ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸໄຊໂຄລນ ສ້າງຄວາມຢ້ານກົວ ໃຫ້ແກ່ຊາວອົບພະຍົບ ໂຣຮິງຢາ ຢູ່ໃນສູນຕ່າງໆ ໃນບັງກລາແດັສ


Rohingya Refugees in Bangladesh Prepare as Cyclone Season Begins
please wait

No media source currently available

0:00 0:02:30 0:00

ເຊີນເບິ່ງວີດິໂອກ່ຽວກັບເລື້ອງນີ້

ພວກພະນັກງານຊ່ອຍເຫລືອຂອງອົງການສະຫະປະຊາຊາດ ກ່າວວ່າ ສູນແຫ່ງຕ່າງໆ ຂອງຊາວອົບພະຍົບໂຣຮິງຢາໃນບັງກລາແດັສ ພວມຕົກຢູ່ໃນ ອັນຕະລາຍ ຈາກດິນ
ເຈື່ອນແລະນໍ້າຖ້ວມ ຊຶ່ງລະດູພາຍຸໄຊໂຄລນກຳລັງຈະມາ ແລະລະດູມໍລະສຸມ ກໍຈະ
ເລີ້ມຂຶ້ນໃນເດືອນໜ້ານີ້. ພວກພະນັກງານດັ່ງກ່າວພາ ກັນເລົ່າເຖິງການພັດຊຸແລະບັນ
ຫາອື່ນໆນຳ. ທີ່​ເມືອງ Cox’s Bazar ນັກຂ່າວ ເດວ ຄຣູນບອມ ເວົ້າເຖິງບາດກ້າວ
ຕ່າງໆທີ່ພວມດຳເນີນໄປຢູ່ ເພື່ອຕຽມຕົວສຳ ລັບລະດູຝົນດັ່ງກ່າວ ດັ່ງສາລີຈະມີລາຍ
ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ດຣາຊບາ ພວມລົມກັບຊາວອົບພະຍົບຢູ່ວ່າ:

“ເພາະສະນັ້ນ ມັນເປັນການຂົນຖົງຂີ້ຊາຍ ແລະຂົນເອົານໍ້າອອກໄປ ເພື່ອບໍ່ໃຫ້ ມັນຢູ່
ບ່ອນເປັນຄ້ອຍ ເຈົ້າບໍ່ຢາກເອົາມັນປະໄວ້ເທິງຄ້ອຍ ແມ່ນບໍ່?”

ນາງ ມາຣີນາ ດຣາຊບາ ຈາກອົງການອົບພະຍົບຂອງສະຫະປະຊາຊາດພວມ ອະທິ
ບາຍໃຫ້ຊາວອົບພະຍົບໂຣຮິງຢາຜູ້ນຶ່ງຟັງ ວ່າຕູບຂອງຄອບຄົວລາວຕົກຢູ່ ໃນຄວາມ
ສ່ຽງ. ມັນຕັ້ງຢູ່ບ່ອນເປັນຄ້ອຍ ຊຶ່ງຈະຖືກນໍ້າເຊາະໄປຢ່າງຊ້າໆ ແລ້ວໃນທີ່ສຸດກໍອາດ ເພພັງກໍເປັນໄດ້.

ສະພາບດັ່ງກ່າວ ແມ່ນເປັນເລື້ອງທຳມະດາ ຢູ່ສູນອົບພະຍົບ ໂຣຮິງຢາ.ນາງ ມາຣີນາ
ດຣາຊບາ ກ່າວວ່າ ບັນຫາຈະເລີ້ມຂຶ້ນເວລາລະດູພາຍຸໄຊໂຄລນ ມາຮອດ ແລະລະດູ
ມໍລະສຸມຕິດຕາມມາ ຊຶ່ງນາງກ່າວຕື່ມວ່າ:

“ພວກເຮົາມີການສ່ຽງຕໍ່ໄພດິນເຈື່ອນ ແລະໄພນໍ້າຖ້ວມ. ນອກນັ້ນພວກເຮົາຍັງ ສ່ຽງຕໍ່
ລົມ ແລະພາຍຸໃຫຍ່ອີກໃນຫລາຍໆພາກສ່ວນຂອງສູນຕ່າງໆ. ເພາະສະ ນັ້ນຂ້າພະ
ເຈົ້າຈຶ່ງຢາກເຮັດໃຫ້ເປັນທີ່ແນ່ໃຈວ່າ ພວກຜູ້ຄົນມີຄວາມຮູ້ສຶກຕໍ່ການ ສ່ຽງທັງຫລາຍ
ເຫລົ່ານີ້ ແລະໃຫ້ຮູ້ວ່າ ຈະເອົາບາດກ້າວຕ່າງໆ ແບບໃດ.

ນັບຕັ້ງແຕ່ເດືອນສິງຫາປີ 2017 ເປັນຕົ້ນມາ ຊາວໂຣຮິງຢາມຸສລິມຫລາຍກວ່າ
700,000 ຄົນ ໄດ້ໂຕນໜີໄປຈາກມຽນມາ ໄປສູ່ພາກໃຕ້ ບັງກລາແດັສ ຍ້ອນ ການກະ
ທຳຂອງພວກທະຫານ ທີ່ພວກນັກສືບສວນຂອງສະຫະປະຊາຊາດກ່າວ ວ່າ ມີເຈດຕະ
ນາທຳການຂ້າລ້າງຜານເຊື້ອຊາດ ທີ່ເປັນການກ່າວຫາທີ່ມຽນມາ ປະຕິເສດບໍ່ຍອມຮັບ.

