ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳ​ສັບ ແລະສຳ​ນວນ​ພາ​ສາ​ອັງ​ກິດ​ ແບບ​ອາ​ເມ​ຣິ​ກັນ - ບົດ​ຮຽນທີ 3: Dump & Ham


ຄຳ​ສັບ ແລະ​ສຳ​ນວນ ພາ​ສາ​ອັງ​ກິດ​ ແບບ​ອາ​ເມ​ຣິ​ກັນ (American Slang & Idioms)
ຄຳ​ສັບ ແລະ​ສຳ​ນວນ ພາ​ສາ​ອັງ​ກິດ​ ແບບ​ອາ​ເມ​ຣິ​ກັນ (American Slang & Idioms)

ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັບ ວີໂອເອ ພາກພາສາ ລາວ ພູມໃຈສະເໜີ ລາຍການ​ສອນພາສາອັງກິດ Popular American Slangs and Idioms ຊຶ່ງ​ເປັນບົດ​ສົນທະນາ​ພາສາ​ອັງກິດ​ ລະຫວ່າງ​ເພື່ອ​ນນັກ​ສຶກສາຄົນລາວ ກັບ ​ຄົນອາ​ເມຣິກັນ ເພື່ອອະທິບາຍຄໍາສັບ​ແລະ ສໍານວນພາ​ສາ​ອັງກິດ​ຕ່າງໆ ທີ່​ຄົນອາ​ເມຣິກັນ ນິຍົມ​ໃຊ້​ກັນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ແລະ ນ້ອງໆນັກສຶກສາທີ່ຮັກແພງທັງຫລາຍ. ຂໍຕ້ອນຮັບ ບັນດາທ່ານເຂົ້າສູ່ລາຍການສອນພາສາອັງກິດ Popular American Slangs and Idioms ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ທີ່​ນະຄອນ​ຫລວງ​ວຽງ​ຈັນ ສປປ ລາວ ຮ່ວມ​ກັບ ວີໂອເອ ພາກພາສາລາວ (Voice of America) ທີ່​ນະຄອນຫລວງ​ວໍ​ຊິງ​ຕັນດີ​ຊີ ສະຫະລັດອາເມຣິກາ​. ມື້ນີ້ ພວກເຮົາຈະນຳພາທ່ານຮຽນຄຳສັບ dump ກັບ ham ຊຶ່ງທ່ານຈະໄດ້ຮັບຟັງຢູ່ໃນ ບົດສົນທະນາລະຫວ່າງເພື່ອນນັກ ສຶກສາ ສອງຄົນ Ly ກັບ Larry. ເພື່ືອບໍ່ໃຫ້ເສຍເວລາ.
ເຊີນທ່ານພົບກັບເຂົາເຈົ້າ ໄດ້ເລີຍ.

Ly is thinking about moving to a different apartment with lower rent. She and Larry are going to look at an apartment that she saw for rent in the newspaper.
ລີ ກຳລັງຄິດ​ຈະ​ຍ້າຍ​ໄປ​ຢູ່​ອາພາ​ດ​ເມັນຫລັງ​ໃໝ່ ທີ່​ຄ່າ​ເຊົ່າ​ຖືກ​ກ່ວາ. ລາວ​ກັບ​ ແລຣີ ກຳລັງ​ພາກັນ​ໄປ​ເບິ່ງ​ອາພາດ​ເມັນ ທີ່​ລາວ​ເຫັນ​ລົງໂຄສະນາ​ໃຫ້​ເຊົ່າຢູ່​ໃນ​ໜັງສືພິມ. ພໍ​ໄປ​ເຫັນ ​ແລຣີ ກໍ່​ຮ້ອງ​ອອກ​ມາ​ວ່າ This place is a dump! ​ໄປ​ຟັງ​ເບິ່ງ​ວ່າ​ ມັນ​ເປັນ​ແນວ​ໃດ?

LL: Oh my God! This place is a dump! You couldn’t possibly live here!

Ly: What do you mean it’s a dump?

LL: “Dump” as in “garbage dump.” I mean that this place is far too dirty and poorly maintained for you to live in it.

Ly: Aiyeee! A huge cockroach just ran by! This place really is a dump, no wonder the rent is so cheap.

LL: The paint is peeling off of the walls, the ceiling leaks, and the refrigerator looks 50 years old. I don’t think I’ve ever seen such a dump.

Ly: You’re right, let’s not waste anymore time here. I don’t want to rent this dump.

LL: Are there any other apartments that you were planning to go and see today?

