ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄິວບາ ລະນຶກເຖິງ ວັນຄົບຮອບ ນຶ່ງປີ ການເສຍຊີວິດ ຂອງທ່ານ ຟີແດລ ຄາສໂຕຣ


Cuba Marks First Anniversary of Fidel Castro's Death
please wait

No media source currently available

0:00 0:03:15 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຄິວບາ ລະນຶກເຖິງວັນຄົບຮອບປີທຳອິດຂອງການເສຍຊີວິດ ຂອງຜູ້ນຳຄອມມູນິສ
ທ່ານ ຟີແດລ ຄາສໂຕຣ ໃນວັນເສົາທີ່ຜ່ານມາ ຕິດຕາມມາດ້ວຍ ການເລືອກຕັ້ງອຳ
ນາດການປົກຄອງທ້ອງຖິ່ນ ໃນວັນອາທິດມື້ຕໍ່ມາ ທີ່ຈະນຳໄປສູ່ການເລືອກປະມຸກ
ລັດຄົນໃໝ່ ໃນຕົ້ນປີໜ້າ, ເຊິ່ງຈະເປັນຄົນທຳອິດໃນຮອບ 60 ປີ ທີ່ຈະບໍ່ແມ່ນອ້າຍ
ນ້ອງຕະກຸນ ຄາສໂຕຣ. ປະເທດເກາະດອນດັ່ງກ່າວ ຈະຈັດການລະນຶກເຖິງຫຼາຍຄັ້ງ
ຈາກວັນເສົາ ຫາວັນທີ 4 ທັນວາ, ເຊິ່ງເປັນວັນຝັງສົບຂອງທ່ານ ຄາສໂຕຣ ທີ່ປ່າຊ້າ
ໃນເມືອງ ຊານທີອາໂກເດ ຄິວບາ, ບ່ອນທີ່ທ່ານໄດ້ເລີ່ມຕົ້ນ ການປະຕິວັດຄິວບາຂຶ້ນ.
ນັກຂ່າວ ວີໂອເອ ອີຊາແບລລາ ໂຄໂຄລີ ມີລາຍງານເພີ່ມເຕີມ, ເຊິ່ງ ພຸດທະສອນ
ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເສຍຊີວິດຂອງທ່ານ ຟີແດລ ຄາສໂຕຣ ໃນວັນທີ 25 ພະຈິກ ປີ 2016 ໄດ້ນຳໄປ
ສູ່ວັນໄວ້ອາໄລແຫ່ງຊາດ 9 ມື້ ທີ່ສ່ວນໃຫຍ່ ໄດ້ປິດການດຳລົງຊີວິດໃນແຕ່ລະວັນ
ຂອງປະຊາຊົນໃນປະເທດເກາະດອນແຫ່ງນັ້ນ ໃນຂະນະທີ່ຊາວ ຄິວບາ ລະນຶກເຖິງ
ຊີວິດຂອງທ່ານ ຄາສໂຕຣ.

ວັນຄົບຮອບການເສຍຊີວິດຂອງທ່ານ ຈະຖືກລະນຶກເຖິງ ດ້ວຍການຈັດພິທີ ແລະ ໄຕ້
ທຽນ.

ກ່ອນທີ່ທ່ານຈະເສຍຊີວິດ ເວລາອາຍຸຄົບຮອບ 90 ປີນັ້ນ, ທ່ານ ຄາສໂຕຣ ໄດ້ເປັນ
ຜູ້ນຳຂອງປະເທດ ຄິວບາມາ ໄດ້ເກືອບ 50 ປີ, ທ່ານໄດ້ຫາຍຈາກການຕິດຕໍ່ກັບສາ
ທາລະນະຊົນໄປ ເກືອບນຶ່ງທົດສະວັດ ຍ້ອນສຸຂະພາບບໍ່ດີ. ທ່ານໄດ້ມອບຕຳແໜ່ງ
ປະທານປະເທດ ໃຫ້ນ້ອງຊາຍຂອງທ່ານ, ຄືທ່ານ ຣາອູລ ຄາສໂຕຣ ໃນປີ 2008.

ປັດຈຸບັນນີ້ ທ່ານຍັງຮັກສາບົດບາດໃນສາທາລະນະ ແລະ ບາງຄັ້ງກໍໄດ້ຮັບການຢ້ຽມ
ຢາມຈາກຜູ້ນຳຕ່າງປະເທດ. ການສືບຕໍ່ມີໜ້າໃນເວທີສາກົນໄດ້ເຮັດໃຫ້ທ່ານມີສິ່ງທີ່
ພິເສດ, ອີງຕາມການກ່າວຂອງຜູ້ຊ່ຽວຊານ ກ່ຽວກັບ ປະເທດ ຄິວບາ ທ່ານ ຟີລ ປີເຕີສ໌.

ທ່ານ ຟີລິບ ປີເຕີສ໌ ຈາກສະຖາບັນ ເລັກຊິງຕັນ ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານ
ແມ່ນບຸກຄົນທີ່ມີປະຫວັດສາດອັນຍິ່ງໃຫຍ່ຫຼາຍ ທີ່ໄດ້ຮັບໄຊຊະນະທາງທະຫານ ທີ່
ໜ້າປະທັບໃຈ ໃນການປະຕິວັດ ຄິວບາ, ຜູ້ທີ່ໄດ້ຕໍ່ສູ້ຜ່ານສະຖານະການທີ່ຫຍຸ້ງຍາກ
ຫຼາຍ ໃນວົງການສາກົນ. ທ່ານໄດ້ເຮັດໃຫ້ປະເທດຄິວບາ ມີຊື່ຢູ່ໃນແຜນທີ່ໂລກ, ເຊິ່ງ
ຫຼາຍຄັ້ງ ເກີນຄວາມສຳຄັນຂອງເຂົາເຈົ້າໃນປະຫວັດສາດ, ເກີນຄວາມສາມາດທາງ
ດ້ານເສດຖະກິດຂອງເຂົາເຈົ້າ.”

ທ່ານ ຄາສໂຕຣ ໄດ້ເຮັດໃຫ້ ຄິວບາ ເປັນປະເທດຄອມມູນິສແຫ່ງທຳອິດໃນຊີກໂລກ
ຕາເວັນອອກ, ຫຼັງຈາກທ່ານໄດ້ນຳພາການປະຕິວັດ ຄິວບາ, ໂຄ່ນລົ້ມຜູ້ນຳຜະເດັດ
ການທ່ານ ຟູລເຈັນຊີໂອ ບາຕິສຕາ ໃນປີ 1959. ທຳອິດທ່ານໄດ້ເປັນນາຍົກລັດຖະ
ມົນຕີ, ຕໍ່ມາກໍໄດ້ເປັນປະທານາທິບໍດີທັງຍັງໄດ້ປົກຄອງ ຄິວບາ ຢ່າງເຂັ້ມງວດນຳ.

ທ່ານ ແຟຣັງ ຄາລຊັອນ ກຳມະການບໍລິຫານ ສູນກາງ ເພື່ອປະເທດ ຄິວບາ ທີ່ເສລີ
ກ່າວວ່າ “ທ່ານແມ່ນຜູ້ຊາຍທີ່ໄດ້ໃຫ້ຄຳສັນຍາຢ່າງຫຼວງຫຼາຍຕໍ່ປະຊາຊົນ ຄິວບາ. ຊາວ
ຄິວບາ ຈະໄດ້ຮັບເສລີພາບ. ເຂົາເຈົ້າຈະໄດ້ມີລັດຖະບານທີ່ຊື່ສັດບໍລິສຸດ. ເຂົາເຈົ້າ
ຈະໄດ້ມີລັດຖະທຳມະນູນກັບຄືນມາ. ແຕ່ໃນທາງກົງກັນຂ້າມ ສິ່ງທີ່ທ່ານໄດ້ມອບໃຫ້
ເຂົາເຈົ້າ ຊໍ້າແມ່ນລັດຖະບານແບບ ສຕາລິນ.”

ປະຊາຊົນຫຼາຍສິບພັນຄົນໄດ້ໄປຕ້ອນຮັບທ່ານ ຄາສໂຕຣ ໃນວັນທີ່ທ່ານເດີນທາງເຂົ້າ
ສູ່ນະຄອນຫຼວງ ຮາວານາ ໃນປີ 1959, ແຕ່ຫຼັງຈາກນັ້ນ ຫຼາຍສິບພັນຄົນ ກໍໄດ້ຫຼົບໜີ
ອອກຈາກລັດ ທີ່ຕຳຫຼວດຂົ່ມເຫັງຂອງ ຄິວບາ, ປະຖິ້ມຄອບຄົວ ແລະ ຊັບສິນຂອງ
ເຂົາເຈົ້າໄປ. ຫຼາຍຄົນໄດ້ເສຍຊີວິດໃນການພະຍາຍາມທີ່ຈະເດີນທາງມາ ສະຫະລັດ.

ພາຍໃຕ້ອຳນາດຂອງທ່ານ ຄາສໂຕຣ ນັ້ນ, ປະເທດ ຄິວບາ ໄດ້ກາຍເປັນປະເທດພັກ
ຄອມມູນິສດຽວ, ອຸດສາຫະກຳ ແລະ ທຸລະກິດເປັນຂອງລັດຖະບານ, ແລະ ການປະຕິ
ຮູບສັງຄົມນິຍົມ ໄດ້ຖືກປະຕິບັດໃນທົ່ວສັງຄົມ. ທ່ານ ຄາສໂຕຣ ໄດ້ຖືກວິພາກວິຈານ
ສຳລັບການຍັບຢັ້ງສິດທິມະນຸດ. ປະຊາຊົນ ຄິວບາ ໄດ້ຂາດພື້ນຖານເສລີພາບທາງສັງ
ຄົມ ແລະ ການເມືອງເກືອບທຸກປະການ, ລວມທັງສິດທິໃນການສະແດງອອກ, ການ
ເຕົ້າໂຮມກັນ ແລະ ການຄົບຄ້າສະມາຄົມ.

ທ່ານ ແຟຣັງ ຄາລຊັອນ ກ່າວວ່າ “ບໍ່ວ່າຈະເປັນສິ່ງໃດກໍ່ຕາມ ທີ່ທ່ານໄດ້ເຮັດຂຶ້ນ, ລາ
ຄາທີ່ປະຊາຊົນ ຄິວບາ ຕ້ອງໄດ້ຊົດໃຊ້ໃນຊີວິດ, ໃນຄວາມເຈັບປວດ, ໃນຄວາມທຸກ
ທໍລະມານຂອງເຂົາເຈົ້າ ແມ່ນເກີນກວ່າສິ່ງໃດກໍຕາມທີ່ເປັນແງ່ບວກ ທີ່ສາມາດເວົ້າໄດ້
ກ່ຽວກັບ ທ່ານ.”

ເຖິງແມ່ນຈະມີການຟື້ນຟູສາຍພົວພັນທາງການທູດກັບ ສະຫະລັດ ພາຍໃຕ້ອະດີດ
ປະທານາທິບໍດີ ບາຣັກ ໂອບາມາ, ເລີ່ມຕົ້ນໃນເດືອນທັນວາ 2014 ແລະ ໄດ້ຕົກລົງ
ກັນໃນວັນທີ 20 ກໍລະກົດ 2015 ກໍຕາມ, ແຕ່ມັນກໍບໍ່ໄດ້ຫຼຸດຜ່ອນການຈຳກັດເສລີ
ພາບລົງ.

ສາຍພົວພັນຂອງ ຄິວບາ ກັບ ສະຫະລັດ ໄດ້ຊຸດໂຊມລົງກວ່າເກົ່າພາຍໃຕ້ປະທານາ
ທິບໍດີ ດໍໂນລ ທຣຳ ແລະ ເສດຖະກິດຂອງປະເທດ ໄດ້ສືບຕໍ່ປະສົບຄວາມລຳບາກ
ໃນຂະນະທີ່ຊະຕາກຳຂອງປະເທດ ເວເນຊູເອລາ ທີ່ເປັນພັນທະມິດຂອງເຂົາເຈົ້າໄດ້
ຕົກຕໍ່າລົງ.

XS
SM
MD
LG