ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພິມແບບ 3 ມິ​ຕິ ສາມາດ ເອົາມາໃຊ້ ໃນການຜະລິດ ເຄື່ອງຫຼິ້ນດົນຕີ ແລ້ວ


3-D Technology Moves Into the Music World
please wait

No media source currently available

0:00 0:01:34 0:00

ເທັກໂນໂລຈີດ້ານການພິມ ຫລື​ຫລໍ່ແບບ 3 ມິ​ຕິ ໄດ້ນຳເອົາເຂົ້າມາໃຊ້ ໃນວົງການດົນຕີແລ້ວ

ພວກນັກດົນຕີ ມັກຈະພາກັນເວົ້າລົມ ກ່ຽວກັບເຄື່ອງຫລິ້ນດົນຕີຂອງເຂົາເຈົ້າ ໃນ
ເລື່ອງທໍານອງ ແລະສຽງຂອງມັນເລື້ອຍໆ ​ຊຶ່ງ​ບໍ່ຕ່າງ​ຫຍັງກັນກັບການເວົ້າເຖິງຍີ່ຫໍ້
ຂອງມັນ. ພວກ​ນັກຫລິ້ນກີຕາໄຟຟ້າ ກໍ​ເຊັ່ນ​ດຽວກັນ. ເຂົາເຈົ້າຈະສາມາດອະທິບາຍ
ໄດ້ຢ່າງລະອຽດກ່ຽວກັບສຽງ ‘ໃສໆ’ ຂອງກີຕາຍີ່ຫໍ້ Fender ຫລື ກ່ຽວກັບເບສ ຍີ່ຫໍ້
Gibsons ທີ່ມີສຽງຕໍ່າທີ່ສຸດນັ້ນ. ດຽວນີ້ ມີກີຕາ 3ມິຕິ ຫລື 3D ອັນນຶ່ງ ແລະສິ່ງ​ນັ້ນ
ອາດຈະເປັນການເລີ້ມຕົ້ນຂອງເຄື່ອງຫລິ້ນດົນຕີ ທີ່ພິມ ຫລື​ຫລໍ່ແບບ 3D ກໍອາດ
ເປັນໄດ້. Kevin Enochs ນັກຂ່າວຂອງ VOA ມີລາຍງານກ່ຽວກັບເລື່ອງນີ້.

ຟັງເບິ່ງແລ້ວ ສຽງກີຕານີ້ ແນ່ນອນວ່າ ມັນບໍ່ຕ່າງ​ຫຍັງ​ກັນກັບສຽງຂອງກີຕາໄຟຟ້າອັນນຶ່ງ ແຕ່ວ່າເທັກໂນໂລຈີດ້ານການພິມ ຫລື​ຫລໍ່ແບບ 3ມິ​ຕິ ຫລື3D ໄດ້ເຮັດໃຫ້ມັນກາຍເປັນ
ເຄື່ອງຫລິ້ນດົນຕີ ທີ່​ເບິ່ງ​ແລ້ວມີລັກສະນະສະເພາະຕົວຂອງມັນ ຊຶ່ງກໍຄືກັນກັບສຽງຂອງ
ນັກຫລິ້ນກີຕາ ທີ່ມີສຽງສະເພາະຕົວຂອງຕົນນັ້ນເອງ.

ກີຕາໜ່ວຍນີ້ຖືກພິມອອກ ຫລື​ຫລໍ່ ໂດຍສາດສະດາຈານທີ່ມະຫາວິທະຍາໄລ Lund
ຂອງສະວີເດັນ ໂດຍໃຊ້ຝຸ່ນໂລຫະແລະແສງເລເຊີ.

ສາດສະດາຈານ OLAF DIEGEL ທີ່ ມະຫາວິທະຍາໄລ LUND ກ່າວວ່າ:
"ສຽງຂອງມັນ ແມ່ນດີສຸດຍອດ. ນີ້​ແມ່ນ​ກີ​ຕາ​ໄຟຟ້າ, ສະນັ້ນ​ເຈົ້າຮູ້ບໍ່ວ່າ ຖ້າສຶກສາມັນ
ໃນທາງວິທະຍາສາດແລ້ວ​ກໍແມ່ນວ່າ ​ສິ່ງທີ່​ເຮັດ​ໃຫ້ມັນ​ມີ​ສຽງດັ່ງກ່າວກໍ​ຄືເຄື່ອງ​ຍຶດ
​ສາຍ​ກີ​ຕາ ທີ່ເຮັດ​ດ້ວຍ​ເຫລັກ​ກ້າຢູ່ຂ້າງເທິງ ​ທີ່ດຶງດູດເອົາການສັ່ນສະເທືອນຂອງ
ສາຍກີຕານັ້ນ. ຈະ​ແມ່ນອັນໃດກໍຕາມທີ່ມີຜົນກະທົບຕໍ່ການສັ່ນສະເທືອນ ມັນກໍຈະ
ມີຜົນກະທົບ ຕໍ່ສຽງໃນລະດັບທີ່ໜ້ອຍທີ່ສຸດ ແຕ່ເນື່ອງຈາກວ່າ ມັນເປັນກີຕາໄຟຟ້າ ມັນຈຶ່ງມີສຽງດີຄືກັນກັບກີຕາໄຟຟ້າຊະນິດອື່ນໆທົ່ວໄປ. ກີຕາທໍາມະດາ ທີ່ບໍ່ແມ່ນ
ກີຕາໄຟຟ້າ ແມ່ນເປັນອີກເລື່ອງນຶ່ງ."


ພວກນັກຫລິ້ນກີຕາມືອາຊີບບາງ​ຄົນ ບໍ່ຄ່ອຍປະທັບໃຈ ກັບກີຕາແບບນີ້ປານໃດ. ນັກ
ຫລິ້ນກີຕາຄົນນີ້ຈະເວົ້າວ່າ ກີຕາ 3D ກໍບໍ່ມີຫຍັງດີ ຫລືບໍ່ມີດີຫລາຍກວ່າກີຕາຊະນິດ
ອື່ນ, ມີແຕ່ວ່າມັນຕ່າງໝູ່ຊື່ໆ.

ທ່ານ TIM BRICHENO, ນັກຫລິ້ນດົນຕີຜູ້ນຶ່ງກ່າວວ່າ:
"ແຕ່ວ່າ ໃນທີ່ສຸດ ກີຕາທີ່ເຮັດດ້ວຍວັດຖຸປະສົມ ເຊັ່ນວັດຖຸທີ່ໃຊ້ພິມນີ້ ຈະເຮັດໃຫ້ມີ
ສຽງກ້ອງ​ອັນແນ່ນອນ ແບບໃດແບບນຶ່ງ, ທີ່ຈະກະທົບໃສ່ສຽງ ຊຶ່ງອາດຈະເປັນເລື່ອງດີ
ເພາະວ່າ ການເຮັດແນວນັ້ນ ເຈົ້າຈະສາມາດເຮັດໃຫ້ມັນມີຄວາມສະໝໍ່າສະເໝີ​ໄດ້."


ທ່ານ DIEGEL ທີ່ມະຫາວິທະຍາໄລ Lund ໄດ້ໃຊ້ການພິມ ຫລື​ຫລໍ່ແບບ 3D ເພື່ອເຮັດ
ເຄື່ອງຫລິ້ນດົນຕີ​ໄຟຟ້າຫລາຍອັນ​ ແຕ່ວ່າ ທ່ານກໍຍັງຢາກຈະກ້າວໄປຫາການໃຊ້ອຸ
ປະກອນໃໝ່ຢູ່.

ທ່ານໃຫ້ຄວາມເຫັນດັ່ງນີ້:
"ຂ້ອຍຢາກ​ເວົ້າວ່າ ນີ້ແມ່ນກີຕາໄຟຟ້າ, ມັນມີສຽງຄືກັນກັບກີຕາໄຟຟ້າ. ຂ້ອຍເຊື່ອວ່າ ການມີເຄື່ອງຫລິ້ນດົນຕີທີ່ອອກສຽງດ້ວຍລົມເປົ່າ, ເຮົາຈະສາມາດເຮັດສຽງສະເພາະ
ຕົວຂອງມັນໄດ້ຢ່າງສິ້ນເຊີງ. ຍົກ​ຕົວຢ່າງ​ເຊັ່ນ ເຮັດຂຸ່ຍທີ່ມີສຽງປະສົມປະສານກັນໄດ້
ໃນເວລາເປົ່າມັນ."


ສິ່ງປະດິດສ້າງຂຶ້ນມາ ຂອງ Lund ບາງອັນກໍຈະ​ເຫັນ​ຄົນເອົາໄປຫລິ້ນຢູ່ເທິງເວທີ ແລະ
ທ່ານກໍເວົ້າວ່າ ຈຸດປະສົງຂອງທ່ານກໍຄື ການ​ຜະລິດກີຕາຕາມຄໍາສັ່ງ ທີ່ມີລາຄາ​ເທົ່າ​ກັນກັບກີຕາດ້ວຍໄມ້ທີ່ອອກແບບຕາມໂບຮານ.

XS
SM
MD
LG