ວັນທີ 6 ມິຖຸນາທີ່ຈະມາເຖິງນີ້, ບັນດາຜູ້ນຳຂອງປະເທດຕ່າງໆລວມ ທັງປະທານາທິບໍດີສະຫະລັດ ຈະໄປເຕົ້າໂຮມກັນ ຢູ່ແຄມຫາດຊາຍແຫ່ງນຶ່ງໃນພາກເໜືອຂອງຝຣັ່ງ ເພື່ອສະຫລອງວັນຄົບຮອບ 75 ປີ ແຫ່ງການເປີດບັ້ນລົບບຸກຂອງປະເທດພັນທະມິດ ໃນສົງຄາມໂລກຄັ້ງທີ 2 ຫລື D-Day. ຢູ່ໃນການປະຕິບັດງານທາງທະຫານ ທີ່ໄດ້ຮັບຜົນສຳເລັດ ແຕ່ເສຍຫາຍຕໍ່ຊີວິດດັ່ງກ່າວນີ້, ທະຫານອາເມຣິກັນ ແລະຂອງປະເທດພັນທະມິດອື່ນໆ ຫລາຍພັນຄົນໄດ້ເສຍຊີວິດ ຢູ່ໃນໄລຍະທຳອິດ ຂອງການບຸກບັ້ນສຸດທ້າຍ ເພື່ອປົດປ່ອຍປະເທດຝຣັ່ງ ແລະທະວີບຢູໂຣບ ໃຫ້ຫລຸດພົ້ນຈາກການຍຶດຄອງ ຂອງພວກນາຊີເຢຍຣະມັນ. ສະຫລຸບແລ້ວ ມີທະຫານຫລາຍກວ່າ 425,000 ຄົນ ຊຶ່ງລວມທັງທະຫານເຢຍຣະມັນຖືກຂ້າຕາຍ ຫລືບໍ່ກໍໄດ້ຮັບບາດເຈັບ ຫລືຫາຍສາບສູນໄປ. ສຸສານ ແລະອານຸສອນສະຖານນໍມັງດີອາເມຣິກັນ (Normandy American) ເປັນສະຖານທີ່ ທີ່ມີຄວາມເປັນເອກກະລັກເພື່ອໃຫ້ຄົນໄປສະແດງຄວາມຮູ້ບຸນຄຸນຕໍ່ນັກລົບທີ່ເສຍຊີວິດໄປ. Nicolas Pinault, ນັກຂ່າວວີໂອເອທີ່ໄດ້ເດີນທາງໄປຍັງເຂດນໍມັງດີ (Normandy) ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
ເມື່ອສ່ອງຈາກເທິງຟ້າລົງໄປ, ຫາດຊາຍໂອມາຮາ (Omaha) ເບິ່ງແລ້ວງຽບສະຫງົບດີ.
ບໍ່ເປັນໜ້າຢາກເຊື່ອເລີຍວ່າ 75 ປີກ່ອນ ໄດ້ມີການປະຕິບັດ ການທາງທະຫານ ທີ່ນອງ
ເລືອດຫລາຍທີ່ສຸດຢູ່ທີ່ນີ້. ການປະຕິບັດການໂອເວີລອດ (Overlord) ແມ່ນຊື່ທີ່ເປັນ
ລະຫັດລັບ ຊຶ່ງເປັນທີ່ຮູ້ກັນຫລາຍທີ່ສຸດວ່າ ວັນດີ ຫລື D-Day. ທະຫານພັນທະມິດ
ຫລາຍພັນຄົນ ແລະຍຸດໂທປະກອນ ທາງທະຫານໄດ້ສົ່ງໄປເຖິງຝັ່ງທະເລຂອງຝຣັ່ງ
ໂດຍທາງອາກາດ ແລະທາງທະເລ.
ທ່ານສະກອດ ເດີສ໌ຊາດິນສ໌ (Scott Desjardins), ຄະນະກຳມາທິການດ້ານອະນຸສາວະລີ ແຫ່ງການສູ້ລົບຂອງອາເມຣິກັນ ຫລື American Battle Monuments ກ່າວວ່າ:
"ມັນໄດ້ໃຊ້ເວລາຕັ້ງຫລາຍປີເພື່ອຈະວາງແຜນບັ້ນລົບໄດ້. ມັນອາດຈະມີແຜນທີ່ເປັນຫລາຍໆພັນອັນ, ມີການຕັດສິນໃຈເປັນຫລາຍພັນຄັ້ງ. ມັນເປັນເລື້ອງທີ່ສັບສົນຫລາຍອີ່ຫລີ. ຂ້າພະເຈົ້າບໍ່ແນ່ໃຈວ່າ ພວກເຮົາຈະເຮັດແນວນັ້ນຄືນໄດ້ອີກຫລືບໍ່ໃນທຸກມື້ນີ້ ໂດຍທີ່ມີເຄື່ອງເທັກໂນໂລຈີທີ່ພວກເຮົາມີຢູ່. ພວກເຮົາຕ້ອງຈຳໄວ້ວ່າຜູ້ຊາຍພວກນີ້ເຮັດເຊັ່ນນັ້ນໄດ້ໂດຍບໍ່ມີເຄື່ອງບອກທິດທາງ ຫລື GPS, ບໍ່ມີອິນເຕີແນັດເລີຍ."
ວັນທີ 6 ມິຖຸນາ, 1944 ເປັນວັນທີ່ມີການສູນເສຍຢ່າງຫລວງຫລາຍ ເພື່ອຈະຕັ້ງຖານທີ່ໝັ້ນຢູ່ໃນເຂດຢູໂຣບຕາເວັນຕົກໄດ້. ບັ້ນລົບຕ່າງໆຢູ່ບ່ອນນີ້ໄດ້ເອົາຊີວິດຂອງທະຫານພັນທະມິດໄປ 8,500 ຄົນ ຊຶ່ງໃນນັ້ນລວມມີທະຫານອາເມຣິກັນທີ່ເສຍຊີວິດໃນສະໜາມລົບຢູ່ 2,012 ຄົນ.
ທະຫານອາເມຣິກັນ ຫລື GI ອີກສອງພັນຄົນ ໄດ້ຮັບບາດເຈັບ ຫລືບໍ່ ກໍຊອກຫາບໍ່ເຫັນເລີຍ. ເພື່ອສັນລະເສີນແກ່ການເສຍສະລະອັນນີ້ຢູ່ໃນເຂດ Normandy, ມີດິນທີ່ມອບໃຫ້ສະຫະລັດເພື່ອໃຫ້ຕັ້ງສຸສານຂອງຄົນອາເມຣິກັນຢູ່ໃນເຂດເມືອງໂກລເລີວິນ ຊຽກ-ແມ (Colleville-sur-Mer). ປະຊາຊົນຝຣັ່ງ ຍັງຮູ້ສຶກເຖິງບຸນຄຸນຂອງພວກເຂົາເຈົ້າຢູ່ໃນ 75 ປີຕໍ່ມາ.
ນາງສເຕັຟຟານີ ເລີ ບຣິສ (STEPHANIE LE BRIS), ຜູ້ນຳທ່ຽວຢູ່ໃນສຸສານດັ່ງກ່າວເວົ້າວ່າ:
"ຄ້າຍກັບວ່າ ມັນຫາກໍ່ເກີດຂຶ້ນໃນມື້ວານນີ້. ມັນເປັນເລື້ອງລາວກ່ຽວກັບຄອບຄົວຂອງຂ້ອຍ, ຂອງພໍ່ຕູ້-ແມ່ຕູ້ຂອງຂ້ອຍ ແລະທຸກມື້ນີ້ຂ້ອຍຮູ້ຊຶ້ງເຖິງຄຸນຄ່າຂອງເສລີພາບຂອງຂ້ອຍ. ຖ້າຫາກບໍ່ມີພວກຊາຍໜຸ່ມທີ່ຝັງຢູ່ໃນທີ່ນີ້ ຂ້ອຍບໍ່ຮູ້ວ່າ ຂ້ອຍຈະເປັນແນວໃດແລ້ວ.”
ມີນັກທ່ອງທ່ຽວປະມານ 1 ລ້ານຄົນ ຈາກທົ່ວໂລກເດີນທາງໄປຢ້ຽມຊົມອະນຸສອນສະຖານດັ່ງກ່າວໃນແຕ່ລະປີ ເພື່ອລະນຶກເຖິງບຸນຄຸນຂອງຄົນລຸ້ນໜຸ່ມທີ່ໄດ້ເສຍສະລະຊີວິດເພື່ອຄົນອື່ນ.
ທ້າວ ສຕີຟ, ຜູ້ໄປທ່ຽວຊົມສະຖານດັ່ງກ່າວຈາກນະຄອນນິວຢອກເວົ້າວ່າ:
"ມີຕັ້ງຫລາຍຄົນທີ່ເສຍສະລະຊີວິດຂອງຕົນເພື່ອເສລີພາບ, ມັນມີຄວາມໝາຍຫລາຍສຳລັບພວກເຮົາຫລາຍ. ການໄດ້ມາທີ່ນີ້ ແລະໄດ້ເບິ່ງດ້ວຍໂຕເອງ, ມັນເປັນປະສົບການທີ່ໜ້າຊຶ້ງໃຈຫລາຍ."
ໃນຂະນະທີ່ຢູໂຣບຕໍ່ສູ້ກັບການແຕກແຍກກັນຄັ້ງໃໝ່ຢູ່ນັ້ນ, ປະທານາທິບໍດີ ດໍໂນລ ທຣຳ ຂອງສະຫະລັດໄປຢ້ຽມຢາມສະຖານທີ່ເຫລົ່ານີ້ເພື່ອເປັນການໃຫ້ກຽດແກ່ຜູ້ທີ່ໄດ້ເສຍສະລະອັນຍິ່ງໃຫຍ່ ໃນນາມວ່າ ເປັນການເອົາທະວີບນັ້ນ ກັບຄືນມາໃຫ້ໂລກເສລີ.