ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະກໍາມະການ ສະເພາະກິດ ໄດ້ກວດກາ ເຂື່ອນຫຼາຍກວ່າ 400 ແຫ່ງແລ້ວ ຢູ່ ໃນລາວ


ສະຖານທີ່ກຳ​ລັງກໍ່​ສ້າງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ໃນ​ລາວ
ສະຖານທີ່ກຳ​ລັງກໍ່​ສ້າງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ໃນ​ລາວ

ຄະ​ນະ​ສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ​ລາວ ສິ້ນ​ສຸດ​ການກວດ​ກາ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ 400 ກວ່າ​ໂຄງ​ການ​ໃນ​ທົ່ວ​ປະ​ເທດ ເພື່ອ​ຮັບ​ປະ​ກັນວ່າ ທຸກ​ໂຄງ​ການ​ເຂື່ອນ​ໃນ​ລາວ ມີ​ຄວາມ​ປອດ​ໄພ​ຕາມ​ລະ​ດັບ​ມາດ​ຕະ​ຖານ​ສາ​ກົນ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ ຈາກ​ບາງກອກ.

ທ່ານ ບົວ​ເທບ ມະ​ໄລ​ຄຳ, ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ພະ​ລັງ​ງານ, ກະ​ຊວງພະ​ລັງ​ງານ ແລະ​ບໍ່​ແຮ່ ຖະ​ແຫລງວ່າ ນັບ​ແຕ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ອອກ​ແຈ້ງ​ການ​ເລກ​ທີ 1677 ລົງ​ວັນ​ທີ 4 ຕຸ​ລາ 2018 ເປັນ​ຕົ້ນ​ມາຈົນເຖິງປັດຈຸບັນນີ້ ໂດຍໃຫ້ອໍານາດລັດຖະມົນຕີ ວ່າການກະຊວງພະລັງງານ ແລະບໍ່ແຮ່ ໃນການແຕ່ງຕັ້ງຄະນະກໍມະການສະເພາະກິດ ເພື່ອດໍາເນີນການກວດກາໂຄງການເຂື່ອນໄຟຟ້າທັງໝົດ ໃນທົ່ວປະເທດລາວນັ້ນ ກໍປາກົດວ່າ ຄະນະກໍາມະການສະເພາະກິດ ໄດ້ທໍາການກວດກາເຂື່ອນໄຟຟ້າຈໍານວນ 433 ໂຄງການ ໃນນີ້ເປັນໂຄງການຂະໜາດນ້ອຍທີ່ມີກໍາລັງຕິດຕັ້ງ 15 ເມກາວັດ ລົງມາ 378 ໂຄງການ ແລະ ໂຄງການຂະໜາດກາງຫາໃຫຍ່ ທີ່ມີກໍາລັງຕິດຕັ້ງສູງກວ່າ 15 ເມກາວັດຂຶ້ນໄປ 55 ໂຄງການ ໃນນີ້ກໍລວມເຖິງ ໂຄງການທີ່ກໍ່ສ້າງ ສໍາເລັດແລ້ວ 31 ໂຄງການ ກໍາລັງກໍ່ສ້າງ 19 ໂຄງການ ແລະກຽມກໍ່ສ້າງ 5 ໂຄງການ.

ແຜນທີ່ໂຄງການສ້າງເຂື່ອນໄຟຟ້ານໍ້າຕົກໃນລາວ
ແຜນທີ່ໂຄງການສ້າງເຂື່ອນໄຟຟ້ານໍ້າຕົກໃນລາວ

ທັງນີ້ ເພື່ອຮັບປະກັນວ່າທຸກໂຄງການເຂື່ອນໄຟຟ້າໃນລາວ ມີຄວາມປອດໄພ ແລະເທັກ
ນິກຂອງການກໍ່ສ້າງທີ່ໄດ້ມາດຕະຖານສາກົນຢ່າງແທ້ຈິງນັ້ນ ຄະນະກໍາມະການສະເພາະ
ກິດຊຸດນີ້ ຍັງປະກອບດ້ວຍ ກໍາມະການ 15 ທ່ານ ທີ່ເປັນຜູ້ຊ່ຽວຊານຈາກຕ່າງປະເທດ
ກໍຄື ຈາກຈີນ, ສະວິດເຊີແລນ, ຝຣັ່ງ, ເຢຍຣະມັນ, ອອສເຕຣເລຍ, ສະຫະພາບຢູໂຣບ,
ສະຫະລັດອາເມຣິກາ, ແລະທະນາຄານໂລກ ຊຶ່ງໄດ້ສະເໜີໃຫ້ມີການສຶກສາ-ວິໄຈ ເພື່ອ
ປ້ອງກັນຜົນກະທົບ ຕໍ່ສັງຄົມ ແລະສິ່ງແວດລ້ອມທໍາມະຊາດ ເພີ່ມເຕີມໃນ 79 ໂຄງການ ເຂື່ອນໄຟຟ້າຂະໜາດນ້ອຍອັນເປັນການຮັບປະກັນວ່າໂຄງການຈະຕ້ອງມີຄວາມປອດ
ໄພຢ່າງແທ້ຈິງ ເທົ່ານັ້ນ ຈຶ່ງຈະໄດ້ຮັບ ການເຫັນດີ ຈາກຄະນະສະເພາະກິດ ດັ່ງທີ່ທ່ານ
ຄໍາມະນີ ອິນທິລາດ, ລັດຖະມົນຕີກະຊວງ ພະລັງງານ ແລະບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ:
“ຄວາມປອດໄພຂອງເຂື່ອນນີ້ ພວກເຮົາຕ້ອງໄດ້ເລີ້ມເຮັດຫລາຍອັນ ເລີ້ມຕັ້ງແຕ່ການ
ສຶກສາການອອກແບບເບື້ອງຕົ້ນ ການອອກແບບລະອຽດເພື່ອຊິກຽມພັດທະນາໂຄງ
ການ. ໂຄງການ ທີ່ກໍາລັງກໍ່ສ້າງ ພວກເຮົາກໍຕ້ອງໄດ້ເອົາໃຈໃສ່ ໃນການກວດກາ
ຢ່າງເປັນລະບົບຄົບຊຸດ ຄັນບໍ່ຮັບປະກັນພວກເຮົາກໍສັ່ງໃຫ້ຍົກ ຫລືວ່າ ສ້າງເຂື່ອນ
ແບບ ໃຫ້ຮັບປະກັນ ເຊັ່ນຕົວຢ່າງເປັນເຂື່ອນຄອນກຣີດ, ເຂື່ອນທີ່ກໍ່ສ້າງແລ້ວ ກະໄດ້ມີການກວດກາຄຸນນະພາບ ຂອງມັນ. ອັນນີ້ ຖືວ່າໄດ້ຈັດຕັ້ງປະຕິບັດ.”

ສະຖານທີ່ສຳ​ລັບ​ກໍ່ສ້າງເຂື່ອນນໍ້າງຽບ 1 ໃນລາວ
ສະຖານທີ່ສຳ​ລັບ​ກໍ່ສ້າງເຂື່ອນນໍ້າງຽບ 1 ໃນລາວ

ທ່ານ​ຄຳ​ມະ​ນີ ຢືນ​ຢັນ​ວ່າ ຄວາມ​ສາ​ມາດ​ໃນ​ການ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າ​ໃນ​ລາວ​ໄດ້
​ເພີ້ມ​ຂຶ້ນ​ນັບ​ມື້ ໂດຍໃນ​ປັດ​ຈຸ​ບັນນີ້​ລາວມີແຫລ່ງ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າແລ້ວເຖິງ 73
ແຫ່ງ, ​ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ 9,531 ເມກາ​ວັດ ໃນ​ນີ້ໄດ້​ສົ່ງ​ອອກ​ໄປ​ໄທ​ແລ້ວເຖິງ 5,620
ເມກາ​ວັດ ແລະ ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນເປັນ 7,000 ເມກາ​ວັດ​ ໃນ​ປີ 2022 ສ່ວນ​ທີ່​ເຫລືອ
ກໍ​ຈະ​ສົ່ງ​ຂາຍ​ໃຫ້​ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ໂດຍທາງ​ລັດ​ຖະ​ບານ​ຫວຽດ​ນາມກໍ​ຕ້ອງ​ການຈະ​ເລັ່ງ​ການ​ຮັບ​ຊື້​ກະ​ແສ​ໄຟ​ຟ້າຈາກ​ລາວໃຫ້​ໄວ​ຂຶ້ນ ແຕ່​ກໍມີ​ຂໍ້​ຈຳ​ກັດ​ດ້ານ​ລະ​ບົບ​ສາຍ​ສົ່ງ​ໄຟ​ຟ້າ​ແຮງ​ສູງ ທີ່​ຍັງ​ບໍ່​ເຊື່ອມ​ຕໍ່​ກັບ​ລາວ ເຊັ່ນ​ດຽວ​ກັນ​ກັບ​ກຳ​ປູ​ເຈຍ ທີ່​ຕ້ອງ​ການຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລ​າວ​ໃນ​ປະ​ລິ​ມານ​ລວມ 3,200 ເມກາ​ວັດ ຫາກ​ແຕ່​ວ່າການ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ດັ່ງ​ກ່າວ​ນີ້​ ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ ເ​ປັນ​ຮູບ​ປະ​ທຳ ຈະ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດເທົ່າ​ນັ້ນ ຊຶ່ງ​ລັດ​ຖະ​ບານ​ກຳ​ປູ​ເຈຍ ໄດ້​ຂໍການ​ຊ່ວຍ​ເຫລືອຈາກລັດ​ຖະ​ບາຍ​ຍີ່​ປຸ່ນ.

ໃນ​ປັດ​ຈຸ​ບັນ ກຳ​ປູ​ເຈຍ​ຊື້​ກະ​ແສ​ໄຟ​ຟ້າ​ຈາກ​ລາວ​ໃນ​ປະ​ລິ​ມານ 200 ເມ​ກາ​ວັດ​ເທົ່າ​ນັ້ນ ເນື່ອງ​ຈາກວ່າ​ມີ​ຂໍ້​ຈຳ​ກັດ​ດ້ານ​ສາຍ​ສົ່ງ​ໄຟ​ຟ້າ​ແຮງສູງ​ດັ່ງ​ກ່າວ. ສ່ວນ​ຫວຽດ​ນາມ​ໄດ້​ຕົກ​ລົງ​ຊື້​ໄຟ​ຟ້າ​ຈາກ​ລາວ​ໃນ​ປະ​ລິ​ມານ 5,000 ເມ​ກາ​ວັດ ໃນ​ປີ 2025. ທາງ​ດ້ານ​ມາ​ເລ​ເຊຍກໍ​ໄດ້​ຕົກ​ລົງ​ຊື້​ໄຟ​ຟ້າ​ຈາກ​ລ​າວ 300 ເມ​ກ​າ​ວັດ ທັງ​ຍັງ​ໄດ້ ເຈ​ລະ​ຈາກ​ກັບ​ລັດ​ຖະ​ບານ​ສິງ​ກະ​ໂປ ເພື່ອ​ໃຫ້​ເລັ່ງ​ການ​ເຊື່ອມ​ຕໍ່​ລະ​ບົບ​ສາຍ​ສົ່ງໄຟ​ຟ້າແຮງ​ສູງ​ເຂົ້າ​ດ້ວຍ​ກັນ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ລາວ​ສາ​ມາດ​ສົ່ງ​ໄຟ​ຟ້າ​ຂາຍ​ໃຫ້​ສິງ​ກະ​ໂປ ໂດຍ​ຜ່ານ​ໄທ ແລະ​ມາ​ເລ​ເຊຍ​ໄດ້​ຕາມ​ການ​ຕົກ​ລົງທີ່​ທັງ 4 ປະ​ເທ​ດ​ມ​ມີຮ່ວ​ມ​ກັນ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ. ​

ສ່ວນ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ລາຍ​ງານ​ວ່າ​ການ​ຜະ​ລິດ​ໄຟ​ຟ້າ​ໃນ​ລາວ​ຈະ​ຂະຫຍາຍໂຕ​ເພີ້ມ​ຂຶ້ນ 7.5 ເປີ​ເຊັນ ໃນ​ປີ 2020 ທຽບ​ໃສ່​ປີ 2019 ຊຶ່ງ​ຈະ​ເຮັດ​ໃຫ້​ການ​ສົ່ງ​ອອກ​ໄຟ​ຟ້າ​ຂອງ​ລາວ ຍັງ​ສືບ​ຕໍ່​ເພີ້ມ​ຂຶ້ນ​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ໄຟ​ຟ້າ​ໄປ​ຂາຍ​ໃຫ້​ໄທ​ນັ້ນ​ຈະ​ປັບ​ໂຕ​ສູງ​ຂຶ້ນກວ່າ 20 ເປີ​ເຊັນ ທັງ​ຍັງ​ຈະ​ເພີ້ມ​ຂຶ້ນ​ອີກ​ໃນ​ປີ​ຕໍ່​ໄປ ເພາະ​ລັດ​ຖະ​ບານ​ໄທ ໄດ້​ຕົກ​ລົງ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ 9,000 ເມ​ກາ​ວັດ​ໃນ​ຊ່ວງ​ປີ 2019 ຫາ 2044 ໂດຍ​ລາວ​ຈະ​ມີ ແຫລ່ງ​ຜະ​ລິດພະ​ລັງ​ງານ​ໄຟ​ຟ້າ​ເພີ້ມ​ຂຶ້ນ​ເປັນ 100 ໂຄງ​ການ ມີ​ກຳ​ລັງ​ຕິດ​ຕັ້ງ​ລວມ​ເຖິງ 13,000 ເມກາ​ວັດ ​ໃນ​ປີ 2021.

XS
SM
MD
LG