວກເຮົາໄດ້ຖືກສະເໜີ ໃຫ້ເປັນຮ້ານອາຫານດີເດັ່ນ ໃນ
ອາເມຣິກາ ຈຳນວນທັງໝົດ 50 ຮ້ານ ໂດຍ ບົງ ອັບເປີຕີ (Bon Appetit.) ນັ້ນ
ແມ່ນສິ່ງທີ່ບໍ່ໜ້າເຊື່ອສຳລັບຂ້າພະເຈົ້າ. ຂ້າພະເຈົ້າຕົກໃຈວ່າ ມັນເກີດຂຶ້ນໄດ້
ຢ່າງໃດ.”
ຍານາງແສງ ໄດ້ເລີ້ມຄົວກິນມາແຕ່ຍັງນ້ອຍ ຢູ່ໃນປະເທດລາວ.
ຍານາງແສງ ກ່າວວ່າ “ຂ້າພະເຈົ້າໄດ້ເລີ້ມຄົວກິນແຕ່ອາຍຸເຈັດປີ ແລະໄດ້ຮຽນຈາກ
ແມ່ຕູ້ຂອງຂ້າພະເຈົ້າ. ແມ່ຂອງຂ້າພະເຈົ້າຫຍຸ້ງຍາກນຳການເຮັດວຽກ. ເພາະສະ
ນັ້ນ ຂ້າພະເຈົ້າຕ້ອງໄດ້ເຮັດກິນໃຫ້ພວກນ້ອງໆສາມຄົນ. ຂ້າພະເຈົ້າຈື່ວ່າ ມັນມີ
ຄວາມມ່ວນຊື່ນທີ່ຂ້າພະເຈົ້າໄດ້ຮຽນ ເພື່ອສັງເກດເບິ່ງວ່າແມ່ຕູ້ຂອງຂ້າພະເຈົ້າ
ຈະແຕ່ງຫຍັງໃຫ້ຂ້າພະເຈົ້າເຮັດ.”
ຄອບຄົວຫຼວງຣາດ ໄດ້ຫລົບໜີໄປຢູ່ປະເທດໄທ ໃນປີ 1981 ຍ້ອນຜົນກະທົບຈາກສົງ
ຄາມຫວຽດນາມ ແລະຄວາມສົນໃຈໃນການຄົວກິນຂອງຍານາງ ກໍໄດ້ເລີ້ມຂຶ້ນໃນຂະ
ນະທີ່ຢູ່ໃນສູນອົບພະຍົບ.
ຍານາງແສງ ກ່າວວ່າ “ຂ້າພະເຈົ້າອາຍຸໄດ້ 12 ປີ. ຂ້າພະເຂົ້າໄດ້ຮຽນຄົວກິນກັບເພື່ອນ
ບ້ານຂອງຂ້າພະເຈົ້າ. ພວກເຮົາມີເພື່ອນບ້ານຢູ່ທຸກຫົນແຫ່ງໃນປະເທດລາວ. ເພາະສະ
ນັ້ນ ຂ້າພະເຈົ້າໄດ້ປະສົບພົບພໍ້ກັບການຄົວກິນຕ່າງໆຂອງລາວ.
ສອງປີຕໍ່ມາ ຄອບຄົວຂອງຍານາງໄດ້ມາເຖິງສະຫະລັດ ແລະຕັ້ງຖິ່ນຖານຢູ່ເຂດເບເອ
ເຣຍ ນະຄອນແຊນ ແຟຣນຊິສໂກ. ໃນນາມລູກສາວກົກ ຍານາງແສງ ແມ່ນສືບຕໍ່ຄົວ
ກິນໃຫ້ແກ່ຄອບຄົວ ໃນຂະນະທີ່ພໍ່ແມ່ ພາກັນເຮັດວຽກເປັນເວລາຫຼາຍຊົ່ວໂມງ.
ຫຼັງຈາກແຕ່ງງານແລ້ວ ຍານາງ ແລະສາມີໄດ້ພາກັນຍ້າຍມາຢູ່ຊານເມືອງຂອງນະຄອນ
ຫຼວງວໍຊິງຕັນ. ແລະໄດ້ສືບຕໍ່ໃນຄວາມມັກຮັກທີ່ເປັນຊີວິດຈິດໃຈ. ຄອບຄົວຫຼວງຣາດ
ໄດ້ຊື້ຮ້ານອາຫານໄທ ໃນເມືອງຟອລເຊີສ ລັດເວີຈີເນຍ ແລະໄດ້ເລີ້ມບໍລິການອາຫານ
ລາວຈຳນວນນຶ່ງ.
ຍານາງແສງ ກ່າວວ່າ “ມັນຂ້ອນຂ້າງເປັນການທ້າທາຍໜ້ອຍນຶ່ງ ເພາະວ່າບໍ່ມີຫຼາຍ
ຄົນຮູ້ຈັກອາຫານລາວ ບໍ່ມີຫຼາຍຄົນຮູ້ວ່າເມືອງລາວຢູ່ໃສ. ເພາະສະນັ້ນ ຂ້າພະເຈົ້າ
ຕ້ອງໄດ້ອອກມາສອນ ໃຫ້ພວກແຂກຮູ້ວ່າ ອາຫານລາວນັ້ນແມ່ນຫຍັງ ແລະປະເທ
ລາວຢູ່ໃສ.”
ນາງເວົ້າວ່າ ນາງໄດ້ຮັບກຳລັງໃຈ ຍ້ອນການຕອບຮັບຂອງພວກລູກຄ້າ ຄອບຄົວຫຼວງ
ຣາດ ໃນທີ່ສຸດກໍໄດ້ເປີດຮ້ານອາຫານອີກແຫ່ງນຶ່ງທີ່ບໍລິການອາຫານລາວ ໂດຍສະ
ເພາະ ຢູ່ໃນນະຄອນຫຼວງຂອງສະຫະລັດ.
ຍານາແສງ ກ່າວວ່ດາ “ຕິບເຂົ້າ ໝາຍຄວາມວ່າກ່ອງເຂົ້າ ແອບໃສ່ເຂົ້າໜຽວ. ທີ່
ເປັນສ່ວນນຶ່ງຂອງປະເພນີລາວ. ຖ້າຫາກທ່ານໄປຢ້ຽມຢາມເຮືອນຄົນລາວແລ້ວ
ທ່ານຈະເຫັນຕິບເຂົ້າຢູ່ສະເໝີ. ມັນເປັນຕິບທີ່ມີຄວາມໝາຍດີອັນສຳຄັນໃນປະ
ເພນີລາວຂອງພວກເຮົາ.”
ເພື່ອບໍລິການລົດຊາດອັນແທ້ຈິງຂອງການປຸງແຕ່ງອາຫານລາວແລ້ວ ຍານາງໄດ້
ປູກຜັກ ແລະຜັກຫອມຕ່າງໆຢູ່ຫຼັງບ້ານຂອງຍານາງ ທີ່ຍານາງບໍ່ສາມາດຊອກຫາຊື້
ໄດ້ ຢູ່ຕາມຕະຫຼາດທ້ອງຖິ່ນ.
ຍານາງແສງ ກ່າວວ່າ “ດັ່ງໂຕຢ່າງພວກເຮົາມີໃບໝາກຂີ້ຫູດ ທີ່ເຮັດໃຫ້ມີກິ່ນຫອມ
ຫຼາຍຢູ່ໃນອາຫານ.”
ປີນີ້ ເປັນປີທີສອງຕິດຕໍ່ກັນ ທີ່ຍານາງແສງ ໄດ້ຖືກສະເໜີ ໃຫ້ເປັນແມ່ຄົວທີ່ດີເດັ່ນ ຢູ່
ໃນຮອບຮອງຊະນະເລີດ ຂອງເຂດພາກກາງແອັດແລນຕິກ (Mid-Atlantic) ເພື່ອ
ຮັບລາງວັນເຈມສ໌ ແບຣດ໌ ອາວາຣດ໌ (James Beard Award) ຊຶ່ງເປັນນຶ່ງຂອງກຽດ
ຕິຍົດສູງສຸດຢູ່ໃນອຸດສາຫະກຳຮ້ານອາຫານ.
ຍານາງແສງ ກ່າວວ່າ “ການຄົວກິນ ຢູ່ໃນເຮືອນຄົວ ເຮັດໃຫ້ຂ້າພະເຈົ້າດີໃຈ. ມັນ
ແມ່ນສ່ວນນຶ່ງໃນຊີວິດຂອງຂ້າພະເຈົ້າ.”
From Italian to Chinese and Afghan to Ethiopian, there are many diverse ethnic restaurants in Washington, DC. Yet, opening up a new one with an unfamiliar cuisine can be risky. Seng Luangrath, ((seng lu-ahn lot)) a former refugee with a passion for cooking dared to open the first Lao restaurant in the U.S. capital. As VOA's June Soh reports, Thip Khao is thriving. Carol Pearson narrates her report.
"Cooking is my passion. When I cook, I put 100 percent of my heart and soul into what I am making."
Perhaps that's why many diners at Thip Khao are regulars.
"My wife and I // tried it and we fell in love with the food. The freshness of the ingredients, spice, flavors,-- they keep us coming back. We brought friends, all of our friends have fallen in love with the restaurant, too."
Seng Luangrath ((seng lu-ahn lot)) opened the Washington region's first Lao restaurant in December, 2014.
"What really amazes me was in the summer of 2015, we were nominated the best 50 new restaurants in America by Bon Appetit. That was just like surreal for me. I was just, how that happened."
Luangrath started cooking at a young age in Laos.
"I started cooking at the age of seven and learning from my grandmother. My mom was too busy working. So I had to cook for my three other siblings. I remember it was a joy for me to learn, to observe whatever my grandmother will give me an assignment to do."
Luangrath's family fled to Thailand in 1981 due to the impact of the Vietnam War, and her interest in cooking grew while living in a refugee camp.
"I was 12 years old. I learned how to cook from my neighbors. We had neighbors from all over Laos. So I got myself exposed to different types of Lao cooking."
Two years later, her family came to the U.S. and resettled in the San Francisco Bay area. As the oldest child, Luangrath continued to cook for the family while her parents worked long hours.
After getting married, she and her husband moved to the Washington suburbs. Then, following her passion, Luangrath took over a Thai restaurant ((in Falls Church, VA)), and started serving a few Lao dishes.
"It was quite challenging because not too many people know Lao cuisine, not too many people know where Laos is. So I have to come out and teach my guests what is Lao food, where is Laos."
Encouraged by customers' responses, Luangrath finally opened a restaurant that exclusively serves Lao dishes in the U.S. capital.
"Thip Khao means a basket, a vessel that holds sticky rice. It's a part of Lao culture. If you go to Lao households, you're always going to see Thip Khao. It's a basket that is also meaningful for our Lao culture as well."
To deliver the authentic flavor of Lao cuisine, she grows some vegetables and herbs in her back yard that she can't find locally.
"For example we have kaffir lime leaves, which are the leaves that give a lot of fragrance, aroma to the salad."
This year, for the second year in a row, Luangrath was nominated as a Best Chef: Mid-Atlantic semifinalist for the James Beard Award, one of the most coveted honors in the restaurant industry.
"Cooking, being in the kitchen makes me happy. It is part of my life."