Ly: There’s another apartment available a few blocks from here. Hopefully, it’s not such a dump.

LL: I don’t know, Li Hua. This really isn’t a very good area of the city. Maybe you should look at apartments somewhere else.

Ly: But the apartments in this area are cheaper than anywhere else!

LL: That’s probably because they’re all dumps like this one. I think that maybe you should stay in your current apartment.

Ly: Maybe you’re right. My apartment isn’t that expensive and it is relatively comfortable.

LL: Your apartment is a palace compared to this dump.

Ly: That’s true. I guess I’ll leave well enough alone and forget about finding an apartment with lower rent.

LL: That’s a good idea.

ໄດ້​ຟັງ​ບົດ​ສົນທະນາ​ແລ້ວ ທ່ານຜູ້ຟັງ ແລະ ນ້ອງ​ໆນັກສຶກສາ ກໍ່​ຄົງ​ຈະ​ພໍເຂົ້າ​ໃຈຄວາມ​ໝາຍຂອງ​ຄຳ​ສັບ dump ​ແລ້ວ​ຕິ​ເນາະ? ​ໃນ​ທີ່​ນີ້ ຄຳ​ວ່າ a dump ​ເປັນ​ຄຳ​ນາມ ​ແປ​ວ່າບ່ອນ​ຖິ້ມ​ຂີ້​ເຫຍື້ອ ຫລື ສະຖານ​ທີ່ແຫ່ງ​ໃດ​ແຫ່ງ​ໜຶ່ງ​ທີ່ມີ​ສະພາບ​ຊຸດ​ໂຊມ ຂີ້ຮ້າຍ​ຫລາຍ ບໍ່​ເປັນຕາ​ຢູ່. ຖ້າ​ເປັນກະ​ໂລ່ງ​ຂີ້​ເຫຍື້ອ​ໃຫຍ່ໆ ກໍ່ເອີ້ນ​ວ່າ a dumpster ແຕ່​ຖ້າ​ເປັນ verb ຫລື ຄຳ​ກິລິຍາ to dump ກໍ່ແປ​ວ່າ ຖອກ​ຖິ້ມ ຫລື ​ເທ​ຖີ້ມ ​ເຊັ່ນ dump it in the trash can ກໍ່​ແປ​ວ່າ ຖິ້ມ​ມັນ​ລົງ​ກະ​ໂລ່ງຂີ້​ເຫ​ຍື້​ອ ຫັ້ນ​ແຫລະ ​ແຕ່​ໃນ​ປະ​ໂຫຍ​ກນີ້ he dumped Alice for Mary ຈະ​ແປ​ວ່າ ລາວ​ປະຖິ້ມ​ Alice ​ເພື່ອ​ໄປ​ເອົາ Mary. ​ເອົ້າ​ ໄປ​ຟັງ​ບົດ​ສົນທະນາ ​ເມື່ອ​ກີ້​ນີ້​ອີກ ພ້ອມ​ກັບ​ຄຳ​ແປ.

LL: Oh my God! This place is a dump! You couldn’t possibly live here! ​
ໂອ້​ຍ ຕາຍ​ແລ້ວ! ບ່ອນ​ນີ້​ແມ່ນ a dump ຕວາ​ນີ່! ​ເຈົ້າ​ຢູ່​ນີ້ ບໍ່​ໄດ້​ດອກ!

Ly: What do you mean it’s a dump?
ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ a dump?

LL: “Dump” as in “garbage dump.” I mean that this place is far too dirty and poorly maintained for you to live in it.
“Dump” d-u-m-p ຄື​ກັນ​ກັບ​ໃນ​ປະ​ໂຫຍ​ກ “garbage dump” ທີ່​ແປ​ວ່າ ບ່ອນ​ຖິ້ມ​ຂີ້​ເຫຍື້ອ. ຂ້ອຍ​ໝາຍ​ຄວາມ​ວ່າ ບ່ອນ​ນີ້​ມັນ​ເປື້ອນ ສົກກະປົກຫລາຍ ​ແລະ​ ບຳລຸງ​ຮັກສາ​ຂີ້ຮ້າຍ​ຫລາຍ ​ເກີນ​ກ່ວາ​ທີ່ ​ເຈົ້າ​ຈະຢູ່​ໄດ້.

Ly: Aiyeee! A huge cockroach just ran by! This place really is a dump, no wonder the rent is so cheap.
ອື້...​ແມງ​ສາບ​ໂຕ​ບັກ​ໃຫຍ່ ຫາ​ກໍ່​ແລ່ນ​ກາຍ​ໄປ! ບ່ອນ​ນີ້​ມັນ​ຄື​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ອີ່ຫລີ ສົມ​ພໍ​ຄ່າ​ເຊົ່າ​ຈຶ່ງ​ຖືກ​ຫລາຍ.

LL: The paint is peeling off of the walls, the ceiling leaks, and the refrigerator looks 50 years old. I don’t think I’ve ever seen such a dump.
ສີ​ກໍ່ລອກ​ອອກ​ຈາກຝາ ​ເພດານ​ກໍ່​ຮົ່ວ ​ແລະ ​ຕູ້​ເຢັນ​ກໍ່​ເກົ່າໆ ຄືປານອາຍຸ​ໄດ້ 50 ປີແລ້ວ. ຂ້ອຍ​ບໍ່​ຄິດ​ວ່າ ຂ້ອຍ​ເຄີຍ​ໄດ້​ເຫັນ​ບ່ອນ​ໃດທີ່​ຂີ້ຮ້າຍ ຫລາຍໆແທ້ ​ຄື​ກັບບ່ອນ​ຖິ້ມ​ຂີ້​ເຫຍື້ອ ບ່ອນ​ນີ້ເລີຍ.

Ly: You’re right, let’s not waste anymore time here. I don’t want to rent this dump. ​
ເຈົ້າ​ເວົ້າ​ຖືກ​ແລ້ວ. ຢ່າ​ມາ​ເສຍເວລາ​ຢູ່​ບ່ອນ​ນີ້ ຕໍ່​ໄປ​ອີກ​ເຖາະ. ຂ້ອຍ​ບໍ່​ຢາກ​ເຊົ່າ ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ແຫ່ງ​ນີ້​ດອກ.

LL: Are there any other apartments that you were planning to go and see today?
ມີ​ອາພາ​ດ​ເມັນບ່ອນ​ອື່ນອີກ​ບໍ່ ທີ່​ເຈົ້າ​ວາງ​ແຜນ​ໄວ້​ວ່າ ຈະ​ໄປ​ເບິ່ງ​ຕື່ມມື້​ນີ້?

Ly: There’s another apartment available a few blocks from here. Hopefully, it’s not such a dump.
ມີ​ອາພາ​ດເມັນອີກ​ບ່ອນ​ໜຶ່ງທີ່​ຫວ່າງ ຢູ່​ໄກ​ຈາກ​ນີ້ 2-3 ຄູຫາ. ຫວັງ​ວ່າ ມັນ​ຄົງ​ຈະ​ບໍ່ຂີ້ຮ້າຍ​ ປານ​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ອີກເນາະ.

LL: I don’t know, Li. This really isn’t a very good area of the city. Maybe you should look at apartments somewhere else.
ຂ້ອຍ​ບໍ່​ຮູ້​ເດີ້ ລີ. ຄວາມ​ຈິງ​ແລ້ວ ບ່ອນ​ນີ້ ​ກໍ່​ບໍ່​ແມ່ນ​ເຂດ​ທີ່​ດີປານ​ໃດ​ຂອງ​ເມືອງ. ບາງ​ທີ ​ເຈົ້າ​ໜ້າ​ຈະ​ໄປ​ຊອກ​ເບິ່ງ​ອາພາ​ດເມັນ ຢູ່​ບ່ອນ​ອື່ນ ຕື່ມອີກແດ່.

Ly: But the apartments in this area are cheaper than anywhere else!
ແຕ່​ວ່າ ພວກອາພາ​ດ​ເມ້ນຢູ່​ໃນ​ເຂດ​ນີ້ ມັນລາຄາ​ຖື​ກ ກ່ວາຢູ່ບ່ອນ​ອື່ນ​ໃດ໊.

LL: That’s probably because they’re all dumps like this one. I think that maybe you should stay in your current apartment.
ນັ້ນ​ກໍ່​ຄົງ​ຈະ​ເປັນ​ເພາະວ່າ ທຸກໆ​ແຫ່ງ​ຈະມີສະພາບເປັນຄື​ບ່ອນຖິ້ມ​ຂີ້​ເຫຍື້ອ ເໝືອນ​ກັບ​ບ່ອນ​ນີ້​ແຫລະ. ຂ້ອຍ​ຄິດ​ວ່າ ບາງທີ​ເຈົ້າ​ໜ້າ​ ຈະ​ຢູ່​ອາພາ​ດ​ເມັນ ບ່ອນ​ເຈົ້າ​ຢູ່ດຽວ​ນີ້ ຕໍ່​ໄປ.

Ly: Maybe you’re right. My apartment isn’t that expensive and it is relatively comfortable.
ບາງທີ ​ເຈົ້າ​ອາດ​ເວົ້າ​ຖືກ. ອາພາ​ດ​ເມັນຂອງ​ຂ້ອຍ ກໍ່​ບໍ່​ແພງ​ຫລາຍ​ປານ​ໃດ ​ແລະ ​ມັນ​ກໍ່ຢູ່​ສະບາຍ​ ພໍ​ສົມຄວນ.

LL: Your apartment is a palace compared to this dump.
ອາພາ​ດ​ເມັນຂອງ​ເຈົ້າ ຄື​ປານ​ກັບ​ພະລາດ​ຊະ​ວັງ​ເລີຍ ຖ້າ​ສົມ​ທຽບກັບບ່ອນຖິ້ມ​ຂີ້​ເຫຍື້ອແຫ່ງນີ້.

Ly: That’s true. I guess I’ll leave well enough alone and forget about finding an apartment with lower rent. ​
ແມ່ນ​ຄວາມ ຂ້ອຍຄິດ​ວ່າ ຂ້ອຍບໍ່​ຄວນຈະປ່ຽນສິ່ງທີ່ດີພໍຢູ່ແລ້ວ​ແລະ ​ລືມ​ເລື່ອງ​ຊອກ​ຫາ​ອາພາ​ດ​ເມັນ​ ຫລັງໃໝ່ ທີ່​ຄ່າ​ເຊົ່າ​ຖືກ​ກ່ວາ​ນັ້ນ ໄປ​ເສຍ.

LL: That’s a good idea. ​ເປັນຄວາມ​ຄິດ​ທີ່​ດີ.

ທ່ານຜູ້ຟັງ ແລະ ນ້ອງໆນັກສຶກສາທີ່ຮັກແພງ, ສໍານວນ leave well enough alone ທີ່ລີເວົ້າມື້ນີ້ ມີຄວາມໝາຍວ່າ ບໍ່ຄວນຈະໄປ ແຕະຕ້ອງ ຫລືປ່ຽນແປງສິ່ງທີ່ດີພໍຢູ່ແລ້ວ ກໍ່ຄື ຖ້າວ່າມັນບໍ່ເປເພ ກໍ່ບໍ່ ຄວນໄປສ້ອມແຊມມັນ ເພາະວ່າເຮົາອາດຈະເຮັດໃຫ້ມັນເພຊ້ຳ. Leave ແປວ່າ ປະປ່ອຍໄວ້ ຫລື ໜີໄປ well ແປວ່າ ດີ enough ແປວ່າ ພໍ alone ແປວ່າ ຜູ້ດຽວຕາມລຳພັງ leave it alone ແປວ່າ ປະມັນໄວ້ ຕາມລຳພັງ. Leave well enough alone ແປວ່າ ປະສິ່ງທີ່ດີຢູ່ແລ້ວ ນັ້ນໄວ້ຕາມລຳພັງ ກໍ່່່່່່່່່່ຄືຢ່າໄປກວນ ຫລື ໄປປ່ຽນແປງມັນ. ເອົາ ໄປຟັງ ລີ ກັບ ແລຣີ ລົມກັນຕໍ່. ​ໃຫ້​ສັງ​ເກດ​ຄຳ​ວ່າ ham ຫລື ຊີ້ນ​ຂາ​ໝູ​ ຮົມ​ຄວັນ​ໄຟ ທີ່​ເອົາ​ມາ​ເຮັດ​ແຊນ​ວິຈ ​ແລະ​ ກິນ​ກັບ​ອາຫານ​ອື່ນໆ.

LL: Hey, Ly, are those pictures from the party last weekend?

Ly: Yeah, I just had them developed. Look, Sally somehow managed to get in almost every single picture.

LL: Yeah, Sally’s a real ham. She loves attention.

Ly: She’s a ham? Isn’t a ham a piece of pork? Are you saying she looks like a pig?

LL: (laughing) No, I’m not saying she looks like a pig. Ham – HAM—is slang for someone who loves attention. People who are hams especially love being videotaped or having their picture taken.

Ly: In that case, Sally is definitely a ham. She loves having her picture taken.

LL: If we had videotaped the party, I’m sure she would have played a starring role.

Ly: You know who else is a ham?

LL: No. Who?

Ly: My cat, Snowball. She loves attention. As soon as someone walks into the room she runs over and begs for attention.

LL: My parents’ dog is a real ham, too. He won’t leave you alone until you pet him and give him his fare share of attention.

ຄິດວ່າ ທ່ານຜູ້ຟັງ ແລະ ນ້ອງໆ​ນັກ​ສຶກສາ ​ຄົງຈະເຂົ້າ​ໃຈ​ແລ້ວ​ເນາະ ອີກຄວາມ​ໝາຍ​ໜຶ່ງ​ຂອງ​ຄຳ​ວ່າ ham. ມັນ​ບໍ່​ໄດ້​ມີ​ຫຍັງ​ກ່ຽວຂ້ອງ​ກັບ​ອາຫານ​ການ​ກິນ​ເລີຍ​ ແມ່ນ​ບໍ່? ​ແຕ່​ມັນ​ໝາຍ​ເຖິງ​ຄົນ​ທີ່ມັກ​ຮຽກຮ້ອງ​ຄວາມ​ສົນ​ໃຈ. ​ເອົ້າ ​ບັດນີ້ ພວກເຮົາໄປ​ຟັງ ລີ ​ກັບ ​ແລຣີ ລົມ​ກັນ​ອີກ ເທື່ອໜຶ່ງ ພ້ອມ​ກັບ​ຄຳ​ແປ.
LL: Hey, Ly, are those pictures from the party last weekend? ​
ເອີ້ ອັນ​ນັ້ນ ​ແມ່ນ​ຮູບຈາກ​ງານສັງສັນ​ພາ​ຕີ້ ​ເມື່ອ​ທ້າຍ​ອາທິດ​ແລ້ວ​ນີ້​ແມ່ນ​ບໍ່?

Ly: Yeah, I just had them developed. Look, Sally somehow managed to get in almost every single picture.
“ ​ແມ່ນ​ແລ້ວ. ຂ້ອຍ​ຫາ​ກໍ່​ເອົາ​ມັນ​ໄປ​ລ້າງ​ມາ. ​ເບິ່ງ​ແມ້ນີ່ ມີ Sally ຢູ່​ໃນ​ຮູບ​ເກືອບ​ວ່າ​ທຸກໃບ​ເລີຍ ບໍ່​ຮູ້​ລາວ​ເຮັດ​ແນວ​ໃດ?

LL: Yeah, Sally’s a real ham. She loves attention. ​ ແມ່ນ​ເນາະ ຈັ່ງ​ແມ່ນ​ລາວ ham ອີ່ຫລີ. ລາວ​ມັກໃຫ້ມີຄົນ​ສົນ​ໃຈລາວ.

Ly: She’s a ham? Isn’t a ham a piece of pork? Are you saying she looks like a pig? ລາວ​ເປັນ ham? Ham ບໍ່​ແມ່ນ​ຊີ້ນ​ໝູ​ຫວະ? ​ເຈົ້າ​ວ່າ ລາວ​ເບິ່ງ​ຄື​ໂຕ​ໝູ ຊັ້ນຫ​ວະ?

LL: (laughing) No, I’m not saying she looks like a pig. Ham – HAM—is slang for someone who loves attention. People who are hams especially love being videotaped or having their picture taken.
ບໍ່ ຂ້ອຍ​ບໍ່​ໄດ້​ເວົ້າ​ວ່າ ລາວ​ເບິ່ງ​ ຄື​ໂຕ​ໝູ. Ham – H-A-M – ​ເປັນ​ຄຳ​ສະ​ແລງ​ທີ່​ໃຊ້​ໝາຍ​ເຖິງ​ຄົນ​ຜູ້​ໜຶ່ງ ທີ່​ມັກໃຫ້ຜູ້ອື່ນ ​ສົນ​ໃຈຕົນຫລາຍໆ​ ​ແລະ ຢາ​ກ​ໄດ້​ຮັບແຕ່​ຄວາມ​ສົນ​ໃຈ. ພວກ​ຄົນ​ທີ່ເຮົາເອີ້ນ​ວ່າ ​ham ​ແມ່ນ​ມັກ​ຖ່າຍຮູບ ຫລື ມັກ​ຖ່າຍ​ວີ​ດີ​ໂອ ​ເປັນ​ພິ​ເສດ.

Ly: In that case, Sally is definitely a ham. She loves having her picture taken. ຖ້າ​ເປັນ​ເຊັ່ນ​ນັ້ນ Sally ກໍ່​ແມ່ນ ham ຢ່າງ​ແນ່ນອນ. ລາວ​ມັກ​ຖ່າຍຮູບ​ຫລາຍ.