ບັດນີ້ພວກອົບພະຍົບດັ່ງກ່າວພາກັນໃຊ້ຊີວິດຢູ່ໃນສູນທີ່ອັດແອ ຊຶ່ງເວົ້າແທ້ແລ້ວ ແມ່ນ
ເປັນເມືອງທີ່ບໍ່ມີແຜນ.

ເຫດຜົນໃຫຍ່ອັນນຶ່ງຢູ່ເບື້ອງຫລັງຂອງການສ່ຽງດັ່ງກ່າວຢູ່ໜີ້ກໍຄື ເມື່ອສອງປີ ກ່ອນບ່ອນ
ນີ້ ເປັນປ່າເປັນດົງ ແລ້ວພວກອົບພະຍົບ ກໍພາກັນລຸຫລັ່ງເຂົ້າມາ ພາກັນຕັດຕົ້ນໄມ້ລົ້ມຕົ້ນ
ໄມ້ລົງ ແລ້ວກໍ​ຖາງໂນນຫລືພູນ້ອຍແຫ່ງຕ່າງໆ ເພື່ອ ປຸກຕູບໃສ່.

ນາງມາຣີນາຈາກອົງການອົບພະຍົບສະຫະປະຊາຊາດກ່າວວ່າ:

“ນີ້ເປັນການຕັ້ງບ້ານທີ່ວ່ອງໄວ. ເພາະສະນັ້ນພວກເຮົາຈຶ່ງມາໜີ້ ເພື່ອພະຍາ ຍາມເຮັດ
ຄືນຫລັງ ເຮັດລະບົບລະບາຍນໍ້າຄືນ. ພວກເຮົາພະຍາຍາມຈັດຕັ້ງ ມາດຕະການຕ່າງໆ
ຂຶ້ນ ເພື່ອເຮັດໃຫ້ແນ່ໃຈວ່າ ບ່ອນທີ່ເປັນຄ້ອຍເປັນໂນນຈະ ຢູ່ໃນສະພາບທີ່ທຸ່ນທ່ຽງ. ບັດ
ນີ້ ຖ້າຫາກວ່າ ສູນທີ່ວ່ານີ້ ຫາກໄດ້ຖືກວາງແຜນ ມັນກໍຈະແຕກຕ່າງ ໄປຈາກນີ້ຕັ້ງຫຼາຍ ແລະພວກທ່ານກໍຈະເຫັນໂຄງລ່າງພື້ນ ຖານທີ່ດີໄປກວ່ານີ້. ດັ່ງທີ່ພວກທ່ານໄດ້ເຫັນ
ຢູ່ທາງຫລັງຂອງຂ້າພະເຈົ້ານີ້ ມັນ ບໍ່ແໜ້ນໜາເລີຍ. ມັນເປັນແບບຕາມມີຕາມເກີດຊື່ໆ.

ພວກອົບພະຍົບພາກັນເອົາຖົງຂີ້ຊາຍມາໃສ່ຕື່ມ. ພວກຝາເຮືອນແລະຫລັງຄາທີ່ ຫັກພັງພວມຖືກສັບປ່ຽນ.

ພວກທີມງານຕ່າງໆຂອງປະຊາຄົມ ພວມພາກັນລາດຕະເວນໄປທົ່ວສູນຕ່າງໆ ແລະ
ອ່ານປຶ້ມອອກສຽງດັງໆໃຫ້ກຸ່ມຕ່າງໆຂອງພວກອົບພະຍົບຟັງ ເພື່ອຊ່ອຍ ໃຫ້ພວກເຂົາ
ເຈົ້າເຂົ້າໃຈເຖິງບາດກ້າວຕ່າງໆທີ່ເຂົາຈົ້າຈະເຮັດໄດ້ ຖ້າພາຍຸຮ້າຍ ແຮງມາຮອດມາ
ເຖິງ.

ທ້າວ ໂມຮຳເມັດ ອີດຣິສ ຊາວອົບພະຍົບໂຣຮິງຢາກ່າວວ່າ:

“ພວກເຮົາໄດ້ຮຽນຮູ້ວ່າ ຖ້າມີການຊັກທຸງຂຶ້ນສາມທຸງ ນັ້ນມັນໝາຍຄວາມວ່າ ລົມມັນ
ແຮງ ແລະພວກເຮົາຈຳເປັນຕ້ອງໄດ້ຫລົບໜີ ໄປບ່ອນປອດໄພກວ່າ ແລະພວກເຮົາ
ຄວນເອົາອາຫານແຫ້ງແລະນໍ້າໄປພ້ອມໃຫ້ພໍສຳລັບຢ່າງໜ້ອຍ ສາມມື້.”

ມັນຍັງມີຄວາມເປັນຫ່ວງຢູ່ວ່າ ບໍ່ໄດ້ມີການເອົາບາດກ້າວພຽງພໍ ເພື່ອຕຽມຕົວ ຮັບມືກັບ
ພາຍຸໄຊໂຄລນທີ່ອາດ ຈະປະທະກັບສູນຕ່າງໆໃນມື້ນຶງ. ພວກພະນັກງານຊ່ອຍເຫລືອ
ເວົ້າວ່າ ສູນດັ່ງກ່າວຕັ້ງຢູ່ໃນເຂດດິນຕໍ່າ ເຮັດໃຫ້ ພວກຕູບທັງຫລາຍເຫລົ່ານີ້ ຕົກຢູ່ໃນ
ສະພາບອັນຕະລາຍ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG