ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ພາສີ ສາມາດຍຶດ ແລະ ປັບໃໝ ຍານພາຫະນະ ທີ່ຖືກລັກລອບ ນຳເຂົ້າ 382 ຄັນ


ລົດທີ່ຖືກນຳເຂົ້າຢ່າງຜິດກົດໝາຍໃນ ລາວ.
ລົດທີ່ຖືກນຳເຂົ້າຢ່າງຜິດກົດໝາຍໃນ ລາວ.

ເຈົ້າໜ້າທີ່ຝ່າຍກວດກາພາສີ ສາມາດຍຶດ ແລະ ປັບໃໝຍານພາຫະນະທີ່ລັກລອບນຳ
ເຂົ້າມາໃນເຂດນະຄອນຫຼວງວຽງຈັນໄດ້ແລ້ວ 382 ຄັນຈາກຍານພາຫະນະທີ່ລັກລອບ
ນຳເຂົ້າມາ ລາວ ທັງໝົດ 5,639 ຄັນ.

ທ່ານ ທອງພັດ ລາດຊະວົງ ຫົວໜ້າກອງກວດກາພາສີ ນະຄອນຫຼວງວຽງຈັນ ໄດ້ສະເໜີ
ລາຍງານວ່າ ໃນຮອບ 6 ເດືອນຕົ້ນປີ 2017 ນີ້ ກອງກວດກາພາສີ ຮ່ວມກັບກຳລັງປ້ອງ
ກັນຄວາມສະຫງົບພາຍໃນເຂດນະຄອນຫຼວງວຽງຈັນ ໄດ້ດຳເນີນມາດຕະການກວດກາ
ແລະ ຍຶດຍານພາຫະນະທີ່ລັກລອບນຳເຂົ້າມາໃນ ລາວ ໂດຍຜິດກົດໝາຍໄດ້ 382 ຄັນ
ໂດຍໃນນີ້ກໍໄດ້ແກ້ໄຂໃຫ້ຢ່າງຖືກຕ້ອງໄປແລ້ວ 127 ຄັນ ຄິດເປັນລາຍຮັບຈາກການຈັດ
ເກັບພາສີ 4.8 ຕື້ກີບ ແລະ ຄ່າປັບໄໝອີກ 223 ລ້ານກີບ. ສ່ວນຍານພາຫະນະອີກ 255
ຄັນຍັງບໍ່ສາມາດຈັດເກັບພາສີ ແລະ ປັບໃໝເຈົ້າຂອງຍານພາຫະນະໄດ້ແຕ່ຢ່າງໃດ.

ກ່ອນໜ້ານີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 142 ວ່າ
ດ້ວຍການແກ້ໄຂລົດນຳເຂົ້າຢ່າງບໍ່ຖືກຕ້ອງໃນທົ່ວປະເທດເມື່ອວັນທີ 25 ມັງກອນ 2017
ທີ່ຜ່ານມາ ໂດຍມອບໝາຍໃຫ້ກະຊວງການເງິນ ແລະ ໜ່ວຍງານທີ່ກ່ຽວຂ້ອງດຳເນີນ
ການກວດສອບ ແລະ ແກ້ໄຂລົດນຳເຂົ້າຢ່າງບໍ່ຖືກຕ້ອງຈຳນວນໜຶ່ງເຖິງ 5,639 ຄັນໃຫ້
ແລ້ວສຳເລັດໄວທີ່ສຸດ ທັງຍັງຈະຕ້ອງກຳນົດໃຫ້ບໍລິສັດເອກະຊົນທີ່ນຳເຂົ້າລົດຍົນເພື່ອ
ສົ່ງຕໍ່ໄປປະເທດທີ 3 ຈຳນວນ 1,947 ຄັນທີ່ຈອດຢູ່ສາງທ່ານາແລ້ງນັ້ນ ຍັງຈະຕ້ອງດຳ
ເນີນການໃຫ້ແລ້ວສຳເລັດພາຍໃນ 4 ເດືອນ ຫາກແຕ່ກໍຍັງບໍ່ສາມາດປະຕິບັດໄດ້ຈິງຈົນ
ເຖິງປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ເພື່ອເປັນການບໍ່ໃຫ້ມີການລັກລອບນຳຍານພາຫະນະເຂົ້າມາໃນ
ລາວ ໂດຍຜິດກົດໝາຍເພີ່ມຂຶ້ນອີກໃນໄລຍະຕໍ່ໄປນີ້ ທ່ານ ທອງລຸນ ກໍໄດ້ສັ່ງການໃຫ້
ທຸກພາກສ່ວນທີ່ກ່ຽວຂ້ອງຈະຕ້ອງປະສານງານກັນຢ່າງໃກ້ຊິດເຂົ້າໃນການກວດກາບັນ
ດາເອກະສານຕ່າງໆທີ່ ກ່ຽວກັບ ການນຳເຂົ້າຍານພາຫະນະຂອງທຸກພາກສ່ວນທັງໃນ
ພາກລັດ ແລະ ພາກເອກະຊົນ ໂດນສະເພາະບັນດາບໍລິສັດເອກະຊົນ ລາວ ແລະ ຕ່າງ
ຊາດທີ່ລົງທຶນໃນ ລາວ ນັ້ນຍັງຈະຕ້ອງຂຶ້ນທະບຽນທຸລະກິດກັບທາງການ ລາວ ຢ່າງຄົບ
ຖ້ວນຕາມລະບຽບກົດໝາຍອີກດ້ວຍ ດັ່ງທີ່ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ
ວ່າການກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ການຢືນຢັນວ່າ.

"ພວກຂ້າພະເຈົ້ານີ້ກະແມ່ນເອົາໃຈໃສ່ສຸມໃສ່ເບື້ອງການຂຶ້ນທະບຽນວິສາຫະກິດຫັ່ນ
ຊຶ່ງວ່າເບື້ອງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດຫັ່ນ ກະແມ່ນມີການວາງແຜນເພື່ອ
ເຂົ້າຮ່ວມໃນການບໍລິການປະຕູດຽວ ສືບຕໍ່ສົມທົບກັບເຈົ້າໜ້າທີ່ພາສີ, ຕຳຫຼວດເສດຖະ
ກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສະກັດກັ້ນ ແລະ ປາບປາມການຄ້າຂາຍເຖື່ອນ,
ການຄ້ານອກລະບົບ ເຮັດໃຫ້ສິນຄ້າເຮົາເຂົ້າສູ່ລະບົບ ແລະ ຕາມລະບຽບການທີ່ກຳນົດ
ໄວ້."

ໂດຍອີງຕາມລາຍງານຂອງກົມພາສີ, ກະຊວງການເງິນ ລະບຸວ່າ ໃນສົກປີ 2015-
2016 ທີ່ຜ່ານມາຂະແໜງການພາສີ ໄດ້ວາງແຜນການຈັດເກັບລາຍຮັບຈາກການນຳ
ເຂົ້າຍານພາຫະນະໃຫ້ໄດ້ 2,426 ຕື້ກີບ ຫາກແຕ່ກໍສາມາດຈັດເກັບຕົວຈິງໄດ້ພຽງ
1,828 ຕື້ກີບ ຄິດເປັນ 75.34 ເປີເຊັນຂອງແຜນການເທົ່ານັ້ນ ຊຶ່ງກໍມີສາເຫດມາຈາກ
ການນຳເຂົ້າລົດຍົນບໍ່ຖືກຕ້ອງຕາມກົດໝາຍດັ່ງກ່າວ ໃນນີ້ກໍລວມເຖິງລົດຍົນທີ່ນຳເຂົ້າ
ໂດຍກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບຈຳນວນ 1,254
ຄັນ.

ທາງດ້ານອົງການກວດສອບແຫ່ງລັດ ລາຍງານວ່າ ໃນຮອບປີທີ່ຜ່ານມາ ອົງການກວດ
ສອບແຫ່ງລັດໄດ້ກວດພົບວ່າລັດຖະບານ ລາວ ໄດ້ສູນເສຍລາຍຮັບໄປ ຄິດເປັນມູນຄ່າ
ຫຼາຍກວ່າ 2,000 ຕື້ກີບຈາກການຍົກເວັ້ນພາສີນຳເຂົ້ານໍ້າມັນ ແລະ ຍານພາຫະນະ
ໃຫ້ແກ່ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນ ລາວ.

ນອກຈາກນີ້, ອົງການກວດສອບແຫ່ງລັດ ຍັງໄດ້ກວດພົບການທຸຈະລິດຫຼາຍກວ່າ 324
ຕື້ກີບໃນ 25 ໂຄງການພັດທະນາທີ່ບໍ່ມີຕົວຕົນໃນແຂວງອຸດົມໄຊ ແລະ ກວດພົບການ
ໃຊ້ຈ່າຍງົບປະມານເກີນຈິງຫຼາຍກວ່າ 87 ຕື້ກີບໃນ 77 ໂຄງການ. ສ່ວນ 254 ໂຄງ
ການຍັງດຳເນີນງານບໍ່ສຳເລັດຕາມແຜນການ, ທັງໆທີ່ວ່າໄດ້ໃຊ້ຈ່າຍງົບປະມານຫຼາຍ
ກວ່າ 4,300 ຕື້ກີບໄປທັງມົດແລ້ວນັ້ນ.

XS
SM
MD
LG