LL: If we had videotaped the party, I’m sure she would have played a starring role.
ຖ້າ​ເຮົາ​ໄດ້​ຖ່າຍ​ວີ​ດີ​ໂອ​ງານ​ພາ​ຕີ້​ນັ້ນ ຂ້ອຍ​ແນ່ໃຈ​ວ່າ ລາວ​ຕ້ອງ​ໄດ້​ຫລິ້ນ​ເປັນ​ໂຕ​ເອກ​.

Ly: You know who else is a ham? ​ເຈົ້າ​ຮູ້​ບໍ່ ​ແມ່ນ​ໃຜ​ອີກ​ທີ່​ເປັນ ham?

LL: No. Who? ບໍ່ ​ແມ່ນ​ໃຜ?

Ly: My cat, Snowball. She loves attention. As soon as someone walks into the room she runs over and begs for attention. Snowball ​ແມວ​ຂ້ອຍ ຫັ້ນເດ້. ມັນ​ມັກ​ຢາກໃຫ້ ຄົນສົນ​ໃຈ​ຫລາຍ. ທັນທີ​ທີ່​ເຫັນ​ໃຜ​ຄົນໜຶ່ງຍ່າງ​ເຂົ້າ​ມາ​ໃນ​ຫ້ອງ ​ມັນ​ກໍ່ຈະ​ແລ່ນ​ໄປ​ຫາ​ໂລດ ​ແລະ ​ຮຽກຮ້ອງ​ເອົາ​ຄວາມ​ສົນ​ໃຈ.

LL: My parents’ dog is a real ham, too. He won’t leave you alone until you pat him and give him his fare share of attention. ໝາ​ຂອງ​ພໍ່​ແມ່​ຂ້ອຍ ກໍ​່ເປັນແຮມ ​ຕົວ​ຈິງ​ຄື​ກັນ. ມັນ​ຈະ​ບໍ່​ປະ​ໃຫ້​ເຈົ້າ​ຢູ່​ຜູ້​ດຽວ ຈົນ​ກ່ວາ​ເຈົ້າ​ຈະລູບ​ໂຕ​ມັນ ​ແລະ​ ໃຫ້​ຄວາມ​ສົນ​ໃຈມັນ ພໍ​ສົມຄວນ.

ແລະ ນັ້ນກໍ່ຄືລາຍການບົດຮຽນພາສາອັງກິດ Popular American Slangs and Idioms ທີ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຢູ່ນະຄອນຫລວງ​ວຽງ​ຈັນ ສປປ ລາວ
ຮ່ວມກັບ ວີໂອເອ ພາກພາສາລາວ ທີ່​ນະຄອນຫລວງວໍ​ຊິງ​ຕັນ ດີ​ຊີ ສະຫະລັດອາ​ເມຣິ
ການຳມາສະເໜີ ທ່ານເປັນປະຈໍາທາງສະຖານີແຫ່ງນີ້ ໃນລະບົບ AM ທຸກໆວັນ ອັງ
ຄານ ແລະວັນເສົາ ເວລາ 9.30 ໂມງ ຫາ 9:45 ໂມງ ຕອນເຊົ້າ ແລະ ໃນລະບົບ FM
103.7 Mhz (ຮ້ອຍສາມຈຸດເຈັດເມກາເຮີ້ສ) ເວລາບ່າຍ 14.00 ໂມງ ຫາ 14.15 ໂມງ
ທຸກໆວັນ ເສົາ ແລະ ວັນອາທິດ. ໂປດຕິດຕາມບົດຮຽນໃໝ່ຂອງພວກເຮົາໄດ້ໃນຄັ້ງຕໍ່ໄປ.
ສຳລັບມື້ນີ້ທິມງານຂອງພວກເຮົາ ຂ້າພະເຈົ້າ ດາຣາ ກັບສຸກພະໃສ ແລະເພັດສະໝອນ ພ້ອມດ້ວຍນາຍຊ່າງເຕັກນິກອັດສຽງ ສົມຄິດ ວິໄລເງິນ ແລະອັດສະລາ ຂໍຂອບໃຈທຸກໆ ທ່ານທີ່ໃຫ້ກຽດຕິດຕາມຮັບຟັງແຕ່ຕົ້ນຈົນ ຈົບ. ພົບກັນໃໝ່ໃນໂອກາດໜ້າ - ສະບາຍດີ!

XS
SM
MD
LG