ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຍົກເລີກ DACA ​ອາດສ້າງ ຄວາມເສຍຫາຍ ຫຼາຍພັນລ້ານໂດລາ ຕໍ່ເສດຖະກິດ


ທ້າວ Carlos Esteban ອາຍຸ 31 ຈາກເມືອງ Woodbridge ລັດ Virginia ນັກຮຽນພະຍາບານ ແລະໂຄງການປົກ​ປ້ອງ ພວກ​​ເດັກນ້ອຍ ​ທີ່​ເຂົ້າ​ເມືອງ​​ບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ DACA ປະທ້ວງຢູ່ຕໍ່ໜ້າທຳນຽບຂາວ. ​
ທ້າວ Carlos Esteban ອາຍຸ 31 ຈາກເມືອງ Woodbridge ລັດ Virginia ນັກຮຽນພະຍາບານ ແລະໂຄງການປົກ​ປ້ອງ ພວກ​​ເດັກນ້ອຍ ​ທີ່​ເຂົ້າ​ເມືອງ​​ບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ DACA ປະທ້ວງຢູ່ຕໍ່ໜ້າທຳນຽບຂາວ. ​

ການ​ຕັດສິນ​ໃຈ​ຂອງ​ທຳນຽບຂາວ ໃນອາທິດ​ນີ້ເພື່ອ​ຍົກ​ເລີກ ​ໂຄງການປົກ​ປ້ອງ ພວກ
ເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ບໍ່​ໃຫ້​ຖືກ​ເນລະ​ເທດ ທີ່​ເອີ້ນຫຍໍ້​ວ່າ DACA ​ນັ້ນ
​ແມ່ນ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ໃຫຍ່ ສຳລັບ​ພວກ​ເດັກນ້ອຍ ຊຶ່ງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ
ເກືອບ 800,000 ຄົນ ທີ່​ເປັນ​ພວກ​ຊາວ​ໜຸ່ມ​ຜູ້​ທີ່​ໄດ້​ຖືກ​ນຳ​ເຂົ້າ​ມາ​ໃນສະ​ຫະລັດ​ ເວລາ​
ເຂົາ​ເຈົ້າ​ຍັງ​ເປັນ​ເດັກນ້ອຍ​ຢູ່​ນັ້ນ.

​ແຕ່ວ່າ​ຄວາມ​ເສຍ​ຫາຍ ​ທີ່ຍາກຈະ​ວັດ​ແທກເປັນ​ຈຳນວນໄດ້ ສຳລັບ​ແຮງ​ງານ​ທີ່​ປະ​ເຊີນ​
ໜ້າ​ກັບ​ຄວາມເປັນ​ໄປ​ໄດ້ ​ທີ່​ຈະ​ຖືກປົດອອກ​ຈາກ​ວຽກ ​ແລະ​ບັງ​ຄັບ​ໃຫ້​ກັບ​ຄືນ​ປະ​ເທດ
ນັ້ນ ແມ່ນຫລັກ​ຖານ​ສຳລັບ​ບັນດາ​ນາຍ​ຈ້າງ ຜູ້​ທີ່​ສ່ວນ​ໃຫຍ່ແລ້ວ ມອງ​ເຫັນ​ວ່າ ​ເປັນ​ທັງ​
ສິນລະ​ທຳແລະຄວາມ​ສັບສົນໃນດ້ານ​ເສດຖະກິດ​ໃ​ນການທີ່​ຈະ​ຍຸຕິໂຄງການດັ່ງກ່າວນີ້
ວ່າ ມີ​ຄວາມ​ກ່ຽວພັນກັນ​.

DACA Repeal to Cost U.S. Businesses, Economy Billions
please wait

No media source currently available

0:00 0:02:41 0:00

ທ່ານ​ນາງ Kathryn Wylde ປະທານ ​ແລະຫົວໜ້າ​ບໍລິຫານອົງການຄູ່​ຮ່ວມ​ງານສຳລັບ
ນະຄອນ New York ກ່າວ​ວ່າ “ການ​ສູນ​ເສຍ​ ໃນການ​ປະກອບ ສ່ວນ​ທາງດ້ານ​ເສດຖະ
ກິດຂອງ​ຜູ້ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ DACA ​ເປັນ​ການ​ສູນ​ເສຍໂດຍ​ກົງ. ​ອົງ
ການ​ດັ່ງກ່າວນີ້ ​ແມ່ນ​ຕາງໜ້າ​ຜູ້ນຳທຸລະ​ກິດ​ຂອງ​ນະຄອນ​ນິວ​ຢອກ. ທ່ານ​ນາງ​ກ່າວ​ວ່າ
ພວກ​ທີ່​ໄດ້​ຮັບ​ຜົນປະ​ໂຍດ​ຈາກ DACA ​ໄດ້​ປະກອບສ່ວນຫລາຍ​ພັນ​ລ້ານ​ໂດ​ລາ​ຕໍ່​ປີເຂົ້າ
​ໃນ​ທຸລະ​ກິດ​ທ້ອງ​ຖິ່ນ.

ທ້າວ Diego Rios 23 ປີ ຈາກເມືອງ Rockville ລັດ Maryland ຮ່ວມປະທ້ວງສະໜັບສະໜູນ ໂຄງການປົກ​ປ້ອງ ພວກ ເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ຢູ້ຕໍ່ໜ້າທຳນຽບຂາວ
ທ້າວ Diego Rios 23 ປີ ຈາກເມືອງ Rockville ລັດ Maryland ຮ່ວມປະທ້ວງສະໜັບສະໜູນ ໂຄງການປົກ​ປ້ອງ ພວກ ເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​ເອກ​ກະສາ​ນ ຢູ້ຕໍ່ໜ້າທຳນຽບຂາວ

​ທ່ານ​ນາງ Wylde ກ່າວ​ຕໍ່​ວີ​ໂອ​ເອວ່າ “ຍັງ​ເປັນ​ສັນຍານໃຫ້ແກ່​ໂລກ​ທັງ​ມວນວ່າ ສະຫະ
ລັດ ບໍ່ໄດ້ເປັນ​ບ່ອນ ​ທີ່​ອ້າ​ແຂນ​ຮັບເອົາພວກ​ທີ່​ມີ​ພອນ​ສະຫວັນ ​ແລະ​ເຮັດ​ວຽກ​ໜັກ ​ແລະ
​ພວກ​ຄົນ​ເຂົ້າ​ເມືອງທີ່​ກະຕືລືລົ້ນ​ອີກຕໍ່​ໄປ​ແລ້ວ​. ຂ່າວ​ຄາວ​ດັ່ງກ່າວ​ໄດ້​ເປັນ​ຜົນ​ໃນ​ທາງ​ລົບ
​ທີ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຄວາມ​ພະຍາ​ມ​ໃນ​ການຂົນ​ຂວາ​ຍ​ ໂດຍບັນດາ​ບໍລິສັດ​ທີ່​ສຳຄັນຂອງ​ພວກ​ເຮົາ ​ເພາະວ່າ​ ເຂົາ​ເຈົ້າ​ຕ້ອງການ​ພວກ​ທີ່​ມີພອນ​ສະຫວັນ​ ພອນ​ສະຫວັນ​ໃນບຫລາຍ​ພາສາ ທີ່​ມາຈາກ​ທົ່່ວ​ໂລກ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG